ປັນຍາຈານ 2 - ພຣະຄຳພີສັກສິ1 ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດໃຫ້ຕົນເອງມີຄວາມພໍໃຈ ແລະຊອກຫາວ່າຄວາມສຸກນັ້ນຄືຫຍັງ. ແຕ່ຂ້າພະເຈົ້າໄດ້ພົບວ່າ ເລື່ອງນີ້ກໍອະນິຈັງເໝືອນກັນ. 2 ຂ້າພະເຈົ້າໄດ້ພົບວ່າການຫົວເລາະກໍເປັນການໂງ່ຈ້າ ແລະຄວາມສະໜຸກວ່ານຳປະໂຫຍດອັນໃດມາສູ່ເຮົາ. 3 ດ້ວຍຄວາມຢາກມີປັນຍາ ຂ້າພະເຈົ້າຈຶ່ງຕັດສິນໃຈດື່ມເຫຼົ້າອະງຸ່ນ ເພື່ອເຮັດໃຫ້ຂ້າພະເຈົ້າດີໃຈແລະສະໜຸກ. ຂ້າພະເຈົ້າຄິດວ່າສິ່ງນີ້ອາດເປັນວິທີດີທີ່ສຸດກໍໄດ້ ທີ່ມະນຸດນຳເອົາໄປໃຊ້ໄດ້ໃນຊີວິດອັນສັ້ນໆຂອງຕົນຢູ່ໃນໂລກນີ້. 4 ຂ້າພະເຈົ້າໄດ້ເຮັດວຽກງານທີ່ຍິ່ງໃຫຍ່ສຳເລັດ ຂ້າພະເຈົ້າໄດ້ປຸກເຮືອນໄວ້ຫລາຍຫລັງ ແລະປູກສວນອະງຸ່ນໄວ້ຫລາຍບ່ອນເພື່ອຕົນເອງ. 5 ຂ້າພະເຈົ້າໄດ້ເຮັດສວນຄົວ ແລະສວນພັກຜ່ອນຢ່ອນໃຈຕ່າງໆ ຊຶ່ງມີຕົ້ນໄມ້ກິນໝາກທຸກໆຊະນິດ; 6 ຂ້າພະເຈົ້າຂຸດບໍ່ນໍ້າຫລາຍແຫ່ງໄວ້ ເພື່ອໃຊ້ຫົດພືດພັນຕົ້ນໄມ້. 7 ຂ້າພະເຈົ້າໄດ້ຊື້ທາດຮັບໃຊ້ຊາຍຍິງຕັ້ງຫລວງຫລາຍ ແລະກໍມີທາດຮັບໃຊ້ຫລາຍຄົນທີ່ໄດ້ເກີດຢູ່ໃນເຮືອນຂອງຂ້າພະເຈົ້າ. ຂ້າພະເຈົ້າມີຝູງສັດຫລາຍກວ່າຄົນໃດໆ ທີ່ເຄີຍມີຢູ່ໃນນະຄອນເຢຣູຊາເລັມ. 8 ຂ້າພະເຈົ້າຮວບຮວມເອົາເງິນຄຳຈາກຄັງຂອງບັນດາກະສັດ ໃນດິນແດນຕ່າງໆທີ່ຂ້າພະເຈົ້າໄດ້ປົກຄອງ. ບັນດາຊາຍຍິງຕ່າງກໍມາຮ້ອງລຳທຳເພງເພື່ອກ່ອມອາຣົມຂ້າພະເຈົ້າ ແລະຂ້າພະເຈົ້າໄດ້ຜູ້ຍິງທັງໝົດ ທີ່ຜູ້ຊາຍທັງຫລາຍຕ່າງກໍປາຖະໜາມາເຊີຍຊົມ. 9 ຈິງແທ້ ຂ້າພະເຈົ້າຍິ່ງໃຫຍ່ ຍິ່ງໃຫຍ່ກວ່າຄົນໃດໆ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມກ່ອນຂ້າພະເຈົ້າ ແລະປັນຍາກໍໄດ້ດຳລົງຢູ່ກັບຂ້າພະເຈົ້າ. 10 ຂ້າພະເຈົ້າປາຖະໜາສິ່ງໃດ ຂ້າພະເຈົ້າກໍໄດ້ສິ່ງນັ້ນ. ຂ້າພະເຈົ້າບໍ່ໄດ້ຫັກຫ້າມຈິດໃຈຂອງຂ້າພະເຈົ້າຈາກຄວາມສະໜຸກໃດໆທັງສິ້ນ. ຂ້າພະເຈົ້າພູມໃຈຕໍ່ວຽກການງານຕ່າງໆທີ່ຂ້າພະເຈົ້າໄດ້ເຮັດ ແລະທັງໝົດນັ້ນແມ່ນບຳເໜັດຂອງຂ້າພະເຈົ້າ. 