ພຣະບັນຍັດສອງ 5 - ພຣະຄຳພີສັກສິຄຳສັ່ງຂອງພຣະເຈົ້າສິບຂໍ້ ( ອພຍ 20:1-17 ) 1 ໂມເຊໄດ້ເອີ້ນປະຊາຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ແລະກ່າວແກ່ພວກເຂົາວ່າ, “ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າຈະມອບໃຫ້ພວກເຈົ້າໃນວັນນີ້. ຈົ່ງໝັ່ນຮຽນເອົາແລະໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດເຫຼົ່ານັ້ນ. 2 ທີ່ພູເຂົາຊີນາຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ຕັ້ງພັນທະສັນຍານີ້ 3 ບໍ່ແມ່ນຕັ້ງໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ, ແຕ່ກັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່ໃນວັນນີ້. 4 ພຣະເຈົ້າຢາເວໄດ້ກ່າວຈາກແປວໄຟໜ້າຕໍ່ໜ້າກັບພວກເຈົ້າທີ່ເທິງພູນັ້ນ. 5 ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະພຣະເຈົ້າຢາເວໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟແລະບໍ່ກ້າຂຶ້ນມາເທິງພູ. ພຣະເຈົ້າຢາເວກ່າວວ່າ, 6 ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາເອົາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດຮັບໃຊ້. 7 ຢ່າມີບັນດາພະອື່ນ ຕໍ່ໜ້າເຮົາຈັກເທື່ອ. 8 ຢ່າສ້າງຮູບເຄົາຣົບໃດໆທັງສິ້ນໄວ້ສຳລັບຕົນ ບໍ່ວ່າຈະເປັນຮູບທີ່ສະແດງສິ່ງໃດສິ່ງໜຶ່ງໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືໃນນໍ້າໃຕ້ແຜ່ນດິນໂລກ. 9 ຢ່າກົ້ມຂາບຫລືນະມັດສະການຮູບເຫຼົ່ານັ້ນ. ດ້ວຍວ່າ, ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ຫວງແຫນ. ເຮົານຳການລົງໂທດມາສູ່ຜູ້ທີ່ກຽດຊັງເຮົາ ແລະລູກຫລານຂອງພວກເຂົາ ເຖິງສາມສີ່ຊົ່ວເຊັ່ນຄົນ. 10 ແຕ່ເຮົາສຳແດງຄວາມຮັກອັນໝັ້ນຄົງແກ່ຜູ້ທີ່ຮັກເຮົາ ແລະເຊື່ອຟັງກົດບັນຍັດຂອງເຮົາ ເຖິງຫລາຍພັນຊົ່ວເຊັ່ນຄົນ. 11 ຢ່າໃຊ້ນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທາງທີ່ຜິດ ເພາະພຣະເຈົ້າຢາເວຈະລົງໂທດທຸກຄົນທີ່ໃຊ້ນາມຊື່ຂອງພຣະອົງໃນທາງຜິດ. 12 ຈົ່ງຢຶດຖືວັນຊະບາໂຕເປັນວັນສັກສິດ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້. 13 ຈົ່ງເຮັດວຽກໃນຫົກວັນ 14 ແຕ່ວັນທີເຈັດເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນມື້ນີ້ບໍ່ໃຫ້ຜູ້ໃດເຮັດວຽກ ພວກເຈົ້າເອງພ້ອມດ້ວຍລູກຊາຍຍິງຂອງພວກເຈົ້າ, ຄົນຮັບໃຊ້ຊາຍຍິງຂອງພວກເຈົ້າ, ງົວ, ລໍ ແລະ ສັດລ້ຽງອື່ນໆຂອງພວກເຈົ້າ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງພວກເຈົ້າ. ບັນດາຄົນຮັບໃຊ້ຊາຍຍິງຂອງພວກເຈົ້າຕ້ອງຢຸດພັກເຊັ່ນດຽວກັບພວກເຈົ້າ. 15 ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາເອົາພວກເຈົ້າ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງສັ່ງພວກເຈົ້າໃຫ້ຢຶດຖືວັນຊະບາໂຕ. 16 ຈົ່ງນັບຖືພໍ່ແມ່ຂອງພວກເຈົ້າ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ແລະພວກເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້ານັ້ນ. 17 ຢ່າຂ້າຄົນ. 18 ຢ່າຫຼິ້ນຊູ້ສູ່ຜົວເມຍຜູ້ອື່ນ. 19 ຢ່າລັກ. 20 ຢ່າໃສ່ຮ້າຍປ້າຍສີເພື່ອນບ້ານຂອງເຈົ້າ. 21 ຢ່າຢາກໄດ້ເມຍຂອງຄົນອື່ນ, ເຮືອນຊານບ້ານຊ່ອງ, ທີ່ດິນ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ, ຫລືສິ່ງໃດສິ່ງໜຶ່ງທີ່ລາວມີຢູ່.’ 22 ແມ່ນຂໍ້ຄຳສັ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທຸກຄົນ ເມື່ອພວກເຈົ້າໄດ້ເຕົ້າໂຮມກັນທີ່ເທິງພູນັ້ນ. ເມື່ອພຣະອົງໄດ້ກ່າວດ້ວຍສຽງທີ່ເຕັມດ້ວຍຣິດອຳນາດ ຈາກແປວໄຟແລະຈາກເມກອັນໜາຕຶບ ພຣະອົງໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ ແລະບໍ່ມີຂໍ້ຄຳສັ່ງອື່ນອີກ ແລ້ວພຣະອົງກໍໄດ້ຈາລຶກຂໍ້ຄຳສັ່ງເຫຼົ່ານັ້ນ ໃສ່ແຜ່ນຫີນສອງແຜ່ນ ແລະມອບໃຫ້ຂ້າພະເຈົ້າ.” ປະຊາຊົນເກີດຢ້ານ ( ອພຍ 20:18-21 ) 23 “ເມື່ອພູທັງໜ່ວຍລຸກເປັນໄຟ ແລະພວກເຈົ້າໄດ້ຍິນສຽງດັງອອກມາຈາກທີ່ມືດ ບັນດາຜູ້ນຳແລະພວກຫົວໜ້າເຜົ່າຕ່າງໆກໍໄດ້ມາຫາຂ້າພະເຈົ້າ 24 ແລະເວົ້າວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ສຳແດງຄວາມຍິ່ງໃຫຍ່ແລະສະຫງ່າຣາສີຂອງພຣະອົງໃຫ້ເຫັນ ເມື່ອພວກເຮົາໄດ້ຍິນພຣະອົງກ່າວອອກມາຈາກແປວໄຟ. ວັນນີ້ ພວກເຮົາໄດ້ເຫັນມະນຸດຍັງສືບຕໍ່ມີຊີວິດຢູ່ ເຖິງແມ່ນວ່າພຣະເຈົ້າໄດ້ກ່າວແກ່ພວກເຂົາກໍຕາມ. 25 ແຕ່ເປັນຫຍັງພວກເຮົາຕ້ອງສ່ຽງກັບຄວາມຕາຍຢ່າງນີ້ອີກ? ໄຟອັນໜ້າຢ້ານຈະທຳລາຍພວກເຮົາ. ພວກເຮົາຕ້ອງຕາຍຄາວນີ້ແທ້ໆ ຖ້າພວກເຮົາໄດ້ຍິນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວອີກ. 26 ມີມະນຸດຜູ້ໃດແດ່ທີ່ຈະຍັງມີຊີວິດຢູ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວອອກມາຈາກແປວໄຟກັບເຂົາ? 27 ໂມເຊເອີຍ ຈົ່ງກັບຄືນໄປຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ກ່າວສາ. ແລ້ວໃຫ້ທ່ານກັບມາບອກພວກເຮົາ ໃນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກ່າວແກ່ທ່ານ. ພວກເຮົາຈະເຊື່ອຟັງ ແລະປະຕິບັດຕາມ.’ 28 ເມື່ອພຣະເຈົ້າຢາເວໄດ້ຍິນພວກເຈົ້າບອກເຊັ່ນນີ້ ພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, ‘ເຮົາໄດ້ຍິນສິ່ງທີ່ປະຊາຊົນເຫຼົ່ານີ້ເວົ້າ ແລະພວກເຂົາກໍເວົ້າຖືກຕ້ອງແລ້ວ. 29 ຖ້າພວກເຂົາພ້ອມທີ່ຈະຍ້ອງຍໍສັນລະເສີນໃຫ້ກຽດແກ່ເຮົາ ແລະເຊື່ອຟັງຄຳສັ່ງທຸກຂໍ້ຂອງເຮົາສະເໝີ ພວກເຂົາແລະລູກຫລານຂອງພວກເຂົາກໍຈະຢູ່ເຢັນເປັນສຸກຈະເລີນຮຸ່ງເຮືອງຕະຫລອດໄປ. 30 ຈົ່ງໄປບອກພວກເຂົາກັບຄືນສູ່ຄ້າຍພັກສາ. 31 ແຕ່ສຳລັບເຈົ້າ ໂມເຊເອີຍ ຈົ່ງຢູ່ທີ່ນີ້ກັບເຮົາ ແລະເຮົາຈະມອບກົດບັນຍັດແລະຄຳສັ່ງທຸກຂໍ້ຂອງເຮົາໃຫ້ເຈົ້າ. ຈົ່ງສັ່ງສອນສິ່ງນີ້ໃຫ້ປະຊາຊົນ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ ແລະປະຕິບັດຕາມສິ່ງນັ້ນ ຢູ່ໃນດິນແດນທີ່ເຮົາຈະມອບໃຫ້ພວກເຂົາຄອບຄອງ.’ 32 ປະຊາຊົນອິດສະຣາເອນເອີຍ ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າປະຕິບັດຕາມທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ນັ້ນ. ຢ່າຝ່າຝືນກົດບັນຍັດຂໍ້ໜຶ່ງຂໍ້ໃດຢ່າງເດັດຂາດ. 33 ຈົ່ງດຳເນີນຕາມວິຖີທາງທັງໝົດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກຈະເລີນຮຸ່ງເຮືອງ ແລະມີຊີວິດຍືນຍາວໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງນັ້ນ.” |
@ 2012 United Bible Societies. All Rights Reserved.