ພຣະບັນຍັດສອງ 31 - ພຣະຄຳພີສັກສິໂຢຊວຍຮັບໜ້າທີ່ສືບຕໍ່ແທນໂມເຊ 1 ໂມເຊໄດ້ສືບຕໍ່ໂອ້ລົມກັບປະຊາຊົນອິດສະຣາເອນ 2 ແລະກ່າວວ່າ, “ດຽວນີ້ອາຍຸຂອງຂ້າພະເຈົ້າກໍໄດ້ 120 ປີແລ້ວ ແລະຂ້າພະເຈົ້າຈະເປັນຜູ້ນຳຂອງພວກເຈົ້າຕໍ່ໄປອີກບໍ່ໄດ້. ນອກຈາກນີ້ອີກ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນໄປ. 3 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະໄປກ່ອນໜ້າພວກເຈົ້າ ແລະພຣະອົງຈະທຳລາຍຊົນຊາດຕ່າງໆທີ່ອາໄສຢູ່ທີ່ນັ້ນ ເພື່ອວ່າພວກເຈົ້າຈະໄດ້ຢຶດຄອງດິນແດນຂອງພວກເຂົາ; ໂຢຊວຍຈະເປັນຜູ້ນຳພາຂອງພວກເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້. 4 ພຣະເຈົ້າຢາເວຈະທຳລາຍປະຊາຊົນເຫຼົ່ານັ້ນ ເໝືອນດັ່ງທີ່ພຣະອົງໄດ້ເອົາຊະນະກະສັດຂອງຊາວອາໂມ ຄືເຈົ້າສີໂຫນແລະເຈົ້າໂອກ ແລະໄດ້ທຳລາຍດິນແດນຂອງພວກເຂົາ. 5 ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີໄຊຊະນະເໜືອພວກເຂົາ ແລະພວກເຈົ້າຕ້ອງເຮັດກັບພວກເຂົາແທ້ໆ ດັ່ງທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ. 6 ຈົ່ງເດັດດ່ຽວແລະກ້າຫານ ຢ່າຢ້ານພວກເຂົາ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ສະຖິດຢູ່ກັບພວກເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລືປະຖິ້ມພວກເຈົ້າ.” 7 ແລ້ວໂມເຊກໍໄດ້ເອີ້ນໂຢຊວຍເຂົ້າມາຫາ ແລະກ່າວແກ່ລາວຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຕ້ອງເປັນຜູ້ທີ່ຈະນຳພາປະຊາຊົນເຫຼົ່ານີ້ເຂົ້າໄປຢຶດຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ. 8 ພຣະເຈົ້າຢາເວເອງເປັນຜູ້ອອກໜ້າກ່ອນເຈົ້າແລະສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫລືປະຖິ້ມພວກເຈົ້າ. ສະນັ້ນ ຢ່າທໍ້ຖອຍຫລືຢ້ານກົວເລີຍ.” ກົດບັນຍັດໄດ້ຖືກອ່ານທຸກໆເຈັດປີ 9 ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂອງພຣະເຈົ້າ ແລະມອບໃຫ້ປະໂຣຫິດຊາວເລວີ ທີ່ເປັນຜູ້ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະມອບໃຫ້ພວກຜູ້ນຳຂອງຊາດອິດສະຣາເອນ. 10 ເພິ່ນໄດ້ສັ່ງພວກເຂົາວ່າ, “ໃນທ້າຍປີຂອງທຸກເຈັດປີໃດ ເມື່ອປີແຫ່ງການຍົກໜີ້ວຽນມາເຖິງ ຈົ່ງອ່ານກົດບັນຍັດນີ້ດ້ວຍສຽງດັງໃນເທດສະການປຸກຕູບຢູ່. 11 ເມື່ອພວກອິດສະຣາເອນທັງໝົດມາຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໃນບ່ອນທີ່ພຣະອົງເລືອກໄວ້. ເຈົ້າຈົ່ງອ່ານກົດບັນຍັດນີ້ຕໍ່ໜ້າປະຊາຊົນອິດສະຣາເອນໃຫ້ຫູຂອງພວກເຂົາໄດ້ຍິນ. 12 ຈົ່ງເອີ້ນທຸກໆຄົນມາເຕົ້າໂຮມກັນເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ ເພື່ອວ່າທຸກຄົນຈະໄດ້ຍິນແລະຮຽນຮູ້ ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດຕາມຄຳສັ່ງສອນຂອງພຣະອົງຢ່າງສັດຊື່. 13 ດັ່ງນັ້ນ ພວກລູກຫລານຂອງພວກເຈົ້າຜູ້ທີ່ບໍ່ເຄີຍໄດ້ຍິນກົດບັນຍັດກໍຈະໄດ້ຍິນໄດ້ຟັງແລະຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຕາບໃດທີ່ພວກເຂົາອາໄສຢູ່ໃນດິນແດນ ທີ່ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງນັ້ນ.” ພຣະເຈົ້າຢາເວແນະນຳໂມເຊເທື່ອສຸດທ້າຍ 14 ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ເຈົ້າຈະມີຊີວິດຢູ່ອີກບໍ່ດົນ. ຈົ່ງເອີ້ນໂຢຊວຍໄປທີ່ຫໍເຕັນບ່ອນຊຸມນຸມເພື່ອວ່າເຮົາຈະໄດ້ແນະນຳລາວ.” ໂມເຊແລະໂຢຊວຍກໍໄດ້ພາກັນໄປທີ່ຫໍເຕັນບ່ອນຊຸມນຸມ. 15 ແລະພຣະເຈົ້າຢາເວກໍໄດ້ປາກົດຕໍ່ພວກເພິ່ນທີ່ນັ້ນ ໃນກ້ອນເມກທາງເຂົ້າຫໍເຕັນ. 16 ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຈະຕາຍໃນໄວໆນີ້ ແລະຫລັງຈາກເຈົ້າຕາຍໄປແລ້ວປະຊາຊົນກໍຈະບໍ່ສັດຊື່ຕໍ່ເຮົາ ແລະລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຂົາ. ພວກເຂົາຈະປະຖິ້ມເຮົາ ແລະໄປຂາບໄຫວ້ບັນດາພະຂອງຊາວຕ່າງຊາດໃນດິນແດນທີ່ພວກເຂົາກຳລັງຈະເຂົ້າໄປຢຶດຄອງນັ້ນ. 17 ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະຄຽດຮ້າຍພວກເຂົາ ເຮົາຈະປະຖິ້ມພວກເຂົາແລະພວກເຂົາຈະຖືກທຳລາຍ. ໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ ແລ້ວພວກເຂົາຈະຮູ້ແນ່ແທ້ວ່າ ສິ່ງເຫຼົ່ານີ້ທີ່ເກີດຂຶ້ນກັບພວກເຂົາ ກໍຍ້ອນວ່າເຮົາຄືພຣະເຈົ້າຂອງພວກເຂົາບໍ່ຢູ່ນຳພວກເຂົາອີກຕໍ່ໄປ. 18 ເຮົາຈະບໍ່ຍອມຊ່ວຍເຫລືອພວກເຂົາອີກຕໍ່ໄປ ເພາະພວກເຂົາໄດ້ເຮັດຊົ່ວແລະໄດ້ຂາບໄຫວ້ບັນດາພະອື່ນ. 19 ບັດນີ້ ຈົ່ງຂຽນເພງນີ້ໄວ້. ຈົ່ງສອນປະຊາຊົນອິດສະຣາເອນໃຫ້ຮຽນຮ້ອງເພງນັ້ນ ເພື່ອວ່າມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. 20 ເຮົາຈະນຳພວກເຂົາເຂົ້າໄປສູ່ດິນແດນນີ້ທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ເຮົາໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ໃນທີ່ນັ້ນ ພວກເຂົາຈະມີອາຫານການກິນຕາມຄວາມຕ້ອງການ ແລະພວກເຂົາຈະມີຊີວິດຢູ່ຢ່າງສະໜຸກສຸກສະບາຍ, ແຕ່ພວກເຂົາຈະຫັນໜີໄປຂາບໄຫວ້ບັນດາພະອື່ນ. ພວກເຂົາຈະປະຖິ້ມເຮົາແລະລະເມີດພັນທະສັນຍາຂອງເຮົາ 21 ແລະໄພພິບັດອັນຮ້າຍແຮງຫລາຍຢ່າງຈະມາເຖິງພວກເຂົາ, ແຕ່ຄົນຍັງຈະຮ້ອງເພງນີ້ຢູ່ຕໍ່ໄປ ແລະມັນຈະເປັນຈຸດຢືນແຫ່ງຄວາມຈິງຕໍ່ສູ້ພວກເຂົາ. ແມ່ນແຕ່ເວລານີ້ ກ່ອນເຮົານຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ພວກເຂົາ ເຮົາກໍຮູ້ວ່າພວກເຂົາກຳລັງຄິດຢ່າງໃດແລ້ວ.” 22 ໃນມື້ນັ້ນເອງ ໂມເຊໄດ້ປະພັນບົດເພງຂຶ້ນ ແລະສອນໃຫ້ປະຊາຊົນອິດສະຣາເອນ. 23 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍລູກຊາຍຂອງນູນ ໂດຍໄດ້ບອກລາວວ່າ, “ຈົ່ງເດັດດ່ຽວແລະກ້າຫານ ເຈົ້າຈະນຳພາປະຊາຊົນອິດສະຣາເອນເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບພວກເຂົາແລະເຮົາຈະຢູ່ກັບເຈົ້າ.” 24 ໂມເຊໄດ້ຂຽນກົດບັນຍັດລົງໃນປື້ມຫົວໜຶ່ງ ໂດຍບໍ່ຂາດຈັກຄຳ. 25 ເມື່ອຂຽນສຳເລັດແລ້ວ ເພິ່ນຈຶ່ງກ່າວແກ່ປະໂຣຫິດຊາວເລວີ ຜູ້ທີ່ຮັບຜິດຊອບຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວວ່າ, 26 “ຈົ່ງເອົາປື້ມທີ່ບັນຈຸກົດບັນຍັດນີ້ ໄປໄວ້ຂ້າງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພື່ອວ່າປື້ມນີ້ຈະເປັນພະຍານຕໍ່ສູ້ໄພ່ພົນຂອງພຣະອົງ. 27 ຂ້າພະເຈົ້າຮູ້ວ່າພວກເຂົາດື້ດຶງແລະຄິດຄົດທໍລະຍົດເທົ່າໃດ. ພວກເຂົາໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວໃນລະຫວ່າງທີ່ຂ້າພະເຈົ້າຍັງມີຊີວິດຢູ່ ແລະພວກເຂົາກໍຈະກະບົດຕໍ່ສູ້ພຣະອົງຫລາຍກວ່ານີ້ອີກ ຫລັງຈາກທີ່ຂ້າພະເຈົ້າຕາຍໄປແລ້ວ. 28 ຈົ່ງເອີ້ນຫົວໜ້າເຜົ່າທັງໝົດແລະເຈົ້າໜ້າທີ່ຂອງພວກເຈົ້າ ມາປະຊຸມກັນຢູ່ຊ້ອງໜ້າຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະໄດ້ບອກສິ່ງເຫຼົ່ານີ້ເປັນບົດເພງສູ່ພວກເຂົາຟັງ; ຂ້າພະເຈົ້າຈະວິງວອນສະຫວັນແລະແຜ່ນດິນໂລກໃຫ້ເປັນພະຍານເພື່ອຕໍ່ສູ້ພວກເຂົາ. 29 ຂ້າພະເຈົ້າຮູ້ວ່າຫລັງຈາກຂ້າພະເຈົ້າຕາຍໄປແລ້ວ ປະຊາຊົນຈະເຮັດຊົ່ວແລະປະຖິ້ມສິ່ງທີ່ຂ້າພະເຈົ້າໄດ້ສັ່ງສອນພວກເຂົາ. ໃນພາຍຄັ້ງໜ້າ ພວກເຂົາຈະພົບກັບໄພພິບັດ ເພາະພວກເຂົາຈະໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ໂດຍປະຕິບັດໃນສິ່ງທີ່ພຣະອົງໄດ້ຫ້າມ.” ບົດເພງຂອງໂມເຊ 30 ແລ້ວໂມເຊກໍຮ້ອງບົດເພງທັງໝົດນີ້ໃຫ້ປະຊາຊົນອິດສະຣາເອນຟັງວ່າ, |
@ 2012 United Bible Societies. All Rights Reserved.