11 ແລ້ວຂ້າພະເຈົ້າກໍຕຶກຕອງເບິ່ງສິ່ງທັງໝົດ ແລະເຫື່ອແຮງທີ່ໄດ້ທຸ້ມເທເຮັດສິ່ງເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ ສິ່ງນັ້ນບໍ່ມີຄວາມໝາຍຫຍັງເລີຍ. ເປັນດັ່ງການແລ່ນໄລ່ໄປຕາມລົມ ຄືທຸກສິ່ງຢູ່ໃຕ້ດວງຕາເວັນລ້ວນແຕ່ອະນິຈັງທັງສິ້ນ. 12 ໃນທີ່ສຸດ ກະສັດຄົນໜຶ່ງກໍເຮັດໄດ້ພຽງແຕ່ສິ່ງທີ່ບັນດາກະສັດຄົນກ່ອນໆໄດ້ເຮັດມາເທົ່ານັ້ນ. ສະນັ້ນ ຂ້າພະເຈົ້າຈຶ່ງຕັ້ງຕົ້ນຄິດເຖິງຄວາມໝາຍຂອງຄຳວ່າມີປັນຍາ ລວມທັງຄຳວ່າເສຍສະຕິ ແລະຄຳວ່າໂງ່ຈ້ານັ້ນ. 13 ແນ່ນອນ ຂ້າພະເຈົ້າຮູ້ໄດ້ວ່າ, “ປັນຍາກໍດີກວ່າຄວາມໂງ່ຈ້າ ແລະແຈ້ງກໍດີກວ່າມືດ. 14 ຄົນມີປັນຍາຮູ້ຈັກບ່ອນທີ່ຕົນກຳລັງໄປໄດ້ ແລະຄົນໂງ່ຈ້າບໍ່ອາດຮູ້ໄດ້ເລີຍ.” ແຕ່ຂ້າພະເຈົ້າຮູ້ຄືກັນວ່າ ຊາຕາກຳຢ່າງດຽວກັນນັ້ນກຳລັງລໍຄອຍທຸກຄົນຢູ່. 15 ຂ້າພະເຈົ້ານຶກໃນໃຈວ່າ, “ສິ່ງທີ່ເກີດຂຶ້ນກັບຄົນໂງ່ຈ້ານັ້ນ ກໍຈະເກີດຂຶ້ນກັບຂ້າພະເຈົ້າຄືກັນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຫຍັງແດ່ ທີ່ເປັນຄົນມີປັນຍາຫຼາຍທີ່ສຸດ?” ຂ້າພະເຈົ້າຕອບວ່າ, “ບໍ່ໄດ້ຫຍັງເລີຍ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.” 16 ບໍ່ມີຜູ້ໃດຈື່ຈຳຄົນມີປັນຍາ ແລະບໍ່ມີຜູ້ໃດຈື່ຈຳຄົນໂງ່ຈ້າ. ໃນມື້ທີ່ຈະມາເຖິງນັ້ນ ຄົນຈະລືມໄລພວກເຂົາໄປໝົດ. ພວກເຮົາທຸກຄົນຕ້ອງຕາຍ ຄືທັງຄົນມີປັນຍາແລະຄົນໂງ່ຈ້າດ້ວຍ. 17 ສະນັ້ນ ສຳລັບຂ້າພະເຈົ້າແລ້ວ ຊີວິດຈຶ່ງກາຍເປັນສິ່ງທີ່ບໍ່ມີຄວາມໝາຍຫຍັງ ເພາະທຸກສິ່ງທີ່ຢູ່ໃຕ້ດວງຕາເວັນບໍ່ໄດ້ນຳຫຍັງເລີຍມາໃຫ້ຂ້າພະເຈົ້າ ນອກຈາກຄວາມເດືອດຮ້ອນເທົ່ານັ້ນ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມ. 18 ວຽກທີ່ຂ້າພະເຈົ້າໄດ້ເຮັດຢູ່ໃຕ້ດວງຕາເວັນກັບສິ່ງທີ່ຂ້າພະເຈົ້າໄດ້ມານັ້ນ ບໍ່ມີຄວາມໝາຍຫຍັງເລີຍຕໍ່ຂ້າພະເຈົ້າ ເພາະຂ້າພະເຈົ້າຮູ້ຈັກວ່າ ຂ້າພະເຈົ້າຕ້ອງປະສິ່ງເຫຼົ່ານີ້ໄວ້ໃຫ້ຜູ້ທີ່ສືບແທນຂ້າພະເຈົ້າ 19 ແລະຜູ້ທີ່ຈະສືບແທນຂ້າພະເຈົ້ານັ້ນ ອາດຈະເປັນຄົນມີປັນຍາຫລືອາດຈະເປັນຄົນໂງ່ຈ້າກໍໄດ້ ຜູ້ໃດແດ່ຮູ້? ເຖິງຢ່າງໃດກໍຕາມ ລາວຈະຕ້ອງເປັນເຈົ້າຂອງສິ່ງທີ່ຂ້າພະເຈົ້າໄດ້ຫາໄວ້ນັ້ນ ຄືທຸກໆສິ່ງຢູ່ໃຕ້ດວງຕາເວັນທີ່ຂ້າພະເຈົ້າຫາມາໄດ້ດ້ວຍປັນຍາຂອງຂ້າພະເຈົ້າ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. 20 ສະນັ້ນ ຂ້າພະເຈົ້າຈຶ່ງຄິດເສຍໃຈທີ່ຕົນໄດ້ເຮັດວຽກຢ່າງໜັກໜ່ວງຢູ່ໃຕ້ດວງຕາເວັນ. 21 ທ່ານທຸ່ມເທປັນຍາ, ຄວາມຮູ້ ແລະຄວາມຊຳນິຊຳນານທັງໝົດ ສຳລັບສິ່ງໃດສິ່ງໜຶ່ງ, ແຕ່ແລ້ວທ່ານຕ້ອງປະສິ່ງທັງໝົດນັ້ນໄວ້ໃຫ້ແກ່ຜູ້ໃດຜູ້ໜຶ່ງ ທີ່ບໍ່ໄດ້ເຮັດວຽກສຳລັບສິ່ງນັ້ນໆ. ຊ່າງອະນິຈັງແລະບໍ່ຖືກຕ້ອງເສຍເລີຍ 22 ມະນຸດເຮັດວຽກໜັກທັງວິຕົກກັງວົນຕະຫລອດຊີວິດ ແລະມີສິ່ງໃດແດ່ທີ່ມະນຸດພໍຈະນຳມາອວດອ້າງໄດ້? 23 ເມື່ອໃດທີ່ທ່ານຍັງມີຊີວິດຢູ່ ເມື່ອນັ້ນທຸກສິ່ງທີ່ທ່ານໄດ້ເຮັດນັ້ນກໍບໍ່ໄດ້ນຳຫຍັງມາໃຫ້ທ່ານເລີຍ ນອກຈາກຄວາມວິຕົກກັງວົນແລະຄວາມລະທົມຂົມຂື່ນເທົ່ານັ້ນ. ແມ່ນແຕ່ຕອນກາງຄືນ ຄວາມຄິດຂອງທ່ານກໍບໍ່ໄດ້ພັກຜ່ອນ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. 24 ຄວາມສຸກຢ່າງດຽວຂອງມະນຸດກໍຄືກິນແລະດື່ມ ແລະສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້. ຢ່າງໃດກໍຕາມ ຂ້າພະເຈົ້າຍັງສຳນຶກໄດ້ວ່າ ສິ່ງເຫຼົ່ານີ້ແມ່ນລ້ວນແຕ່ມາຈາກພຣະເຈົ້າທັງສິ້ນ. 25 ຖ້າບໍ່ມີພຣະອົງແລ້ວ ທ່ານຈະມີກິນຫລືສະໜຸກໄດ້ຢ່າງໃດ? 26 ພຣະເຈົ້າໃຫ້ປັນຍາ, ຄວາມຮູ້ ແລະຄວາມສຸກແກ່ຜູ້ທີ່ພຣະອົງພໍພຣະໄທນຳ. ແຕ່ພຣະອົງເຮັດໃຫ້ຄົນບາບເຮັດວຽກໜັກ, ຫາຢູ່ຫາກິນ ແລະທ້ອນໂຮມໄວ້ ເພື່ອວ່າພຣະອົງຈະເອົາສິ່ງທີ່ລາວຫາມາໄດ້ນັ້ນ ໃຫ້ແກ່ຜູ້ທີ່ພຣະອົງພໍພຣະໄທນຳ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ. |
@ 2012 United Bible Societies. All Rights Reserved.