Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 24 - ພຣະຄຳພີສັກສິ


ການ​ຢ່າຮ້າງ​ແລະ​ການ​ແຕ່ງງານ​ໃໝ່

1 “ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ ແລະ​ພາຍລຸນ​ມາ ລາວ​ບໍ່​ຕ້ອງການ​ນາງ​ອີກ​ຕໍ່ໄປ ເພາະ​ລາວ​ພົບ​ພຶດຕິການ​ບາງສິ່ງ​ບາງຢ່າງ​ຊຶ່ງ​ລາວ​ບໍ່​ມັກ. ດັ່ງນັ້ນ ລາວ​ຈຶ່ງ​ເຮັດ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ນາງ​ໃຫ້​ໜີ​ຈາກ​ເຮືອນ​ຂອງຕົນ​ໄປ.

2 ຕໍ່ມາ ຖ້າ​ວ່າ​ນາງ​ໄດ້​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ

3 ແລະ​ຊາຍ​ຜູ້ນັ້ນ​ຕັດສິນໃຈ​ຢ່າຮ້າງ​ນາງ​ເໝືອນກັນ ດັ່ງນັ້ນ ລາວ​ຈຶ່ງ​ຂຽນ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ໃຫ້​ນາງ​ໜີ​ອອກ​ໄປ​ຈາກ​ເຮືອນ​ຂອງຕົນ. ຫລື​ຖ້າ​ວ່າ​ຜົວ​ຄົນ​ທີ​ສອງ​ຂອງ​ນາງ​ຕາຍໄປ.

4 ໃນ​ກໍລະນີ​ເຊັ່ນນີ້ ຜົວ​ຜູ້​ທຳອິດ​ຈະ​ເອົາ​ນາງ​ກັບຄືນ​ມາ​ເປັນ​ເມຍ​ອີກ​ບໍ່ໄດ້; ໃຫ້​ລາວ​ຖື​ວ່າ​ນາງ​ເປັນ​ມົນທິນ​ເສຍ​ແລ້ວ. ຖ້າ​ລາວ​ເອົາ​ນາງ​ມາ​ເປັນ​ເມຍ​ອີກ ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ບໍ່​ພໍໃຈ. ຢ່າ​ໃຫ້​ພວກເຈົ້າ​ເຮັດ​ບາບ​ອັນ​ຮ້າຍແຮງ​ເຊັ່ນນີ້ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້.”


ກົດບັນຍັດ​ລັກສະນະ​ອື່ນໆ

5 “ເມື່ອ​ຊາຍ​ຜູ້ໜຶ່ງ​ຫາ​ກໍ​ແຕ່ງງານ ຢ່າ​ເກນ​ເອົາ​ລາວ​ເຂົ້າ​ເປັນ​ທະຫານ ຫລື​ຮັບ​ໜ້າທີ່​ໃດໆ​ຕໍ່​ປະຊາຊົນ; ໃຫ້​ລາວ​ພັກ​ຢູ່​ບ້ານ​ໜຶ່ງ​ປີ​ເພື່ອ​ຈະ​ໄດ້​ເຮັດ​ໃຫ້​ເມຍ​ມີ​ຄວາມສຸກ.

6 ເມື່ອ​ພວກເຈົ້າ​ໃຫ້​ຄົນ​ໜຶ່ງ​ຢືມ​ບາງສິ່ງ​ບາງຢ່າງ ຢ່າ​ໄດ້​ເອົາ​ຫີນ​ໂມ້​ແປ້ງ​ຂອງ​ລາວ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ. ມັນ​ຈະ​ເປັນ​ການ​ເອົາ​ສິ່ງ​ທີ່​ຕຽມ​ອາຫານ​ເພື່ອ​ລ້ຽງ​ຊີບ​ໃນ​ຄອບຄົວ​ໄປ.

7 ຜູ້ໃດ​ກໍຕາມ ທີ່​ລັກ​ເອົາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ​ຮັບໃຊ້​ຕົນ ຫລື​ເອົາ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.

8 ເມື່ອ​ພວກເຈົ້າ​ຕ້ອງ​ທົນທຸກ​ທໍລະມານ​ຈາກ​ພະຍາດ​ຂີ້ທູດ ຈົ່ງ​ເອົາໃຈໃສ່​ປິ່ນປົວ​ຕາມ​ຄຳແນະນຳ​ຂອງ​ປະໂຣຫິດ​ຊາວ​ເລວີ; ຈົ່ງ​ປະຕິບັດ​ຕາມ​ຄຳແນະນຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.

9 ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຕໍ່​ມີຣີອາມ ໃນ​ຄາວ​ທີ່​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.

10 ເມື່ອ​ພວກເຈົ້າ​ໃຫ້​ເພື່ອນບ້ານ​ຢືມ​ບາງສິ່ງ​ບາງຢ່າງ ຢ່າ​ໄດ້​ລ່ວງ​ເຂົ້າ​ໄປ​ໃນ​ເຮືອນ​ເອົາ​ເຄື່ອງ​ນຸ່ງຫົ່ມ​ຂອງ​ເຂົາ​ເປັນ​ເຄື່ອງ​ມັດຈຳ,

11 ແຕ່​ຈົ່ງ​ຢືນ​ຖ້າ​ຢູ່​ຂ້າງ​ນອກ​ແລະ​ໃຫ້​ເຂົາ​ເອົາ​ມາ​ໃຫ້​ພວກເຈົ້າ​ເອງ.

12 ຖ້າ​ເຂົາ​ເປັນ​ຄົນ​ຍາກຈົນ ຢ່າ​ເກັບ​ຂອງ​ຄໍ້າປະກັນ​ນັ້ນ​ໄວ້​ຈົນ​ຄ້າງຄືນ;

13 ໃຫ້​ພວກເຈົ້າ​ສົ່ງ​ລາວ​ຄືນ​ທຸກໆ​ແລງ ເພື່ອ​ວ່າ​ລາວ​ຈະ​ໄດ້​ໃຊ້​ຫົ່ມ​ເມື່ອ​ເວລາ​ເຂົ້າ​ນອນ ແລະ​ລາວ​ຈະ​ອວຍພອນ​ພວກເຈົ້າ​ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ພໍໃຈ​ນຳ​ພວກເຈົ້າ.

14 ຢ່າ​ສໍ້ໂກງ​ຄົນ​ຍາກຈົນ​ແລະ​ລູກຈ້າງ​ທີ່​ຂັດສົນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ພີ່ນ້ອງ​ຊາວ​ອິດສະຣາເອນ ຫລື​ເປັນ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ໜຶ່ງ​ຂອງ​ພວກເຈົ້າ​ກໍຕາມ.

15 ແຕ່​ຈົ່ງ​ຈ່າຍ​ຄ່າຈ້າງ​ໃຫ້​ລາວ​ທຸກໆ​ມື້​ກ່ອນ​ຕາເວັນ​ຕົກ​ດິນ; ລາວ​ຕ້ອງການ​ເງິນ​ແລະ​ລໍ​ຮັບ​ຄ່າຈ້າງ​ນັ້ນ​ຢູ່. ຖ້າ​ພວກເຈົ້າ​ບໍ່​ຈ່າຍ​ໃຫ້​ລາວ ລາວ​ຈະ​ຮ້ອງ​ຟ້ອງ​ຕໍ່​ພຣະເຈົ້າຢາເວ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ຜິດ​ໃນ​ຖານ​ເຮັດ​ບາບ.

16 ພໍ່​ແມ່​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກໆ​ກໍ​ບໍ່​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ບຸກຄົນ​ໃດ​ເຮັດ​ຜິດ ກໍ​ແມ່ນ​ບຸກຄົນ​ນັ້ນ​ເອງ​ເປັນ​ຜູ້​ໄດ້​ຮັບ​ໂທດ.

17 ຢ່າ​ຕັດ​ສິດທິ​ຂອງ​ຄົນຕ່າງດ້າວ​ແລະ​ລູກກຳພ້າ ແລະ​ຢ່າ​ເອົາ​ເສື້ອຜ້າ​ຂອງ​ແມ່ໝ້າຍ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ.

18 ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.

19 ເມື່ອ​ພວກເຈົ້າ​ເກັບກ່ຽວ ແລະ​ລືມ​ຟ່ອນ​ເຂົ້າ​ບາງ​ຟ່ອນ​ໄວ້​ໃນ​ນາ ຢ່າ​ກັບຄືນ​ໄປ​ເກັບ​ເອົາ; ຈົ່ງ​ປະໄວ້​ໃຫ້​ຄົນ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ໄດ້​ອວຍພອນ​ພວກເຈົ້າ​ໃນ​ການງານ​ທຸກໆ​ຢ່າງ​ທີ່​ພວກເຈົ້າ​ເຮັດ.

20 ເມື່ອ​ພວກເຈົ້າ​ເກັບ​ໝາກກອກເທດ ຢ່າ​ຄືນ​ໄປ​ເລັມ​ອັນ​ທີ່​ເຫຼືອ; ຈົ່ງ​ປະໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.

21 ເມື່ອ​ພວກເຈົ້າ​ເກັບ​ໝາກອະງຸ່ນ​ຢ່າ​ຄືນ​ໄປ​ເລັມ​ເອົາ​ໝາກ​ຂອງ​ມັນ; ຈົ່ງ​ປະ​ອັນ​ທີ່​ເຫຼືອ​ນັ້ນ​ໄວ້​ໃຫ້​ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ.

22 ຢ່າ​ລືມໄລ​ຈັກເທື່ອ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ມອບ​ຂໍ້ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan