Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 26 - ພຣະຄຳພີສັກສິ


ການ​ຖວາຍ​ຜົນ​ເກັບກ່ຽວ

1 “ຫລັງຈາກ​ພວກເຈົ້າ​ເຂົ້າ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແລະ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ​ແລ້ວ;

2 ຈົ່ງ​ໃຫ້​ແຕ່ລະ​ຄົນ​ໃນ​ພວກເຈົ້າ​ເອົາ​ຜົນລະປູກ​ແຕ່ລະ​ຊະນິດ​ທີ່​ເກັບກ່ຽວ​ມາ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເອົາ​ຜົນ​ທຳອິດ​ໃສ່​ກະຕ່າ ແລະ​ໄປ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກໄວ້​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.

3 ຈົ່ງ​ໄປ​ຫາ​ປະໂຣຫິດ​ປະຈຳການ​ໃນ​ເວລາ​ນັ້ນ ແລະ​ເວົ້າ​ກັບ​ເພິ່ນ​ວ່າ, ‘ໃນວັນນີ້ ຂ້ານ້ອຍ​ຍອມ​ຮັບຮອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ວ່າ ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ວ່າ​ຈະ​ມອບໃຫ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ແລ້ວ.’

4 ປະໂຣຫິດ​ຈະ​ຮັບ​ເອົາ​ກະຕ່າ​ຈາກ​ພວກເຈົ້າ ແລະ​ຖື​ໄປ​ວາງ​ໄວ້​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

5 ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ເລົ່າ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: ‘ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ເປັນ​ນັກ​ພະຈົນໄພ​ຊາວ​ອາຣາມ ຜູ້​ທີ່​ໄດ້​ນຳ​ຄອບຄົວ​ຂອງຕົນ​ໄປ​ອາໄສ​ຢູ່​ປະເທດ​ເອຢິບ. ເມື່ອ​ໄປ​ນັ້ນ​ພວກເພິ່ນ​ມີ​ແຕ່​ໜ້ອຍ​ຄົນ ແຕ່​ພວກເພິ່ນ​ໄດ້​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ.

6 ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອບ​ຢ່າງ​ໂຫດຮ້າຍ ແລະ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ​ໃຫ້​ເຮັດ​ວຽກ​ເໝືອນ​ດັ່ງ​ຂ້າທາດ.

7 ຕໍ່ມາ ພວກ​ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໃຫ້​ຊ່ວຍເຫລືອ. ພຣະເຈົ້າຢາເວ​ໄດ້ຍິນ​ພວກ​ຂ້ານ້ອຍ​ທັງ​ເຫັນ​ຄວາມ​ທົນທຸກ ຄວາມ​ລຳບາກ ແລະ​ການ​ຍາກຈົນ​ຫລາຍຢ່າງ​ຂອງ​ພວກ​ຂ້ານ້ອຍ.

8 ດ້ວຍ​ຣິດອຳນາດ​ແລະ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ທັງ​ໄດ້​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຕ່າງໆ​ອີກ​ດ້ວຍ.

9 ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ມາ​ເຖິງ​ທີ່​ນີ້ ແລະ​ມອບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ໃຫ້​ພວກ​ຂ້ານ້ອຍ.

10 ສະນັ້ນ ບັດນີ້ ຂ້ານ້ອຍ​ຈຶ່ງ​ນຳ​ພືດຜົນ​ທຳອິດ​ທີ່​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ນັ້ນ​ມາ​ຖວາຍ​ແດ່​ພຣະອົງ.’ ແລ້ວ​ພວກເຈົ້າ​ຈົ່ງ​ປົງ​ກະຕ່າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກົ້ມຂາບ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ທີ່​ນັ້ນ.

11 ຈົ່ງ​ຮູ້ຈັກ​ພຣະຄຸນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສຳລັບ​ສິ່ງ​ດີໆ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ກັບ​ຄອບຄົວ; ຈົ່ງ​ໃຫ້​ຊາວ​ເລວີ​ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຮ່ວມ​ຊົມຊື່ນ​ຍິນດີ​ໃນ​ການ​ສະຫລອງ​ນີ້.

12 ທຸກໆ​ສາມ​ປີ​ໃດ ຈົ່ງ​ມອບ​ໜຶ່ງສ່ວນສິບ​ຜົນລະປູກ​ຂອງ​ພວກເຈົ້າ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພວກເຂົາ​ທຸກຄົນ​ຈະ​ໄດ້​ກິນ​ອີ່ມໜຳ​ສຳລານ​ຕາມ​ຄວາມ​ຕ້ອງການ. ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ເຫຼົ່ານັ້ນ​ແລ້ວ

13 ຈົ່ງ​ກ່າວ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ວ່າ, ‘ບໍ່ມີ​ໜຶ່ງສ່ວນສິບ​ອັນ​ສັກສິດ​ໃດໆ​ເຫຼືອ​ຢູ່​ໃນ​ເຮືອນ; ຂ້ານ້ອຍ​ນຳ​ມາ​ມອບ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້. ຂ້ານ້ອຍ​ບໍ່ໄດ້​ຝ່າຝືນ​ຫລື​ລືມໄລ​ຕໍ່​ຂໍ້ຄຳສັ່ງ​ໃດໆ ເຖິງ​ການ​ຖວາຍ​ໜຶ່ງສ່ວນສິບ​ນີ້​ເລີຍ.

14 ເມື່ອ​ໄວ້ທຸກ​ຂ້ານ້ອຍ​ບໍ່ໄດ້​ກິນ​ໜຶ່ງສ່ວນສິບ; ເມື່ອ​ເປັນ​ມົນທິນ​ຂ້ານ້ອຍ​ບໍ່ໄດ້​ເອົາ​ສ່ວນ​ໃດໆ​ອອກ​ໄປ​ຈາກ​ເຮືອນ ແລະ​ທັງ​ບໍ່ໄດ້​ຖວາຍ​ສ່ວນ​ໃດໆ​ສຳລັບ​ຄົນ​ຕາຍ. ໂອ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ເຊື່ອຟັງ​ພຣະອົງ; ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ​ກ່ຽວກັບ​ເລື່ອງ​ໜຶ່ງສ່ວນສິບ.

15 ຈົ່ງ​ຫລຽວ​ລົງ​ມາ​ຈາກ​ບ່ອນ​ບໍຣິສຸດ​ຂອງ​ພຣະອົງ, ຈາກ​ສະຫວັນ ແລະ​ອວຍພອນ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ເທີ້ນ; ຈົ່ງ​ອວຍພອນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ.’


ປະຊາຊົນ​ທີ່​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

16 ວັນ​ນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສັ່ງ​ພວກເຈົ້າ​ໃຫ້​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະອົງ, ສະນັ້ນ ຈົ່ງ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານັ້ນ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.

17 ວັນ​ນີ້ ພວກເຈົ້າ​ໄດ້​ຮັບຮອງ​ຕໍ່​ພຣະເຈົ້າຢາເວ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ; ພວກເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ເຊື່ອຟັງ​ພຣະອົງ, ຢຶດຖື​ກົດບັນຍັດ​ໝົດ​ທຸກ​ຂໍ້​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ.

18 ວັນນີ້ ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຈົ້າ ແລະ​ພຣະອົງ​ສັ່ງ​ພວກເຈົ້າ​ໃຫ້​ເຊື່ອຟັງ​ກົດບັນຍັດ​ໝົດ​ທຸກ​ຂໍ້​ຂອງ​ພຣະອົງ.

19 ພຣະອົງ​ຈະ​ເຮັດ​ໃຫ້​ຊາດ​ຂອງ​ພວກເຈົ້າ​ຍິ່ງໃຫຍ່ ກວ່າ​ຊາດ​ອື່ນໆ​ທີ່​ພຣະອົງ​ໄດ້​ສ້າງ​ມາ ແລະ​ພວກເຈົ້າ​ຈະ​ນຳ​ເອົາ​ຄຳ​ສັນລະເສີນ​ແລະ​ກຽດສັກສີ​ມາ​ສູ່​ນາມ​ຂອງ​ພຣະອົງ. ພວກເຈົ້າ​ຈະ​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan