ພຣະບັນຍັດສອງ 6 - ພຣະຄຳພີສັກສິກົດບັນຍັດຂໍ້ໃຫຍ່ 1 “ແມ່ນກົດບັນຍັດທັງໝົດນີ້ແຫຼະ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ສອນພວກເຈົ້າ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ໃນດິນແດນ ທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ. 2 ເພື່ອພວກເຈົ້າແລະເຊື້ອສາຍຂອງພວກເຈົ້າ ຈະໄດ້ຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າ ເພື່ອພວກເຈົ້າຈະມີຊີວິດຢູ່ຍືນຍາວໃນດິນແດນນັ້ນ. 3 ປະຊາຊົນອິດສະຣາເອນເອີຍ ຈົ່ງເຊື່ອຟັງແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີອຳນາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້. 4 ອິດສະຣາເອນເອີຍ ຈົ່ງຟັງເຖີດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນພຣະເຈົ້າຢາເວແຕ່ອົງດຽວ. 5 ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດກຳລັງຂອງເຈົ້າ. 6 ຢ່າລືມຂໍ້ຄຳສັ່ງທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ຈັກເທື່ອ. 7 ຈົ່ງສັ່ງສອນລູກຫຼານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນຫລືທຽວທາງກໍດີ ເມື່ອພັກຜ່ອນຫລືເຮັດວຽກກໍດີ. 8 ຈົ່ງຜູກມັນໄວ້ທີ່ແຂນເປັນໝາຍສຳຄັນ ແລະຄຽນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນໃຈ. 9 ຈົ່ງຂຽນມັນໄວ້ຢູ່ຕາມປະຕູເຮືອນ ແລະທີ່ປະຕູຮົ້ວຂອງພວກເຈົ້າ.” ການຕັກເຕືອນເຖິງຄວາມບໍ່ເຊື່ອຟັງ 10 “ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າ ເຂົ້າໄປຢູ່ໃນດິນແດນທີ່ພຣະອົງຈະມອບໃຫ້ ຕາມທີ່ໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບນັ້ນ; ພວກເຈົ້າຈະພົບເມືອງຕ່າງໆທີ່ຈະເລີນຮຸ່ງເຮືອງແລະກວ້າງໃຫຍ່ ຊຶ່ງພວກເຈົ້າບໍ່ໄດ້ລົງແຮງກໍ່ສ້າງ. 11 ເຮືອນຊານບ້ານຊ່ອງກໍຈະເຕັມໄປດ້ວຍຂອງດີທີ່ພວກເຈົ້າບໍ່ໄດ້ຫາມາໄວ້ ພ້ອມທັງນໍ້າສ້າງທີ່ພວກເຈົ້າບໍ່ໄດ້ຂຸດ ແລະສວນໝາກອະງຸ່ນທັງສວນໝາກກອກເທດ ທີ່ພວກເຈົ້າບໍ່ໄດ້ປູກ. ເມື່ອພຣະເຈົ້າຢາເວນຳພວກເຈົ້າເຂົ້າໄປໃນດິນແດນ ແລະມີອາຫານການກິນທຸກຢ່າງຕາມຄວາມຕ້ອງການແລ້ວ 12 ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະເຈົ້າຢາເວ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. 13 ຈົ່ງຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງນະມັດສະການພຣະອົງ ແລະສາບານໃນນາມຂອງພຣະອົງເທົ່ານັ້ນ. 14 ຢ່າຂາບໄຫວ້ບັນດາພະອື່ນໆ ຫລືພະໃດໆຂອງຊົນຊາດທີ່ຢູ່ອ້ອມຮອບພວກເຈົ້າ. 15 ຖ້າຂືນເຮັດ ຄວາມໂກດຮ້າຍຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມາຕໍ່ສູ້ພວກເຈົ້າເໝືອນດັ່ງໄຟ ແລະຈະທຳລາຍພວກເຈົ້າໃຫ້ດັບສິ້ນໄປຈາກແຜ່ນດິນໂລກ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ສະຖິດຢູ່ກັບພວກເຈົ້າແມ່ນພຣະເຈົ້າຜູ້ຫວງແຫນ. 16 ຢ່າທົດລອງກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງໄດ້ເຮັດທີ່ມັດສາ. 17 ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທຸກໆຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ. 18 ຈົ່ງເຮັດແຕ່ສິ່ງທີ່ພຣະເຈົ້າຢາເວເຫັນວ່າດີແລະຖືກຕ້ອງ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະໄດ້ຮັບດິນແດນອັນອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າເປັນກຳມະສິດ 19 ແລະຈະຂັບໄລ່ເຫຼົ່າສັດຕູໃຫ້ອອກໜີໄປຕໍ່ໜ້າພວກເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້. 20 ໃນພາຍໜ້າ ພວກລູກຫລານຂອງພວກເຈົ້າຈະຖາມວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດເຫຼົ່ານີ້?’ 21 ແລ້ວຈົ່ງບອກພວກເຂົາວ່າ, ‘ພວກເຮົາເຄີຍຕົກເປັນທາດຮັບໃຊ້ຂອງກະສັດປະເທດເອຢິບ ແລະພຣະເຈົ້າຢາເວໄດ້ນຳພາພວກເຮົາ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. 22 ພວກເຮົາໄດ້ເຫັນກັບຕາການອັດສະຈັນອັນຍິ່ງໃຫຍ່ ແລະສິ່ງອັນໜ້າຢ້ານ ທີ່ພຣະເຈົ້າຢາເວໄດ້ກະທຳຕໍ່ຊາວເອຢິບ ຄືຕໍ່ກະສັດ ແລະຕໍ່ຂ້າຣາຊການທຸກຄົນຂອງເພິ່ນ. 23 ພຣະອົງໄດ້ປົດປ່ອຍພວກເຮົາອອກມາຈາກປະເທດເອຢິບ ເພື່ອນຳພາພວກເຮົາມາທີ່ນີ້ ແລະເພື່ອມອບດິນແດນນີ້ໃຫ້ແກ່ພວກເຮົາ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ. 24 ສະນັ້ນ ພຣະເຈົ້າຢາເວຈຶ່ງສັ່ງໃຫ້ພວກເຮົາ ເຊື່ອຟັງກົດບັນຍັດທັງໝົດເຫຼົ່ານີ້ ແລະຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ເພື່ອພຣະອົງຈະປົກປັກຮັກສາຊົນຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປຕາມທີ່ເຫັນໃນວັນນີ້. 25 ຖ້າພວກເຮົາເຊື່ອຟັງຢ່າງສັດຊື່ທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາ ພຣະອົງກໍຈະພໍໃຈນຳພວກເຮົາ.”’ |
@ 2012 United Bible Societies. All Rights Reserved.