Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 29 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຕັ້ງ​ພັນທະສັນຍາ​ໃໝ່​ທີ່​ດິນແດນ​ໂມອາບ

1 ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.

2 ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.

3 ພວກເຈົ້າ​ໄດ້​ເຫັນ​ໄພພິບັດ​ອັນ​ໜ້າຢ້ານ ການ​ອັດສະຈັນ​ຕ່າງໆ ແລະ​ໝາຍສຳຄັນ​ນາໆ​ປະການ​ທີ່​ໄດ້​ຊົງ​ກະທຳ.

4 ພຣະເຈົ້າຢາເວ​ບໍ່ໄດ້​ປະທານ​ຕາ​ທີ່​ເຫັນ​ໄດ້ ໃຈ​ທີ່​ເຂົ້າໃຈ ຫູ​ທີ່​ຍິນ​ໄດ້​ແກ່​ພວກເຈົ້າ​ຈົນເຖິງ​ວັນນີ້.

5 ເປັນ​ເວລາ​ສີ່ສິບ​ປີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແມ່ນແຕ່​ເຄື່ອງ​ນຸ່ງຫົ່ມ​ແລະ​ເກີບ​ຂອງ​ພວກເຈົ້າ​ກໍ​ບໍ່ໄດ້​ຂາດ.

6 ພວກເຈົ້າ​ບໍ່ມີ​ເຂົ້າຈີ່​ກິນ ບໍ່ມີ​ເຫຼົ້າ​ອະງຸ່ນ ແລະ​ເຫຼົ້າ​ຊະນິດ​ອື່ນໆ​ດື່ມ, ແຕ່​ພຣະອົງ​ໄດ້​ຕອບ​ສະໜອງ​ຄວາມ​ຈຳເປັນ​ຂອງ​ພວກເຈົ້າ ເພື່ອ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ວ່າ​ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ.

7 ເມື່ອ​ພວກເຮົາ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້ ເຈົ້າສີໂຫນ​ແຫ່ງ​ນະຄອນ​ເຮັດຊະໂບນ​ແລະ​ເຈົ້າໂອກ​ແຫ່ງ​ນະຄອນ​ບາຊານ ໄດ້​ຍົກທັບ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ

8 ໂດຍ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ ແລະ​ພວກເຮົາ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ໃຫ້​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.

9 ຈົ່ງ​ເຊື່ອຟັງ​ຢ່າງ​ຈິງໃຈ ເນື້ອໃນ​ທັງໝົດ​ຂອງ​ພັນທະສັນຍາ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຮັດ​ທຸກໆສິ່ງ​ເປັນ​ຜົນ​ສຳເລັດ.

10 ວັນນີ້ ພວກເຈົ້າ​ກຳລັງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໝົດ​ທຸກຄົນ​ຄື​ພວກ​ຜູ້ນຳ​ແລະ​ເຈົ້າໜ້າທີ່​ຜູ້ຊາຍ

11 ຜູ້ຍິງ​ແລະ​ເດັກນ້ອຍ ແລະ​ຊາວ​ຕ່າງດ້າວ​ທີ່​ໄດ້​ອາໄສ​ຢູ່​ນຳ ທີ່​ເປັນ​ຜູ້​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຈົ້າ.

12 ເພື່ອ​ພວກເຈົ້າ​ຈະ​ໄດ້ເຂົ້າ​ມາ​ໃນ​ພັນທະສັນຍາ​ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຄື​ໃນ​ພັນທະສັນຍາ​ທີ່​ສາບານ​ໄວ້ ແລະ​ໃນ​ພັນທະສັນຍາ​ແຫ່ງ​ພຣະເຈົ້າຢາເວ​ທີ່​ຊົງກະທຳ​ກັບ​ພວກເຈົ້າ​ໃນ​ວັນ​ນີ້

13 ເພື່ອ​ວ່າ​ແຕ່​ນີ້​ຕໍ່ໄປ ພຣະອົງ​ຈະ​ໄດ້​ກ່າວ​ຢືນຢັນ​ວ່າ ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ແລະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.

14 ບໍ່ແມ່ນ​ພຽງແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ກຳລັງ​ເຮັດ​ພັນທະສັນຍາ​ແລະ​ຂໍ້​ຕົກລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.

15 ພຣະອົງ​ກຳລັງ​ເຮັດ​ກັບ​ໝົດ​ທຸກຄົນ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ​ໃນ​ວັນນີ້ ແລະ​ກັບ​ລູກຫລານ​ຂອງ​ພວກເຮົາ​ທີ່​ຈະ​ເກີດ​ມາ​ໃນ​ອະນາຄົດ​ດ້ວຍ.

16 ພວກເຈົ້າ​ຮູ້​ແລ້ວ​ວ່າ ການ​ໃຊ້​ຊີວິດ​ຂອງ​ພວກເຈົ້າ​ໃນ​ປະເທດ​ເອຢິບ ແລະ​ໃນ​ການ​ເດີນທາງ​ຜ່ານ​ເຂດແດນ​ຂອງ​ຊົນຊາດ​ອື່ນໆ​ນັ້ນ​ເປັນ​ຢ່າງໃດ.

17 ພວກເຈົ້າ​ໄດ້​ເຫັນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າລັງກຽດ ທີ່​ພວກເຂົາ​ເຮັດ​ດ້ວຍ​ໄມ້, ຫີນ, ເງິນ ແລະ​ຄຳ.

18 ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ ບໍ່​ວ່າ​ຊາຍ, ຍິງ, ຄອບຄົວ ຫລື​ເຜົ່າໃດ​ກໍຕາມ​ທີ່​ຢືນ​ຢູ່​ທີ່​ນີ້​ໃນວັນນີ້ ຫັນເຫ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄປ​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ຊົນຊາດ​ອື່ນ. ການ​ກະທຳ​ເຊັ່ນນີ້ ຈະ​ເປັນ​ດັ່ງ​ຮາກເຫງົ້າ​ທີ່​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ຂົມຂື່ນ​ແລະ​ເປັນ​ພິດ.

19 ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.

20 ພຣະເຈົ້າຢາເວ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ຄົນ​ເຊັ່ນນັ້ນ​ເລີຍ. ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ລຸກໄໝ້​ຕໍ່ສູ້​ລາວ​ເໝືອນດັ່ງ​ໄຟ​ທີ່​ເຜົາຜານ ແລະ​ການ​ສາບແຊ່ງ​ທັງໝົດ ທີ່​ໄດ້​ບັນທຶກ​ໄວ້​ໃນ​ປື້ມ​ກົດບັນຍັດ​ນີ້ ກໍ​ຈະ​ຕົກ​ຖືກ​ລາວ​ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ຄົນ​ນີ້​ໃຫ້​ດັບສູນໄປ.

21 ພຣະເຈົ້າຢາເວ​ຈະ​ລົງໂທດ​ລາວ ເພື່ອ​ເປັນ​ຕົວຢ່າງ​ແກ່​ຊາວ​ອິດສະຣາເອນ​ທຸກ​ເຜົ່າ. ພຣະອົງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ຖືກ​ລາວ​ຕາມ​ຄຳສາບແຊ່ງ​ທັງໝົດ​ໃນ​ພັນທະສັນຍາ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຫົວນີ້.

22 ລູກຫລານ​ຂອງ​ພວກເຈົ້າ​ໃນ​ລຸ້ນ​ຕໍ່ໄປ​ແລະ​ຊາວ​ຕ່າງດ້າວ​ແຕ່​ແດນໄກ ຈະ​ໄດ້​ເຫັນ​ໄພພິບັດ​ແລະ​ຄວາມ​ທົນທຸກ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ.

23 ໄຮ່​ນາ​ຈະ​ແຫ້ງແລ້ງ​ແລະ​ແຂງ​ເປັນ​ດິນ​ດາກ​ປົນ​ເກືອ ຈະ​ປູກ​ສິ່ງໃດ​ໃສ່​ດິນ​ນັ້ນ​ກໍ​ບໍ່ໄດ້ ແລະ​ແມ່ນແຕ່​ຫຍ້າ​ກໍ​ຈະ​ບໍ່​ເກີດຂຶ້ນ​ເລີຍ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ເມືອງ​ອັດມາ​ແລະ​ເຊບົວອິມ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ທຳລາຍ ເມື່ອ​ພຣະອົງ​ໄດ້​ໂກດຮ້າຍ​ຢ່າງ​ຮຸນແຮງ​ນັ້ນ.

24 ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ເຊັ່ນນີ້​ຕໍ່​ດິນແດນ​ຂອງ​ພວກເຂົາ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ດັ່ງ​ໄຟ​ລຸກ​ໄໝ້​ເຊັ່ນນີ້?’

25 ແລະ​ຄຳຕອບ​ກໍ​ຄື ‘ເປັນ​ເພາະ​ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.

26 ພວກເຂົາ​ໄດ້​ຮັບໃຊ້​ບັນດາ​ພະອື່ນ ທີ່​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ ຄື​ບັນດາ​ພະ​ທີ່​ພຣະອົງ​ໄດ້​ຫ້າມ​ພວກເຂົາ​ບໍ່​ໃຫ້​ຂາບໄຫວ້.

27 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກິ້ວໂກດ​ໄພ່ພົນ​ຂອງ​ພຣະອົງ ແລະ​ນຳ​ໄພພິບັດ​ຕ່າງໆ​ນາໆ​ມາ​ຕົກ​ຖືກ​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຫົວ​ນີ້.

28 ພຣະເຈົ້າຢາເວ​ກິ້ວໂກດ​ຫລາຍ ແລະ​ຍ້ອນ​ຄວາມ​ກິ້ວ​ໂກດ​ນີ້ ພຣະອົງ​ຈຶ່ງ​ຖອນ​ຫຼັກແຫຼ່ງ​ໃນ​ດິນແດນ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ ແລະ​ຂັບໄລ່​ພວກເຂົາ​ອອກ​ໄປ​ອາໄສ​ຢູ່​ຕ່າງຖິ່ນ​ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນນີ້.’

29 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່ໄດ້​ເປີດເຜິຍ​ກ່ຽວກັບ​ປະຈຸບັນ ແລະ​ອະນາຄົດ, ແຕ່​ພຣະອົງ​ໄດ້​ສັ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ພວກເຮົາ​ພ້ອມ​ທັງ​ເຊື້ອສາຍ​ຂອງ​ພວກເຮົາ​ຕ້ອງ​ເຊື່ອຟັງ​ກົດບັນຍັດ​ນີ້​ຕະຫລອດໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan