Biblia Todo Logo
Bìoball air-loidhne

- Sanasan -

ປັນຍາຈານ 10 - ພຣະຄຳພີສັກສິ

1 ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.

2 ຄົນມີ​ປັນຍາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ຄົນໂງ່ຈ້າ​ເຮັດ​ສິ່ງ​ທີ່​ຜິດ ເລື່ອງນີ້​ເປັນ​ຂອງ​ທຳມະດາ.

3 ຄວາມ​ໂງ່ຈ້າ​ຂອງ​ລາວ​ຈະ​ເຫັນ​ໄດ້​ຢ່າງ​ຈະແຈ້ງ ແມ່ນແຕ່​ຕໍ່​ຄົນ​ແປກໜ້າ​ທີ່​ລາວ​ພົບ​ຕາມ​ທາງ ລາວ​ເຮັດ​ໃຫ້​ທຸກຄົນ​ຮູ້​ວ່າ​ຕົນ​ເປັນ​ຄົນໂງ່ຈ້າ.

4 ຖ້າ​ຜູ້​ເປັນ​ນາຍ​ຂອງເຈົ້າ​ໃຈຮ້າຍ​ໃຫ້​ເຈົ້າ ຢ່າ​ສູ່​ຟ້າວ​ຍື່ນ​ໃບ​ລາອອກ ຖ້າ​ເຈົ້າ​ມິດງຽບ​ເສີຍຢູ່ ຄວາມ​ຜິດພາດ​ອັນ​ໃຫຍ່ຫລວງ​ອາດ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ກໍໄດ້.

5 ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ຄວາມ​ບໍ່​ຍຸດຕິທຳ​ຢູ່ໃຕ້​ດວງຕາເວັນ ຄື​ຄວາມ​ບໍ່​ຍຸດຕິທຳ​ທີ່​ຖືກ​ກໍ່​ຂຶ້ນ​ໂດຍ​ພວກ​ຜູ້ປົກຄອງ​ບ້ານເມືອງ.

6 ຄົນໂງ່ຈ້າ​ໄດ້​ຮັບ​ຕຳແໜ່ງ​ສູງ ແຕ່​ຄົນ​ຮັ່ງມີ​ພັດ​ໄດ້​ຮັບ​ຕຳແໜ່ງ​ຕໍ່າຕ້ອຍ.

7 ຂ້າພະເຈົ້າ​ໄດ້​ເຫັນ​ທາດຮັບໃຊ້​ຂີ່​ມ້າ​ໄປ​ດັ່ງ​ເຈົ້ານາຍ ໃນ​ຂະນະທີ່​ເຈົ້ານາຍ​ພັດ​ຍ່າງ​ໄປ​ດັ່ງ​ທາດຮັບໃຊ້.

8 ຜູ້​ທີ່​ຂຸດ​ຫລຸມ​ໄວ້ ຕົນ​ອາດ​ຈະ​ຕົກລົງ​ໃນ​ຫລຸມ​ນັ້ນ​ເອງ​ກໍ​ມີ ຜູ້​ທີ່​ທະລຸ​ກຳແພງ​ເມືອງ​ເຂົ້າ​ໄປ ງູ​ອາດ​ຈະ​ຕອດ​ຜູ້ນັ້ນ​ກໍໄດ້.

9 ຜູ້​ທີ່​ສະກັດ​ຫີນ​ນັ້ນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຫີນ​ກໍ​ມີ ແລະ​ຜູ້​ທີ່​ຜ່າ​ຟືນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຟືນ​ກໍໄດ້.

10 ຖ້າ​ຂວານ​ຂອງ​ເຈົ້າ​ປູ້ ແລະ​ບໍ່​ຝົນ​ໃຫ້​ຄົມ ເຈົ້າ​ຈະ​ຕ້ອງ​ໃຊ້​ແຮງ​ຫລາຍ​ເມື່ອ​ເຈົ້າ​ຟັນ​ໄມ້. ສະນັ້ນ ປັນຍາ​ຈຶ່ງ​ເປັນ​ບໍ່ເກີດ​ແຫ່ງ​ຄວາມ​ສຳເລັດ.

11 ຜູ້​ເປັນ​ໝໍ​ງູ​ກໍ​ຈະ​ມີ​ປະໂຫຍດ​ຫຍັງ ຖ້າ​ລາວ​ຖືກ​ງູ​ຕອດ​ກ່ອນ.

12 ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.

13 ລາວ​ເລີ່ມ​ເວົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໂງ່ງ່າວ ແລະ​ລາວ​ກໍ​ມ້ວນທ້າຍ​ດ້ວຍ​ຄຳເວົ້າ​ແບບ​ບ້າບໍ.

14 ຄົນໂງ່ຈ້າ​ນັ້ນ​ເວົ້າ​ບໍ່​ຮູ້ຈັກ​ສຸດ. ບໍ່ມີ​ຜູ້ໃດ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ຂັ້ນ​ຕໍ່ໄປ ແລະ​ບໍ່ມີ​ຜູ້ໃດ​ບອກ​ພວກເຮົາ​ໄດ້​ວ່າ ຈະ​ມີ​ຫຍັງ​ເກີດຂຶ້ນ​ຕາມ​ມາ ຫລັງຈາກ​ທີ່​ພວກເຮົາ​ຕາຍໄປ​ແລ້ວ.

15 ຄົນ​ໂງ່ຈ້າ​ໂພດ​ບໍ່​ຮູ້​ຮອດ​ທາງ​ເມືອ​ເຮືອນ ແມ່ນແຕ່​ເຮັດ​ວຽກ​ໜັກ​ກໍ​ບໍ່​ເກີດ​ປະໂຫຍດ.

16 ປະເທດ​ເດືອດຮ້ອນ​ເມື່ອ​ກະສັດ​ຍັງ​ໜຸ່ມແໜ້ນ ແລະ​ບັນດາ​ຜູ້ນຳ​ກໍ​ກິນລ້ຽງ​ຈົນຮອດ​ແຈ້ງ​ແລະ​ດື່ມ​ຈົນ​ເມົາ.

17 ແຕ່​ປະເທດ​ທີ່​ມີ​ຄວາມສຸກ​ນັ້ນ ເພາະ​ມີ​ກະສັດ​ທີ່​ຕັດສິນໃຈ​ໄດ້​ເອງ ແລະ​ພວກ​ຜູ້ນຳ​ກໍ​ກິນ​ໃນ​ເວລາ​ອັນ​ຖືກຕ້ອງ ຄື​ຄວບຄຸມ​ຕົນ​ໄດ້​ບໍ່​ໃຫ້​ດື່ມ​ຈົນ​ເມົາ.

18 ເມື່ອ​ຄົນໜຶ່ງ​ຂີ້ຄ້ານ​ທີ່​ຈະ​ແປງ​ຫລັງຄາ ຫລັງຄາ​ກໍ​ຈະ​ຮົ່ວ​ແລະ​ເຮືອນ​ກໍ​ຈະ​ເພພັງ​ລົງ.

19 ການ​ກິນລ້ຽງ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ເຫຼົ້າ​ອະງຸ່ນ​ກໍ​ເຮັດ​ໃຫ້​ໂຮຮ້ອງ, ແຕ່​ທັງສອງ​ຢ່າງ​ນັ້ນ​ເປັນ​ໄປ​ບໍ່ໄດ້ ຖ້າ​ບໍ່ມີ​ເງິນ.

20 ຢ່າ​ສູ່​ຕິຕຽນ​ກະສັດ​ແມ່ນແຕ່​ລັບຫລັງ​ເພິ່ນ ແລະ​ຢ່າ​ສູ່​ຕິຕຽນ​ຄົນ​ຮັ່ງມີ ແມ່ນແຕ່​ຢູ່​ໃນ​ຫ້ອງນອນ​ສ່ວນຕົວ​ຂອງເຈົ້າ. ນົກມີຫູ​ໜູມີປີກ ຄຳເວົ້າ​ຂອງເຈົ້າ​ອາດ​ຖືກ​ນຳ​ໄປ​ບອກ​ເພິ່ນ​ກໍໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan