ພຣະບັນຍັດສອງ 22 - ພຣະຄຳພີສັກສິເລື່ອງຊັບສົມບັດຂອງເພື່ອນບ້ານ 1 “ຖ້າພວກເຈົ້າເຫັນງົວຫລືແກະຂອງພີ່ນ້ອງຊາວອິດສະຣາເອນຫລົງມາ ຢ່າໄດ້ເຮັດເມີນເສີຍ; ຈົ່ງນຳສັດນັ້ນກັບໄປສົ່ງຄືນໃຫ້ເຈົ້າຂອງ. 2 ແຕ່ຖ້າເຈົ້າຂອງສັດຢູ່ຫ່າງໄກຫລືບໍ່ຮູ້ວ່າຜູ້ໃດເປັນເຈົ້າຂອງສັດ ກໍໃຫ້ນຳສັດນັ້ນເມືອບ້ານຂອງຕົນ. ເມື່ອເຈົ້າຂອງສັດມາຕາມຫາ ຈົ່ງສົ່ງສັດນັ້ນຄືນໃຫ້ເຈົ້າຂອງ. 3 ຈົ່ງປະຕິບັດເຊັ່ນດຽວກັນຖ້າພວກເຈົ້າພົບລໍ ເຄື່ອງນຸ່ງຫົ່ມ ແລະສິ່ງອື່ນໆທີ່ພີ່ນ້ອງຊາວອິດສະຣາເອນໄດ້ເຮັດເສຍ. 4 ຖ້າລໍຫລືງົວຂອງພີ່ນ້ອງຊາວອິດສະຣາເອນລົ້ມລົງ ຢ່າໄດ້ເຮັດເມີນເສີຍ. ຈົ່ງຊ່ວຍລາວຊູສັດນັ້ນຂຶ້ນ. 5 ຜູ້ຍິງຕ້ອງບໍ່ນຸ່ງເຄື່ອງຜູ້ຊາຍ ແລະຜູ້ຊາຍຕ້ອງບໍ່ນຸ່ງເຄື່ອງຜູ້ຍິງ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຄົນທີ່ເຮັດເຊັ່ນນັ້ນ. 6 ຖ້າພວກເຈົ້າພົບຮັງນົກຢູ່ເທິງຕົ້ນໄມ້ຫລືເທິງພື້ນດິນ ທີ່ແມ່ຂອງມັນກຳລັງຟັກໄຂ່ຫລືເຝົ້າລູກຂອງມັນຢູ່ພວກເຈົ້າບໍ່ຕ້ອງຈັບແມ່ຂອງມັນໄປ. 7 ພວກເຈົ້າອາດຈະເອົາລູກນົກໄປໄດ້ແຕ່ປ່ອຍແມ່ຂອງມັນໄປ ເພື່ອວ່າພວກເຈົ້າຈະມີຊີວິດຢູ່ຍືນຍາວແລະຈະເລີນຮຸ່ງເຮືອງ. 8 ເມື່ອພວກເຈົ້າສ້າງເຮືອນໃໝ່ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ. 9 ຢ່າປູກພືດໃດໆໃນບ່ອນດຽວກັບສວນອະງຸ່ນ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າບໍ່ຕ້ອງໃຊ້ພືດຜົນທັງສອງຢ່າງທີ່ໄດ້ມາຈາກສວນນັ້ນ. 10 ຢ່າເອົາງົວເຖິກແລະລໍທຽມແອກນຳກັນໃຊ້ໄຖນາ. 11 ຢ່ານຸ່ງເຄື່ອງທີ່ໃຊ້ຂົນແກະແລະຜ້າປ່ານຕໍ່າປົນກັນ. 12 ຈົ່ງຫຍິບຍອຍໃສ່ສີ່ແຈເສື້ອຄຸມຂອງພວກເຈົ້າ.” ກົດບັນຍັດກ່ຽວກັບຄວາມບໍຣິສຸດທາງເພດ 13 “ຖ້າວ່າຊາຍຜູ້ໜຶ່ງໄດ້ແຕ່ງງານກັບຍິງຜູ້ໜຶ່ງ ແລະຕໍ່ມາລາວບໍ່ຕ້ອງການນາງອີກ. 14 ດັ່ງນັ້ນ ລາວຈຶ່ງຫາເຫດຜົນອັນບໍ່ຈິງກ່າວຟ້ອງນາງວ່າ ເປັນຍິງບໍ່ບໍຣິສຸດເມື່ອເຂົາແຕ່ງງານກັນແລ້ວ. 15 ຖ້າເຫດການເຊັ່ນນີ້ເກີດຂຶ້ນໃຫ້ພໍ່ແມ່ຂອງຝ່າຍຍິງເອົາຜ້າປູບ່ອນນອນ ທີ່ມີຮອຍເລືອດໃນຄືນມື້ແຕ່ງງານຊຶ່ງພິສູດວ່ານາງເປັນສາວບໍຣິສຸດ ແລະນຳໄປທີ່ສານເພື່ອໃຫ້ພວກຫົວໜ້າປົກຄອງເມືອງເບິ່ງ. 16 ພໍ່ຂອງຝ່າຍຍິງນັ້ນຈະຕ້ອງເວົ້າກັບຜູ້ປົກຄອງເມືອງວ່າ ‘ຂ້າພະເຈົ້າເອງເປັນຜູ້ມອບລູກສາວໃຫ້ແຕ່ງງານກັບຊາຍຄົນນີ້, ແຕ່ມາບັດນີ້ລາວບໍ່ຕ້ອງການນາງ. 17 ລາວໄດ້ຫາເຫດອັນບໍ່ຈິງຟ້ອງນາງໂດຍເວົ້າຕໍ່ນາງວ່າ ນາງບໍ່ບໍຣິສຸດເມື່ອລາວໄດ້ນາງມາເປັນເມຍແລ້ວ. ຈົ່ງເບິ່ງຮອຍເລືອດທີ່ຕິດຜ້າປູບ່ອນນີ້ດູ’ 18 ແລ້ວໃຫ້ບັນດາຫົວໜ້າຜູ້ປົກຄອງເມືອງ ເອົາຜົວຂອງຍິງນັ້ນໄປຂ້ຽນ. 19 ໃຫ້ພວກເຂົາປັບໄໝລາວອີກເປັນເງິນຮ້ອຍຫລຽນ ແລະມອບເງິນໃຫ້ພໍ່ຂອງຝ່າຍຍິງຍ້ອນຊາຍຜູ້ນີ້ໄດ້ນຳການສາບແຊ່ງມາສູ່ຍິງອິດສະຣາເອນ. ບໍ່ແລ້ວແຕ່ເທົ່ານັ້ນ ນາງຍັງຈະຕ້ອງເປັນເມຍຂອງລາວຕໍ່ໄປ ແລະຈະປະຮ້າງນາງບໍ່ໄດ້ຕະຫລອດຊີວິດ. 20 ແຕ່ຖ້າການກ່າວຟ້ອງນັ້ນເປັນຄວາມຈິງ ແລະບໍ່ມີຂໍ້ພິສູດໃດໆວ່າຍິງນັ້ນບໍຣິສຸດ 21 ກໍໃຫ້ນຳຍິງນັ້ນອອກໄປທີ່ປະຕູເຮືອນພໍ່ຂອງນາງ ແລ້ວໃຫ້ຊາວເມືອງແກວ່ງກ້ອນຫີນໃສ່ໃຫ້ຕາຍໃນທີ່ນັ້ນ. ນາງໄດ້ເຮັດສິ່ງທີ່ອັບອາຍຂາຍໜ້າທ່າມກາງຊາວເມືອງຂອງພວກເຮົາ ໂດຍສົມສູ່ທາງເພດກ່ອນແຕ່ງງານຄາວທີ່ນາງໄດ້ອາໄສຢູ່ນຳພໍ່ແມ່. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. 22 ຖ້າຊາຍຄົນໜຶ່ງຖືກຈັບໄດ້ໃນຂະນະທີ່ລາວສົມສູ່ກັບເມຍຂອງຄົນອື່ນ ກໍໃຫ້ລົງໂທດທັງສອງຄົນເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. 23 ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນເມືອງ ໃນຂະນະທີ່ລາວສົມສູ່ກັບຍິງສາວທີ່ມີຄູ່ໝັ້ນແລ້ວ 24 ໃຫ້ນຳເຂົາທັງສອງອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ. ຜູ້ຍິງນີ້ຕ້ອງຖືກໂທດເຖິງຕາຍເພາະນາງບໍ່ໄດ້ຮ້ອງຂໍໃຫ້ຊ່ວຍເຫລືອ ເຖິງແມ່ນນາງຢູ່ໃນເມືອງບ່ອນທີ່ຄົນຍິນສຽງໄດ້. ສ່ວນຜູ້ຊາຍນັ້ນຕ້ອງຖືກໂທດເຖິງຕາຍ ເພາະລາວໄດ້ສົມສູ່ກັບຍິງທີ່ມີຄູ່ໝັ້ນແລ້ວ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. 25 ຖ້າວ່າຊາຍຜູ້ໜຶ່ງຂົ່ມຂືນຍິງສາວທີ່ມີຄູ່ໝັ້ນແລ້ວຢູ່ນອກເມືອງ ໃຫ້ລົງໂທດຊາຍຄົນນີ້ຜູ້ດຽວໃຫ້ເຖິງຕາຍ; 26 ຢ່າເຮັດຫຍັງແກ່ຜູ້ຍິງນັ້ນເລີຍ ເພາະນາງບໍ່ໄດ້ເຮັດຜິດເຖິງຂັ້ນໂທດປະຫານ. ຄະດີນີ້ແມ່ນຢ່າງດຽວກັບ ເມື່ອຊາຍຄົນໜຶ່ງຕີຊາຍອີກຄົນໜຶ່ງແລະຂ້າລາວ. 27 ຊາຍຄົນນັ້ນໄດ້ຂົ່ມຂືນຍິງທີ່ມີຄູ່ໝັ້ນແລ້ວທີ່ນອກເມືອງ ເຖິງແມ່ນວ່ານາງຈະຮ້ອງໃຫ້ຊ່ວຍເຫລືອກໍບໍ່ມີຜູ້ໃດມາຊ່ວຍເຫລືອນາງໄດ້. 28 ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນຂະນະທີ່ຂົ່ມຂືນຜູ້ສາວຍັງບໍ່ມີຄູ່ໝັ້ນເທື່ອ 29 ລາວຈະຕ້ອງຈ່າຍເງິນຫ້າສິບຫລຽນໃຫ້ພໍ່ຂອງຍິງນັ້ນ ແລ້ວໃຫ້ລາວຮັບເອົານາງໄປເປັນເມຍຂອງຕົນ ເພາະລາວໄດ້ບັງຄັບນາງໃຫ້ສົມສູ່ທາງເພດກັບຕົນ. ລາວຈະຢ່າຮ້າງນາງບໍ່ໄດ້ຕະຫລອດຊີວິດ. 30 ຢ່າໃຫ້ຊາຍຜູ້ໃດເຮັດໃຫ້ພໍ່ຂອງຕົນຕ້ອງໄດ້ຖືກອັບອາຍຂາຍໜ້າ ໂດຍສົມສູ່ທາງເພດກັບເມຍນ້ອຍຂອງເພິ່ນ.” |
@ 2012 United Bible Societies. All Rights Reserved.