ພຣະບັນຍັດສອງ 8 - ພຣະຄຳພີສັກສິດິນແດນທີ່ອຸດົມສົມບູນແລະຮັ່ງມີ 1 “ຈົ່ງເຊື່ອຟັງຢ່າງສັດຊື່ທຸກໆຂໍ້ຄຳສັ່ງ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ເພື່ອພວກເຈົ້າຈະມີຊີວິດຢູ່, ມີຈຳນວນຄົນຕື່ມຂຶ້ນ ແລະຄອບຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. 2 ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່? 3 ພຣະອົງໄດ້ເຮັດໃຫ້ພວກເຈົ້າອຶດຫິວ ແລ້ວພຣະອົງກໍໃຫ້ພວກເຈົ້າໄດ້ກິນມານາ ຄືອາຫານທີ່ພວກເຈົ້າແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍກິນມາກ່ອນ. ພຣະອົງໄດ້ເຮັດເຊັ່ນນີ້ເພື່ອສອນພວກເຈົ້າວ່າ ມະນຸດຈະບໍ່ໄດ້ລ້ຽງຊີວິດດ້ວຍອາຫານແຕ່ຢ່າງດຽວ ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າຢາເວ. 4 ໃນເວລາ 40 ປີ ເຫຼົ່ານີ້ ສົ້ງເສື້ອຂອງພວກເຈົ້າບໍ່ໄດ້ຂາດແລະຕີນຂອງພວກເຈົ້າກໍບໍ່ໄດ້ບວມ. 5 ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ຕີສອນແລະລົງໂທດພວກເຈົ້າເໝືອນດັ່ງພໍ່ຕີສອນລູກ. 6 ເຫດສະນັ້ນ ຈົ່ງປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ກັບພວກເຈົ້າຄື: ດຳເນີນຊີວິດຕາມບັນດາກົດບັນຍັດ ແລະເຊື່ອຟັງຢຳເກງພຣະອົງ. 7 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງນຳພາພວກເຈົ້າເຂົ້າໄປຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຊຶ່ງມີແມ່ນໍ້າແລະຫ້ວຍຮ່ອງ, ນໍ້າອອກບໍ່ ແລະນໍ້າບາດານທີ່ໄຫລອອກມາຈາກຮ່ອມພູແລະເນີນພູທັງຫລາຍ 8 ມີເຂົ້າບະເລ ແລະເຂົ້າເດືອຍ ຕົ້ນໝາກອະງຸ່ນ ແລະຕົ້ນໝາກເດື່ອເທດ, ຕົ້ນໝາກພີລາ, ຕົ້ນໝາກກອກເທດ ແລະນໍ້າເຜິ້ງ. 9 ໃນທີ່ນັ້ນ ພວກເຈົ້າຈະບໍ່ອຶດຫິວຫລືຂາດເຂີນສິ່ງໃດເລີຍ. ທີ່ໂງ່ນຫີນມີເຫຼັກ ແລະທີ່ເນີນພູມີທອງແດງ. 10 ພວກເຈົ້າຈະມີທຸກສິ່ງທີ່ພວກເຈົ້າຕ້ອງການກິນ ແລະພວກເຈົ້າກໍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ສຳລັບດິນແດນອັນອຸດົມສົມບູນແລະຮັ່ງມີ ທີ່ພຣະອົງໄດ້ມອບໃຫ້ພວກເຈົ້າ.” ການຕັກເຕືອນບໍ່ໃຫ້ລືມໄລພຣະເຈົ້າຢາເວ 11 “ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຢ່າລົ້ມເລີກທີ່ຈະເຊື່ອຟັງກົດບັນຍັດ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຈົ້າໃນວັນນີ້. 12 ເມື່ອພວກເຈົ້າມີອາຫານການກິນຕາມຄວາມຕ້ອງການ ແລະມີບ້ານເຮືອນດີໆຢູ່ 13 ແລະເມື່ອມີຝູງງົວແລະຝູງແກະ, ເງິນແລະຄຳ, ແລະສິ່ງຂອງອື່ນໆຫລາຍຂຶ້ນ, 14 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າບໍ່ໄດ້ກາຍເປັນຄົນຈອງຫອງພອງຕົວ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າໄດ້ຕົກເປັນທາດຮັບໃຊ້ນັ້ນ. 15 ພຣະອົງໄດ້ນຳພາພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່ ແລະໜ້າຢ້ານກົວ ຊຶ່ງມີທັງງູພິດແລະແມງງອດ. ໃນດິນແດນທີ່ແຫ້ງແລ້ງແລະຂາດນໍ້ານັ້ນ ພຣະອົງໄດ້ເຮັດໃຫ້ນໍ້າໄຫລອອກມາຈາກໂງ່ນຫີນສຳລັບພວກເຈົ້າ. 16 ໃນຖິ່ນແຫ້ງແລ້ງກັນດານນັ້ນ ພຣະອົງໄດ້ໃຫ້ມານາແກ່ພວກເຈົ້າກິນ ຄືອາຫານທີ່ປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍກິນ. ພຣະອົງໄດ້ໃຫ້ພວກເຈົ້າຖືກຄວາມທຸກລຳບາກເພື່ອທົດສອບພວກເຈົ້າ ເພື່ອວ່າໃນບັ້ນປາຍພຣະອົງຈະອວຍພອນພວກເຈົ້າດ້ວຍສິ່ງທີ່ດີ. 17 ເຫດສະນັ້ນ ພວກເຈົ້າບໍ່ຕ້ອງຄິດວ່າພວກເຈົ້າຮັ່ງມີເປັນດີ ດ້ວຍກຳລັງແລະເຫື່ອແຮງຂອງພວກເຈົ້າເອງ. 18 ຈົ່ງຈົດຈຳວ່າ ແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ໃຫ້ອຳນາດແກ່ພວກເຈົ້າກາຍເປັນຜູ້ຮັ່ງມີ. ພຣະອົງເຮັດເຊັ່ນນີ້ ເພາະພຣະອົງຍັງສັດຊື່ຕໍ່ພັນທະສັນຍາ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. 19 ຢ່າລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈັກເທື່ອ ຫລືຫັນເຫໄປຂາບໄຫວ້ແລະຮັບໃຊ້ພະອື່ນ. ຖ້າພວກເຈົ້າຂືນເຮັດ ຂ້າພະເຈົ້າຂໍເຕືອນພວກເຈົ້າໃນວັນນີ້ໂລດວ່າ ພວກເຈົ້າຈະຖືກທຳລາຍຢ່າງແນ່ນອນ. 20 ເໝືອນດັ່ງທີ່ພຣະເຈົ້າຢາເວທຳລາຍຊົນຊາດທັງຫລາຍຕໍ່ໜ້າພວກເຈົ້າຢ່າງໃດ ພວກເຈົ້າກໍຈະຖືກທຳລາຍຍ້ອນບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງນັ້ນ.” |
@ 2012 United Bible Societies. All Rights Reserved.