ພຣະບັນຍັດສອງ 19 - ພຣະຄຳພີສັກສິບັນດາເມືອງລີ້ໄພ ( ຈບຊ 35:9-34 ; ຢຊ 20:1-9 ) 1 “ຫລັງຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ທຳລາຍຊົນຊາດຕ່າງໆໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ແລະຫລັງຈາກພວກເຈົ້າໄດ້ຢຶດເອົາເມືອງ, ເຮືອນຊານບ້ານຊ່ອງ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນແລ້ວ 2-3 ໃຫ້ແບ່ງເຂດແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້ານັ້ນອອກເປັນສາມສ່ວນ ແຕ່ລະສ່ວນໃຫ້ມີເມືອງໜຶ່ງ ຊຶ່ງໄປມາຫາກັນໄດ້ຢ່າງສະດວກສະບາຍ. ແລ້ວຜູ້ໃດຜູ້ໜຶ່ງທີ່ຂ້າຄົນກໍສາມາດຫລົບໜີໄປລີ້ຢູ່ໃນເມືອງໜຶ່ງ ໃນເມືອງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້ານັ້ນໄດ້ເພື່ອຂໍຄວາມຄຸ້ມກັນ. 4 ຖ້າຄົນໃດຂ້າຄົນໜຶ່ງໂດຍບໍ່ເຈດຕະນາທີ່ບໍ່ໄດ້ເປັນສັດຕູຂອງຕົນ ລາວກໍໜີໄປຫລົບລີ້ຢູ່ໃນເມືອງເຫຼົ່ານີ້ໄດ້ຢ່າງປອດໄພ. 5 ຕົວຢ່າງ: ມີສອງຄົນໄປຕັດຟືນນຳກັນຢູ່ໃນປ່າ ແລະໃນຂະນະທີ່ຄົນໜຶ່ງພວມປໍ້າຕົ້ນໄມ້ລົງນັ້ນຫົວຂວານເລີຍຫລຸດອອກຈາກດ້າມ ແລະໄປຖືກໝູ່ຕາຍ; ລາວແລ່ນໜີເຂົ້າໄປຫລົບລີ້ຢູ່ເມືອງໜຶ່ງໃນສາມເມືອງນັ້ນໄດ້ຢ່າງປອດໄພ. 6 ຖ້າໃນເຂດນັ້ນມີເມືອງດຽວທັງໄລຍະທາງຫາເມືອງນັ້ນກໍໄກໂພດ ພີ່ນ້ອງຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຕາຍນັ້ນອາດນຳມາຈັບລາວທັນ ແລະຂ້າຄົນບໍຣິສຸດເພາະຄວາມໂກດຮ້າຍກໍໄດ້. ເຖິງຢ່າງໃດກໍຕາມ ລາວໄດ້ຂ້າຄົນນັ້ນໂດຍບໍ່ເຈດຕະນາ ແລະທັງບໍ່ເຄີຍເປັນສັດຕູກັນມາກ່ອນດ້ວຍ. 7 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງບອກພວກເຈົ້າໃຫ້ແຍກເມືອງລີ້ໄພໄວ້ສາມເມືອງ. 8 ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນຂອງພວກເຈົ້າໃຫ້ກວ້າງອອກໄປ ເໝືອນດັ່ງທີ່ພຣະອົງໄດ້ບອກໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ແລະມອບດິນແດນທັງໝົດໃຫ້ຕາມທີ່ພຣະອົງໄດ້ສັນຍາໄວ້ແລ້ວ 9 ໃຫ້ພວກເຈົ້າເລືອກເອົາອີກສາມເມືອງ. (ພຣະອົງຈະມອບດິນແດນນີ້ໃຫ້ ຖ້າພວກເຈົ້າປະຕິບັດຕາມສິ່ງທີ່ຂ້າພະເຈົ້າກຳລັງສັ່ງພວກເຈົ້າໃນວັນນີ້ ແລະຖ້າພວກເຈົ້າຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະດຳເນີນຊີວິດຕາມຂໍ້ຄຳສັ່ງຂອງພຣະອົງ). 10 ຈົ່ງປະຕິບັດສິ່ງນີ້ເພື່ອວ່າຄົນບໍຣິສຸດຈະບໍ່ໄດ້ຖືກຂ້າ ແລະເພື່ອພວກເຈົ້າຈະບໍ່ມີໂທດຖານຂ້າຄົນ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ແກ່ພວກເຈົ້າ. 11 ແຕ່ຖ້າວ່າຄົນໜຶ່ງຕັ້ງໃຈຂ້າສັດຕູຂອງຕົນຢ່າງເລືອດເຢັນ ແລ້ວຄົນນັ້ນກໍປົບໜີໄປຂໍຫລົບລີ້ຢູ່ໃນເມືອງໜຶ່ງໃນບັນດາເມືອງລີ້ໄພ. 12 ໃນກໍລະນີເຊັ່ນນີ້ ບັນດາຜູ້ນຳໃນເມືອງຂອງຄົນນັ້ນ ຕ້ອງສັ່ງຄົນໄປນຳເອົາລາວມາມອບໃຫ້ຍາດພີ່ນ້ອງ ຜູ້ທີ່ມີໜ້າທີ່ຮັບຜິດຊອບແກ້ແຄ້ນແທນຜູ້ຖືກຂ້າ ເພື່ອວ່າຈະໄດ້ຂ້າຊາຍຄົນນັ້ນເສຍ. 13 ຢ່າໄດ້ປານີຕໍ່ຄົນເຊັ່ນນີ້ເລີຍ. ຈົ່ງກຳຈັດຜູ້ຂ້າຄົນໃຫ້ໝົດໄປຈາກຊາດອິດສະຣາເອນ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ.” ເຂດແດນແຕ່ດັ້ງເດີມ 14 “ຢ່າຍົກຍ້າຍຫລັກໝາຍເຂດແດນຂອງເພື່ອນບ້ານ ທີ່ໄດ້ປັກໄວ້ເປັນເວລາດົນນານມາແລ້ວຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ.” ເລື່ອງການເປັນພະຍານ 15 “ພະຍານປາກດຽວບໍ່ພຽງພໍຈະຢືນຢັນກ່າວໂທດຜູ້ເຮັດຜິດໄດ້; ຢ່າງໜ້ອຍຕ້ອງມີພະຍານສອງຄົນຂຶ້ນໄປ ຈຶ່ງຈະພິສູດໄດ້ວ່າຄົນນັ້ນໄດ້ເຮັດຜິດ. 16 ຖ້າຄົນໜຶ່ງກ່າວໃສ່ຮ້າຍປ້າຍສີຄົນໜຶ່ງວ່າເຮັດຜິດ 17 ກໍໃຫ້ທັງສອງຝ່າຍເຂົ້າໄປຕໍ່ໜ້າພຣະເຈົ້າຢາເວ ແລະຕໍ່ໜ້າປະໂຣຫິດກັບຜູ້ຕັດສິນຄວາມປະຈຳໃນສະໄໝນັ້ນຕັດສິນຄວາມໃຫ້. 18 ບັນດາຜູ້ຕັດສິນຄວາມຈະສືບສວນເບິ່ງຄະດີຢ່າງຖ້ວນຖີ່ ແລະຖ້າພົບວ່າຄົນໜຶ່ງຫາເລື່ອງໃສ່ຮ້າຍປ້າຍສີພີ່ນ້ອງອິດສະຣາເອນຂອງຕົນ 19 ຄົນນັ້ນກໍຈະໄດ້ຮັບໂທດຂອງຜູ້ທີ່ຖືກກ່າວຫານັ້ນ. ດ້ວຍວິທີນີ້ພວກເຈົ້າຈະໄດ້ກຳຈັດຄວາມຊົ່ວຊ້າໃຫ້ໝົດສິ້ນໄປ. 20 ແລ້ວທຸກໆຄົນກໍຈະໄດ້ຍິນເລື່ອງທີ່ໄດ້ເກີດຂຶ້ນ ຕໍ່ໄປພວກເຂົາຈະເກີດຢ້ານກົວ ແລະຈະບໍ່ມີໃຜບັງອາດເຮັດເລື່ອງຊົ່ວຊ້າຢ່າງນີ້ອີກ. 21 ໃນຄະດີເຊັ່ນນີ້ ຢ່າໄດ້ປານີເລີຍ; ໃຫ້ວາງມາດຕະການລົງໂທດໄວ້ດັ່ງນີ້: ຊີວິດແທນຊີວິດ, ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື ແລະຕີນແທນຕີນ.” |
@ 2012 United Bible Societies. All Rights Reserved.