Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 3 - ພຣະຄຳພີສັກສິ


ມີ​ເວລາ​ສຳລັບ​ທຸກສິ່ງ

1 ທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ເປັນ​ໄປ​ຕາມ​ລະດູການ ແລະ​ເວລາ​ທີ່​ພຣະເຈົ້າ​ກຳນົດ​ໄວ້.

2 ພຣະອົງ​ຕັ້ງ​ໄວ້​ເວລາ​ສຳລັບ​ເກີດ ແລະ​ເວລາ​ສຳລັບ​ຕາຍ ເວລາ​ສຳລັບ​ປູກ ແລະ​ເວລາ​ສຳລັບ​ຫລົກ

3 ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.

4 ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ

5 ເວລາ​ສຳລັບ​ໂຍນ​ຫີນ​ຖິ້ມ ແລະ​ເວລາ​ສຳລັບ​ກອງ​ຫີນ​ໄວ້​ຄືນ ເວລາ​ສຳລັບ​ກອດ​ຈູບ ແລະ​ເວລາ​ສຳລັບ​ບໍ່​ກອດ​ຈູບ.

6 ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ

7 ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.

8 ພຣະອົງ​ຕັ້ງ​ເວລາ​ສຳລັບ​ຮັກ ແລະ​ເວລາ​ສຳລັບ​ຊັງ ເວລາ​ສຳລັບ​ເຮັດ​ເສິກ ແລະ​ເວລາ​ສຳລັບ​ສ້າງ​ສັນຕິພາບ.

9 ຄົນ​ເຮົາ​ໄດ້​ຜົນປະໂຫຍດ​ຫຍັງ​ແດ່ ຈາກ​ວຽກງານ​ທັງໝົດ​ທີ່​ຕົນ​ເຮັດ?

10 ຂ້າພະເຈົ້າ​ຮູ້ຈັກ​ພາລະ​ອັນ​ໜັກໜ່ວງ​ທີ່​ພຣະເຈົ້າ​ວາງ​ໄວ້​ເທິງ​ມະນຸດ.

11 ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.

12 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ມະນຸດ​ພໍ​ກະທຳ​ໄດ້​ນັ້ນ ແມ່ນ​ເຮັດ​ໃຫ້​ຈິດໃຈ​ເປັນ​ສຸກ ແລະ​ເຮັດ​ດີທີ່ສຸດ​ເທົ່າທີ່ຈະ​ເຮັດ​ໄດ້ ເມື່ອ​ຕົນ​ຍັງ​ມີ​ຊີວິດ​ຢູ່.

13 ມະນຸດ​ທຸກຄົນ​ຄວນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ອັນ​ນີ້​ແມ່ນ​ຂອງຂວັນ​ທີ່​ມາ​ຈາກ​ພຣະເຈົ້າ.

14 ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.

15 ສິ່ງໃດ​ກໍຕາມ​ທີ່​ເຄີຍ​ໄດ້​ເກີດຂຶ້ນ​ແລ້ວ ກໍ​ຈະ​ເກີດຂຶ້ນ​ໃນ​ເວລາ​ຕໍ່ມາ ແລະ​ໄດ້​ເກີດຂຶ້ນ​ມາ​ກ່ອນ​ແລ້ວ​ທັງສິ້ນ. ພຣະເຈົ້າ​ເຮັດ​ໃຫ້​ເຫດການ​ເຊັ່ນດຽວ​ກັນ​ນັ້ນ ເກີດຂຶ້ນ​ຊໍ້າແລ້ວ​ຊໍ້າອີກ.


ຄວາມ​ຍຸດຕິທຳ​ຂອງ​ໂລກນີ້

16 ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.

17 ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນເອງ​ວ່າ, “ພຣະເຈົ້າ​ຈະ​ຕັດສິນ​ຄົນ​ຊອບທຳ ແລະ​ຄົນຊົ່ວຊ້າ​ເໝືອນກັນ ເພາະ​ທຸກສິ່ງ​ແລະ​ທຸກ​ການກະທຳ​ຈະ​ເກີດຂຶ້ນ ຕາມ​ກຳນົດ​ເວລາ​ຂອງ​ມັນເອງ.”

18 ເມື່ອ​ເວົ້າ​ເຖິງ​ມະນຸດ​ແລ້ວ ຂ້າພະເຈົ້າ​ຄິດ​ວ່າ​ພຣະເຈົ້າ​ໄດ້​ທົດສອບ​ເບິ່ງ​ພວກເຂົາ ເພື່ອ​ສະແດງ​ໃຫ້​ພວກເຂົາ​ຮູ້​ວ່າ​ມະນຸດ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ເລີຍ.

19 ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.

20 ທັງສອງ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ດຽວກັນ​ຄື​ສູ່​ຂີ້ຝຸ່ນ​ດິນ ທັງສອງ​ມາ​ຈາກ​ຂີ້ຝຸ່ນ​ດິນ​ສັນໃດ ທັງສອງ​ຈະ​ຕ້ອງ​ຄືນ​ໄປ​ສູ່​ຂີ້ຝຸ່ນ​ດິນ​ສັນນັ້ນ.

21 ຜູ້ໃດ​ຢັ້ງຢືນ​ໄດ້​ວ່າ ວິນຍານ​ຂອງ​ມະນຸດ​ນັ້ນ​ຂຶ້ນ​ໄປ​ສູ່​ເທິງ​ຟ້າ ແລະ​ວິນຍານ​ຂອງ​ສັດ​ລົງ​ໄປ​ສູ່​ພື້ນດິນ?

22 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ ສິ່ງ​ດີທີ່ສຸດ​ທີ່​ມະນຸດ​ເຮັດ​ໄດ້ ແມ່ນ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ເຂົາ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ​ແລ້ວ. ບໍ່ມີ​ທາງ​ທີ່​ມະນຸດ​ຈະ​ຮູ້​ໄດ້​ວ່າ ມີ​ສິ່ງໃດ​ແດ່​ຈະ​ເກີດຂຶ້ນ​ຫລັງຈາກ​ຕົນ​ຕາຍໄປ​ແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan