Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 20 - ພຣະຄຳພີສັກສິ


ກົດບັນຍັດ​ກ່ຽວກັບ​ການ​ເຮັດ​ເສິກ

1 “ເມື່ອ​ອອກ​ໄປ​ສູ້ຮົບ​ສັດຕູ​ແລະ​ເຫັນ​ລົດຮົບ​ພ້ອມ​ກັບ​ມ້າ​ເສິກ​ທັງ​ກອງທັບ ທີ່​ມີ​ກຳລັງ​ຫລາຍກວ່າ​ພວກເຈົ້າ ຢ່າ​ຢ້ານ​ພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ.

2 ກ່ອນ​ຈະ​ລົງ​ມື​ເຂົ້າ​ສູ້ຮົບ ໃຫ້​ປະໂຣຫິດ​ອອກ​ມາ​ຂ້າງໜ້າ​ກ່າວ​ກັບ​ບັນດາ​ນັກຮົບ​ໃນ​ກອງທັບ​ວ່າ,

3 ‘ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ໃຫ້​ດີ ໃນວັນນີ້​ພວກເຈົ້າ​ຈະ​ອອກ​ສູ່​ສະໜາມຮົບ. ຢ່າ​ຢ້ານ​ຂ້າເສິກ ຫລື​ເສຍຂວັນ ຫລື​ເກີດ​ອົນລະຫົນ​ວຸ້ນວາຍ​ເລີຍ.

4 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ໄຊຊະນະ.’

5 ແລ້ວ​ນາຍ​ທະຫານ​ທີ່​ມີ​ໜ້າທີ່​ເກນ​ຄົນ​ເປັນ​ທະຫານ​ຈະ​ກ່າວ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ ທີ່​ຫາ​ກໍ​ປຸກ​ເຮືອນ​ແລະ​ບໍ່​ທັນ​ເຂົ້າ​ໄປ​ຢູ່? ຖ້າ​ມີ ຈົ່ງ​ໃຫ້​ຜູ້​ນັ້ນ​ກັບຄືນ​ເມືອ​ຢູ່​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຜູ້​ອື່ນ​ກໍ​ຈະ​ເຂົ້າ​ໄປ​ຢູ່​ເຮືອນ​ແທນ.

6 ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ຫາ​ກໍ່​ໄດ້​ປູກ​ຕົ້ນອະງຸ່ນ​ໃໝ່? ຖ້າ​ມີ ຈົ່ງ​ໃຫ້​ຜູ້​ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຜູ້​ອື່ນ​ກໍ​ຈະ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ແທນ.

7 ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ໄດ້​ໝັ້ນ​ຜູ້​ສາວ​ໄວ້​ແລ້ວ​ວ່າ​ຈະ​ແຕ່ງງານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ ບໍ່​ດັ່ງນັ້ນ ລາວ​ອາດ​ຕາຍ​ໃນ​ສະໜາມຮົບ​ກໍໄດ້ ແລ້ວ​ຄົນອື່ນ​ກໍ​ຈະ​ໄດ້​ແຕ່ງງານ​ກັບ​ຜູ້​ສາວ​ທີ່​ຕົນ​ໄດ້​ໝັ້ນໝາຍ​ໄວ້​ນັ້ນ​ແທນ.’

8 ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’

9 ເມື່ອ​ນາຍ​ທະຫານ​ເວົ້າ​ສຸດ​ແລ້ວ ໃຫ້​ເລືອກ​ເອົາ​ຫົວໜ້າ​ປະຈຳ​ແຕ່ລະ​ໜ່ວຍ.

10 ເມື່ອ​ພວກເຈົ້າ​ໄປ​ໂຈມຕີ​ເມືອງ​ໜຶ່ງ ໃນ​ຂັ້ນຕົ້ນ ຈົ່ງ​ໃຫ້​ໂອກາດ​ແກ່​ຊາວ​ເມືອງ​ນັ້ນ​ຍອມ​ຈຳນົນ.

11 ຖ້າ​ພວກເຂົາ​ໄຂ​ປະຕູ​ເມືອງ​ໃຫ້ ແລະ​ຍອມ​ຈຳນົນ​ໂດຍ​ດີ ຈົ່ງ​ເອົາ​ພວກເຂົາ​ທັງໝົດ​ເປັນ​ຄົນ​ຮັບໃຊ້ ແລະ​ໃຫ້​ເຮັດ​ວຽກ​ສຳລັບ​ພວກເຈົ້າ.

12 ຖ້າ​ຊາວ​ເມືອງ​ນັ້ນ​ບໍ່​ຍອມ​ເປັນ​ມິດໄມຕີ​ກັບ​ພວກເຈົ້າ, ແຕ່​ເລືອກເອົາ​ການ​ຕໍ່ສູ້​ພວກເຈົ້າ; ພວກເຈົ້າ​ຈົ່ງ​ເຂົ້າ​ລ້ອມ​ຕີ​ເອົາ​ເມືອງ​ນັ້ນ​ໄດ້.

13 ຕໍ່ມາ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຢຶດ​ເມືອງ​ໄດ້​ແລ້ວ ຈົ່ງ​ຂ້າ​ຜູ້ຊາຍ​ທຸກໆ​ຄົນ​ໃນ​ເມືອງ.

14 ແຕ່​ສ່ວນ​ຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະ​ສິ່ງຂອງ​ທັງໝົດ​ໃນ​ເມືອງ​ນັ້ນ ພວກເຈົ້າ​ຢຶດເອົາ​ເປັນ​ຂອງ​ຕົນເອງ​ໄດ້. ພວກເຈົ້າ​ອາດ​ຈະ​ໃຊ້​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ຂ້າເສິກ​ໄດ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ແລ້ວ.

15 ໃຫ້​ພວກເຈົ້າ​ຈັດການ​ຢ່າງ​ນີ້​ແຫຼະ ກັບ​ເມືອງ​ເຫຼົ່ານັ້ນ ທີ່​ຢູ່​ຫ່າງໄກ​ອອກ​ໄປ​ຈາກ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຕັ້ງ​ຫຼັກແຫຼ່ງ​ຢູ່​ນັ້ນ.

16 ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.

17 ຈົ່ງ​ທຳລາຍ​ໝົດ​ທຸກຄົນ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ດັ່ງນີ້: ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.

18 ໃຫ້​ຂ້າ​ຄົນ​ເຫຼົ່ານີ້​ຖິ້ມ​ໝົດ​ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ນຳພາ​ພວກເຈົ້າ ໃຫ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂດຍ​ສອນ​ພວກເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ໜ້າລັງກຽດ ເມື່ອ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.

19 ເມື່ອ​ພວກເຈົ້າ​ພະຍາຍາມ​ຈະ​ຢຶດຄອງ​ເມືອງ​ໜຶ່ງ ຢ່າ​ໄດ້​ປໍ້າ​ຕົ້ນໄມ້​ທີ່​ກິນ​ໝາກ ແມ່ນ​ວ່າ​ການ​ປິດລ້ອມ​ເມືອງ​ໄວ້​ນັ້ນ ຈະ​ໃຊ້​ເວລາ​ນານ​ກໍຕາມ. ພວກເຈົ້າ​ກິນ​ໝາກໄມ້​ນັ້ນ​ໄດ້ ແຕ່​ຢ່າ​ປໍ້າ​ຕົ້ນ​ມັນ​ຖິ້ມ ເພາະ​ມັນ​ບໍ່ແມ່ນ​ສັດຕູ​ຂອງ​ພວກເຈົ້າ.

20 ພວກເຈົ້າ​ອາດ​ປໍ້າ​ຕົ້ນໄມ້​ທີ່​ຮູ້ວ່າ​ບໍ່ມີ​ໝາກ​ກິນໄດ້ ເພື່ອ​ໃຊ້​ປິດລ້ອມ​ເມືອງ​ໄວ້​ໄດ້ ຈົນກວ່າ​ຈະ​ເຂົ້າ​ຢຶດຄອງ​ເມືອງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan