ປັນຍາຈານ 5 - ພຣະຄຳພີສັກສິຢ່າສາບານໂດຍບໍ່ຄິດຮອບຄອບ 1 ຈົ່ງລະມັດລະວັງ ເມື່ອເຂົ້າໄປໃນພຣະວິຫານ ເຂົ້າໄປໃນທີ່ນັ້ນເພື່ອສຶກສາຮຽນຮູ້ ກໍດີກວ່າເຂົ້າໄປຖວາຍເຄື່ອງບູຊາ ດັ່ງຄົນໂງ່ຈ້າທີ່ບໍ່ຮູ້ຈັກຜິດຈັກຖືກ. 2 ຄິດກ່ອນຈຶ່ງເວົ້າ ແລະຢ່າຟ້າວຕັດສິນໃຈເຮັດຄຳສາບານໃດໆກັບພຣະເຈົ້າ. ພຣະເຈົ້າຢູ່ເທິງຟ້າສະຫວັນແລະເຈົ້າຢູ່ເທິງແຜ່ນດິນໂລກ. ສະນັ້ນ ຢ່າເວົ້າເກີນກວ່າທີ່ເຈົ້າຈຳເປັນຕ້ອງເວົ້າ. 3 ຄົນໂງ່ຈ້າວິຕົກກັງວົນຫລາຍເທົ່າໃດ ກໍແຮ່ງຝັນບໍ່ດີຫລາຍເທົ່ານັ້ນ ແລະຄົນໂງ່ຈ້າເວົ້າຫລາຍເທົ່າໃດ ແຮ່ງເວົ້າສິ່ງໂງ່ຈ້າອອກມາຫລາຍເທົ່ານັ້ນ. 4 ສະນັ້ນ ເມື່ອເຈົ້າເຮັດຄຳສາບານກັບພຣະເຈົ້າ ຈົ່ງປະຕິບັດຕາມຄຳສາບານນັ້ນໄວເທົ່າທີ່ຈະໄວໄດ້. ພຣະເຈົ້າບໍ່ພໍໃຈນຳຄົນໂງ່ຈ້າ. ຈົ່ງເຮັດຕາມຄຳສາບານທີ່ເຈົ້າວ່າຈະເຮັດ. 5 ເມື່ອສາບານແລ້ວບໍ່ປະຕິບັດຕາມ ຢ່າສາບານເລີຍກໍດີກວ່າ. 6 ຈົ່ງຫລີກເວັ້ນຄຳເວົ້າທີ່ນຳເຈົ້າໄປສູ່ການບາບ ເພື່ອເຈົ້າຈະບໍ່ຕ້ອງໄປເວົ້າກັບປະໂຣຫິດຂອງພຣະເຈົ້າວ່າ ເຈົ້າບໍ່ໄດ້ໝາຍຄວາມວ່າຢ່າງນັ້ນ. ເປັນຫຍັງຈຶ່ງເຮັດໃຫ້ພຣະອົງໂກດຮ້າຍເຈົ້າ? ເປັນຫຍັງຈຶ່ງປ່ອຍໃຫ້ພຣະອົງທຳລາຍສິ່ງທີ່ເຈົ້າຫາມາໄດ້ນັ້ນ? 7 ບໍ່ວ່າເຈົ້າໄຝ່ຝັນຫລາຍສໍ່າໃດ ເຈົ້າເຮັດວຽກບໍ່ມີປະໂຫຍດຫລາຍສໍ່າໃດ ຫລືເຈົ້າເວົ້າຫລາຍສໍ່າໃດ ເຈົ້າຕ້ອງເຮັດທຸກຢ່າງດ້ວຍການຢຳເກງພຣະເຈົ້າ. ຊີວິດນີ້ອະນິຈັງ 8 ຖ້າເຈົ້າເຫັນຄົນຍາກຈົນໃນເມືອງຖືກຂົ່ມເຫັງ ທັງຄວາມຍຸດຕິທຳ ແລະຄວາມທ່ຽງທຳເອົາໄປເສຍຈາກພວກເຂົາ ຢ່າປະຫລາດໃຈເລີຍ. ດ້ວຍວ່າ, ຍັງມີນາຍເໜືອພວກເຂົາຄອຍຈັບຕາເບິ່ງພວກເຂົາຢູ່ ແລະຜູ້ເປັນນາຍເໜືອພວກເຂົານັ້ນ ກໍຍັງມີນາຍຊັ້ນຜູ້ໃຫຍ່ກວ່າອີກຈັບຕາເບິ່ງພວກເຂົາ. 9 ແມ່ນແຕ່ກະສັດກໍຍັງເພິ່ງພາອາໄສຜົນຂອງການເກັບກ່ຽວ. 10 ຖ້າເຈົ້າຮັກເງິນ ເຈົ້າກໍຈະບໍ່ຮູ້ເມື່ອພໍຈັກເທື່ອ ຖ້າເຈົ້າຢາກຮັ່ງມີ ເຈົ້າກໍຈະບໍ່ໄດ້ທຸກສິ່ງທີ່ຕ້ອງການຈັກເທື່ອ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. 11 ເຈົ້າຮັ່ງມີຫລາຍເທົ່າໃດ ເຈົ້າກໍຕ້ອງລ້ຽງຫລາຍຄົນເທົ່ານັ້ນ. ສິ່ງທັງໝົດທີ່ເຈົ້າໄດ້ຮັບນັ້ນ ກໍພຽງແຕ່ຄວາມຮູ້ທີ່ວ່າຕົນຮັ່ງມີ. 12 ຄົນເຮັດວຽກອາດມີ ຫລືອາດບໍ່ມີກິນພຽງພໍກໍໄດ້ ແຕ່ຢ່າງໜ້ອຍລາວກໍນອນຫລັບໄດ້ໃນຕອນກາງຄືນ. ສ່ວນເສດຖີຜູ້ທີ່ມີຊັບສົມບັດອັນຫລວງຫລາຍ ກໍມີແຕ່ວິຕົກກັງວົນຈົນນອນບໍ່ຫລັບຍ້ອນ. 13 ສິ່ງສະຫລົດໃຈຫລາຍທີ່ຂ້າພະເຈົ້າໄດ້ເຫັນຢູ່ໃຕ້ດວງຕາເວັນ ຄືຄົນທີ່ທ້ອນໂຮມເງິນໄວ້ເມື່ອຄາວຈຳເປັນ 14 ແຕ່ແລ້ວສູນເສຍໝົດຍ້ອນຄ້າຂາຍຫລຸບທືນ ແລະຈົບລົງໂດຍບໍ່ມີຫຍັງເຫຼືອໄວ້ໃຫ້ລູກຫລານ. 15 ພວກເຮົາອອກຈາກທ້ອງແມ່ແຕ່ຕົວເປົ່າສັນໃດ ພວກເຮົາກໍຈາກໄປແຕ່ຕົວເປົ່າສັນນັ້ນ ຄືບໍ່ມີຫຍັງຈັກຢ່າງຕິດຕົວໄປນຳ. ເຖິງແມ່ນວ່າພວກເຮົາເຮັດວຽກໜັກກໍຕາມ ພວກເຮົາກໍເອົາສິ່ງໃດໄປນຳບໍ່ໄດ້. 16 ຊ່າງບໍ່ຖືກຕ້ອງເລີຍ ພວກເຮົາໄດ້ເກີດມາຢ່າງໃດ ພວກເຮົາກໍຈາກໄປຢ່າງນັ້ນ. ພວກເຮົາເຮັດວຽກໜັກ ໂດຍພະຍາຍາມຈັບລົມແລະພວກເຮົາໄດ້ຫຍັງແດ່? 17 ພວກເຮົາຕ້ອງໃຊ້ຊີວິດຢູ່ໃນຄວາມມືດມົນແລະຄວາມໂສກເສົ້າ ຄວາມວິຕົກກັງວົນ, ຄວາມໂກດຮ້າຍ ແລະຄວາມເຈັບປ່ວຍ. 18 ອັນນີ້ ແມ່ນສິ່ງທີ່ຂ້າພະເຈົ້າໄດ້ຄົ້ນພົບຄື: ສິ່ງດີທີ່ສຸດທີ່ຜູ້ໃດໆກໍເຮັດໄດ້ ແມ່ນກິນແລະດື່ມ ແລະສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ໃນຊີວິດອັນສັ້ນໆທີ່ພຣະເຈົ້າໂຜດໃຫ້ ອັນນີ້ ແມ່ນຊາຕາກຳຂອງມະນຸດຢູ່ໃຕ້ດວງຕາເວັນ. 19 ຖ້າພຣະເຈົ້າໃຫ້ມະນຸດຜູ້ໜຶ່ງຮັ່ງມີ ແລະໃຫ້ລາວສະໜຸກຢູ່ກັບສິ່ງເຫຼົ່ານັ້ນ ທັງສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ນັ້ນ ຈົ່ງສືບຕໍ່ຊົມຊື່ນຍິນດີໃນວຽກງານທີ່ຕົນເຮັດ. ອັນນີ້ແມ່ນຂອງຂວັນມາຈາກພຣະເຈົ້າ. 20 ໃນເມື່ອພຣະເຈົ້າໃຫ້ພວກເຮົາມີຄວາມສຸກ ພວກເຮົາກໍຈະບໍ່ວິຕົກກັງວົນເກີນໄປ ເຖິງເລື່ອງຊີວິດອັນສັ້ນໆນີ້. |
@ 2012 United Bible Societies. All Rights Reserved.