ພຣະບັນຍັດສອງ 3 - ພຣະຄຳພີສັກສິຊາວອິດສະຣາເອນປາບເຈົ້າໂອກ ( ຈບຊ 21:31-35 ) 1 “ຕໍ່ມາ ພວກເຮົາໄດ້ເດີນທາງໄປທີ່ພາກເໜືອສູ່ອານາເຂດບາຊານ ແລະເຈົ້າໂອກໄດ້ຍົກທັບອອກມາສູ້ຮົບພວກເຮົາໃກ້ກັບເມືອງເອັດເຣອີ. 2 ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າຢ້ານລາວເລີຍ. ເຮົາກຳລັງມອບເຈົ້າໂອກພ້ອມກອງທັບ ແລະເຂດແດນທັງໝົດຂອງລາວໃຫ້ເຈົ້າ. ຈົ່ງເຮັດກັບລາວຢ່າງດຽວກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຊາວອາໂມຜູ້ທີ່ປົກຄອງນະຄອນເຮັດຊະໂບນ.’ 3 ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງມອບເຈົ້າໂອກ ແລະປະຊາຊົນຂອງເພິ່ນ ໃຫ້ຢູ່ໃຕ້ອຳນາດຂອງພວກເຮົາ ແລະພວກເຮົາໄດ້ຂ້າພວກເຂົາຖິ້ມຈົນໝົດ. 4 ໃນເວລາດຽວກັນນັ້ນ ພວກເຮົາກໍຢຶດເອົາທຸກຕົວເມືອງຂອງເພິ່ນ ໂດຍບໍ່ໄດ້ປະເມືອງໃດໄວ້. ທັງໝົດທີ່ຢຶດໄດ້ມີ 60 ເມືອງ ລວມທັງເຂດອັກໂກບທັງໝົດ ຊຶ່ງເປັນເມືອງທີ່ເຈົ້າໂອກກະສັດແຫ່ງບາຊານໄດ້ປົກຄອງ. 5 ເມືອງເຫຼົ່ານັ້ນທັງໝົດມີປ້ອມລ້ອມດ້ວຍກຳແພງສູງ ແລະມີປະຕູເມືອງລົງໄລດ້ວຍເຫລັກແທ່ງ ແລະມີຫລາຍໝູ່ບ້ານເໝືອນກັນທີ່ບໍ່ມີກຳແພງລ້ອມ. 6 ພວກເຮົາໄດ້ທຳລາຍໝົດທຸກເມືອງ ແລະຂ້າຊາວເມືອງທຸກຄົນ ບໍ່ວ່າຊາຍແລະຍິງຕະຫລອດທັງເດັກນ້ອຍ ດັ່ງທີ່ພວກເຮົາໄດ້ເຮັດໃນເມືອງຕ່າງໆ ຂອງເຈົ້າສີໂຫນແຫ່ງນະຄອນເຮັດຊະໂບນ. 7 ພວກເຮົາໄດ້ຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ. 8 ໃນຄັ້ງນັ້ນ ພວກເຮົາໄດ້ຢຶດເອົາຈາກກະສັດທັງສອງຂອງຊາວອາໂມ ດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຕັ້ງແຕ່ແມ່ນໍ້າອາກໂນນຈົນເຖິງພູເຮີໂມນ. ( 9 ຊາວຊີໂດນເອີ້ນພູເຮີໂມນວ່າ ສີຣິໂອນ ແລະຊາວອາໂມເອີ້ນວ່າ ເສນີ.) 10 ພວກເຮົາໄດ້ຢຶດເອົາໝົດທຸກເຂດແດນຂອງເຈົ້າໂອກໃນບາຊານ ດັ່ງນີ້: ເມືອງຕ່າງໆຕາມພູພຽງ, ຂົງເຂດກີເລອາດແລະບາຊານ, ໄກອອກໄປຈົນຮອດສາເລກາແລະເອັດເຣອີ. ( 11 ເຈົ້າໂອກແມ່ນກະສັດຄົນສຸດທ້າຍຂອງຊາວເຣຟາອິມ. ບ່ອນໃສ່ສົບ ຂອງເພິ່ນເຮັດດ້ວຍຫີນ ຍາວ 4 ແມັດ ແລະກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາຂອງຊາວອຳໂມນ.)” ເຜົ່າທີ່ຕັ້ງຫຼັກແຫຼ່ງຢູ່ທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ( ຈບຊ 32:1-42 ) 12 “ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ. 13 ສຳລັບເຜົ່າມານາເຊເຄິ່ງເຜົ່າ ຂ້າພະເຈົ້າໄດ້ມອບສ່ວນທີ່ເຫຼືອຂອງກີເລອາດ ແລະດິນທຸກເຂດຂອງບາຊານດ້ວຍ ບ່ອນທີ່ເຈົ້າໂອກໄດ້ປົກຄອງຄືຂົງເຂດອັກໂກບທັງໝົດ.” (ບາຊານເປັນທີ່ຮູ້ຈັກກັນວ່າ ເປັນດິນແດນຂອງຊາວເຣຟາອິມ. 14 ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.) 15 “ຂ້າພະເຈົ້າໄດ້ມອບເຂດແດນກີເລອາດ ໃຫ້ຕະກຸນມາກີໃນເຜົ່າມານາເຊ. 16 ສ່ວນເຜົ່າຣູເບັນແລະເຜົ່າກາດນັ້ນ ຂ້າພະເຈົ້າໄດ້ມອບເຂດແດນຕັ້ງແຕ່ກີເລອາດຈົນເຖິງແມ່ນໍ້າອາກໂນນ. ທາງກາງແມ່ນໍ້ານີ້ ໃຊ້ເປັນຊາຍແດນຕອນໃຕ້ຂອງພວກເຂົາ ແລະຊາຍແດນຕອນເໜືອແມ່ນແມ່ນໍ້າຢັບໂບກ ຊຶ່ງສ່ວນໜຶ່ງເປັນຊາຍແດນຂອງພວກອຳໂມນ. 17 ທາງທິດຕາເວັນຕົກ ເຂດແດນຂອງພວກເຂົາຍາວອອກໄປຮອດແມ່ນໍ້າຈໍແດນ ຕັ້ງແຕ່ທະເລສາບຄາລີເລໃນຕອນເໜືອ ລົງມາຮອດທະເລຕາຍໃນຕອນໃຕ້ ແລະເລີຍມາຮອດຕີນພູປີສະກາທາງທິດຕາເວັນອອກ. 18 ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ. 19 ຂ້າພະເຈົ້າຮູ້ວ່າພວກເຈົ້າມີຝູງສັດຫລາຍ ສະນັ້ນ ຈົ່ງໃຫ້ພວກລູກເມຍຂອງພວກເຈົ້າເທົ່ານັ້ນຢູ່ໃນເມືອງທາງຟາກນີ້ ທີ່ເຮົາໄດ້ມອບໃຫ້ພວກເຈົ້ານັ້ນ. 20 ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ ຢູ່ທາງຟາກຕາເວັນຕົກແມ່ນໍ້າຈໍແດນ ແລະຈົນກວ່າພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທາງຟາກນີ້. 21 ແລ້ວຂ້າພະເຈົ້າກໍແນະນຳໂຢຊວຍວ່າ, ‘ເຈົ້າໄດ້ເຫັນໝົດທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ເຮັດກັບກະສັດທັງສອງຄົນນັ້ນແລ້ວ ຄືເຈົ້າສີໂຫນແລະເຈົ້າໂອກ ແລະພຣະເຈົ້າຢາເວຈະເຮັດຢ່າງດຽວກັບຄົນອື່ນໆ ໃນດິນແດນທີ່ພວກເຈົ້າຈະບຸກລຸກເຂົ້າໄປ. 22 ຢ່າຢ້ານພວກເຂົາແຕ່ປະການໃດເລີຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະສູ້ຮົບແທນພວກເຈົ້າ.’ ໂມເຊບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນການາອານ 23 ໃນຄັ້ງນັ້ນ ຂ້າພະເຈົ້າໄດ້ພາວັນນາອະທິຖານຢ່າງຮ້ອນຮົນຕໍ່ພຣະເຈົ້າຢາເວວ່າ 24 ‘ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍຮູ້ວ່າພຣະອົງໄດ້ສຳແດງໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເຫັນພຽງແຕ່ ເບື້ອງຕົ້ນຂອງເຫດການອັນຍິ່ງໃຫຍ່ແລະອັດສະຈັນຂອງພຣະອົງ. ບໍ່ມີພະໃດໆໃນສະຫວັນຫລືເທິງແຜ່ນດິນໂລກ ທີ່ເຮັດສິ່ງອັດສະຈັນເໝືອນດັ່ງພຣະອົງໄດ້ເຮັດນັ້ນ 25 ຂໍພຣະອົງໂຜດໃຫ້ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ໄປເບິ່ງດິນແດນທີ່ອຸດົມສົມບູນແລະຮັ່ງມີທາງຟາກພຸ້ນແດ່ທ້ອນ ຄືເບິ່ງເນີນພູອັນສວຍງາມແລະພູເຂົາຂອງເລບານອນ.’ 26 ແຕ່ຍ້ອນພວກເຈົ້າ ພຣະເຈົ້າຢາເວຈຶ່ງຄຽດຮ້າຍຂ້າພະເຈົ້າ ແລະບໍ່ຟັງຄຳຂໍຂອງຂ້າພະເຈົ້າ, ແຕ່ພຣະອົງກັບຕອບຂ້າພະເຈົ້າວ່າ, ‘ພໍແລ້ວ ຢ່າໄດ້ເອີ່ຍເຖິງເລື່ອງນີ້ອີກ 27 ເຈົ້າຈົ່ງຂຶ້ນໄປເທິງຈອມພູປີສະກາ ແລະແນມເບິ່ງທົ່ວທຸກທິດຄື: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ. ຈົ່ງເບິ່ງສິ່ງທີ່ເຈົ້າເຫັນໃຫ້ຄັກໆ ເພາະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນນັ້ນເປັນເດັດຂາດ. 28 ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’ 29 ສະນັ້ນ ພວກເຮົາຈຶ່ງໄດ້ຄ້າງຢູ່ຮ່ອມພູ ທີ່ກົງກັນຂ້າມກັບເມືອງເບັດເປອໍ.” |
@ 2012 United Bible Societies. All Rights Reserved.