Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 4 - ພຣະຄຳພີສັກສິ


ໂມເຊ​ຕັກເຕືອນ​ຊາວ​ອິດສະຣາເອນ​ໃຫ້​ເຊື່ອຟັງ

1 ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ສອນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ ແລະ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.

2 ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.

3 ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນເອງ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ທີ່​ພູ​ເປອໍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ທຳລາຍ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ​ໃນ​ທີ່ນັ້ນ

4 ແຕ່​ພວກ​ທີ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.

5 ຂ້າພະເຈົ້າ​ໄດ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ແກ່​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ບອກ. ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ເຫຼົ່ານີ້​ຢູ່​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກຮຸກ​ເຂົ້າ​ໄປ​ຢຶດຄອງ.

6 ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່ ເພາະ​ການ​ກະທຳ​ເຊັ່ນນັ້ນ ຈະ​ສະແດງ​ໃຫ້​ຊົນຊາດ​ອື່ນ​ເຫັນ​ວ່າ ພວກເຈົ້າ​ສະຫລຽວ​ສະຫລາດ​ພຽງໃດ. ເມື່ອ​ເຂົາ​ໄດ້ຍິນ​ເຖິງ​ກົດບັນຍັດ​ເຫຼົ່ານີ້​ແລ້ວ ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຊົນຊາດ​ທີ່​ຍິ່ງໃຫຍ່​ນີ້​ຊ່າງ​ມີ​ປັນຍາ​ແລະ​ຄວາມ​ຮອບຮູ້​ແທ້ນໍ.’

7 ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ ທີ່​ມີ​ພຣະເຈົ້າ​ຢູ່​ໃກ້ຊິດ​ເມື່ອ​ພວກເຂົາ​ຕ້ອງການ​ຄວາມ​ຊ່ວຍເຫລືອ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພວກເຮົາ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເມື່ອໃດ ພຣະອົງ​ກໍ​ຕອບ​ພວກເຮົາ​ເມື່ອນັ້ນ.

8 ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ​ທີ່​ມີ​ກົດບັນຍັດ​ອັນ​ຍຸດຕິທຳ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຈົ້າ​ໃນວັນນີ້.

9 ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້

10 ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’

11 ຈົ່ງ​ບອກ​ລູກຫລານ​ຂອງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ໄປ​ແລະ​ຢືນ​ເຝົ້າ​ຢູ່​ຢ່າງ​ໃດ​ຢູ່​ທີ່​ຕີນ​ພູ ທີ່​ມີ​ເມກ​ອັນ​ໜາແໜ້ນ​ແລະ​ມີ​ຄວັນ​ອັນ​ມືດຕຶບ​ປົກຄຸມ​ຢູ່ ພ້ອມ​ທັງ​ມີ​ໄຟ​ລຸກ​ພຸ່ງ​ຂຶ້ນ​ສູ່​ຟ້າ​ສະຫວັນ.

12 ຈົ່ງ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ ອອກ​ມາ​ຈາກ​ແປວໄຟ​ຢ່າງໃດ; ພວກເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ ແຕ່​ບໍ່ໄດ້​ເຫັນ​ພຣະອົງ​ປາກົດ​ໃນ​ຮູບຮ່າງ​ໃດໆ​ເລີຍ.

13 ພຣະອົງ​ໄດ້​ບອກ​ພວກເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ ເພື່ອ​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ພຣະ​ຄຳສັ່ງ​ສິບ​ຂໍ້ ທີ່​ພຣະອົງ​ໄດ້​ຈາລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.

14 ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ນັ້ນ​ແກ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ນຳ​ໄປ​ປະຕິບັດ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.”


ໂມເຊ​ຕັກເຕືອນ​ບໍ່​ໃຫ້​ຂາບໄຫວ້​ຮູບເຄົາຣົບ

15 “ເມື່ອ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ​ຈາກ​ແປວໄຟ ທີ່​ເທິງ​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ບໍ່ໄດ້​ເຫັນ​ພຣະອົງ. ສະນັ້ນ ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ເອງ

16 ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່​ເຮັດ​ບາບ ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ສຳລັບ​ພວກເຈົ້າ​ເອງ ບໍ່​ວ່າ​ຈະ​ເປັນ​ຮູບ​ພະ​ຊາຍ​ຫລື​ພະ​ຍິງ

17 ຫລື​ຮູບ​ສັດ​ສີ່​ຕີນ​ຫລື​ຮູບ​ນົກ

18 ຫລື​ຮູບ​ສັດ​ຍ່າງຍ້າຍ​ເລືອຄານ​ຫລື​ປາ​ກໍຕາມ.

19 ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.

20 ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.

21 ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ແລະ​ປະກາດ​ຢ່າງ​ໜັກແໜ້ນ​ວ່າ, ຂ້າພະເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.

22 ຂ້າພະເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແລະ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ໄປ; ແຕ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ອັນ​ອູດົມ​ສົມບູນ​ແລະ​ຮັ່ງມີ.

23 ສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ບໍ່​ລືມໄລ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຈົ່ງ​ເຮັດ​ຕາມ​ພຣະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ຮູບເຄົາຣົບ​ໃດໆ​ສຳລັບ​ຕົນ

24 ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ເໝືອນ​ດັ່ງ​ໄຟ​ທີ່​ເຜົາຜານ; ພຣະອົງ​ແມ່ນ​ພຣະເຈົ້າ​ຜູ້​ຫວງແຫນ.

25 ເຖິງແມ່ນ​ວ່າ ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ດົນນານ ແລະ​ມີ​ລູກຫລານ​ເຫຼັນ​ກໍຕາມ ຢ່າ​ເຮັດ​ບາບ​ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ເພື່ອ​ຂາບໄຫວ້. ອັນ​ນີ້​ເປັນ​ສິ່ງ​ຊົ່ວຮ້າຍ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.

26 ຖ້າ​ເປັນ​ເຊັ່ນນັ້ນ ຂ້າພະເຈົ້າ​ຂໍ​ໃຫ້​ສະຫວັນ​ກັບ​ແຜ່ນດິນ​ໂລກ ຈົ່ງ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃນ​ວັນນີ້ ແລະ​ພວກເຈົ້າ​ຈະ​ດັບສູນ​ຈາກ​ດິນແດນ​ນີ້​ໃນບໍ່ຊ້າ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ຍາວນານ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຢຶດຄອງ​ນັ້ນ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ.

27 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.

28 ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.

29 ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຖ້າ​ພວກເຈົ້າ​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດໃຈ ພວກເຈົ້າ​ກໍ​ຈະ​ໄດ້​ພົບ​ພຣະອົງ.

30 ເມື່ອ​ພວກເຈົ້າ​ເດືອດຮ້ອນ​ແລະ​ປະເຊີນ​ກັບ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ; ໃນທີ່ສຸດ ພວກເຈົ້າ​ກໍ​ຈະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ພຣະອົງ.

31 ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເປັນ​ພຣະເຈົ້າ​ອົງ​ຊົງ​ເມດຕາ ພຣະອົງ​ຈະ​ບໍ່​ປະຖິ້ມ​ຫລື​ທຳລາຍ​ພວກເຈົ້າ ພຣະອົງ​ຈະ​ບໍ່​ລືມ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.

32 ຈົ່ງ​ຄົ້ນ​ເບິ່ງ​ໃນ​ອະດີດ ເວລາ​ກ່ອນ​ພວກເຈົ້າ​ເກີດ​ມາ ຕະຫລອດ​ທັງ​ຢ້ອນ​ກັບຄືນ​ໄປ​ຫາ​ເວລາ ເມື່ອ​ພຣະເຈົ້າ​ໄດ້ສ້າງ​ມະນຸດ​ເທິງ​ແຜ່ນດິນ​ໂລກ. ຈົ່ງ​ຄົ້ນ​ເບິ່ງ​ແຜ່ນດິນ​ໂລກ​ທັງໝົດ​ນີ້​ເບິ່ງດູ ມີ​ສິ່ງໃດ​ທີ່​ຍິ່ງໃຫຍ່​ກວ່າ ທີ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ແດ່? ມີ​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຄີຍ​ໄດ້ຍິນ​ເລື່ອງ​ຢ່າງ​ນີ້​ຫລື​ບໍ່?

33 ມີ​ປະຊາຊົນ​ຊາດ​ໃດໆ​ຍັງ​ມີ​ຊີວິດ​ຢູ່​ເໝືອນ​ດັ່ງ​ພວກເຈົ້າ​ແດ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ອອກ​ມາ​ຈາກ​ແປວໄຟ.

34 ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.

35 ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.

36 ພຣະອົງ​ໃຫ້​ພວກເຈົ້າ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຈາກ​ສະຫວັນ ເພື່ອ​ພຣະອົງ​ຈະ​ສອນ​ພວກເຈົ້າ ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍໄດ້​ໃຫ້​ພວກເຈົ້າ​ເຫັນ​ໄຟ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ຈາກ​ໄຟ​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຈົ້າ.

37 ເພາະ​ພຣະອົງ​ໄດ້​ຮັກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະອົງ​ຈຶ່ງ​ເລືອກ​ເອົາ​ພວກເຈົ້າ ແລະ​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

38 ເວລາ​ທີ່​ພວກເຈົ້າ​ໄດ້​ບຸກໜ້າ​ເຂົ້າ​ໄປ​ນັ້ນ ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ​ອອກ​ໄປ ເພື່ອ​ພຣະອົງ​ຈະ​ໄດ້​ນຳ​ພວກເຈົ້າ​ເຂົ້າ​ໄປ ແລະ​ເອົາ​ດິນແດນ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ ຄື​ດິນແດນ​ທີ່​ຍັງ​ເປັນ​ຂອງ​ພວກເຈົ້າ​ຢູ່​ນີ້.

39 ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.

40 ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”


ເມືອງ​ລີ້ໄພ​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ

41 ແລ້ວ​ໂມເຊ​ກໍໄດ້​ເລືອກ​ສາມ​ຕົວເມືອງ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄວ້​ຕ່າງຫາກ.

42 ໃນ​ເມືອງ​ເຫຼົ່ານີ້ ຜູ້ໜຶ່ງ​ທີ່​ໄດ້​ຂ້າ​ຄົນ​ໜຶ່ງ​ໂດຍ​ບໍ່​ເຈດຕະນາ ແລະ​ທີ່​ບໍ່ໄດ້​ເປັນ​ສັດຕູ​ຂອງຕົນ ເຂົ້າ​ໄປ​ລີ້​ໄພ​ໃນ​ທີ່ນັ້ນ​ໄດ້. ລາວ​ໜີ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ໜຶ່ງ​ຂອງ​ເມືອງ​ເຫຼົ່ານີ້​ໄດ້ ໂດຍ​ບໍ່​ຕ້ອງ​ຖືກ​ປະຫານ​ຊີວິດ.

43 ສຳລັບ​ເຜົ່າ​ຣູເບັນ​ແມ່ນ​ເມືອງ​ເບເຊ ທີ່​ເທິງ​ພູພຽງ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ສຳລັບ​ເຜົ່າກາດ​ແມ່ນ​ເມືອງ​ຣາໂມດ​ໃນ​ເຂດແດນ​ຂອງ​ກີເລອາດ ແລະ​ສຳລັບ​ເຜົ່າ​ມານາເຊ​ແມ່ນ​ເມືອງ​ໂກລານ​ໃນ​ເຂດແດນ​ບາຊານ.


ໂມເຊ​ມອບ​ກົດບັນຍັດ​ໃຫ້​ຊາວ​ອິດສະຣາເອນ

44 ໂມເຊ​ໄດ້​ມອບ​ກົດບັນຍັດ​ຂອງ​ພຣະເຈົ້າ​ກັບ​ຄຳສັ່ງສອນ​ຂອງ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.

45-46 ແມ່ນ​ຫລັງຈາກ​ທີ່​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ຢູ່​ໃນ​ຮ່ອມພູ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເບັດເປອໍ ທີ່​ເພິ່ນ​ໄດ້​ມອບ​ກົດບັນຍັດ​ເຫຼົ່ານີ້​ໃຫ້​ພວກເຂົາ. ເມືອງ​ເບັດເປອໍ​ນີ້​ຢູ່​ໃນ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຮັດຊະໂບນ. ໂມເຊ​ກັບ​ປະຊາຊົນ​ອິດສະຣາເອນ​ໄດ້​ຊະນະ​ເພິ່ນ ເມື່ອ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.

47 ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ຂອງ​ເພິ່ນ ແລະ​ດິນແດນ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ຄົນ​ໜຶ່ງ​ອີກ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.

48 ດິນແດນ​ນີ້​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ເມືອງ​ອາໂຣເອ​ທາງ​ແຄມ​ຝັ່ງ​ແມ່ນໍ້າ​ອາກໂນນ ຈົນ​ໄປ​ຮອດ​ທາງເໜືອ​ເຖິງ​ພູ​ສີຣິໂອນ ຊຶ່ງ​ແມ່ນ​ພູ​ເຮີໂມນ.

49 ດິນແດນ​ນັ້ນ​ຍັງ​ນັບ​ລວມ​ເອົາ​ອານາເຂດ​ທັງໝົດ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນ​ໄປ​ຮອດ​ທະເລຕາຍ​ທີ່​ຕີນ​ພູ​ປີສະກາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan