Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 27 - ພຣະຄຳພີສັກສິ


ກົດບັນຍັດ​ທີ່​ມີ​ຂຽນ​ໄວ້​ໃສ່​ແຜ່ນຫີນ

1 ແລ້ວ​ໂມເຊ ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ຄຳແນະນຳ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ວັນນີ້.

2 ໃນ​ມື້​ທີ່​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ​ແລະ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຕ້ອງ​ຕັ້ງ​ຫີນ​ໃຫຍ່​ຂຶ້ນ​ໂປ້​ດ້ວຍ​ປູນຂາວ

3 ເຈົ້າ​ຈົ່ງ​ຂຽນ​ຖ້ອຍຄຳ​ຂອງ​ກົດບັນຍັດ​ທັງໝົດ​ເຫຼົ່ານີ້​ໃສ່. ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ

4 ແລະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຟາກ​ນັ້ນ​ແລ້ວ ຈົ່ງ​ຕັ້ງ​ຫີນ​ເຫຼົ່ານີ້​ຂຶ້ນ​ທີ່​ພູ​ເອບານ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໃນ​ວັນນີ້ ແລະ​ໃຊ້​ປູນ​ໂບກ​ເປັນ​ຢ່າງດີ.

5 ຈົ່ງ​ເອົາ​ຫີນ​ທີ່​ບໍ່​ໃຊ້​ເຫຼັກ​ຕັດ​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ

6 ພວກເຈົ້າ​ຕ້ອງ​ສ້າງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຫີນ​ທີ່​ບໍ່ໄດ້​ສະກັດ ແລະ​ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ.

7 ແລະ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ທັງ​ກິນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຫລັງຈາກ​ໂມທະນາ​ຂອບພຣະຄຸນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

8 ເທິງ​ຫີນ​ທີ່​ໃຊ້​ປູນ​ໂປ້​ນັ້ນ ໃຫ້​ພວກເຈົ້າ​ຂຽນ​ກົດບັນຍັດ​ທຸກໆ​ຂໍ້​ໃສ່​ຢ່າງ​ຈະແຈ້ງ​ດີ.”

9 ແລ້ວ​ໂມເຊ ພ້ອມ​ກັບ​ພວກ​ປະໂຣຫິດ​ຊາວ​ເລວີ ກໍໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຕັ້ງໃຈ​ຟັງ​ຂ້າພະເຈົ້າ​ໃຫ້​ດີ. ວັນນີ້ ພວກເຈົ້າ​ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ;

10 ສະນັ້ນ ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຢຶດຖື​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”


ຄຳສາບແຊ່ງ​ສຳລັບ​ການ​ບໍ່​ເຊື່ອຟັງ

11 ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ,

12 “ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ແລ້ວ ໃຫ້​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ໂຢເຊັບ​ແລະ​ເບັນຢາມິນ ຢືນ​ຢູ່​ເທິງ​ພູ​ເກຣີຊິມ​ເມື່ອ​ກ່າວ​ຄຳອວຍພອນ​ແກ່​ປະຊາຊົນ.

13 ໃຫ້​ເຜົ່າ​ຕ່າງໆ​ດັ່ງ​ຕໍ່ໄປນີ້: ຣູເບັນ, ກາດ, ອາເຊ, ເຊບູໂລນ, ດານ ແລະ​ເນັບທາລີ​ຢືນ​ຢູ່​ເທິງ​ພູ​ເອບານ ເມື່ອ​ກ່າວ​ຄຳສາບແຊ່ງ​ແກ່​ປະຊາຊົນ.

14 ຊາວ​ເລວີ​ຈະ​ເປັນ​ຜູ້​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ດ້ວຍ​ສຽງດັງ ດັ່ງນີ້:

15 ‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

16 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

17 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຍົກຍ້າຍ​ຫລັກປັກ​ເອົາ​ເຂດແດນ​ຂອງ​ເພື່ອນບ້ານ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

18 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ນຳ​ຄົນ​ຕາບອດ​ໄປ​ໃນ​ທາງ​ຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

19 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

20 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ເຮັດ​ໃຫ້​ພໍ່​ຂອງຕົນ​ຕ້ອງ​ອັບອາຍ​ຂາຍໜ້າ ໂດຍ​ສົມສູ່​ກັບ​ເມຍ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ເພິ່ນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

21 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງ​ເພດ​ກັບ​ສັດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

22 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ກັບ​ເອື້ອຍ​ນ້ອງ​ຄີງໆ​ຂອງຕົນ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ແມ່.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

23 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງເພດ​ກັບ​ແມ່ນ້າ​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

24 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຂ້າ​ຄົນ​ຢ່າງ​ລັບລີ້.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

25 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຮັບ​ຈ້າງ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’

26 ‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan