Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 9 - ພຣະຄຳພີສັກສິ


ປະຊາຊົນ​ບໍ່​ເຊື່ອຟັງ​ອົງພຣະ​ຜູ້​ເປັນເຈົ້າ

1 “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,

2 ປະຊາຊົນ​ມີ​ຕົວ​ສູງ​ແລະ​ແຂງແຮງ ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ເປັນ​ລູກຫຼານ​ຂອງ​ພວກ​ອານາກີມ ແລະ​ພວກເຈົ້າ​ກໍ​ໄດ້​ຍິນ​ມາ​ແລ້ວ​ວ່າ ບໍ່ມີ​ຜູ້ໃດ​ຕໍ່ສູ້​ກັບ​ພວກເຂົາ​ໄດ້​ນັ້ນ.

3 ແຕ່​ບັດນີ້ ພວກເຈົ້າ​ຈະ​ໄດ້​ເຫັນ​ດ້ວຍ​ຕົນເອງ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ນຳ​ໜ້າ​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ. ພຣະອົງ​ຈະ​ເອົາ​ຊະນະ​ພວກເຂົາ​ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ແລະ​ຈະ​ທຳລາຍ​ພວກເຂົາ​ຢ່າງ​ວ່ອງໄວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້.

4 ຫລັງຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ໃຫ້​ພວກເຈົ້າ​ແລ້ວ ຢ່າ​ຄິດ​ວ່າ​ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ເຂົ້າ​ມາ​ຄອບຄອງ​ເອົາ​ດິນແດນ​ນີ້ ຍ້ອນ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ກຳລັງ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ເພາະ​ພວກເຂົາ​ຊົ່ວຮ້າຍ.

5 ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ​ແລະ​ເຮັດ​ຖືກຕ້ອງ ທີ່​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ພວກເຂົາ. ແຕ່​ເພາະ​ພວກເຂົາ​ຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ, ແລະ​ເພື່ອ​ຢາກ​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າ​ຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.

6 ໃຫ້​ພວກເຈົ້າ​ແນ່ໃຈ​ໄດ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ນີ້​ໃຫ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ຕາມ​ຄວາມຈິງ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ດື້ດ້ານ​ຫລາຍ.

7 ຢ່າ​ລືມ​ຈັກເທື່ອ​ວ່າ ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂກດຮ້າຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ. ຕັ້ງແຕ່​ມື້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຖິງ​ມື້​ທີ່​ພວກເຈົ້າ​ມາ​ຮອດ​ທີ່​ນີ້ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.

8 ແມ່ນແຕ່​ທີ່​ພູເຂົາ​ຊີນາຍ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຫລາຍ ແລະ​ພຣະເຈົ້າຢາເວ​ໂກດຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ໄດ້.

9 ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ແຜ່ນຫີນ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ.

10 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ໃຫ້​ຫີນ​ສອງ​ແຜ່ນ​ແກ່​ຂ້າພະເຈົ້າ ຊຶ່ງ​ໄດ້ຂຽນ​ດ້ວຍ​ພຣະຫັດ​ຂອງ​ພຣະເຈົ້າ​ເປັນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ ຈາກ​ແປວໄຟ​ທີ່​ເທິງ​ພູເຂົາ​ໃນ​ມື້​ທີ່​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ນັ້ນ.

11 ຫລັງຈາກ​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຈົ້າຢາເວ​ໄດ້​ໃຫ້​ຫີນ​ສອງ​ແຜ່ນ ຊຶ່ງ​ພຣະອົງ​ໄດ້​ຂຽນ​ພັນທະສັນຍາ​ໃສ່.

12 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລົງ​ໄປ​ຈາກ​ພູ​ດຽວນີ້ ເພາະ​ປະຊາຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ໄດ້​ພາກັນ​ຫລົງ​ຜິດ​ແລະ​ເຮັດ​ຊົ່ວ​ສາ​ແລ້ວ. ພວກເຂົາ​ໄດ້​ຫັນໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ເຮັດ ໂດຍ​ຫລໍ່​ຮູບເຄົາຣົບ​ສຳລັບ​ພວກເຂົາ​ເອງ.’

13 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ອີກ​ວ່າ, ‘ເຮົາ​ຮູ້​ວ່າ​ປະຊາຊົນ​ເຫຼົ່ານີ້​ດື້ດ້ານ​ພຽງໃດ.

14 ຢ່າ​ພະຍາຍາມ​ຢັບຢັ້ງ​ເຮົາ​ໄວ້. ເຮົາ​ຕັ້ງໃຈ​ຈະ​ທຳລາຍ​ພວກເຂົາ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ພວກເຂົາ​ອີກ​ຕໍ່ໄປ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊາດ​ໜຶ່ງ ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.’

15 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກັບ​ຄືນ​ແລະ​ລົງ​ມາ​ຈາກ​ພູ ຂະນະ​ທີ່​ພູ​ນັ້ນ​ຮ້ອນ​ດ້ວຍ​ໄຟ ໂດຍ​ຖື​ແຜ່ນຫີນ​ສອງ​ແຜ່ນ ຊຶ່ງ​ມີ​ພັນທະສັນຍາ​ທີ່​ຈາລຶກ​ໄວ້.

16 ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ພວກເຈົ້າ​ໄດ້​ລະເມີດ​ຂໍ້​ຄຳສັ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແທ້ ແລະ​ພວກເຈົ້າ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຢ່າງ​ວ່ອງໄວ ໂດຍ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ນ້ອຍ​ໄວ້​ຂາບໄຫວ້.

17 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໂຍນ​ຫີນ​ສອງ​ແຜ່ນ​ນັ້ນ​ຖິ້ມ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເຈົ້າ ຈົນ​ແຕກ​ເປັນ​ປ່ຽງໆ.

18 ແລ້ວ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ​ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ຂ້າພະເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເພາະວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.

19 ຂ້າພະເຈົ້າ​ຢ້ານ​ພຣະເຈົ້າຢາເວ​ໂກດຮ້າຍ​ຫຼາຍ ເພາະ​ພຣະອົງ​ໂກດຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ໄດ້, ແຕ່​ອີກເທື່ອໜຶ່ງ​ພຣະເຈົ້າຢາເວ​ໄດ້​ຟັງ​ຂ້າພະເຈົ້າ.

20 ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ອາໂຣນ​ດ້ວຍ ແລະ​ໝາຍ​ຈະ​ຂ້າ​ລາວ​ເສຍ. ດັ່ງນັ້ນ ໃນ​ເວລາ​ດຽວກັນ ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ອາໂຣນ​ດ້ວຍ.

21 ຂ້າພະເຈົ້າ​ໄດ້​ເອົາ​ສິ່ງ​ອັນ​ເປັນ​ບາບ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ ຄື​ຮູບ​ງົວ​ທີ່​ເປັນ​ໂລຫະ​ນັ້ນ ໂຍນ​ໃສ່​ໄຟ. ແລ້ວ​ຂ້າພະເຈົ້າ​ໄດ້​ທັບ​ເປັນ​ປ່ຽງໆ ບົດ​ໃຫ້​ໝຸ່ນ ແລະ​ເທ​ໃສ່​ນໍ້າ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ.

22 ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.

23 ເມື່ອ​ພຣະເຈົ້າຢາເວ​ໃຊ້​ພວກເຈົ້າ​ໄປ​ຈາກ​ເມືອງ​ກາເດັດ​ບາກເນອາ ໂດຍ​ສັ່ງ​ໃຫ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ພຣະອົງ​ມອບ​ໃຫ້​ພວກເຈົ້າ ພວກເຈົ້າ​ກໍໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພວກເຈົ້າ​ບໍ່ໄດ້​ໄວ້ວາງໃຈ​ພຣະອົງ​ຫລື​ເຊື່ອຟັງ​ພຣະອົງ.

24 ຕັ້ງແຕ່​ມື້​ທີ່​ຂ້າພະເຈົ້າ​ໄດ້​ຮູ້ຈັກ​ພວກເຈົ້າ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ຕະຫລອດ​ມາ.

25 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະເຈົ້າຢາເວ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ຕົກລົງ​ໃຈ​ທີ່​ຈະ​ທຳລາຍ​ພວກເຈົ້າ.

26 ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, ‘ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ຢ່າ​ໄດ້​ທຳລາຍ​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ເລີຍ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊົງໄຖ່​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ນຳພາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດເດດ.

27 ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.

28 ບໍ່​ດັ່ງນັ້ນ​ແລ້ວ ຊາວ​ເອຢິບ​ຈະ​ເວົ້າ​ວ່າ, ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ໄພ່ພົນ​ຂອງ​ພຣະອົງ ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ພວກເຂົາ. ພວກເຂົາ​ຈະ​ເວົ້າ​ວ່າ​ພຣະອົງ​ໄດ້​ນຳພາ​ໄພ່ພົນ​ຂອງ​ພຣະອົງ​ອອກ​ມາ ແລະ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເພື່ອ​ຂ້າ​ພວກເຂົາ​ຖິ້ມ ເພາະ​ພຣະອົງ​ກຽດຊັງ​ພວກເຂົາ.

29 ເຖິງ​ຢ່າງ​ໃດ​ກໍດີ ປະຊາຊົນ​ເຫຼົ່ານີ້​ແມ່ນ​ພຣະອົງ​ເອງ​ທີ່​ໄດ້​ເລືອກ​ເອົາ​ໃຫ້​ເປັນ​ຂອງ​ພຣະອົງ ແລະ​ແມ່ນ​ພວກ​ທີ່​ພຣະອົງ​ໄດ້​ນຳພາ​ໃຫ້​ອອກ​ມາ​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ດ້ວຍ​ແຂນ​ອັນ​ຊົງ​ຣິດເດດ​ຂອງ​ພຣະອົງ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan