ປັນຍາຈານ 4 - ພຣະຄຳພີສັກສິ1 ແລ້ວຂ້າພະເຈົ້າກໍໄດ້ພິຈາລະນາເບິ່ງອີກ ເຖິງຄວາມບໍ່ຍຸດຕິທຳທັງໝົດທີ່ເປັນຢູ່ໃຕ້ດວງຕາເວັນ. ຄົນຖືກຂົ່ມເຫັງກຳລັງເປັນທຸກຮ້ອງໄຫ້ ແລະບໍ່ມີຜູ້ໃດຊ່ວຍເຫລືອລາວເລີຍ. ບໍ່ມີຜູ້ໃດຊ່ວຍເຫລືອລາວໄດ້ ເພາະອຳນາດນັ້ນຢູ່ນຳຝ່າຍທີ່ຂົ່ມເຫັງລາວ. 2 ຂ້າພະເຈົ້າຄິດວ່າ ຄົນທີ່ຕາຍໄປແລ້ວກໍດີກວ່າຄົນທີ່ຍັງມີຊີວິດຢູ່, 3 ແຕ່ດີກວ່າທັງສອງຢ່າງນັ້ນ ແມ່ນຜູ້ທີ່ຍັງບໍ່ທັນໄດ້ເກີດມາ ຄືຜູ້ທີ່ບໍ່ເຄີຍໄດ້ເຫັນຄວາມຊົ່ວຮ້າຍຢູ່ໃຕ້ດວງຕາເວັນ. 4 ຂ້າພະເຈົ້າໄດ້ຄົ້ນພົບເຊັ່ນດຽວກັນວ່າ ເປັນຫຍັງມະນຸດຈຶ່ງເຮັດວຽກຢ່າງໜັກເພື່ອຈະປະສົບຜົນສຳເລັດ ເພາະລາວຢາກມີລື່ນເພື່ອນບ້ານຂອງຕົນ, ແຕ່ມັນກໍອະນິຈັງ ເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ. 5 ແນ່ນອນ ຄົນໂງ່ຈ້າຜູ້ທີ່ງໍມືງໍຕີນຢູ່ກໍປ່ອຍໃຫ້ຕົນອຶດຕາຍ. 6 ແຕ່ການມີຈິດໃຈສະຫງົບສຸກຢູ່ພຽງເລັກນ້ອຍ ກໍຍັງດີກວ່າມືສອງເບື້ອງຫຍຸ້ງຢູ່ຕະຫລອດເວລາຄື: ພະຍາຍາມຄວ້າຈັບລົມ. 7 ຂ້າພະເຈົ້າຍັງສັງເກດເຫັນໄດ້ວ່າ ຢູ່ໃຕ້ດວງຕາເວັນນີ້ມີບາງສິ່ງບາງຢ່າງອີກທີ່ອະນິຈັງ. 8 ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ. 9 ສອງຄົນດີກວ່າຄົນດຽວ ເພາະວຽກຂອງເຂົາທີ່ເຮັດກໍເກີດຜົນດີກວ່າ. 10 ຖ້າຜູ້ໜຶ່ງໃນສອງຄົນນັ້ນລົ້ມລົງ ຜູ້ໜຶ່ງກໍຊູລາວໃຫ້ລຸກຂຶ້ນໄດ້. ແຕ່ຖ້າມີຄົນດຽວແລະລົ້ມລົງ ກໍເປັນໜ້າອີດູຕົນແທ້ໆ ເພາະບໍ່ມີຜູ້ໃດຊ່ວຍລາວເລີຍ. 11 ດັ່ງນັ້ນ ຖ້າສອງຄົນນອນດ້ວຍກັນກໍອົບອຸ່ນໄດ້, ແຕ່ຖ້ານອນຄົນດຽວ ເຮັດແນວໃດຈຶ່ງຈະມີຄວາມອົບອຸ່ນ? 12 ສອງຄົນຍ່ອມຕ້ານທານການໂຈມຕີທີ່ຈະເອົາຊະນະຄົນດຽວໄດ້ ເຊືອກສາມກຽວກໍຂາດໄດ້ຍາກ. 13-14 ຄົນຜູ້ໜຶ່ງອາດລຸກຂຶ້ນຈາກຄວາມທຸກລຳບາກ ກາຍມາເປັນກະສັດຂອງປະເທດຕົນກໍໄດ້ ຫລືອອກຈາກຄຸກໄປສູ່ບັນລັງກໍໄດ້, ແຕ່ເມື່ອໃດລາວແກ່ຕົວໄປແລ້ວ ແລະຍັງໂງ່ຈ້າບໍ່ຍອມຟັງຄຳແນະນຳຢູ່ ລາວກໍສູ້ຄົນໜຸ່ມທີ່ຍາກຈົນແຕ່ສະຫລຽວສະຫລາດບໍ່ໄດ້. 15 ຂ້າພະເຈົ້າໄດ້ສັງເກດເຫັນວ່າ ທຸກຄົນຢູ່ໃຕ້ດວງຕາເວັນຕ່າງກໍຈະເຂົ້າຂ້າງຊາຍໜຸ່ມ ຜູ້ທີ່ຈະຂຶ້ນເປັນກະສັດ. 16 ກະສັດຜູ້ໜຶ່ງອາດປົກຄອງປະຊາຊົນຈຳນວນນັບບໍ່ໄດ້, ແຕ່ຄົນເຊັ່ນຕໍ່ມາບໍ່ຮູ້ຈັກບຸນຄຸນໃນສິ່ງທີ່ເພິ່ນໄດ້ເຮັດຊໍ້າ. ມັນຊ່າງອະນິຈັງ ແລະເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ. |
@ 2012 United Bible Societies. All Rights Reserved.