Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 28 - ພຣະຄຳພີສັກສິ


ຄຳອວຍພອນ​ສຳລັບ​ການ​ເຊື່ອຟັງ
( ລລວ 26:3-13 ; ພບຍ 7:12-24 )

1 “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຢ່າງ​ສັດຊື່​ຕາມ​ພຣະ​ຄຳສັ່ງ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ວັນນີ້; ພຣະອົງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ໃຫຍ່​ກວ່າ​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.

2 ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຄຳອວຍພອນ​ທັງໝົດ​ເຫຼົ່ານີ້​ກໍ​ຈະ​ເປັນ​ຂອງ​ພວກເຈົ້າ:

3 ພຣະອົງ​ຈະ​ອວຍພອນ​ເມືອງ​ຕ່າງໆ ພ້ອມ​ກັບ​ໄຮ່​ນາ​ແລະ​ຮົ້ວສວນ​ຂອງ​ພວກເຈົ້າ.

4 ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຫລາຍ, ມີ​ພືດຜົນ​ອຸດົມສົມບູນ ແລະ​ມີ​ຝູງງົວ​ແລະ​ຝູງແກະ​ເຕັມ​ຄອກ.

5 ພຣະອົງ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ພືດຜົນ​ຫລາຍ​ເພື່ອ​ຈັດຕຽມ​ອາຫານ​ການກິນ.

6 ພຣະອົງ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.

7 ພຣະເຈົ້າຢາເວ​ຈະ​ເອົາ​ຊະນະ​ສັດຕູ​ທັງຫລາຍ​ທີ່​ມາ​ໂຈມຕີ​ພວກເຈົ້າ. ພວກເຂົາ​ຈະ​ໂຈມຕີ​ພວກເຈົ້າ​ຈາກ​ທິດດຽວ ແຕ່​ພວກເຂົາ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ.

8 ພຣະເຈົ້າຢາເວ​ຈະ​ອວຍພອນ​ວຽກ​ການ​ທີ່​ພວກເຈົ້າ​ເຮັດ ແລະ​ໃຫ້​ພວກເຈົ້າ​ມີ​ເຂົ້າ​ເຕັມ​ເລົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ດິນແດນ​ທີ່​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້.

9 ພຣະເຈົ້າຢາເວ​ຈະ​ຮັບ​ພວກເຈົ້າ​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເດີນ​ຕາມທາງ​ຂອງ​ພຣະອົງ.

10 ແລ້ວ​ທຸກ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ເຫັນ​ວ່າ ພວກເຈົ້າ​ເປັນ​ທີ່​ເອີ້ນ​ໂດຍ​ນາມຊື່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ.

11 ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ມີ​ຝູງສັດ​ມາກມາຍ ແລະ​ມີ​ພືດຜົນ​ອຸດົມສົມບູນ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເພື່ອ​ມອບ​ໃຫ້​ພວກເຈົ້າ.

12 ພຣະເຈົ້າຢາເວ​ຈະ​ສົ່ງ​ຝົນ​ຈາກ​ຄັງ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ​ໃນ​ຟ້າ​ສະຫວັນ ໃຫ້​ຕົກ​ຖືກ​ຕາມ​ລະດູການ ແລະ​ອວຍພອນ​ທຸກໆ​ວຽກງານ​ຂອງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໃຫ້​ຫລາຍ​ຊົນຊາດ​ກູ້​ຢືມ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກູ້​ຢືມ​ຈາກ​ຊົນຊາດ​ໃດ.

13 ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ເປັນ​ຜູ້ນຳ​ທ່າມກາງ​ຫລາຍ​ຊົນຊາດ, ແຕ່​ບໍ່​ແມ່ນ​ຜູ້​ຕິດຕາມ; ພວກເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ​ສະເໝີ ແລະ​ຈະ​ບໍ່​ຫຼົ້ມຈົມ​ຈັກເທື່ອ ຖ້າ​ພວກເຈົ້າ​ເຊື່ອຟັງ​ຢ່າງ​ຕັ້ງໜ້າ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.

14 ແຕ່​ພວກເຈົ້າ​ຢ່າ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ຈັກເທື່ອ ຫລື​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”


ຜົນ​ກຳ​ແຫ່ງ​ຄວາມ​ບໍ່​ເຊື່ອຟັງ
( ລລວ 26:14-46 )

15 “ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢຶດຖື​ຢ່າງ​ຕັ້ງ​ໜ້າ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ພ້ອມ​ກັບ​ກົດບັນຍັດ​ທັງຫລາຍ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ຄຳສາບແຊ່ງ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ດັ່ງນີ້:

16 ບ້ານ​ເມືອງ ແລະ​ໄຮ່​ນາ​ຮົ້ວສວນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ສາບແຊ່ງ.

17 ພືດຜົນ​ແລະ​ອາຫານ​ການກິນ​ທີ່​ໄດ້​ມາ​ຈາກ​ພືດຜົນ​ນັ້ນ​ຈະ​ຖືກ​ສາບແຊ່ງ.

18 ພວກເຈົ້າ​ຈະ​ຖືກ​ສາບແຊ່ງ ໂດຍ​ໃຫ້​ພວກເຈົ້າ​ມີ​ລູກ​ແຕ່​ໜ້ອຍ​ຄົນ ເກັບ​ພືດຜົນ​ໄດ້​ໜ້ອຍດຽວ ແລະ​ຝູງງົວ​ແລະ​ຝູງແກະ​ມີ​ເຫຼືອ​ໜ້ອຍດຽວ.

19 ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ​ຈະ​ຖືກ​ສາບແຊ່ງ.

20 ຖ້າ​ພວກເຈົ້າ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ພຣະເຈົ້າຢາເວ​ໄປ ພຣະອົງ​ກໍ​ຈະ​ນຳ​ຄວາມ​ຈິບຫາຍ​ຄວາມ​ສັບສົນ​ວຸ້ນວາຍ ແລະ​ຄວາມ​ຫຍຸ້ງຍາກ​ລຳບາກ​ນາໆ​ປະການ​ມາ​ສູ່​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ຢ່າງ​ໄວວາ​ຈົນກ້ຽງ.

21 ພຣະເຈົ້າຢາເວ​ຈະ​ນຳ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຈົ້າ​ຊໍ້າແລ້ວ​ຊໍ້າອີກ ຈົນກວ່າ​ຈະ​ບໍ່ມີ​ໃຜ​ເຫຼືອ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.

22 ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.

23 ຝົນ​ຈະ​ບໍ່​ຕົກ​ແລະ​ດິນ​ຈະ​ແຫ້ງແລ້ງ​ແຂງ​ກະດ້າງ​ຄື​ເຫຼັກ.

24 ແທນ​ທີ່​ຈະ​ສົ່ງ​ຝົນ​ລົງ​ມາ ພຣະເຈົ້າຢາເວ​ຈະ​ສົ່ງ​ພະຍຸ​ຂີ້ຊາຍ​ມາ​ແທນ ຈົນກວ່າ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ໝົດກ້ຽງ.

25 ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.

26 ເມື່ອ​ພວກເຈົ້າ​ຕາຍໄປ ແຮ້ງ​ແລະ​ສັດປ່າ​ຈະ​ມາ​ກິນ​ຊາກສົບ ແລະ​ຈະ​ບໍ່ມີ​ໃຜ​ໄລ່​ພວກ​ມັນ​ໜີໄປ.

27 ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.

28 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍ​ສະຕິ, ຕາບອດ ແລະ​ສັບສົນ​ວຸ້ນວາຍ.

29 ພວກເຈົ້າ​ຈະ​ຍ່າງ​ງົມໆ​ທ່າວໆ ໄປມາ​ໃນ​ກາງເວັນ​ເໝືອນ​ຄົນ​ຕາບອດ ແລະ​ຈະ​ຫາ​ທາງເດີນ​ບໍ່​ພົບ. ວຽກງານ​ທີ່​ພວກເຈົ້າ​ເຮັດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ພວກເຈົ້າ​ຈະ​ຖືກ​ກົດຂີ່ ແລະ​ຖືກ​ເກັບກວາດ​ຖືກ​ຈີ້​ເປັນ​ປະຈຳ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍເຫລືອ​ພວກເຈົ້າ.

30 ພວກເຈົ້າ​ຈະ​ໝັ້ນ​ຜູ້​ສາວ​ໄວ້, ແຕ່​ຄົນອື່ນ​ຈະ​ເອົາ​ນາງ​ໄປ​ເປັນ​ເມຍ. ພວກເຈົ້າ​ຈະ​ສ້າງ​ເຮືອນ, ແຕ່​ຈະ​ບໍ່ໄດ້​ຢູ່​ຈັກເທື່ອ. ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ, ແຕ່​ຈະ​ບໍ່ໄດ້​ກິນ​ໝາກ​ເລີຍ.

31 ຝູງສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຕໍ່ຕາ, ແຕ່​ພວກເຈົ້າ​ພັດ​ບໍ່ໄດ້​ກິນ​ຊີ້ນ​ຂອງ​ມັນ. ລໍ​ຂອງ​ພວກເຈົ້າ​ຈະ​ຖືກ​ລາກ​ໄປ​ຕໍ່ໜ້າ​ຕໍ່ຕາ ແຕ່​ເຂົາ​ຈະ​ບໍ່​ສົ່ງ​ມັນ​ກັບຄືນ​ມາ​ໃຫ້​ພວກເຈົ້າ. ຝູງແກະ​ຂອງ​ພວກເຈົ້າ​ຈະ​ຖືກ​ສັດຕູ​ປ້ອງ​ເອົາ​ໄປ ແຕ່​ຈະ​ບໍ່ມີ​ໃຜ​ຊ່ວຍ​ພວກເຈົ້າ.

32 ລູກຊາຍ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ເປັນ​ຄົນ​ຮັບໃຊ້​ແກ່​ຊາວ​ຕ່າງດ້າວ​ຕໍ່ໜ້າ​ຕໍ່ຕາ. ແຕ່ລະມື້​ແຕ່ລະວັນ​ພວກເຈົ້າ​ລໍຖ້າ​ພວກເຂົາ​ກັບ​ມາ ແຕ່​ກໍ​ສິ້ນຫວັງ.

33 ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.

34 ຄວາມ​ທົນທຸກ​ນີ້​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສຍຈິດ.

35 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ແຂ່ງ​ຂາ​ຂອງ​ພວກເຈົ້າ​ເຈັບປວດ ແລະ​ບໍ່​ຫາຍ​ດີ​ຈັກເທື່ອ; ຕຸ່ມຝີ​ຈະ​ມີ​ຢູ່​ເຕັມ​ຕົວ​ຕັ້ງແຕ່​ຫົວ​ເຖິງ​ຕີນ.

36 ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ໄປ​ສູ່​ຕ່າງແດນ ບ່ອນ​ທີ່​ພວກ​ເຈົ້າເອງ​ແລະ​ປູ່ຍ່າຕາຍາຍ​ບໍ່ເຄີຍ​ຢູ່​ມາ​ກ່ອນ; ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະອື່ນ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ຫີນ.

37 ໃນ​ບັນດາ​ປະເທດ​ທີ່​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ປະຊາຊົນ​ຈະ​ຕື່ນ​ຕົກໃຈ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ ແລ້ວ​ພວກເຂົາ​ຕ່າງ​ກໍ​ຈະ​ຫົວເລາະ​ເຍາະເຍີ້ຍ​ພວກເຈົ້າ.

38 ພວກເຈົ້າ​ຈະ​ຫວ່ານ​ພືດ​ຢ່າງ​ຫລວງຫລາຍ, ແຕ່​ຈະ​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ ເພາະ​ຕັກແຕນ​ຈະ​ມາ​ກິນ​ພືດຜົນ​ນັ້ນ.

39 ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ​ແລະ​ເອົາໃຈໃສ່​ບົວລະບັດ​ມັນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບ​ໝາກ ຫລື​ແມ່ນແຕ່​ດື່ມ​ເຫຼົ້າ​ອະງຸ່ນ​ເລີຍ ເພາະ​ໂຕ​ບົ້ງ, ໂຕ​ໜອນ​ຈະ​ກັດ​ກິນ​ຕົ້ນ​ຂອງ​ມັນ.

40 ຕົ້ນ​ໝາກກອກເທດ​ຈະ​ເກີດ​ໃນ​ທຸກທີ່​ທຸກບ່ອນ​ໃນ​ດິນແດນ​ຂອງ​ພວກເຈົ້າ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ນໍ້າມັນ ເພາະ​ໝາກ​ຂອງ​ມັນ​ລົ່ນ​ຖິ້ມ​ເສຍໝົດ.

41 ພວກເຈົ້າ​ຈະ​ມີ​ລູກຊາຍ​ລູກສາວ​ແຕ່​ຈະ​ສູນເສຍ​ໄປ ເພາະ​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ.

42 ຕົ້ນໄມ້​ແລະ​ພືດຜົນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ແມງໄມ້​ມາ​ທຳລາຍ​ໝົດ.

43 ຊາວ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ອຳນາດ​ຫລາຍ​ຂຶ້ນ ແຕ່​ຂະນະດຽວ​ກັນນັ້ນ ອຳນາດ​ຂອງ​ພວກເຈົ້າ​ຈະ​ໜ້ອຍ​ລົງ.

44 ພວກເຂົາ​ມີ​ເງິນ​ຈະ​ໃຫ້​ພວກເຈົ້າ​ກູ້ຢືມ ແຕ່​ພວກເຈົ້າ​ບໍ່ມີ​ເງິນ​ໃຫ້​ພວກເຂົາ​ກູ້ຢືມ. ໃນທີ່ສຸດ ພວກເຂົາ​ຈະ​ເປັນ​ຜູ້ປົກຄອງ​ພວກເຈົ້າ.

45 ໄພພິບັດ​ເຫຼົ່ານີ້ ຈະ​ມາ​ສູ່​ພວກເຈົ້າ​ແລະ​ຕົກ​ຖືກ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ ເພາະ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຍືດຖື​ກົດບັນຍັດ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.

46 ສິ່ງ​ເຫຼົ່ານັ້ນ ຈະ​ເປັນ​ໝາຍສຳຄັນ​ແລະ​ການ​ອັດສະຈັນ​ສຳລັບ​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ຕະຫລອດໄປ.

47 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ທຸກໆ​ສິ່ງ, ແຕ່​ພວກເຈົ້າ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ໃຈ​ຊົມຊື່ນ​ຍິນດີ​ແລະ​ເບີກບານ.

48 ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.

49 ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.

50 ພວກເຂົາ​ຈະ​ຮ້າຍກາດ​ທີ່ສຸດ ແລະ​ຈະ​ບໍ່​ສະແດງ​ຄວາມ​ປານີ​ແກ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ບໍ່​ວ່າ​ຜູ້ໜຸ່ມ​ຫລື​ຜູ້ເຖົ້າ.

51 ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.

52 ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.

53 ເມື່ອ​ເຫຼົ່າ​ສັດຕູ​ປິດລ້ອມ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ຢູ່​ນັ້ນ ພວກເຈົ້າ​ຈະ​ກາຍເປັນ​ຄົນ​ສິ້ນຫວັງ ເພາະ​ຂາດ​ອາຫານ​ການກິນ​ຈົນ​ກິນ​ລູກ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໂຜດ​ໃຫ້​ນັ້ນ.

54-55 ແມ່ນແຕ່​ຜູ້ດີ​ມີ​ຖານະ​ກໍ​ຈະ​ໝົດ​ຫວັງ ເພາະ​ຂາດ​ອາຫານ​ການກິນ ເວລາ​ຖືກ​ປິດລ້ອມ​ຢູ່​ນັ້ນ ຈົນ​ຕ້ອງ​ກິນ​ລູກ​ບາງຄົນ​ຂອງ​ຕົນເອງ​ເປັນ​ອາຫານ. ລາວ​ຈະ​ບໍ່​ຍອມ​ແບ່ງປັນ​ໃຫ້​ໃຜ​ກິນ​ນຳ ບໍ່​ວ່າ​ອ້າຍ​ເອື້ອຍ​ນ້ອງ, ເມຍ​ທີ່ຮັກ ຫລື​ລູກ​ບາງຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່.

56-57 ແມ່ນແຕ່​ຍິງ​ຜູ້​ດີ​ມີ​ຖານະ​ສູງ​ທີ່​ລໍ້າລວຍ​ຮັ່ງມີ ແລະ​ບໍ່ເຄີຍ​ຍ່າງ​ໄປມາ​ໃສ​ໂດຍ​ຕົນເອງ​ຈັກເທື່ອ ກໍ​ຈະ​ປະພຶດ​ແບບ​ດຽວ​ກັນ. ເມື່ອ​ສັດຕູ​ປິດລ້ອມ​ເມືອງ​ຂອງ​ນາງ​ຢູ່​ນັ້ນ ນາງ​ຈະ​ກາຍເປັນ​ຄົນ​ໝົດ​ຫວັງ ເພາະ​ຂາດ​ອາຫານ​ການກິນ ຈົນ​ຕ້ອງ​ລີ້​ກິນ​ລູກ​ຂອງ​ຕົນເອງ​ທີ່​ຫາ​ກໍ​ເກີດ​ໃໝ່ໆ ຕະຫລອດ​ທັງ​ສາຍແຮ່​ດ້ວຍ. ນາງ​ຈະ​ບໍ່​ຍອມ​ແບ່ງປັນ​ໃຫ້​ຜົວ​ທີ່ຮັກ​ແລະ​ລູກ​ຄົນອື່ນໆ​ຂອງຕົນ​ກິນ​ນຳ.

58 ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຢ່າງ​ສັດຊື່​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນີ້ ແລະ​ຖ້າ​ພວກເຈົ້າ​ບໍ່​ຍົກຍໍ​ໃຫ້ກຽດ​ນາມ​ອັນ​ເລີດ​ປະເສີດ​ແລະ​ອັນ​ໜ້າຢ້ານກົວ ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ

59 ພຣະເຈົ້າຢາເວ​ຈະ​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ທັງ​ໂຣກ​ລະບາດ ທີ່​ປິ່ນປົວ​ບໍ່ໄດ້​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ ມາ​ສູ່​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ.

60 ພຣະອົງ​ຈະ​ນຳ​ໂຣກ​ອັນ​ຮ້າຍແຮງ​ທີ່ສຸດ​ຊຶ່ງ​ພວກເຈົ້າ​ໄດ້​ພົບພໍ້​ແລ້ວ​ທີ່​ເອຢິບ ມາ​ສູ່​ພວກເຈົ້າ​ອີກ​ຄັ້ງໜຶ່ງ ແລະ​ພວກເຈົ້າ​ຈະ​ປິ່ນປົວ​ຮັກສາ​ບໍ່​ດີ​ຈັກເທື່ອ.

61 ພຣະເຈົ້າຢາເວ​ຍັງ​ຈະ​ນຳ​ເອົາ​ພະຍາດ​ທຸກຢ່າງ ແລະ​ໂຣກ​ລະບາດ​ທຸກ​ຊະນິດ ທີ່​ບໍ່ໄດ້​ກ່າວ​ໄວ້​ໃນ​ປື້ມ​ຂໍ້ຄຳສັ່ງ​ຫົວ​ນີ້ ມາ​ສູ່​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ຈະ​ຖືກ​ທຳລາຍ.

62 ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຈະ​ມີ​ຈຳນວນພົນ​ຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ກໍດີ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

63 ພຣະເຈົ້າຢາເວ​ໄດ້​ມີ​ຄວາມ​ສຸກໃຈ ທີ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ຈຳນວນພົນ​ຫລາຍ​ຂຶ້ນ​ສັນໃດ ພຣະເຈົ້າຢາເວ​ກໍ​ຈະ​ມີ​ຄວາມ​ສຸກໃຈ ທີ່​ຈະ​ທຳລາຍ​ພວກເຈົ້າ​ແລະ​ເຮັດ​ໃຫ້​ພວກເຈົ້າ​ໝຸ່ນ​ທະລາຍ​ສັນນັ້ນ. ພວກເຈົ້າ​ຈະ​ຖືກ​ຖອດຖອນ​ອອກ​ຈາກ​ດິນແດນ​ຫຼັກແຫຼ່ງ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.

64 ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.

65 ພວກເຈົ້າ​ຈະ​ບໍ່​ພົບ​ຄວາມ​ສະຫງົບສຸກ​ຢູ່​ທີ່​ໃດ​ເລີຍ ບໍ່ມີ​ບ່ອນ​ໃດ​ທີ່​ຈະ​ເອີ້ນ​ວ່າ​ເປັນ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ເຕັມ​ໄປ​ດ້ວຍ​ຄວາມ​ອຸກອັ່ງ​ກະວົນ​ກະວາຍ​ໃຈ ສະພາບ​ໝົດທ່າ​ເສຍທີ ແລະ​ສິ້ນຫວັງ.

66 ຊີວິດ​ຂອງ​ພວກເຈົ້າ​ຈະ​ຕົກ​ຢູ່​ໃນ​ຂັ້ນ​ອັນຕະລາຍ​ສະເໝີ. ຄວາມຢ້ານ​ຈະ​ປົກຄຸມ​ພວກເຈົ້າ​ທັງເວັນ​ທັງຄືນ ແລະ​ພວກເຈົ້າ​ຈະ​ຢ້ານ​ຕາຍ​ຢູ່​ສະເໝີ.

67 ໃຈ​ພວກເຈົ້າ​ຈະ​ເກີດ​ຢ້ານ​ຕໍ່​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຫັນ. ທຸກໆເຊົ້າ ພວກເຈົ້າ​ປາຖະໜາ​ຢາກ​ໃຫ້​ຄໍ່າ​ໄວໆ ແລະ​ທຸກໆແລງ ພວກເຈົ້າ​ປາດຖະນາ​ຢາກ​ໃຫ້​ແຈ້ງ​ໄວໆ.

68 ພຣະເຈົ້າຢາເວ​ຈະ​ສົ່ງ​ພວກເຈົ້າ​ກັບຄືນ​ໄປ​ສູ່​ປະເທດ​ເອຢິບ​ທາງ​ເຮືອ ເຖິງ​ແມ່ນ​ວ່າ​ພຣະອົງ ໄດ້​ສັ່ງ​ໄວ້​ວ່າ ພວກເຈົ້າ​ບໍ່​ຕ້ອງ​ກັບຄືນ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ​ກໍຕາມ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຈ່າວ​ຂາຍ​ຕົນເອງ​ເປັນ​ຄົນ​ຮັບໃຊ້​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ແຕ່​ບໍ່ມີ​ຜູ້ໃດ​ຕ້ອງການ​ຊື້​ພວກເຈົ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan