Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 23 - ພຣະຄຳພີສັກສິ


ການ​ໄລ່​ອອກ​ໄປ​ຈາກ​ໄພ່ພົນ​ຂອງ​ພຣະເຈົ້າ

1 “ຢ່າ​ນັບ​ຜູ້​ທີ່​ຖືກ​ຕອນ​ຫລື​ຜູ້​ທີ່​ມີ​ອະໄວຍະວະ​ສືບພັນ​ພິການ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.

2 ຢ່າ​ນັບ​ລູກ​ທີ່​ເກີດ​ນອກ​ການ​ແຕ່ງງານ ຫລື​ລູກຫລານ​ຂອງ​ລາວ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.

3 ຢ່າ​ນັບ​ຊາວ​ອຳໂມນ​ຫລື​ຊາວ​ໂມອາບ ຫລື​ລູກຫລານ​ຂອງ​ພວກເຂົາ​ເຖິງ​ສິບ​ຊົ່ວ​ເຊັ່ນ​ຄົນ ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.

4 ພວກເຂົາ​ບໍ່​ຍອມ​ໃຫ້​ສະບຽງ​ອາຫານ​ແລະ​ນໍ້າ​ແກ່​ພວກເຈົ້າ ຄາວ​ເມື່ອ​ພວກເຈົ້າ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ, ແຕ່​ພວກເຂົາ​ຊໍ້າ​ໄດ້​ຈ້າງ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຈາກ​ເມືອງ​ເປໂທ​ໃນ​ເມໂຊໂປຕາເມຍ ມາ​ສາບແຊ່ງ​ພວກເຈົ້າ.

5 ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ຟັງ​ບາລາອາມ; ພຣະອົງ​ຈຶ່ງ​ປ່ຽນ​ຄຳສາບແຊ່ງ​ນັ້ນ​ມາ​ເປັນ​ຄຳອວຍພອນ ເພາະວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮັກ​ພວກເຈົ້າ.

6 ຕາບໃດ​ທີ່​ພວກເຈົ້າ​ເປັນ​ຊົນຊາດ​ໜຶ່ງ​ຢູ່ ຢ່າ​ຊ່ວຍເຫລືອ​ຊົນຊາດ​ເຫຼົ່ານີ້​ຢ່າງໃດ​ຢ່າງໜຶ່ງ ໃຫ້​ຈະເລີນ​ຮຸ່ງເຮືອງ​ຈັກເທື່ອ.

7 ຢ່າ​ດູໝິ່ນ​ປະໝາດ​ຊາວ​ເອໂດມ ເພາະ​ພວກເຂົາ​ເປັນ​ຍາດພີ່ນ້ອງ​ຂອງ​ພວກເຈົ້າ. ຢ່າ​ນຳ​ການ​ສາບແຊ່ງ​ມາ​ສູ່​ຊາວ​ເອຢິບ ເພາະ​ຄັ້ງ​ໜຶ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.

8 ໃນ​ພາຍ​ຄັ້ງ​ໜ້າ ລູກຫລານ​ຂອງ​ພວກເຂົາ​ໃນ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ອາດ​ຈະ​ຖືກ​ນັບ​ເຂົ້າ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ກໍໄດ້.”


ການ​ຮັກສາ​ຄ້າຍ​ທະຫານ​ໃຫ້​ສະອາດ

9 “ເມື່ອ​ພວກເຈົ້າ​ອາໄສ​ຢູ່​ໃນ​ຄ້າຍພັກ​ຍາມ​ເຮັດ​ເສິກ ໃຫ້​ພວກເຈົ້າ​ຫລີກເວັ້ນ​ທຸກໆ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.

10 ຖ້າ​ຊາຍ​ຄົນ​ໜຶ່ງ​ເປັນ​ມົນທິນ​ຍ້ອນ​ລາວ​ຝັນ​ໃນ​ຕອນ​ກາງຄືນ​ອັນ​ເປັນ​ເຫດ​ໃຫ້​ນໍ້າກາມ​ໄຫລ​ອອກ ໃຫ້​ລາວ​ອອກ​ໄປ​ຢູ່​ນອກ​ຄ້າຍພັກ.

11 ເຖິງ​ເວລາ​ແລງ​ໃຫ້​ລາວ​ອາບນໍ້າ​ຊຳລະ​ຕົວ ແລະ​ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກັບຄືນ​ເຂົ້າ​ສູ່​ຄ້າຍພັກ​ໄດ້.

12 ພວກເຈົ້າ​ຕ້ອງ​ສະຫງວນ​ເຂດ​ຖ່າຍໜັກ​ຖ່າຍເບົາ​ໄວ້​ຢູ່​ນອກ​ຄ້າຍພັກ.

13 ທະຫານ​ແຕ່ລະຄົນ​ຈະ​ຕ້ອງ​ມີ​ເຄື່ອງມື​ປະຈຳຕົວ ແລະ​ເມື່ອໃດ​ໄປ​ຖ່າຍ​ກໍ​ໃຫ້​ໃຊ້​ເຄື່ອງ​ມື​ນັ້ນ​ຂຸດ​ຂຸມ​ແລະ​ໃຊ້​ດິນ​ຖົມ​ໄວ້.

14 ຈົ່ງ​ຮັກສາ​ຄ້າຍພັກ​ຂອງ​ພວກເຈົ້າ​ໃຫ້​ປາສະຈາກ​ມົນທິນ​ຕາມ​ກົດບັນຍັດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ໃນ​ຄ້າຍ​ນັ້ນ​ເພື່ອ​ຄຸ້ມຄອງ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ຕໍ່​ຂ້າເສິກ​ສັດຕູ. ຢ່າ​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໜ້າ​ເປິເປື້ອນ ຊຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ.”


ກົດບັນຍັດ​ລັກສະນະ​ຕ່າງໆ

15 “ຖ້າ​ຄົນຮັບໃຊ້​ຊາຍ​ຍິງ​ຜູ້ໜຶ່ງ​ປົບໜີ​ຈາກ​ນາຍ​ຂອງຕົນ ແລະ​ມາ​ຂໍ​ການ​ຄຸ້ມຄອງ​ຈາກ​ພວກເຈົ້າ ຢ່າ​ໄດ້​ສົ່ງ​ລາວ​ກັບຄືນ​ໄປ.

16 ແຕ່​ລາວ​ຈະ​ຢູ່​ບ່ອນ​ໃດ​ກໍໄດ້​ຕາມ​ທີ່​ລາວ​ມັກ​ໃນ​ບັນດາ​ເມືອງ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຮຸນແຮງ​ຕໍ່​ລາວ.

17 ຢ່າ​ໃຫ້​ຊາວ​ອິດສະຣາເອນ ບໍ່​ວ່າ​ຊາຍ​ຫລື​ຍິງ ເປັນ​ໂສເພນີ​ຢູ່​ຕາມ​ວັດ​ຮູບເຄົາຣົບ.

18 ເຊັ່ນດຽວ​ກັນ ເງິນ​ທີ່​ໄດ້​ໃນ​ທຳນອງນີ້​ບໍ່​ໃຫ້​ຖືກ​ນຳ​ເຂົ້າ​ມາ​ເປັນ​ການ​ແກ້​ບະບົນ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ວັດ​ຂອງ​ພວກ​ໂສເພນີ.

19 ເມື່ອ​ພວກເຈົ້າ​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ​ຢືມ​ເງິນ ຫລື​ອາຫານ​ການກິນ ຫລື​ສິ່ງ​ອື່ນໆ​ກໍດີ ຢ່າ​ໄດ້​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ລາວ.

20 ພວກເຈົ້າ​ອາດ​ຈະ​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ຄົນ​ຕ່າງດ້າວ​ໄດ້ ແຕ່​ຢ່າ​ຄິດໄລ່​ເອົາ​ດອກເບ້ຍ​ນຳ​ສິ່ງ​ທີ່​ພີ່ນ້ອງ​ອິດສະຣາເອນ​ໄດ້​ຢືມ. ຈົ່ງ​ເຮັດ​ຕາມ​ລະບຽບການ​ນີ້ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.

21 ເມື່ອ​ພວກເຈົ້າ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລະເລີຍ​ຕໍ່​ສິ່ງ​ທີ່​ໄດ້​ສັນຍາ​ໄວ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຖືເອົາ​ຕາມ​ຄຳ​ສາບານ​ຂອງ​ພວກເຈົ້າ ແລະ​ການ​ບໍ່​ຢຶດຖື​ຕາມ​ນັ້ນ​ກໍ​ເປັນ​ບາບ.

22 ເມື່ອ​ພວກເຈົ້າ​ບໍ່ໄດ້​ສາບານ​ໄວ້. ພວກເຈົ້າ​ກໍ​ບໍ່ມີ​ບາບ;

23 ແຕ່​ຖ້າ​ພວກເຈົ້າ​ສະໝັກ​ໃຈ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄວ້​ແລ້ວ ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ນັ້ນ.

24 ເມື່ອ​ພວກເຈົ້າ​ຍ່າງ​ຜ່ານ​ໄປ​ໃນ​ສວນອະງຸ່ນ​ຂອງ​ຄົນອື່ນ ພວກເຈົ້າ​ຈະ​ກິນ​ໝາກອະງຸ່ນ​ໃນ​ສວນ​ນັ້ນ​ຈົນ​ອີ່ມ​ກໍໄດ້ ແຕ່​ຢ່າ​ເກັບ​ໃສ່​ກະຕ່າ​ຖື​ໄປ​ນຳ.

25 ເມື່ອ​ຍ່າງ​ຜ່ານ​ທົ່ງນາ ພວກເຈົ້າ​ຈະ​ໃຊ້​ມື​ເດັດ​ເອົາ​ຮ່ວງ​ເຂົ້າ​ມາ​ເກັດ​ກິນ​ກໍໄດ້ ແຕ່​ຢ່າ​ໃຊ້​ກ່ຽວ​ຕັດ​ເອົາ​ໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan