Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 34 - ພຣະຄຳພີສັກສິ


ໂມເຊ​ຕາຍ

1 ໂມເຊ​ໄດ້​ຂຶ້ນ​ຈາກ​ທົ່ງ​ຮາບພຽງ​ໂມອາບ​ໄປ​ທີ່​ພູເຂົາ​ເນໂບ ຈົນ​ໄປ​ເຖິງ​ຈອມພູ​ປີສະກາ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ແລະ​ຢູ່​ທີ່​ນັ້ນ​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເພິ່ນ​ເຫັນ​ດິນແດນ​ທັງໝົດ ດັ່ງນີ້: ເຂດແດນ​ກີເລອາດ​ໄກ​ໄປ​ຮອດ​ທາງທິດເໜືອ​ສຸດ​ຂອງ​ເມືອງ​ດານ

2 ເຂດແດນ​ທັງໝົດ​ຂອງ​ເນັບທາລີ; ເຂດແດນ​ຕ່າງໆ​ຂອງ​ເອຟຣາອິມ​ແລະ​ມານາເຊ ເຂດແດນ​ຂອງ​ຢູດາ​ໄກ​ໄປ​ຮອດ​ທິດ​ຕາເວັນຕົກ​ຂອງ​ທະເລ​ເມດີແຕຣາເນ

3 ເຂດແດນ​ທາງ​ພາກ​ໃຕ້​ຂອງ​ຢູດາ ແລະ​ທົ່ງ​ຮາບພຽງ ແຕ່​ເມືອງ​ໂຊອາ​ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ ເມືອງ​ກົກຕານ.

4 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ວ່າ ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ພວກເຂົາ. ເຮົາ​ໃຫ້​ເຈົ້າ​ເຫັນ​ດິນແດນ​ນີ້ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.”

5 ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຈຶ່ງ​ໄດ້​ຕາຍ​ຢູ່​ທີ່​ນັ້ນ​ໃນ​ດິນແດນ​ໂມອາບ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.

6 ພຣະອົງ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ຮ່ອມພູ​ແຫ່ງໜຶ່ງ ທີ່​ດິນແດນ​ໂມອາບ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເບັດ​ເປອໍ, ແຕ່​ຈົນເຖິງ​ປັດຈຸບັນ​ນີ້​ຍັງ​ບໍ່ມີ​ໃຜ​ຮູ້​ຄັກແນ່​ວ່າ ຊາກສົບ​ຂອງ​ໂມເຊ​ນັ້ນ​ໄດ້​ຖືກ​ຝັງ​ຢູ່​ບ່ອນໃດ.

7 ເມື່ອ​ໂມເຊ​ຕາຍ​ນັ້ນ ເພິ່ນ​ມີ​ອາຍຸ​ໄດ້ 120 ປີ ທັງ​ຍັງ​ແຂງແຮງ​ດີ ແລະ​ຕາ​ກໍ​ຍັງ​ເຫັນ​ຮຸ່ງ​ຢູ່.

8 ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ​ເປັນ​ເວລາ 30 ວັນ ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.

9 ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.

10 ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ເຄີຍ​ມີ​ຜູ້ທຳນວາຍ​ຄົນ​ໃດ​ເໝືອນດັ່ງ​ໂມເຊ; ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ໜ້າ​ຕໍ່ໜ້າ.

11 ບໍ່ມີ​ຜູ້ທຳນວາຍ​ອື່ນໃດ​ທີ່​ເຄີຍ​ໄດ້​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ໂມເຊ​ກະທຳ ເພື່ອ​ຕໍ່ສູ້​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ, ຂ້າຣາຊການ ແລະ​ດິນແດນ​ທັງໝົດ​ຂອງເພິ່ນ.

12 ແລະ​ດ້ວຍ​ພຣະຫັດ​ອັນຊົງ​ຣິດເດດ​ທັງສິ້ນ ແລະ​ດ້ວຍ​ການ​ອິດທິຣິດ​ອັນ​ໜ້າ​ຢ້ານກົວ​ອັນ​ຍິ່ງໃຫຍ່​ທັງໝົດ​ນີ້ ຄື​ກັບ​ໂມເຊ​ໄດ້​ເຮັດ​ຕໍ່ສາຍຕາ​ປະຊາຊົນ​ອິດສະຣາເອນ​ທັງໝົດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan