ປັນຍາຈານ 12 - ພຣະຄຳພີສັກສິ1 ສະນັ້ນ ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າ ໃນເມື່ອເຈົ້າຍັງໜຸ່ມຢູ່ ກ່ອນວັນທັງຫຼາຍແລະປີທັງຫຼາຍທີ່ມືດມົວມາເຖິງ ແລະເມື່ອເຈົ້າຈະເວົ້າວ່າ, “ຂ້ອຍບໍ່ໄດ້ສະໜຸກເລີຍໃນຊີວິດນີ້.” 2 ຍາມນັ້ນເຈົ້າຈະຢູ່ໃນຄວາມມືດມົວ ເປັນດັ່ງດວງອາທິດທີ່ອັບແສງ ດວງເດືອນແລະດວງດາວທີ່ບໍ່ແຈ້ງກະຈ່າງ ແລະເມກໝອກອັນມືດຄຶ້ມບໍ່ຜ່ານພົ້ນໄປຫລັງຈາກຝົນຕົກ. 3 ແລ້ວແຂນທີ່ປົກປ້ອງເຈົ້າກໍຈະສັ່ນເຊັນ ແລະຂາທີ່ດຽວນີ້ຍັງແຂງແຮງຢູ່ກໍຈະອ່ອນເພຍລົງ. ແຂ້ວທີ່ເຈົ້າໃຊ້ຫຍໍ້າອາຫານກໍຈະຍັງມີໜ້ອຍດຽວ ແລະຕາກໍຈະມົວລົງເຫັນບໍ່ແຈ້ງ. 4 ຫູຂອງເຈົ້າຈະບໍ່ໄດ້ຍິນສຽງອຶກກະທຶກຕາມຫົນທາງ. ເຈົ້າເກືອບຈະບໍ່ໄດ້ຍິນສຽງສີເຂົ້າຫລືສຽງດົນຕຼີຂັບກ່ອມ ແມ່ນແຕ່ສຽງຂອງນົກຮ້ອງປຸກເຈົ້າໃຫ້ຕື່ນນອນ. 5 ເຈົ້າຈະຢ້ານຍ່າງຂຶ້ນຄ້ອຍ ເຈົ້າຈະຍ່າງໄປມາບໍ່ໄດ້ສະດວກສະບາຍ ຜົມຂອງເຈົ້າຈະຫງອກ, ເຈົ້າຈະບໍ່ວ່ອງໄວດັ່ງຕັກແຕນ ແລະຕັນຫາຂອງເຈົ້າກໍຈະເສື່ອມລົງ. ພວກເຮົາກຳລັງຈະໄປສູ່ບ່ອນຢູ່ອັນຖາວອນ ແລະຕາມຖະໜົນຫົນທາງກໍຈະມີການໄວ້ທຸກ. 6 ສາຍສ້ອຍເງິນແຫ່ງຊີວິດຈະຂາດ ແລະຕະກຽງຄຳກໍຈະຕົກລົງແລະຫັກ ເຊືອກທີ່ນໍ້າສ້າງກໍຈະຂາດ ແລະໄຫນໍ້າຈະແຕກເປັນປ່ຽງ. 7 ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ. 8 ປັນຍາຈານກ່າວວ່າ, ອະນິຈັງ ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. ສະຫລຸບ 9 ແຕ່ຍ້ອນວ່າປັນຍາຈານເປັນຄົນມີປັນຍາ ເພິ່ນຈຶ່ງສືບຕໍ່ສອນຄົນເຖິງສິ່ງທີ່ຕົນໄດ້ຮູ້. ເພິ່ນໄດ້ສຶກສາສຸພາສິດແລະທົດລອງເບິ່ງຄວາມຈິງຢ່າງຖ້ວນຖີ່. 10 ປັນຍາຈານພະຍາຍາມຄົ້ນຫາຄຳເວົ້າທີ່ອອຍໃຈ, ແຕ່ຄຳເວົ້າຕ່າງໆທີ່ເພິ່ນໄດ້ຂຽນໄວ້ນັ້ນເປັນຄວາມຈິງທັງໝົດ. 11 ຄຳເວົ້າຂອງຄົນມີປັນຍາເປັນດັ່ງໄມ້ເທົ້າອັນແຫລມຄົມ ທີ່ຄົນລ້ຽງແກະໃຊ້ເພື່ອນຳພາຝູງແກະ ແລະສຸພາສິດທີ່ເພິ່ນໄດ້ຮວບຮວມໄວ້ຈະດຳລົງຢູ່ຕໍ່ໄປ ດັ່ງຕະປູຕອກລົງໃນແປ້ນຢ່າງໜັກແໜ້ນ ສິ່ງເຫຼົ່ານີ້ ແມ່ນຖືກມອບໝາຍໃຫ້ໂດຍພຣະເຈົ້າ ພຣະຜູ້ລ້ຽງອົງດຽວຂອງພວກເຮົາທຸກຄົນ. 12 ລູກເອີຍ ຍັງມີສິ່ງໜຶ່ງອີກທີ່ເຮົາຕ້ອງເຝົ້າລະວັງໄວ້. ການຂຽນລົງໃນໜັງສືນັ້ນບໍ່ເປັນການສິ້ນສຸດຈັກເທື່ອ ແລະການຮຽນຫລາຍໂພດຈະພາໃຫ້ເຈົ້າອ່ອນເພຍ. 13 ໃນທີ່ສຸດນີ້ ຍັງມີພຽງສິ່ງດຽວທີ່ຈະເວົ້າ ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້. 14 ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດ ບໍ່ວ່າດີຫລືຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ. |
@ 2012 United Bible Societies. All Rights Reserved.