Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 11 - ພຣະຄຳພີສັກສິ


ສິ່ງ​ທີ່​ຄົນສະຫລາດ​ເຮັດ

1 ຈົ່ງ​ລົງທຶນ​ຄ້າຂາຍ​ກັບ​ຕ່າງ​ປະເທດ ແລະ​ໃນ​ມື້​ໜຶ່ງ​ເຈົ້າ​ກໍ​ຈະ​ໄດ້​ກຳໄລ.

2 ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.

3 ບໍ່​ວ່າ​ຕົ້ນໄມ້​ຈະ​ລົ້ມລົງ​ທາງ​ທິດໃດ ມັນ​ກໍ​ຈະ​ນອນ​ຢູ່​ໃນ​ທິດທາງ​ນັ້ນ. ເມື່ອ​ເມກ​ມືດໜາ​ຝົນ​ກໍ​ຈະ​ຕົກ.

4 ຖ້າ​ເຈົ້າ​ລໍຖ້າ​ໃຫ້​ລົມ​ແລະ​ອາກາດ​ເໝາະ​ກ່ອນ ເຈົ້າ​ກໍ​ຈະ​ບໍ່ໄດ້​ປູກຝັງ​ແລະ​ໄດ້​ເກັບກ່ຽວ​ຫຍັງ​ຈັກເທື່ອ.

5 ພຣະເຈົ້າ​ໄດ້​ສ້າງ​ສັບພະທຸກສິ່ງ ແລະ​ເຈົ້າ​ບໍ່​ຮູ້​ວ່າ​ຊີວິດ​ເລີ່ມ​ປະກອບ​ຂຶ້ນ​ຢູ່​ໃນ​ແມ່ຍິງ​ທີ່​ຕັ້ງທ້ອງ​ຢ່າງໃດ ສິ່ງ​ທີ່​ພຣະອົງ​ດຳເນີນການ ເຈົ້າ​ກໍ​ແຮ່ງ​ເຂົ້າໃຈ​ບໍ່ໄດ້.

6 ຈົ່ງ​ປູກຝັງ​ໃນ​ຕອນເຊົ້າ​ແລະ​ໃນ​ຕອນແລງ​ດ້ວຍ. ເຈົ້າ​ບໍ່​ຮູ້​ດອກ​ວ່າ​ມັນ​ຈະ​ງອກງາມ​ໝົດ ຫລື​ຕົ້ນໜຶ່ງ​ຈະ​ດີກວ່າ​ຕົ້ນອື່ນ​ອີກ.

7 ແສງແຈ້ງ​ໃນ​ຕອນ​ກາງເວັນ ພາ​ໃຫ້​ເປັນ​ທີ່​ໜ້າຊົມ​ແລະ​ໜ້າຢູ່.

8 ຈົ່ງ​ຂອບພຣະຄຸນ​ສຳລັບ​ແຕ່ລະປີ ທີ່​ອຳນວຍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່. ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ຍືນຍາວ​ເທົ່າໃດ​ກໍຕາມ ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ຈະ​ຕາຍ​ຢູ່​ຢ່າງ​ຍາວນານ. ໃນ​ທີ່ນັ້ນ​ບໍ່ມີ​ຫຍັງ​ພໍ​ທີ່​ຈະ​ຫວັງ​ໄດ້​ເລີຍ.


ປັນຍາຈານ​ແນະນຳ​ພວກ​ຄົນໜຸ່ມ

9 ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.

10 ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ອຸກໃຈ​ຫລື​ເຈັບປວດ. ເຈົ້າ​ຈະ​ໜຸ່ມ​ຕໍ່ໄປ​ບໍ່ໄດ້​ດົນນານ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan