Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 25 - ພຣະຄຳພີສັກສິ

1 “ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.

2 ຖ້າ​ຜູ້​ທີ່​ຜິດ​ນັ້ນ​ຖືກ​ລົງໂທດ​ໃຫ້​ຂ້ຽນ ກໍ​ໃຫ້​ຜູ້ຕັດສິນ​ສັ່ງ​ໃຫ້​ລາວ​ນອນ​ຄວໍ້າ​ໜ້າ​ລົງ​ແລ້ວ​ຈຶ່ງ​ຂ້ຽນ. ຈຳນວນ​ບາດ​ຂ້ຽນ​ນັ້ນ​ຈະ​ຂຶ້ນ​ຢູ່​ກັບ​ຄວາມຜິດ​ທີ່​ລາວ​ໄດ້​ເຮັດ​ນັ້ນ.

3 ລາວ​ອາດ​ຖືກ​ຂ້ຽນ​ບໍ່​ເກີນ​ສີ່ສິບ​ບາດ​ກໍໄດ້; ຖ້າ​ຫລາຍກວ່າ​ນັ້ນ ອາດ​ເປັນ​ການ​ຫຍໍ້ຫຍັນ​ລາວ​ເກີນ​ໄປ​ຕໍ່ໜ້າ​ມະຫາຊົນ.

4 ຢ່າ​ເອົາ​ກະສອບ​ອັດ​ປາກ​ງົວ​ທີ່​ກຳລັງ​ຢຽບ​ເຂົ້າ​ຢູ່.”


ໜ້າທີ່​ຕໍ່​ພີ່ນ້ອງ​ຂອງ​ຜູ້ຕາຍ

5 “ຖ້າ​ສອງ​ອ້າຍ​ນ້ອງ​ມີ​ສ່ວນ​ໃນ​ກອງ​ມໍຣະດົກ​ດຽວກັນ ແລະ​ຜູ້ໜຶ່ງ​ຕາຍໄປ​ໂດຍ​ບໍ່ມີ​ລູກ ເມຍ​ຂອງ​ຜູ້ຕາຍ​ຈະ​ແຕ່ງງານ​ໃໝ່​ກັບ​ຄົນອື່ນ​ນອກ​ຄອບຄົວ​ບໍ່ໄດ້; ແມ່ນ​ໜ້າທີ່​ຂອງ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້ຕາຍ​ເອງ ທີ່​ຈະ​ຮັບ​ເອົາ​ນາງ​ເປັນ​ເມຍ.

6 ລູກຊາຍ​ຜູ້​ທຳອິດ​ທີ່​ເຂົາ​ໄດ້​ນຳ​ກັນ​ຈະ​ຖື​ວ່າ​ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຕາຍໄປ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ລາວ​ຈະ​ສືບຕໍ່​ມີ​ໃນ​ຊາດ​ອິດສະຣາເອນ.

7 ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ນັ້ນ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ ກໍ​ໃຫ້​ນາງ​ໄປ​ຫາ​ຜູ້ປົກຄອງເມືອງ ແລະ​ເວົ້າ​ວ່າ, ‘ອ້າຍ​ຫລື​ນ້ອງ​ທາງ​ຜົວ​ຂອງ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ໜ້າທີ່​ຂອງຕົນ; ເຂົາ​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຫລື​ນ້ອງ​ຂອງຕົນ ໃນ​ທ່າມກາງ​ປະຊາຊົນ​ຊາດ​ອິດສະຣາເອນ.’

8 ແລ້ວ​ຜູ້ປົກຄອງເມືອງ​ກໍ​ຈະ​ເອີ້ນ​ເຂົາ​ມາ​ສອບ​ຖາມ​ເບິ່ງ. ຖ້າ​ລາວ​ຍັງ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ

9 ກໍ​ໃຫ້​ເມຍ​ໝ້າຍ​ຂອງ​ຜູ້ຕາຍ​ນັ້ນ​ໄປ​ຫາ​ລາວ​ຢູ່​ຊ້ອງໜ້າ​ຜູ້ປົກຄອງເມືອງ ແລ້ວ​ຖອດ​ເກີບ​ກິ່ງ​ໜຶ່ງ​ຂອງ​ລາວ​ອອກ​ທັງ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ດ້ວຍ ແລະ​ເວົ້າ​ວ່າ ‘ນີ້​ແຫຼະ ຄື​ສິ່ງ​ທີ່​ເກີດ​ກັບ​ຜູ້​ທີ່​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ນ້ອງ​ຂອງຕົນ.’

10 ແລ້ວ​ຄອບຄົວ​ຂອງ​ລາວ​ກໍ​ຈະ​ເປັນ​ທີ່​ເອີ້ນ​ກັນ​ໃນ​ຊາດ​ອິດສະຣາເອນ​ວ່າ, ‘ຄອບຄົວ​ຂອງ​ຊາຍ​ທີ່​ຖືກ​ຖອດ​ເກີບ​ອອກ.”’


ກົດບັນຍັດ​ອື່ນໆ

11 “ຖ້າ​ຊາຍ​ສອງ​ຄົນ​ຜິດຖຽງກັນ ແລະ​ເມຍ​ຂອງ​ຊາຍ​ຄົນ​ໜຶ່ງ​ພະຍາຍາມ​ຊ່ວຍ​ຜົວ​ຂອງຕົນ​ໄວ້ ໂດຍ​ບີບ​ອະໄວຍະວະ​ສືບພັນ​ຂອງ​ຊາຍ​ອີກ​ຄົນ​ໜຶ່ງ;

12 ຈົ່ງ​ຕັດ​ມື​ນາງ​ຖິ້ມ​ເສຍ ຢ່າ​ໃຫ້​ຄວາມ​ເມດຕາ​ແກ່​ນາງ​ເລີຍ.

13-14 ຢ່າ​ສໍ້ໂກງ​ເມື່ອ​ພວກເຈົ້າ​ໃຊ້​ເຄື່ອງ​ຊັ່ງຕວງ​ແລະ​ເຄື່ອງ​ວັດແທກ.

15 ຈົ່ງ​ໃຊ້​ເຄື່ອງ​ຊັ່ງຕວງ​ກັບ​ເຄື່ອງ​ວັດແທກ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ໄດ້​ດົນນານ.

16 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຄົນ​ສໍ້ໂກງ.”


ຄຳສັ່ງ​ໃຫ້​ຂ້າ​ຊາວ​ອາມາເຫຼັກ

17 “ຈົ່ງ​ຈົດຈຳ​ສິ່ງ​ທີ່​ຊາວ​ອາມາເຫຼັກ​ໄດ້​ເຮັດ​ໃສ່​ພວກເຈົ້າ ໃນ​ຄາວ​ທີ່​ພວກເຈົ້າ​ກຳລັງ​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.

18 ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ ສະນັ້ນ ພວກເຂົາ​ຈຶ່ງ​ໂຈມຕີ​ພວກເຈົ້າ​ທາງ​ດ້ານຫລັງ ເມື່ອ​ພວກເຈົ້າ​ອິດເມືອຍ​ອ່ອນເພຍ ແລະ​ຂ້າ​ຄົນ​ທີ່​ຄ້າງ​ຢູ່​ທາງຫລັງ​ຕາຍ​ຈົນ​ໝົດ.

19 ເຫດສະນັ້ນ ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ພວກເຈົ້າ​ຢຸດພັກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຂ້າງ​ແລ້ວ, ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ເປັນ​ມໍຣະດົກ, ຈົ່ງ​ຈັດການ​ກັບ​ຊາວ​ອາມາເຫຼັກ​ໂດຍ​ຂ້າ​ພວກເຂົາ​ໃຫ້​ໝົດກ້ຽງ ເພື່ອ​ວ່າ​ຈະ​ບໍ່ມີ​ໃຜ​ລະນຶກ​ເຖິງ​ພວກເຂົາ​ອີກ​ຕໍ່ໄປ ຢ່າ​ລືມ​ຄຳສັ່ງ​ນີ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan