Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 2 - ພຣະຄຳພີສັກສິ

1 ໃນທີ່ສຸດ ພວກເຮົາ​ກໍໄດ້​ກັບຄືນ​ກັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ແລະ​ພວກເຮົາ​ໄດ້​ໃຊ້​ເວລາ​ດົນນານ​ທ່ອງທ່ຽວ​ໄປມາ ຕາມ​ເຂດ​ເນີນພູ​ເອໂດມ.

2 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,

3 ພວກເຮົາ​ໃຊ້​ເວລາ​ທ່ອງທ່ຽວ​ໄປມາ​ຕາມ​ເຂດ​ເນີນພູ​ດົນນານ​ພໍ​ແລ້ວ ແລະ​ພວກເຮົາ​ຈະ​ໄດ້​ໄປ​ທາງ​ທິດເໜືອ.

4 ພຣະອົງ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ແນະນຳ​ພວກເຈົ້າ​ດັ່ງ​ຕໍ່ໄປນີ້: ‘ພວກເຈົ້າ​ເກືອບ​ຈະ​ເດີນທາງ​ຜ່ານ​ເຂດ​ພູດອຍ​ເອໂດມ ເຂດແດນ​ຂອງ​ຍາດພີ່ນ້ອງ​ຫ່າງໆ​ຂອງ​ພວກເຈົ້າ ຄື​ບັນດາ​ເຊື້ອສາຍ​ຂອງ​ເອຊາວ. ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ,

5 ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ.

6 ພວກເຈົ້າ​ອາດ​ຊື້​ນໍ້າ​ແລະ​ອາຫານ​ນຳ​ພວກເຂົາ​ກໍໄດ້.’

7 ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພຣະອົງ​ເບິ່ງແຍງ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ທ່ອງທ່ຽວ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ສີ່ສິບ​ປີ ແລະ​ພວກເຈົ້າ​ກໍ​ມີ​ທຸກໆ​ສິ່ງ​ທີ່​ຈຳເປັນ.

8 ສະນັ້ນ ພວກເຮົາ​ຈຶ່ງ​ເດີນທາງ​ຕໍ່ ໂດຍ​ແຍກ​ອອກ​ຈາກ​ທາງ​ໄປ​ເມືອງ​ເອລາດ ແລະ​ເມືອງ​ເອຊີໂອນເກເບ​ສູ່​ທະເລຕາຍ; ແລ້ວ​ກໍ​ລ້ຽວ​ໄປ​ທາງ​ຕາເວັນອອກ​ສ່ຽງເໜືອ ມຸ່ງສູ່​ດິນແດນ​ໂມອາບ.

9 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ຊາວ​ໂມອາບ ເຊື້ອສາຍ​ຂອງ​ໂລດ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ. ເຮົາ​ໄດ້​ມອບ​ເມືອງ​ອາຣະ​ໃຫ້​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ.’

10 ແຕ່​ກ່ອນ ມີ​ຄົນ​ຊາດ​ໜຶ່ງ​ທີ່​ມີ​ອຳນາດ​ແລະ​ຮູບຮ່າງ​ໃຫຍ່​ສູງ ຊື່​ວ່າ ເອມິມ. ເຂົາ​ເຄີຍ​ອາໄສ​ຢູ່​ທີ່​ເມືອງ​ອາຣະ. ພວກ​ນີ້​ມີ​ຮູບຮ່າງ​ໃຫຍ່​ສູງ​ເທົ່າ​ກັບ​ພວກ​ອານາກີມ ຊຶ່ງ​ເປັນ​ຄົນ​ຮູບຮ່າງ​ສູງ​ອີກ​ຊາດ​ໜຶ່ງ.

11 ໃຜໆ​ກໍ​ເອີ້ນ​ພວກເຂົາ​ວ່າ ເຣຟາອິມ​ເໝືອນ​ດັ່ງ​ທີ່​ໄດ້​ມີ​ພວກ​ອານາກີມ ແຕ່​ຊາວ​ໂມອາບ​ເອີ້ນ​ພວກ​ນີ້​ວ່າ ເອມິມ.

12 ຊາວ​ໂຮຣີ​ເຄີຍ​ອາໄສ​ຢູ່​ທີ່​ດິນແດນ​ເອໂດມ ແຕ່​ພວກ​ລູກຫລານ​ຂອງ​ເອຊາວ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ ທັງ​ທຳລາຍ​ລ້າງຜານ​ຊົນຊາດ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ​ແທນ; ເໝືອນ​ດັ່ງ​ກັບ​ຊາວ​ອິດສະຣາເອນ ໃນ​ເວລາ​ຕໍ່ມາ​ໄດ້​ຂັບໄລ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຕົນ ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້.

13 ແລ້ວ​ພວກເຮົາ​ກໍ​ຂ້າມ​ແມ່ນໍ້າ​ເຊເຣັດ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.

14 ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.

15 ພຣະເຈົ້າຢາເວ​ໄດ້ຕໍ່ຕ້ານ​ພວກເຂົາ​ສະເໝີ​ມາ ຈົນກວ່າ​ພວກເຂົາ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ​ໄປ.

16 ຫລັງຈາກ​ພວກເຂົາ​ໄດ້​ຕາຍໄປ​ໝົດ​ແລ້ວ

17 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,

18 ‘ວັນນີ້ ເຈົ້າ​ໃກ້​ຈະ​ຜ່ານ​ເຂດແດນ​ໂມອາບ​ໄປ​ທາງ​ເມືອງ​ອາຣະ.

19 ແລ້ວ​ເຈົ້າ​ກໍ​ຈະ​ໄປ​ໃກ້​ດິນແດນ​ຂອງ​ພວກ​ອຳໂມນ ເຊື້ອສາຍ​ຂອງ​ໂລດ. ຢ່າ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຂົາ ຫລື​ລົງ​ມື​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ສ່ວນ​ໃດໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ນັ້ນ​ໃຫ້​ແກ່​ພວກເຈົ້າ.’

20 ເຂດແດນ​ນີ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ດິນແດນ​ຂອງ​ພວກ​ເຣຟາອິມ ຊຶ່ງ​ເອີ້ນ​ຕາມ​ຊື່​ທີ່​ປະຊາຊົນ​ຜູ້​ອາໄສ​ຢູ່​ທີ່​ນັ້ນ​ເຄີຍ​ເອີ້ນ​ກັນ​ມາ​ກ່ອນ; ຊາວ​ອຳໂມນ​ເອີ້ນ​ພວກ​ນີ້​ວ່າ ຊຳຊຸມມິມ.

21 ພວກເຂົາ​ມີ​ຮູບຮ່າງ​ໃຫຍ່​ສູງ​ຄື​ກັບ​ພວກ​ອານາກີມ ແລະ​ມີ​ຢູ່​ນຳກັນ​ຫລາຍ​ຄົນ ແລະ​ເປັນ​ຊົນຊາດ​ທີ່​ມີ​ອຳນາດ​ດ້ວຍ. ພຣະເຈົ້າຢາເວ​ໄດ້​ທຳລາຍ​ລ້າງຜານ​ພວກເຂົາ​ເໝືອນກັນ ເພື່ອ​ໃຫ້​ຊາວ​ອຳໂມນ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ.

22 ພຣະອົງ​ໄດ້​ເຮັດ​ແບບ​ດຽວກັນ​ສຳລັບ​ຊາວ​ເອໂດມ ລູກຫລານ​ຂອງ​ເອຊາວ ຜູ້​ທີ່​ອາໄສ​ຢູ່​ຕາມ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ. ພຣະອົງ​ໄດ້​ທຳລາຍ​ລ້າງຜານ​ຊາວ​ໂຮຣີ ເພື່ອ​ໃຫ້​ຊາວ​ເອໂດມ​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ແທນ ຈົນເຖິງ​ດຽວນີ້.

23 ສ່ວນ​ດິນແດນ​ຕາມ​ແຄມ​ຝັ່ງ​ຂອງ​ທະເລ​ເມດີແຕຣາເນ ແມ່ນ​ປະຊາຊົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່. ພວກເຂົາ​ໄດ້​ທຳລາຍ​ລ້າງຜານ​ຊາວ​ອາວິມ ຊາວ​ພື້ນເມືອງ ແລະ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ​ຂອງ​ພວກເຂົາ ແຕ່​ໃຕ້​ສຸດ​ຈົນ​ຮອດ​ເມືອງ​ກາຊາ.

24 ຫລັງຈາກ​ພວກເຮົາ​ໄດ້​ຜ່ານ​ດິນແດນ​ໂມອາບ​ໄປ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເຮົາ​ວ່າ, ‘ບັດນີ້ ຈົ່ງ​ເລີ່ມ​ຂ້າມ​ແມ່ນໍ້າ​ອາກໂນນ ເພາະ​ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ກະສັດ​ຂອງ​ຊາວ​ອາໂມ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ດ້ວຍ​ດິນແດນ​ຂອງ​ລາວ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ. ຈົ່ງ​ໂຈມຕີ​ແລະ​ຢຶດຄອງ​ດິນແດນ​ຂອງ​ລາວ​ໄດ້.

25 ຕັ້ງແຕ່​ວັນ​ນີ້​ໄປ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ທຸກ​ບ່ອນ​ຢ້ານກົວ​ພວກເຈົ້າ. ທຸກຄົນ​ຈະ​ຢ້ານກົວ​ຈົນ​ຕົວ​ສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ຊື່​ຂອງ​ພວກເຈົ້າ.”’


ຊາວ​ອິດສະຣາເອນ​ຊະນະ​ເຈົ້າສີໂຫນ
( ຈບຊ 21:21-30 )

26 “ແລ້ວ​ຂ້າພະເຈົ້າ​ກໍ​ສົ່ງ​ຄະນະທູດ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ເກເດໂມດ ໄປ​ຫາ​ເຈົ້າສີໂຫນ​ກະສັດ​ແຫ່ງ​ນະຄອນ​ເຮັດຊະໂບນ ພ້ອມ​ທັງ​ນຳ​ຂໍ້​ສະເໜີ​ສັນຕິພາບ ດັ່ງນີ້:

27 ‘ຈົ່ງ​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ດິນແດນ​ຂອງທ່ານ​ໄປ​ແດ່ທ້ອນ. ພວກ​ຂ້າພະເຈົ້າ​ຈະ​ມຸ່ງໜ້າ​ຜ່ານ​ໄປ​ໂດຍ​ຈະ​ບໍ່​ໜີ​ຈາກ​ທາງໃຫຍ່.

28 ພວກ​ຂ້າພະເຈົ້າ​ຈະ​ຈ່າຍ​ຄ່າ​ອາຫານ​ທີ່​ພວກ​ຂ້າພະເຈົ້າ​ກິນ ແລະ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້າພະເຈົ້າ​ດື່ມ. ສິ່ງ​ດຽວ​ທີ່​ພວກ​ຂ້າພະເຈົ້າ​ຕ້ອງການ ຄື​ພຽງແຕ່​ຜ່ານ​ດິນແດນ​ຂອງທ່ານ​ໄປ

29 ຈົນກວ່າ​ພວກ​ຂ້າພະເຈົ້າ​ຈະ​ຜ່ານ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້. ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ເອໂດມ ແລະ​ຊາວ​ໂມອາບ​ທີ່​ອາໄສ​ຢູ່​ອາຣະ ກໍໄດ້​ອະນຸຍາດ​ໃຫ້​ພວກ​ຂ້າພະເຈົ້າ​ຜ່ານ​ເຂດແດນ​ຂອງ​ພວກເຂົາ​ມາ​ແລ້ວ.’

30 ແຕ່​ເຈົ້າ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ເພິ່ນ​ດື້ດຶງ​ແລະ​ແຂງກະດ້າງ ເພື່ອ​ພວກເຮົາ​ຈະ​ໄດ້​ຊະນະ​ແລະ​ຢຶດ​ເອົາ​ເຂດແດນ​ທັງໝົດ​ຂອງ​ເພິ່ນ ມາ​ຄອບຄອງ​ຈົນ​ເທົ່າ​ທຸກ​ວັນນີ້.

31 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ເບິ່ງແມ ເຮົາ​ໄດ້​ມອບ​ເຈົ້າສີໂຫນ​ແລະ​ດິນແດນ​ຂອງ​ລາວ ໄວ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ​ແລ້ວ ຈົ່ງ​ຢຶດເອົາ​ເຖີດ.’

32 ເຈົ້າສີໂຫນ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ຢູ່​ໃກ້​ເມືອງ​ຢາຮາດ,

33 ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເພິ່ນ​ໄວ້​ຢູ່​ໃນ​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຊະນະ​ເຈົ້າສີໂຫນ​ແລະ​ພວກ​ລູກຊາຍ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ.

34 ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ໄດ້​ຢຶດ​ແລະ​ທຳລາຍ​ທຸກໆ​ເມືອງ​ຖິ້ມ ແລະ​ຂ້າ​ທຸກໆ​ຄົນ​ບໍ່​ວ່າ​ຊາຍ​ຍິງ ຫລື​ເດັກນ້ອຍ. ພວກເຮົາ​ບໍ່​ໃຫ້​ໃຜ​ລອດຊີວິດ​ຢູ່​ເລີຍ.

35 ພວກເຮົາ​ຢຶດເອົາ​ຝູງສັດ​ແລະ​ເກັບ​ກວາດ​ເອົາ​ສິ່ງຂອງ​ໃນ​ເມືອງ.

36 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ໃຫ້​ພວກເຮົາ​ຢຶດເອົາ​ເມືອງ​ຕ່າງໆ ຕັ້ງແຕ່​ອາໂຣເອ​ໄປ ດັ່ງນີ້: ເມືອງ​ແຄມ​ຮ່ອມພູ​ອາກໂນນ ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ, ຕະຫລອດ​ທຸກ​ເມືອງ​ທີ່​ຢູ່​ຕາມ​ທາງ​ໄປ​ສູ່​ເຂດແດນ​ກີເລອາດ. ບໍ່ມີ​ເມືອງ​ໃດ​ທີ່​ມີ​ກຳແພງ​ແໜ້ນໜາ ພໍ​ທີ່​ພວກເຮົາ​ຈະ​ຢຶດເອົາ​ບໍ່ໄດ້.

37 ແຕ່​ພວກເຮົາ​ບໍ່ໄດ້​ເຂົ້າ​ໄປ​ໃກ້​ເຂດແດນ​ຂອງ​ຊາວ​ອຳໂມນ ຫລື​ທົ່ງພຽງ​ຕາມ​ແຄມ​ແມ່ນໍ້າ​ຢັບໂບກ ຫລື​ເມືອງ​ຕ່າງໆ​ຢູ່​ທີ່​ເຂດ​ເນີນພູ ຫລື​ບ່ອນ​ອື່ນໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສັ່ງ​ໄວ້​ບໍ່​ໃຫ້​ພວກເຮົາ​ເຂົ້າ​ໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan