ພຣະບັນຍັດສອງ 33 - ພຣະຄຳພີສັກສິໂມເຊອວຍພອນເຜົ່າຕ່າງໆຂອງຊາດອິດສະຣາເອນ 1 ຕໍ່ໄປນີ້ ແມ່ນຄຳອວຍພອນທີ່ໂມເຊຄົນຂອງພຣະເຈົ້າ ໄດ້ກ່າວໃຫ້ປະຊາຊົນອິດສະຣາເອນກ່ອນເພິ່ນຈະຕາຍ. 2 ພຣະເຈົ້າຢາເວໄດ້ສະເດັດມາຈາກພູເຂົາຊີນາຍ ຊົງໄດ້ລຸກຂຶ້ນມາເໝືອນດັ່ງຕາເວັນເທິງເອໂດມນັ້ນ ແລະຈາກພູເຂົາປາຣານພຸ້ນແສງໃສແຈ້ງສ່ອງ ຖືກປະຊາຊົນທົ່ວໜ້າສູ່ຄົນແທ້ຂອງພຣະອົງ. ມີເທວະດາເປັນໝື່ນໆອ້ອມລ້ອມຢູ່ກັບພຣະອົງ ມີໄຟລຸກຮຸ່ງເຮືອງທີ່ມືຂວາ ຂອງພຣະອົງດ້ວຍ. 3 ພຣະອົງຮັກໄພ່ພົນຂອງພຣະອົງຫລາຍ ແລະປົກປັກຮັກສາຜູ້ທີ່ເປັນຄົນຂອງພຣະອົງໄວ້. ດັ່ງນັ້ນ ພວກເຮົາຈົ່ງຂາບຢູ່ໃຕ້ຕີນຂອງພຣະອົງ ແລະເຊື່ອຟັງຂໍ້ຄຳສັ່ງທຸກປະການນັ້ນ. 4 ພວກເຮົາເຊື່ອຟັງກົດບັນຍັດທີ່ໂມເຊໄດ້ໃຫ້ພວກເຮົາ ຊຶ່ງເປັນຊັບສົມບັດອັນລໍ້າຄ່າແຫ່ງຊາດຂອງພວກເຮົານັ້ນ. 5 ພຣະອົງເປັນກະສັດອົງສູງສຸດ ເປັນຜູ້ປົກປ້ອງຮັກສາຊົນຊາດອິດສະຣາເອນໄວ້ ເມື່ອຕ່າງເຜົ່າເຫຼົ່າຫົວໜ້າພາກັນມາທົ່ວທຸກທິດ ຮ່ວມເປັນຈິດໃຈໜຶ່ງແທ້ທຸກທົ່ວໜ້າມາປະຊຸມ. 6 ເພິ່ນໄດ້ກ່າວເຖິງເຜົ່າຣູເບັນວ່າ, “ຂໍຣູເບັນຍືນຍົງຢູ່ໄດ້ຢ່າດັບຫາຍຈັກເທື່ອ ເຖິງວ່າມີປະຊາຊົນໜ້ອຍ ຈົ່ງຄ່ອຍຕູ້ມເອົາກັນເດີ.” 7 ເພິ່ນໄດ້ເວົ້າເຖິງເຜົ່າຢູດາວ່າ, “ຂ້າແດ່ພຣະເຈົ້າຢາເວ ໂຜດຟັງພວກເຂົາຮ້ອງໃຫ້ຊ່ວຍເຫລືອແດ່ ຊ່ວຍດູແລຕູ້ມພວກເຂົາໄວ້ໃຫ້ຮ່ວມເຂົ້າກັບເຜົ່າອື່ນແດ່ເດີ ໂຜດສູ້ຮົບເພື່ອພວກເຂົາດ້ວຍ ແລະຊ່ວຍພວກເຂົາປາບເຫຼົ່າສັດຕູແດ່ທ້ອນ.” 8 ເພິ່ນໄດ້ເວົ້າເຖິງເຜົ່າເລວີວ່າ, “ໂດຍອຸຣິມແລະທຸມມິມ ຂອງພຣະອົງນັ້ນ ໂຜດເປີດເຜີຍພຣະປະສົງຜ່ານ ໂດຍທາງພວກຜູ້ຮັບໃຊ້ຂອງພຣະອົງ ຄືຊາວເລວີຜູ້ຮັບໃຊ້ທີ່ສັດຊື່; ພຣະອົງໄດ້ທົດສອບເບິ່ງພວກເຂົາເຈົ້າທີ່ມັດສາ ໄດ້ພິສູດເບິ່ງພວກເຂົາວ່າແທ້ຈິງ ທີ່ບໍ່ນໍ້າເມຣີບານັ້ນ. 9 ພວກເຂົາໄດ້ສະແດງຄວາມສັດຊື່ຍິ່ງໃຫຍ່ຕໍ່ພຣະອົງ ຫລາຍກວ່າຕໍ່ພໍ່ແມ່ອ້າຍເອື້ອຍນ້ອງກັບລູກໆ. ພວກເຂົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ທັງສັດຊື່ແລະໝັ້ນຄົງຕໍ່ພັນທະສັນຍາດ້ວຍ. 10 ພວກເຂົາສັ່ງສອນປະຊາຊົນໃຫ້ເຊື່ອຟັງກົດບັນຍັດທຸກຢ່າງ ທັງຈະຖວາຍບູຊາໃຫ້ພ້ອມທີ່ເທິງແທ່ນບູຊາ. 11 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຜົ່າຂອງພວກເຂົາໃຫ້ເຂັ້ມແຂງ ໂຜດພໍໃຈໃນສິ່ງທີ່ພວກເຂົາເຮັດທຸກປະການແດ່ທ້ອນ. ຂໍຈົ່ງບົດຂະຢີ້ເຫຼົ່າສັດຕູທັງຫລາຍ ໃຫ້ປະລາໄຊໂດຍເງີຍຫົວຂຶ້ນມາບໍ່ໄດ້.” 12 ເພິ່ນໄດ້ເວົ້າເຖິງເຜົ່າເບັນຢາມິນວ່າ, “ຄົນເຫຼົ່ານີ້ ຊຶ່ງພຣະເຈົ້າຢາເວຊົງຮັກ ແລະປົກປັກຮັກສາ ເຝົ້າເບິ່ງແຍງຕະຫລອດມາທຸກໆວັນບໍ່ລະເວັ້ນ. ພຣະອົງສະຖິດຢູ່ດ້ວຍນຳພວກເຂົາທຸກໆເມື່ອ ພຣະອົງສະຖິດຢູ່ໃກ້ທ່າມກາງພວກເຂົາ.” 13 ເພິ່ນໄດ້ເວົ້າເຖິງເຜົ່າໂຢເຊັບວ່າ, “ຂໍພຣະເຈົ້າຢາເວອວຍພອນໃຫ້ດິນແດນມີຝົນ ທັງມີບໍ່ນໍ້າໄຫລຈາກພື້ນປັດຖະພີດ້ວຍ. 14 ຂໍອວຍພອນໃຫ້ດິນແດນມີແດດບົ່ມໝາກໄມ້ໃຫ້ສຸກດີ ມີໝາກໄມ້ທຸກໆລະດູຣົດຫວານຫອມແຊບ. 15 ຂໍພູເຂົາແຕ່ກ່ອນກີ້ມີໝາກໄມ້ຫລາຍ ມີໝາກໄມ້ທຸກຊະນິດທີ່ເລືອກກິນຕາມໃຈມັກ. 16 ຂໍໃຫ້ດິນແດນຂອງພວກເຂົານັ້ນເຕັມແຕ່ສິ່ງທີ່ດີ ໂດຍເດດແຫ່ງພຣະຄຸນໄດ້ຮັບພອນຈາກພຣະເຈົ້າ. ຄືອົງພຣະຜູ້ເປັນເຈົ້າອົງທີ່ໄດ້ກ່າວຕັກເຕືອນ ອອກມາຈາກແປວໄຟໄໝ້ລຸກລາມໃນພຸ່ມໄມ້. ຂໍພອນເຫຼົ່ານີ້ຫລັ່ງໄຫລເຂົ້າສູ່ເຜົ່າໂຢເຊັບ ເພາະລາວເປັນຫົວໜ້າອ້າຍນ້ອງຂອງຕົນ. 17 ໂຢເຊັບມີກຳລັງກ້າຄືງົວກະທີງເຖິກໂຕໜຶ່ງ ຈຶ່ງເກັ່ງກ້າຕໍ່ສູ້ ເພາະຮູ້ວ່າຕົນມີເຂົາຕ້ານທານ; ເຂົາຂອງລາວນັ້ນມີມານາເຊຫລາຍພັນຄົນຊ່ວຍ ແລະຂອງເອຟຣາອິມເປັນໝື່ນໆຊຶ່ງເປັນກຳລັງ. ດ້ວຍກຳລັງເຫຼົ່ານັ້ນລາວຈຶ່ງໄລ່ຫລາຍຊົນຊາດໜີ ແລະດັນພວກເຂົາອອກໄປຈົນສຸດແຜ່ນດິນໂລກ.” 18 ເພິ່ນໄດ້ເວົ້າເຖິງເຜົ່າເຊບູໂລນ ແລະອິດຊາຄາວ່າ, “ຂໍໃຫ້ເຊບູໂລນຈະເລີນຂຶ້ນດ້ານຄ້າຂາຍທາງທະເລ ແລະຂໍໃຫ້ຊັບສິນຂອງອິດຊາຄາທະວີຂຶ້ນເຕັມບ້ານ. 19 ພວກເຂົາເອີ້ນປະຊາຊົນທັງໝົດມາທີ່ເທິງພູເຂົາ ແລະເຜົາເຄື່ອງຖວາຍບູຊາອັນຊອບທຳຢູ່ທີ່ນັ້ນ. ເພາະພວກເຂົາຈະດູດຄວາມອຸດົມຈາກທະເລກວ້າງ ແລະໄດ້ຂຸມຊັບທີ່ຊ້ອນຢູ່ໃນຫາດຊາຍຕາມແຄມຝັ່ງ.” 20 ເພິ່ນໄດ້ເວົ້າເຖິງເຜົ່າກາດວ່າ, “ສັນລະເສີນພຣະເຈົ້າຜູ້ບຸກເບີກຂະຫຍາຍເຂດແດນ ຄືໃຫ້ເຂດແດນພວກເຂົາກວ້າງໄກໄປຫລາຍເທົ່າ. ພຣະເຈົ້າຄອຍເຝົ້າເໝືອນໂຕສິງຄອຍຄຸບເຫຍື່ອ ເພື່ອຄອຍຫັກແຂນແລ້ວຈຶ່ງລອກເນື້ອເຖືອໜັງ. 21 ລາວໄດ້ເລືອກສັນເອົາດິນແດນທີ່ດີຍິ່ງໄວ້ ສິ່ງທີ່ເປັນຂອງຫົວໜ້າກໍໄດ້ມອບໃຫ້ພວກເຂົາ. ພວກເຂົາໄດ້ເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ແລະເຮັດຕາມກົດບັນຍັດຂອງພຣະເຈົ້າຢາເວ ເມື່ອບັນດາຫົວໜ້າຂອງຊາດອິດສະຣາເອນ ໄດ້ມາເຕົ້າຮ່ວມກັນຄົບໜ້າ.” 22 ເພິ່ນໄດ້ເວົ້າເຖິງເຜົ່າດານວ່າ, “ດານນັ້ນປຽບດັ່ງສິງໜຸ່ມເຂັ້ມແຂງໂຕໜຶ່ງ ລາວແລ່ນອອກມາຈາກເຂດບາຊານພຸ້ນ.” 23 ເພິ່ນໄດ້ເວົ້າເຖິງເຜົ່າເນັບທາລີວ່າ, “ເນັບທາລີບໍຣິບູນດ້ວຍພຣະພອນນາໆປະການ ໂດຍພຣະຄຸນຄວາມດີປົກເກົ້າເຝົ້າຄຸ້ມຄອງໄວ້; ພຣະເຈົ້າຢາເວອວຍພອນໃຫ້ດິນແດນພວກເຂົາຂະຫຍາຍໃຫຍ່ ຍາວຢຽດໄປຮອດໃຕ້ຈາກທະເລສາບຄາລີເລ.” 24 ເພິ່ນໄດ້ເວົ້າເຖິງເຜົ່າອາເຊວ່າ, “ອາເຊໄດ້ຮັບພຣະພອນເລີດລໍ້າກວ່າເຜົ່າອື່ນ ຂໍໃຫ້ລາວເປັນທີ່ເພິ່ງພໍໃຈແກ່ພວກພີ່ນ້ອງ ແລະຂໍໃຫ້ດິນແດນລາວນັ້ນຜະລິດຜົນໄດ້ດີຍິ່ງ ຈຶ່ງອຸດົມດ້ວຍກົກໝາກກອກເທດພັນດີໆ. 25 ຂໍໃຫ້ເມືອງມີປະຕູເຫຼັກປ້ອງກັນໄພໃຫ້ແຂງແກ່ນ ຂໍໃຫ້ມີແຮງຊຸກຍູ້ຊີວິດເຈົ້າໃຫ້ປອດໄພຕະຫລອດ.” 26 “ບໍ່ມີພະຕົນໃດດອກ ປະຊາຊົນອິດສະຣາເອນເອີຍ ເປັນເໝືອນດັ່ງພຣະເຈົ້າຂອງພວກເຈົ້າ ໂດຍຂີ່ລົດມ້າໄປດ້ວຍອານຸພາບ ແລະດ້ວຍສະຫງ່າຣາສີສະເດັດມາເໜືອຟ້າສະຫວັນ ສະເດັດມາເທິງເມກ ເພື່ອມາຊ່ວຍເຫຼືອພວກເຈົ້າ. 27 ພຣະເຈົ້າຄຸ້ມຄອງໄດ້ຢູ່ບໍ່ຂາດຕະຫລອດໄປ ອູ້ມຊູເຈົ້າສືບໄປດ້ວຍແຂນອັນຊົງຣິດອຳນາດ ພຣະອົງໄດ້ໄລ່ສັດຕູອອກເມື່ອເຈົ້າບຸກລຸກເຂົ້າໄປ ແລະບອກເຈົ້າໃຫ້ທຳລາຍພວກເຂົາຈົນດັບສິ້ນ. 28 ສະນັ້ນ ເຊື້ອສາຍຂອງຢາໂຄບຈຶ່ງຈະຢູ່ຢ່າງສັນຕິ ປອດໄພໃນດິນແດນມີເຂົ້າເຫຼົ້າອະງຸ່ນຢ່າງເຕັມລົ້ນ; ມີທັງນໍ້າໝອກຄ້າງຈາກຟ້າສະຫວັນຫລັ່ງລິນລົງມາ ຊ່ວຍຊຸບລ້ຽງພື້ນດິນໃຫ້ຊຸ່ມຊື່ນຢູ່ຕະຫລອດ. 29 ເຈົ້ານັ້ນຊ່າງມີຄວາມສຸກແທ້ ພຽງໃດເຈົາຮູ້ບໍ່? ຊາດອິດສະຣາເອນເອີຍ! ບໍ່ມີໃຜເປັນເໝືອນດັ່ງພວກເຈົ້າ ເປັນຊົນຊາດໜຶ່ງທີ່ພຣະເຈົ້າໄດ້ຊ່ວຍເຫຼືອເອົາ. ພຣະເຈົ້າຢາເວເປັນໂລ້ຕ້ານທານແລະເປັນດາບປາບສັດຕູ ເປັນຜູ້ປ້ອງກັນແລະນຳໄຊຊະນະມາໃຫ້ເຈົ້າ. ເຫຼົ່າສັດຕູນັ້ນຈະມາກາບຂໍຄວາມເມດຕາ ແລະເຈົ້າຈະຢຽບຢໍ່າພວກເຂົາລົງຈົນກ້ຽງ.” |
@ 2012 United Bible Societies. All Rights Reserved.