Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 32 - ພຣະຄຳພີສັກສິ

1 “ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ງ່ຽງຫູ​ຂອງເຈົ້າ​ຟັງ​ສຽງ​ຂອງຂ້ອຍ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຈາກ​ປາກ​ຂອງຂ້ອຍ.

2 ຄຳສັ່ງສອນ​ຂອງຂ້ອຍ ຈະ​ຕົກລົງ​ເໝືອນ​ຝົນ​ຫ່າໃຫຍ່ ຊຶ່ງ​ຈະ​ກໍ່​ຕົວ​ຄົງ​ຢູ່​ໄດ້ ເໝືອນ​ນໍ້າ​ຄ້າງ​ຮຸ່ງ​ອາລຸນ; ຖ້ອຍຄຳ​ຂອງຂ້ອຍ ຈະ​ລິນ​ລົງ​ເໝືອນ​ນໍ້າ​ຝົນ​ເທິງ​ພືດອ່ອນ ເໝືອນ​ສາຍຝົນ​ຄ່ອຍໆ​ຍ້ອຍ ໂຮຍ​ຮວດ​ເທິງ​ຫຍ້າຂຽວ.

3 ຂ້ອຍ​ຈະ​ປະກາດ​ໃຫ້​ດັງ​ກ້ອງ ພຣະນາມ​ຂອງ​ພຣະເຈົ້າຢາເວ! ຈົ່ງ​ຖະຫວາຍ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

4 ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.

5 ແຕ່​ພວກເຈົ້າ​ນັ້ນ ພັດ​ບໍ່​ຈົງຮັກ​ແລະ​ພັກດີ ບໍ່​ເໝາະສົມ​ທີ່​ຈະ​ເປັນ ໄພ່ພົນ​ຂອງ​ພຣະອົງ ຄື​ເປັນ​ຊົນຊາດ​ບາບ ທີ່​ກະທຳ​ຜິດ​ຕະຫລອດ​ມາ ພາກັນ​ຄົດໂກງ​ແລະ​ຫັນໜີ ຈາກ​ພຣະເຈົ້າ​ມາ​ຕະຫລອດ.

6 ປະຊາຊົນ​ທີ່​ໂງ່ຈ້າ ແລະ​ເບົາ​ປັນຍາ​ເອີຍ ພວກເຈົ້າ​ຄວນ​ເຮັດ​ວິທີ​ນີ້​ບໍ ກັບ​ພຣະເຈົ້າຢາເວ? ພຣະອົງ​ເປັນ​ບິດາ​ຂອງ​ພວກເຈົ້າ ແລະ​ທັງ​ເປັນ​ຜູ້​ສ້າງ​ພວກເຈົ້າ​ມາ ທັງ​ດູແລ​ແລະ​ຮັກສາ ຈົນ​ພວກເຈົ້າ​ກາຍເປັນ​ຊາດ​ໜຶ່ງ.

7 ຈົ່ງ​ລະນຶກເຖິງ​ອະດີດ ເວລາ​ນານ​ຜ່ານ​ມາ; ຖາມ​ເບິ່ງ​ບັນດາ​ບິດາ ໃຫ້​ເລົ່າ​ສິ່ງ​ທີ່​ໄດ້​ເກີດ​ມາ ສູ່​ຟັງ​ເບິ່ງ ຖາມ​ເບິ່ງ​ພວກ​ຄົນ​ເຖົ້າ ຄົນ​ຊາຣາ​ທີ່​ເກີດ​ກ່ອນ; ບອກ​ເພິ່ນ​ຢ້ອນ​ເລົ່າ​ເລື່ອງ ໃນ​ອະດີດ​ສູ່​ຟັງ​ແດ່ແມ

8 ອົງ​ພຣະຜູ້​ສູງສຸດ​ໄດ້​ໃຫ້​ ຊາດ​ຕ່າງໆ​ມີ​ດິນແດນ​ຂອງຕົນ; ພຣະອົງ​ໄດ້​ກຳນົດ​ບ່ອນ​ໃຫ້​ລູກຫລານ​ຂອງ​ອິດສະຣາເອນ ເປັນ​ບ່ອນ​ທີ່​ພວກເຂົາ​ຈະ​ອາໄສ​ຢູ່ນັ້ນ.

9 ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.

10 ພຣະອົງ​ໄດ້​ເຫັນ​ພວກເຂົາ​ເຄື່ອນຍ້າຍ ຜ່ານ​ຜ່າ​ທ້ອງຖິ່ນ​ທະເລຊາຍ ເປົ່າປ່ຽວ​ທຸລະກັນດານ ທັງ​ລົມ​ພັດ​ແຮງ​ເຫລືອຮ້າຍ; ພຣະອົງ​ເລີຍ​ດູແລ​ປົກປ້ອງ​ໄວ້ ແລະ​ເອົາໃຈໃສ່​ພວກເຂົາ ແລະ​ເຝົ້າ​ປົກປັກ​ຮັກສາ ເໝືອນດັ່ງ​ແກ້ວຕາ​ຂອງ​ພຣະອົງ​ນັ້ນ.

11 ເໝືອນດັ່ງ​ນົກອິນຊີ​ໂຕໜຶ່ງ​ໄດ້ ສອນ​ລູກໆ​ຂອງ​ມັນ​ໃຫ້​ບິນ​ໄປ ກາງ​ປີກ​ຂອງຕົນ​ອອກ​ໄວ້​ລໍ​ຮັບ ລູກໆ​ນັ້ນ​ໄວ້​ຢ່າງ​ປອດໄພ​ໄດ້. ທັງ​ໄດ້​ປົກປ້ອງ​ຄຸ້ມຄອງ​ແລະ​ຮັກສາ ຊົນຊາດ​ອິດສະຣາເອນ ບໍ່​ໃຫ້​ຫຼົ້ມຈົມ​ລົງ​ໄດ້.

12 ພຣະເຈົ້າຢາເວ​ເທົ່ານັ້ນ ນຳພາ​ປະຊາຊົນ​ຂອງຕົນ ປາສະຈາກ​ຄວາມ​ຊ່ວຍເຫລືອ ຂອງ​ບັນດາ​ພະ​ຕ່າງຊາດ.

13 ພຣະອົງ​ໃຫ້​ພວກເຂົາ​ປົກຄອງ​ໄດ້ ພູພຽງ​ອັນ​ກວ້າງໃຫຍ່ ແລະ​ກິນ​ພືດຜົນ​ທີ່​ໃຫຍ່​ຂຶ້ນ ໃນ​ທົ່ງນາ​ນັ້ນ​ໄດ້​ທັງໝົດ. ພວກເຂົາ​ພົບ​ຮັງ​ເຜິ້ງ​ປ່າ ຢູ່​ທ່າມກາງ​ໂງ່ນຫີນ ແລະ​ທີ່​ເທິງ​ໜ້າ​ດິນ​ແຂງ ຕົ້ນ​ໝາກກອກເທດ​ກໍ​ເກີດຂຶ້ນ.

14 ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.

15 ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.

16 ການ​ຂາບໄຫວ້​ຮູບພະ​ຂອງ​ພວກເຂົາ​ນັ້ນ ໄດ້​ເຮັດ​ໃຫ້​ພຣະອົງ​ຊົງ​ຫວງແຫນ; ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ກະທຳ ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ໂກດຮ້າຍ.

17 ພວກເຂົາ​ໄດ້​ຖວາຍບູຊາ​ໃຫ້​ແກ່​ບັນດາ​ຜີມານຮ້າຍ ບໍ່ແມ່ນ​ພຣະແທ້​ ຊຶ່ງ​ບໍ່ແມ່ນ​ພຣະເຈົ້າ​ແຕ່​ແມ່ນ​ພະທຽມ ຄື​ພະ​ໃໝ່ໆ​ເຫຼົ່ານັ້ນ​ທັງຫລາຍ ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ບໍ່ເຄີຍ​ຮູ້; ເປັນ​ບັນດາ​ພະ​ຕ່າງໆ ທີ່​ຊາດ​ອິດສະຣາເອນ​ບໍ່ເຄີຍ​ຮູ້ຈັກ ແລະ​ບໍ່​ຮູ້​ຂາບໄຫວ້​ພວກ​ມັນ ທັງ​ບໍ່ເຄີຍ​ເຊື່ອຟັງ​ມັນ​ມາ​ກ່ອນ.

18 ພວກເຂົາ​ໄດ້​ລືມໄລ​ພຣະເຈົ້າ ພຣະ​ຜູ້ໂຜດຊ່ວຍ​ອົງ​ຍິ່ງໃຫຍ່​ຂອງ​ພວກເຂົາ ອົງ​ຊົງ​ຣິດອຳນາດ​ຫລາຍ ທີ່​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.

19 ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.

20 ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.

21 ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.

22 ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.

23 ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເຂົາເຈົ້າ ເປັນ​ໄພພິບັດ​ອັນ​ບໍ່​ສິ້ນສຸດ​ເປັນ ເຊັ່ນ​ລູກທະນູ​ໜ້ອງ​ທັງໝົດ ທີ່​ເຮົາ​ຈະ​ໃຊ້​ຕໍ່ສູ້​ພວກ​ເຂົາເຈົ້າ.

24 ພວກເຂົາ​ຈະ​ຕາຍ​ເພາະ ການ​ເຈັບໄຂ້​ແລະ​ອຶດຫິວ; ພວກເຂົາ​ຈະ​ສິ້ນ​ຊີວິດ​ໄປ ຍ້ອນ​ພະຍາດ​ອັນ​ຮ້າຍແຮງ​ມາ​ຖືກ. ເຮົາ​ຈະ​ໃຫ້​ສັດປ່າ​ມາ​ຕໍ່ຕ້ານ ກັດ​ກິນ​ພວກເຂົາ​ໃຫ້​ວອດວາຍ ທັງ​ຈະ​ໃຫ້​ງູພິດ​ຮ້າຍ​ມາ​ກັດ ຕອດ​ພວກເຂົາ​ໃຫ້​ເຈັບປວດ.

25 ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.

26 ເຮົາ​ຈະ​ຕ້ອງ​ລົງ​ມື​ທຳລາຍ ພວກ​ເຂົາເຈົ້າ​ໃຫ້​ສິ້ນ​ເຊື້ອສາຍ ເພື່ອ​ຈະ​ບໍ່ມີ​ໃຜ​ອາໄລ​ອາວອນ ຫວນ​ຈົດຈຳ​ພວກເຂົາ​ໄດ້​ອີກ.

27 ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ສັດຕູ​ໂອ້ອວດ​ຈອງຫອງ ວ່າ​ປະຊາຊົນ​ຂອງເຮົາ ແມ່ນ​ເຂົາ​ທີ່​ໄດ້​ຊະນະ; ໃນ​ເມື່ອ​ແມ່ນ​ເຮົາ​ນີ້​ເອງ ທີ່​ໄດ້​ສຳແດງ​ສີ​ມື ພຣະເຈົ້າຢາເວ​ເປັນ​ຜູ້​ຕີ​ພວກເຂົາ​ໃຫ້​ສະຫລາຍ​ໄປ​ຕ່າງຫາກ.’

28 ຊາວ​ອິດສະຣາເອນ​ເປັນ​ຊົນຊາດ ທີ່​ຂາດ​ສະຕິ​ແລະ​ຄວາມຄິດ ພວກເຂົາ​ປະພຶດ​ຢ່າງ​ໂງ່ຈ້າ ປັນຍາ​ແທ້​ບໍ່ມີ​ເລີຍ.

29 ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.

30 ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.

31 ເຫຼົ່າ​ສັດຕູ​ຮູ້​ວ່າ​ພະ​ຂອງ​ພວກເຂົາ​ນັ້ນ​ອ່ອນແອ ບໍ່​ເຂັ້ມແຂງ​ຄື​ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້.

32-33 ສັດຕູ​ຂອງ​ພວກ​ເຂົາເຈົ້າ​ເປື່ອຍເຍື່ອຍ​ກັນ​ໝົດ ເໝືອນ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ນັ້ນ; ເປັນ​ຄື​ກົກ​ອະງຸ່ນ​ທີ່​ເກີດ​ໝາກ​ຂົມ​ແລະ​ເປັນ​ພິດ ເໝືອນ​ເອົາ​ພິດ​ງູ​ມາ​ແຕ່ງ​ເຫຼົ້າ​ອະງຸ່ນ​ແທ້​ບໍ່​ຫ່ອນ​ເປັນ.

34 ພຮະອົງ​ຈົດຈຳ​ສິ່ງ​ທີ່​ເຫຼົ່າ​ສັດຕູ​ໄດ້​ກະທຳ​ມາ; ພຣະອົງ​ລໍ​ຈັງຫວະ​ຈະ​ລົງໂທດ​ພວກເຂົາ​ໃຫ້​ໄດ້.

35 ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.

36 ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.

37 ແລ້ວ​ພຮະອົງ​ກໍ​ຈະ​ຖາມ​ໄພ່ພົນ​ຂອງ​ພຣະອົງ ວ່າ, ‘ພະ​ຍິ່ງໃຫຍ່​ທີ່​ເຈົ້າ​ໄວ້​ໃຈ​ດຽວ​ນີ້​ຢູ່​ໃສ​ແລ້ວ

38 ເຈົ້າ​ບູຊາ​ລ້ຽງ​ມັນ​ໄວ້​ໂດຍ​ຖວາຍ​ໄຂມັນ​ໃຫ້​ມັນ​ຮັບ ທັງ​ຖວາຍ​ເຫຼົ້າ​ອະງຸ່ນ​ໃຫ້​ມັນ​ໄດ້​ດື່ມ​ຢ່າງ​ສະບາຍ. ບັດນີ້ ຈົ່ງ​ບອກ​ມັນ​ໃຫ້​ຊ່ວຍເຫລືອ​ເຈົ້າ​ລອງ​ເບິ່ງ ບອກ​ມັນ​ແລ່ນ​ມາ​ຊ່ວຍ​ກູ້​ເອົາ​ເຈົ້າ​ໄວ້​ສາ.

39 ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.

40 ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຈິງໆ​ໃດ ເຮົາ​ຍົກ​ມື​ຂຶ້ນ​ສະຫວັນ​ແລະ​ເຮົາ​ສາບານ​ໄວ້

41 ເຮົາ​ຈະ​ຝົນ​ດາບ​ໃຫ້​ເຫລື້ອມ​ເປັນ​ແສງ​ຄົມ​ມັບໆ ແລະ​ມື​ຂອງ​ເຮົາ​ຢຶດ​ການ​ຕັດສິນ​ໄວ້. ເຮົາ​ຈະ​ແກ້ແຄ້ນ​ບັນດາ​ເຫຼົ່າ​ສັດຕູ ແລະ​ເຮົາ​ຈະ​ລົງໂທດ​ທັນ​ຜູ້​ທີ່​ກຽດຊັງ​ເຮົາ​ນັ້ນ.

42 ລູກທະນູ​ຂອງເຮົາ​ເປື້ອນ​ຍ້ອນ​ເລືອດ​ຫລັ່ງ​ອອກ​ມາ ແລະ​ດາບ​ຂອງເຮົາ​ຈະ​ຕັດ​ຊີວາ​ຜູ້​ທີ່​ມາ​ຂັດຂວາງ​ເຮົາ​ນັ້ນ. ເຮົາ​ຈະ​ບໍ່​ໄວ້​ຊີວິດ​ຕໍ່​ຜູ້​ຄິດ​ຕໍ່ສູ້​ເຮົາ ແມ່ນແຕ່​ຜູ້​ບາດເຈັບ ແລະ​ຊະເລີຍ​ກໍ​ບໍ່​ມົ້ມ.’

43 ບັນດາ​ຊົນຊາດ​ເອີຍ ຈົ່ງ​ຊົມຊື່ນຍິນດີ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ລົງໂທດ​ທຸກຄົນ​ທີ່​ຂ້າ​ພວກເຂົາ. ພຣະອົງ​ທຳການ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ທັງຫລາຍ ແລະ​ອະໄພ​ການບາບ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ.”

44 ໂມເຊ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ ໄດ້​ເລົ່າ​ເພງ​ນີ້​ສູ່​ປະຊາຊົນ​ຟັງ.


ໂມເຊ​ແນະນຳ​ປະຊາຊົນ​ເທື່ອ​ສຸດທ້າຍ

45 ເມື່ອ​ໂມເຊ​ກ່າວ​ຄຳສັ່ງສອນ​ຂອງ​ພຣະເຈົ້າ​ໃຫ້​ປະຊາຊົນ​ອິດສະຣາເອນ​ຟັງ​ສຸດແລ້ວ

46 ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເຮັດ​ຕາມ​ຂໍ້ຄຳສັ່ງ​ເຫຼົ່ານີ້​ທັງໝົດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ຈົ່ງ​ສັ່ງສອນ​ລູກຫລານ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຮັດ​ຕາມ​ຄຳສັ່ງສອນ​ທັງໝົດ​ຂອງ​ພຣະເຈົ້າ​ຢ່າງ​ຕັ້ງໜ້າ.

47 ຄຳສັ່ງສອນ​ເຫຼົ່ານີ້ ບໍ່ແມ່ນ​ຖ້ອຍຄຳ​ທີ່​ບໍ່ມີ​ປະໂຫຍດ ມັນ​ເປັນ​ຖ້ອຍຄຳ​ທີ່​ໃຫ້​ພວກເຈົ້າ​ມີ​ຊີວິດ. ສະນັ້ນ ຈົ່ງ​ເຮັດ​ຕາມ​ນັ້ນ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ຍືນຍາວ ໃນ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ.”

48 ໃນ​ມື້ນັ້ນເອງ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

49 “ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອາບາຣິມ​ໃນ​ດິນແດນ​ໂມອາບ ຊຶ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ ຈົ່ງ​ປີນ​ຂຶ້ນ​ໄປ​ໃຫ້​ຈົນເຖິງ​ຍອດ​ພູເຂົາ​ເນໂບ ແລະ​ຫລຽວ​ເບິ່ງ​ດິນແດນ​ການາອານ ຊຶ່ງ​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ.

50 ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ​ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ທີ່​ໄດ້​ຕາຍ​ຢູ່​ເທິງ​ພູ​ໂຮເຣ

51 ເພາະ​ເຈົ້າ​ທັງສອງ​ບໍ່​ສັດຊື່​ຕໍ່​ເຮົາ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ. ຄາວ​ຢູ່​ທີ່​ແມ່ນໍ້າ​ເມຣີບາ ໃກ້​ກັບ​ເມືອງ​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ນັ້ນ ພວກເຈົ້າ​ຫລົບລູ່​ກຽດ​ຂອງເຮົາ​ໃນ​ທ່າມກາງ​ປະຊາຊົນ​ອິດສາຣະເອນ.

52 ເຈົ້າ​ຈະ​ຫລຽວເຫັນ​ດິນແດນ​ນັ້ນ​ໃນ​ໄລຍະ​ໄກ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan