Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 21 - ພຣະຄຳພີສັກສິ


ເລື່ອງ​ຄົນ​ຕາຍ​ໂດຍ​ບໍ່​ຮູ້​ຜູ້​ທີ່​ຂ້າ

1 “ຖ້າ​ວ່າ​ຄົນ​ໄດ້​ພົບ​ຜູ້ໜຶ່ງ​ທີ່​ຖືກ​ຂ້າ​ຢູ່​ໃນ​ທົ່ງນາ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້ ແລະ​ພວກເຈົ້າ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂ້າ

2 ກໍ​ໃຫ້​ພວກ​ຜູ້ນຳ​ແລະ​ພວກ​ຜູ້ຕັດສິນ​ອອກ​ໄປ​ແທກ​ເບິ່ງ​ໄລຍະ​ທາງ ຈາກ​ບ່ອນ​ທີ່​ພົບ​ສົບ​ຜູ້​ຕາຍ​ໃສ່​ເມືອງ​ຕ່າງໆ​ທີ່​ໃກ້ຄຽງ.

3 ແລ້ວ​ໃຫ້​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຢູ່​ໃກ້ຊິດ​ກັບ​ບ່ອນ​ພົບ​ສົບ​ນັ້ນ ເລືອກ​ເອົາ​ງົວແມ່​ໜຸ່ມ​ໂຕໜຶ່ງ​ທີ່​ບໍ່ເຄີຍ​ໃຊ້​ວຽກ​ມາ​ກ່ອນ.

4 ແລ້ວ​ໃຫ້​ພວກເຂົາ​ນຳ​ມັນ​ໄປ​ບ່ອນ​ໜຶ່ງ​ໃກ້​ຫວ້ຍນໍ້າ​ທີ່​ບໍ່ເຄີຍ​ແຫ້ງ​ຈັກເທື່ອ ແລະ​ດິນ​ຢູ່​ໃນ​ທີ່ນັ້ນ​ກໍ​ບໍ່ເຄີຍ​ຂຸດ​ຄົ້ນ​ປູກຝັງ​ມາ​ກ່ອນ ແລ້ວ​ໃຫ້​ຫັກ​ຄໍ​ງົວແມ່​ໜຸ່ມ​ຢູ່​ທີ່​ນັ້ນ.

5 ໃຫ້​ພວກ​ປະໂຣຫິດ​ຊາວ​ເລວີ​ໄປ​ຮ່ວມ​ໃນ​ພິທີ​ເໝືອນກັນ ເພາະ​ແມ່ນ​ພວກເຂົາ​ທີ່​ເປັນ​ຜູ້ຕັດສິນ​ຊີ້ຂາດ​ທຸກໆ​ຄະດີ​ຕາມ​ກົດບັນຍັດ​ກ່ຽວກັບ​ການ​ທຳລາຍ​ຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເລືອກ​ເອົາ​ປະໂຣຫິດ​ຊາວ​ເລວີ​ໃຫ້​ຮັບໃຊ້​ພຣະອົງ ແລະ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ.

6 ແລ້ວ​ຈົ່ງ​ໃຫ້​ພວກ​ຜູ້ນຳ​ທັງໝົດ​ຂອງ​ເມືອງ ຊຶ່ງ​ໃກ້​ທີ່ສຸດ​ກັບ​ບ່ອນ​ທີ່​ພົບ​ສົບ​ຄົນຕາຍ​ລ້າງ​ມື​ໃສ່​ເທິງ​ງົວ

7 ແລະ​ເວົ້າ​ວ່າ, ‘ພວກເຮົາ​ບໍ່ໄດ້​ຂ້າ​ຊາຍ​ຄົນ​ນີ້ ແລະ​ພວກເຮົາ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂ້າ.

8 ພຣະເຈົ້າຢາເວ​ເອີຍ ໂຜດ​ຍົກໂທດ​ໃຫ້​ຊາວ​ອິດສະຣາເອນ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊ່ວຍກູ້​ອອກ​ມາ​ຈາກ​ປະເທດ​ເອຢິບ. ໂຜດ​ຍົກໂທດ​ໃຫ້​ພວກ​ຂ້ານ້ອຍ ແລະ​ຢ່າ​ໃຫ້​ພວກ​ຂ້ານ້ອຍ​ຮັບຜິດຊອບ​ເລື່ອງ​ການຕາຍ​ຂອງ​ຄົນ​ໜຶ່ງ ທີ່​ບໍ່​ຮູ້​ຜູ້​ສັງຫານ.’

9 ສະນັ້ນ ເມື່ອ​ເຮັດ​ຕາມ​ພຣະເຈົ້າຢາເວ​ໄດ້​ກຳນົດ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ເປັນ​ຜູ້​ຮັບຜິດຊອບ​ສຳລັບ​ການ​ຂ້າ​ຄົນ.”


ເລື່ອງ​ຊະເລີຍເສິກ​ຜູ້ຍິງ

10 “ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃຫ້​ພວກເຈົ້າ​ໄຊຊະນະ​ຢູ່​ໃນ​ສະໜາມຮົບ​ແລະ​ຈັບ​ຊະເລີຍເສິກ​ໄດ້

11 ພວກເຈົ້າ​ອາດ​ຈະ​ເຫັນ​ຍິງ​ສາວ​ທີ່​ສວຍງາມ​ໃນ​ທ່າມກາງ​ພວກ​ຊະເລີຍເສິກ​ກໍໄດ້ ແລະ​ຢາກ​ໄດ້​ນາງ​ມາ​ເປັນ​ເມຍ.

12 ຈົ່ງ​ນຳ​ນາງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ໃຫ້​ນາງ​ແຖ​ຫົວ ຕັດ​ເລັບ​ມື

13 ແລະ​ປ່ຽນ​ເສື້ອຜ້າ​ໃຫ້​ນາງ​ຢູ່​ໃນ​ເຮືອນ ແລະ​ໄວ້ທຸກ​ໃຫ້​ພໍ່​ແມ່​ຂອງ​ນາງ​ໜຶ່ງ​ເດືອນ; ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ໄດ້.

14 ຕໍ່ມາ ຖ້າ​ພວກເຈົ້າ​ບໍ່​ຕ້ອງການ​ນາງ​ອີກ ຈົ່ງ​ປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ. ເມື່ອ​ພວກເຈົ້າ​ໄດ້​ບັງຄັບ​ນາງ​ໃຫ້​ເປັນ​ເມຍ ສະນັ້ນ ຈຶ່ງ​ບໍ່​ສົມຄວນ​ທີ່​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ນາງ​ຢ່າງ​ຄົນ​ຮັບໃຊ້ ໂດຍ​ຂາຍ​ນາງ​ຕໍ່​ໃຫ້​ຄົນອື່ນ.”


ເລື່ອງ​ມໍຣະດົກ​ຂອງ​ລູກຊາຍກົກ

15 “ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ມີ​ເມຍ​ສອງ​ຄົນ ແລະ​ທັງສອງ​ກໍ​ເກີດ​ລູກ​ຜູ້ຊາຍ. ແຕ່​ລູກຊາຍ​ຄົນ​ທຳອິດ​ບໍ່ແມ່ນ​ລູກ​ທີ່​ເກີດ​ຈາກ​ເມຍ​ທີ່​ຕົນ​ຮັກ.

16 ເມື່ອ​ຊາຍ​ຄົນ​ນີ້​ຕົກລົງ​ຈະ​ແບ່ງປັນ​ມໍຣະດົກ​ໃຫ້​ແກ່​ລູກໆ​ຂອງຕົນ ລາວ​ບໍ່​ຕ້ອງ​ເຂົ້າ​ຂ້າງ​ລູກຊາຍ​ຂອງ​ເມຍ​ທີ່​ຕົນ​ຮັກ ໂດຍ​ມອບ​ມໍຣະດົກ​ຂອງ​ລູກ​ເມຍ​ກົກ​ໃຫ້​ລາວ.

17 ລາວ​ຕ້ອງ​ແບ່ງ​ມໍຣະດົກ​ສອງ​ເທົ່າ​ໃຫ້​ລູກຊາຍ​ຄົນ​ກົກ ເຖິງ​ແມ່ນ​ວ່າ​ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ເມຍ​ທີ່​ຕົນ​ຮັກ​ກໍຕາມ. ຊາຍ​ຜູ້ໜຶ່ງ​ຕ້ອງ​ຮັບ​ຮູ້​ສິດທິ​ຂອງ​ລູກຊາຍກົກ​ຂອງຕົນ ແລະ​ແບ່ງ​ມໍຣະດົກ​ທີ່​ຖືກ​ຕາມ​ກົດໝາຍ​ທີ່​ລາວ​ສົມຄວນ​ຈະ​ໄດ້​ຮັບ​ໃຫ້​ແກ່​ລາວ.”


ເລື່ອງ​ລູກ​ທີ່​ບໍ່​ເຊື່ອຟັງ

18 “ຖ້າ​ວ່າ​ຜູ້ໜຶ່ງ​ມີ​ລູກຊາຍ​ທີ່​ດື້ດ້ານ​ແລະ​ບໍ່​ຢູ່​ໃນ​ຄຳ​ໂອວາດ ຄື​ລູກຊາຍ​ທີ່​ບໍ່​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ໄດ້​ລົງໂທດ​ລາວ​ແລ້ວ​ກໍຕາມ.

19 ພໍ່​ແມ່​ຕ້ອງ​ນຳ​ລູກຊາຍ​ຂອງ​ຕົນ​ໄປ​ຫາ​ພວກ​ຜູ້ນຳ​ໃນ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ນຳ​ລາວ​ຂຶ້ນ​ສານ.

20 ພໍ່​ແມ່​ຕ້ອງ​ເວົ້າ​ກັບ​ພວກເພິ່ນ​ວ່າ, ‘ລູກຊາຍ​ຂອງ​ພວກ​ຂ້ານ້ອຍ​ດື້ດ້ານ​ທັງ​ບໍ່​ຢູ່​ໃນ​ຄຳ​ໂອວາດ ແລະ​ບໍ່​ເຊື່ອຟັງ​ພວກ​ຂ້ານ້ອຍ​ດ້ວຍ; ລາວ​ລ້າງຜານ​ເງິນຄຳ​ແລະ​ຕິດເຫລົ້າ​ເມົາສຸຣາ.’

21 ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”


ສົບ​ຄົນຕາຍ​ເພາະ​ຖືກ​ແຂວນຄໍ

22 “ຖ້າ​ຄົນ​ໜຶ່ງ​ຖືກ​ປະຫານ​ສຳລັບ​ຄວາມຜິດ​ທາງ​ອາດຍາ​ໂດຍ​ການ​ແຂວນຄໍ

23 ຢ່າ​ປ່ອຍ​ຊາກສົບ​ແຂວນ​ໄວ້​ຈົນ​ຮອດ​ກາງຄືນ. ໃຫ້​ຝັງ​ຊາກສົບ​ຂອງ​ຄົນ​ນີ້​ໃນ​ມື້​ນັ້ນ​ໂລດ ເພາະ​ຊາກສົບ​ຂອງ​ຄົນຕາຍ​ທີ່​ຖືກ​ແຂວນຄໍ​ກັບ​ເສົາ ນຳ​ຄວາມ​ສາບແຊ່ງ​ຂອງ​ພຣະເຈົ້າ​ມາ​ສູ່​ດິນແດນ. ຈົ່ງ​ຝັງ​ຊາກສົບ​ນັ້ນ​ສາ ເພື່ອ​ບໍ່​ເປັນ​ການ​ນຳ​ການ​ສາບແຊ່ງ​ມາ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan