ພຣະບັນຍັດສອງ 30 - ພຣະຄຳພີສັກສິເງື່ອນໄຂສຳລັບການຄືນດີແລະພອນຄວາມສຸກ 1 “ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງຄຳອວຍພອນແລະຄຳສາບແຊ່ງ. ເມື່ອເຫດການເຫຼົ່ານີ້ທັງໝົດໄດ້ເກີດຂຶ້ນກັບພວກເຈົ້າແລ້ວ ແລະພວກເຈົ້າກຳລັງອາໄສຢູ່ທ່າມກາງຊົນຊາດຕ່າງໆ ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ; ພວກເຈົ້າກໍຈະຈົດຈຳສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ພວກເຈົ້າເລືອກເອົາ. 2 ຖ້າພວກເຈົ້າແລະລູກຫລານກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງດ້ວຍສຸດໃຈພຣະຂໍ້ຄຳສັ່ງທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້; 3 ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະຫັນມາເມດຕາພວກເຈົ້າ. ພຣະອົງຈະນຳພວກເຈົ້າກັບຄືນມາຈາກຊົນຊາດຕ່າງໆ ບ່ອນທີ່ພຣະອົງໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປອາໄສຢູ່ນັ້ນ ແລະຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນໃໝ່. 4 ເຖິງແມ່ນວ່າພວກເຈົ້າຈະຕົກໄປຢູ່ໄກກັນຄົນລະຟາກຟ້າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະເຕົ້າໂຮມພວກເຈົ້າໃຫ້ກັບຄືນມາຫາກັນໃໝ່ 5 ເພື່ອວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະນຳພາພວກເຈົ້າສູ່ດິນແດນທີ່ປູ່ຍ່າຕາຍາຍຂອງພວກເຈົ້າເຄີຍອາໄສຢູ່ມາແຕ່ກ່ອນນັ້ນອີກ. ແລ້ວພຣະອົງກໍຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນ ແລະມີຈຳນວນຄົນຫລາຍກວ່າທີ່ປູ່ຍ່າຕາຍາຍຂອງພວກເຈົ້າເຄີຍເປັນມາກ່ອນ. 6 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າ ແລະລູກຫລານ ມີໃຈເຊື່ອຟັງເພື່ອວ່າພວກເຈົ້າຈະຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າ ແລະສືບຕໍ່ອາໄສຢູ່ໃນດິນແດນນັ້ນໄດ້. 7 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຫັນເອົາຄຳສາບແຊ່ງເຫຼົ່ານີ້ທັງໝົດໄປສູ່ເຫຼົ່າສັດຕູຂອງພວກເຈົ້າ ຜູ້ທີ່ກຽດຊັງແລະກົດຂີ່ຂົ່ມເຫັງພວກເຈົ້າ, 8 ແລະພວກເຈົ້າກໍຈະເຊື່ອຟັງພຣະເຈົ້າຢາເວອີກທັງຖືຮັກສາຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້. 9 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງໃນທຸກໆສິ່ງທີ່ພວກເຈົ້າເຮັດ. ພວກເຈົ້າຈະມີລູກຫລານຫລາຍແລະມີຝູງສັດຢ່າງຫລວງຫລາຍ ແລະທົ່ງໄຮ່ທົ່ງນາຂອງພວກເຈົ້າຈະຜະລິດພືດຜົນໄດ້ຢ່າງອຸດົມສົມບູນ. ພຣະເຈົ້າຢາເວຈະມີຄວາມດີໃຈທີ່ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າຈະເລີນຮຸ່ງເຮືອງ, 10 ແຕ່ພວກເຈົ້າຈະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຖືຮັກສາກົດບັນຍັດທັງໝົດຂອງພຣະອົງ ຊຶ່ງມີຂຽນໄວ້ໃນປື້ມກົດບັນຍັດຫົວນີ້. ພວກເຈົ້າຈະຕ້ອງຫັນກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດ. 11 ຄຳສັ່ງທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ບໍ່ເປັນສິ່ງທີ່ຍາກ ຫລືເຫຼືອວິໄສທີ່ພວກເຈົ້າຈະປະຕິບັດໄດ້. 12 ຄຳສັ່ງນັ້ນບໍ່ໄດ້ຢູ່ທີ່ສະຫວັນ ພວກເຈົ້າບໍ່ຈຳເປັນຕ້ອງຖາມວ່າ, ‘ໃຜຈະຂຶ້ນໄປສະຫວັນແລະນຳລົງມາໃຫ້ພວກເຮົາ ເພື່ອພວກເຮົາຈະໄດ້ຍິນແລະເຮັດຕາມ?’ 13 ຄຳສັ່ງນັ້ນບໍ່ໄດ້ຢູ່ທາງຟາກທະເລດ້ານອື່ນ. ພວກເຈົ້າບໍ່ຈຳເປັນຕ້ອງຖາມວ່າ ‘ໃຜຈະຂ້າມທະເລໄປເອົາມາ ເພື່ອວ່າພວກເຮົາຈະໄດ້ຍິນແລະເຮັດຕາມ?’ 14 ບໍ່ແມ່ນຢ່າງນັ້ນດອກ ຄຳສັ່ງນັ້ນຢູ່ກັບພວກເຈົ້າ. ພວກເຈົ້າຮູ້ແລະຍົກມາເປັນຂໍ້ອ້າງອີງໄດ້. ດັ່ງນັ້ນ ບັດນີ້ຈົ່ງເຊື່ອຟັງຕາມນັ້ນເຖີດ. 15 ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າເລືອກເອົາ ລະຫວ່າງຊີວິດແລະຄວາມຈະເລີນ ກັບຄວາມຕາຍແລະຄວາມຈິບຫາຍ. 16 ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້. ຖ້າພວກເຈົ້າຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຊື່ອຟັງພຣະອົງ ແລະຖືຮັກສາກົດບັນຍັດທັງໝົດຂອງພຣະອົງ ແລ້ວພວກເຈົ້າກໍຈະຈະເລີນຮຸ່ງເຮືອງຈົນກາຍເປັນຊົນຊາດໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນດິນແດນ ທີ່ພວກເຈົ້າກຳລັງຈະເຂົ້າໄປຢຶດຄອງ. 17 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງແລະປະຕິເສດທີ່ຈະເຮັດຕາມ ທັງຍອມໃຫ້ຖືກຊັກຊວນໄປຂາບໄຫວ້ບັນດາພະອື່ນ 18 ຂ້າພະເຈົ້າຂໍປະກາດວ່າ ພວກເຈົ້າຈະຖືກທຳລາຍຢ່າງໝົດສິ້ນໃນບັດນີ້ແລະໃນທີ່ນີ້. ພວກເຈົ້າຈະບໍ່ມີອາຍຸຍືນຍາວໃນດິນແດນທີ່ທາງຟາກແມ່ນໍ້າຈໍແດນ ຊຶ່ງພວກເຈົ້າກຳລັງຈະເຂົ້າໄປຢຶດຄອງນັ້ນ. 19 ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງຊີວິດແລະຄວາມຕາຍ, ພຣະພອນແລະຄຳສາບແຊ່ງ, ແລະຂ້າພະເຈົ້າວິງວອນສະຫວັນແລະແຜ່ນດິນໂລກໃຫ້ເປັນພະຍານໃນສິ່ງທີ່ພວກເຈົ້າເລືອກເອົາ. ຈົ່ງເລືອກເອົາຊີວິດເຖີດ ເພື່ອໃຫ້ພວກເຈົ້າແລະລູກຫລານຂອງພວກເຈົ້າມີຊີວິດຢູ່. 20 ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງເຊື່ອຟັງພຣະອົງແລະສັດຊື່ຕໍ່ພຣະອົງ ແລ້ວພວກເຈົ້າແລະລູກຫລານກໍຈະມີຊີວິດຍືນຍາວ ຢູ່ໃນດິນແດນທີ່ພຣະອົງໄດ້ສັນຍາແກ່ປູ່ຍ່າຕາຍາຍຂອງພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.” |
@ 2012 United Bible Societies. All Rights Reserved.