ພຣະບັນຍັດສອງ 7 - ພຣະຄຳພີສັກສິປະຊາຊົນທີ່ເປັນຂອງອົງພຣະຜູ້ເປັນເຈົ້າ ( ອພຍ 34:11-16 ) 1 “ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ. 2 ແລະເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ຊົນຊາດເຫຼົ່ານີ້ ຢູ່ໃຕ້ອຳນາດຂອງພວກເຈົ້າ ແລະພວກເຈົ້າຊະນະພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາເປັນເດັດຂາດ. ຢ່າເຮັດສັນຍາໃດໆກັບພວກເຂົາ ຫລືສະແດງຄວາມເມດຕາຕໍ່ພວກເຂົາເລີຍ. 3 ຢ່າໄດ້ແຕ່ງງານກັບພວກເຂົາ ແລະຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ 4 ເພາະພວກເຂົາຈະພາລູກຫລານຂອງພວກເຈົ້າຫັນໜີຈາກພຣະອົງ ແລະໄປຂາບໄຫວ້ພະອື່ນ. ຖ້າເລື່ອງເຊັ່ນນັ້ນເກີດຂຶ້ນ ພຣະເຈົ້າຢາເວຈະໂກດຮ້າຍພວກເຈົ້າ ແລະທຳລາຍພວກເຈົ້າໃນທັນທີ. 5 ເຫດສະນັ້ນ ຈົ່ງມ້າງແທ່ນບູຊາ, ທັບເສົາຫີນສັກສິດໃຫ້ໝຸ່ນ, ປໍ້າເສົາສັນຍາລັກຂອງເຈົ້າແມ່ອາເຊຣາ ແລະເຜົາຮູບເຄົາຣົບທັງຫລາຍຖິ້ມເສຍ. 6 ຈົ່ງເຮັດເຊັ່ນນີ້ ເພາະວ່າພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈາກໄດ້ເລືອກເອົາພວກເຈົ້າຈາກຊົນຊາດທັງໝົດທົ່ວເທິງແຜ່ນດິນໂລກ ມາເປັນຊົນຊາດພິເສດຂອງພຣະອົງ. 7 ພຣະເຈົ້າຢາເວບໍ່ໄດ້ຮັກພວກເຈົ້າແລະເລືອກເອົາພວກເຈົ້າ ເພາະພວກເຈົ້າມີຈຳນວນຫລາຍກວ່າຊົນຊາດອື່ນ ພວກເຈົ້າເປັນຊົນຊາດໜ້ອຍທີ່ສຸດໃນໂລກ. 8 ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ. 9 ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແມ່ນພຣະເຈົ້າແຕ່ອົງດຽວ ແລະພຣະອົງຊົງສັດຊື່ ພຣະອົງຮັກສາພັນທະສັນຍາຂອງພຣະອົງ ແລະສຳແດງຄວາມຮັກອັນໝັ້ນຄົງເຖິງພັນຊົ່ວເຊັ່ນຄົນ ແກ່ພວກທີ່ຮັກພຣະອົງແລະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, 10 ແຕ່ພຣະອົງຈະບໍ່ລັ່ງເລໃຈທີ່ຈະລົງໂທດພວກທີ່ກຽດຊັງພຣະອົງ. 11 ເຫດສະນັ້ນ ບັດນີ້ຈົ່ງເຊື່ອຟັງສິ່ງທີ່ພວກເຈົ້າໄດ້ຮໍ່າຮຽນມາ ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້.” ພຣະເຈົ້າອວຍພອນຜູ້ທີ່ເຊື່ອຟັງ ( ພບຍ 28:1-14 ) 12 “ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງເຫຼົ່ານີ້ແລະປະຕິບັດຕາມຢ່າງສັດຊື່ແລ້ວ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະສືບຕໍ່ຮັກສາພັນທະສັນຍາຂອງພຣະອົງກັບພວກເຈົ້າ ແລະພຣະອົງຈະສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. 13 ພຣະອົງຈະຮັກພວກເຈົ້າແລະຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈຳນວນຄົນຫລາຍຂຶ້ນແລະມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະມີເຂົ້າ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ ແລະພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວແລະແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າໄດ້ຮັບພອນທັງໝົດເຫຼົ່ານີ້ໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ. 14 ບໍ່ມີຊົນຊາດໃດໃນໂລກນີ້ ຈະໄດ້ຮັບພອນຢ່າງຫລວງຫລາຍເໝືອນດັ່ງພວກເຈົ້າ. ບໍ່ມີຄົນໃດແລະສັດໂຕໃດໃນທ່າມກາງພວກເຈົ້າຈະເປັນໝັນ. 15 ພຣະເຈົ້າຢາເວຈະຄຸ້ມຄອງຮັກສາພວກເຈົ້າ ໃຫ້ພົ້ນຈາກການເຈັບໄຂ້ໄດ້ປ່ວຍທຸກຊະນິດ ແລະພຣະອົງຈະບໍ່ນຳພະຍາດອັນຮ້າຍແຮງໃດໆມາຖືກພວກເຈົ້າ ເໝືອນດັ່ງພວກເຈົ້າໄດ້ເຫັນໃນປະເທດເອຢິບ ແຕ່ພຣະອົງຈະນຳພະຍາດເຫຼົ່ານີ້ໄປຖືກເຫຼົ່າສັດຕູຂອງພວກເຈົ້າ. 16 ຈົ່ງທຳລາຍທຸກໆຊົນຊາດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ອຳນາດຂອງພວກເຈົ້າ ແລະຢ່າສະແດງຄວາມເມດຕາໃດໆແກ່ພວກເຂົາ. ຢ່າຂາບໄຫວ້ບັນດາພະຂອງພວກເຂົາ ເພາະສິ່ງນັ້ນເປັນການທຳລາຍພວກເຈົ້າເອງ. 17 ຢ່າຄິດເລີຍວ່າຊົນຊາດເຫຼົ່ານີ້ມີຈຳນວນຫລາຍລື່ນພວກເຈົ້າ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໄປບໍ່ໄດ້. 18 ຢ່າຢ້ານພວກເຂົາເລີຍ ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດຕໍ່ກະສັດປະເທດເອຢິບແລະຕໍ່ຊາວເອຢິບທັງໝົດ. 19 ຈົ່ງລະນຶກເຖິງໂຣກລະບາດອັນໜ້າຢ້ານກົວ ຊຶ່ງພວກເຈົ້າໄດ້ເຫັນກັບຕາ ການອັດສະຈັນແລະໝາຍສຳຄັນຕ່າງໆ ພ້ອມທັງຣິດທານຸພາບແລະພະລັງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າອອກມາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະທຳລາຍຊົນຊາດທັງໝົດເຫຼົ່ານີ້ ທີ່ພວກເຈົ້າຢ້ານກົວຢູ່ໃນເວລານີ້. 20 ຍິ່ງໄປກວ່ານີ້ອີກ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍກັນ ແລະຈະທຳລາຍພວກທີ່ປົບໜີໄປຫລົບລີ້ຊ່ອນຕົວຢູ່. 21 ສະນັ້ນ ຢ່າຢ້ານຊົນຊາດເຫຼົ່ານີ້ເລີຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ທ່າມກາງພວກເຈົ້າ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະອົງດຽວທີ່ໜ້າຢ້ານຢຳ. 22 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານີ້ອອກໄປເທື່ອລະເລັກລະນ້ອຍ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະບໍ່ສາມາດທຳລາຍພວກເຂົາໃຫ້ໝົດບາດດຽວໄດ້ ເພາະຖ້າພວກເຈົ້າເຮັດເຊັ່ນນັ້ນ ຈຳນວນສັດປ່າກໍຈະມີຫລາຍຂຶ້ນແລະມັນຈະມາລົບກວນພວກເຈົ້າ. 23 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ເຫຼົ່າສັດຕູຢູ່ໃຕ້ອຳນາດຂອງພວກເຈົ້າ ແລະຈະເຮັດໃຫ້ພວກເຂົາເກີດສັບສົນວຸ້ນວາຍ ຈົນຖືກທຳລາຍໄປໝົດ. 24 ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາຢູ່ໃຕ້ອຳນາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາແລະບໍ່ມີໃຜຈະຈົດຈຳພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທຳລາຍພວກເຂົາທຸກຄົນ. 25 ຈົ່ງຈູດຮູບເຄົາຣົບຂອງພວກເຂົາຖິ້ມ. ຢ່າຄິດຢາກໄດ້ເງິນຫລືຄຳທີ່ໃຊ້ໂອບຮູບເຫຼົ່ານັ້ນ ແລະຢ່າເອົາມັນມາເປັນຂອງພວກເຈົ້າ. ຖ້າພວກເຈົ້າຂືນເຮັດ ມັນກໍຈະເປັນອັນຕະລາຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງການຂາບໄຫວ້ຮູບເຄົາຣົບ. 26 ຢ່ານຳຮູບເຄົາຣົບໃດໆເຂົ້າໄປໃນບ້ານເຮືອນຂອງພວກເຈົ້າ ເພາະຄຳສາບແຊ່ງທີ່ຢູ່ໃນຮູບເຄົາຣົບນັ້ນຈະຕົກຖືກພວກເຈົ້າ. ພວກເຈົ້າຕ້ອງກຽດຊັງແລະດູໝິ່ນຮູບເຄົາຣົບເຫຼົ່ານີ້ ເພາະມັນຢູ່ໃຕ້ຄຳສາບແຊ່ງແລ້ວ.” |
@ 2012 United Bible Societies. All Rights Reserved.