Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 18 - ພຣະຄຳພີສັກສິ


ສ່ວນແບ່ງ​ຂອງ​ປະໂຣຫິດ

1 “ບັນດາ​ປະໂຣຫິດ​ຈາກ​ເຜົ່າເລວີ ຈະ​ບໍ່ໄດ້​ຮັບ​ສ່ວນແບ່ງ​ໃນ​ດິນແດນ​ອິດສະຣາເອນ, ແຕ່​ພວກເຂົາ​ຈະ​ດຳລົງ​ຊີວິດ​ຢູ່​ໂດຍ​ເຄື່ອງ​ຖວາຍ​ຕ່າງໆ ແລະ​ເຄື່ອງ​ບູຊາ​ອື່ນໆ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.

2 ພວກເຂົາ​ຈະ​ບໍ່ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ດັ່ງ​ເຜົ່າ​ອື່ນໆ, ສ່ວນແບ່ງ​ຂອງ​ພວກເຂົາ​ແມ່ນ​ສິດທິ​ແຫ່ງ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

3 ເມື່ອໃດ​ມີ​ການ​ຂ້າ​ງົວ​ແລະ​ແກະ​ເປັນ​ການ​ຖວາຍບູຊາ ບັນດາ​ປະໂຣຫິດ​ຈະ​ໄດ້​ຮັບ​ຊີ້ນ​ຂາໜ້າ, ຊີ້ນ​ຄາງ ແລະ​ຊີ້ນ​ໜັງ​ທ້ອງ.

4 ພວກເຂົາ​ຈະ​ໄດ້​ຮັບ​ພືດຜົນ​ຫົວປີ​ເປັນ​ສ່ວນແບ່ງ​ເຊັ່ນ: ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ຂົນແກະ.

5 ໃນ​ເຜົ່າ​ທັງໝົດ​ຂອງ​ພວກເຈົ້າ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ​ເຜົ່າເລວີ​ໃຫ້​ເປັນ​ປະໂຣຫິດ​ເພື່ອ​ຮັບໃຊ້​ພຣະອົງ​ຕະຫລອດໄປ.

6 ຖ້າ​ຊາວ​ເລວີ​ຄົນ​ໃດ​ຕ້ອງການ​ຍ້າຍ​ຈາກ​ເມືອງ​ທີ່​ຕົນ​ອາໄສ​ຢູ່ ແລະ​ໄປ​ປະຈຳ​ຢູ່​ໃນ​ສະຖານທີ່​ພຣະເຈົ້າຢາເວ​ຈັດ​ໄວ້​ໃຫ້

7 ລາວ​ກໍ​ຈະ​ເປັນ​ຜູ້​ຮັບໃຊ້​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ​ຢູ່​ທີ່​ນັ້ນ ໃນ​ຖານະ​ດຽວກັນ​ກັບ​ຊາວ​ເລວີ​ຄົນອື່ນໆ​ທີ່​ໄດ້​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ກ່ອນແລ້ວ.

8 ລາວ​ຈະ​ໄດ້​ຮັບ​ສ່ວນແບ່ງ​ເທົ່າ​ກັນ​ກັບ​ປະໂຣຫິດ​ຄົນອື່ນໆ ແລະ​ຮັກສາ​ສິ່ງຂອງ​ທີ່​ຄອບຄົວ​ຂອງ​ລາວ​ຈັດ​ສົ່ງ​ມາ​ໃຫ້​ລາວ​ໄດ້.”


ຄຳ​ຕັກເຕືອນ​ບໍ່​ໃຫ້​ເຮັດ​ຕາມ​ຄົນ​ບໍ່​ນັບຖື​ພຣະເຈົ້າ

9 “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ປະທານ​ໃຫ້​ແລ້ວ ຢ່າ​ປະຕິບັດ​ຕາມ​ທຳນຽມ​ອັນ​ໜ້າກຽດ​ໜ້າຊັງ​ຂອງ​ຊາດ​ຕ່າງໆ​ທີ່​ອາໄສ​ຢູ່​ທີ່​ນັ້ນ.

10 ຢ່າ​ເຜົາບູຊາ​ລູກຊາຍ ລູກສາວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ ແລະ​ຢ່າ​ໃຫ້​ປະຊາຊົນ​ໄປ​ຫາ​ໝໍ​ດູ, ໝໍ​ມໍ, ຫລື​ສ່ຽງໂຊກ ຫລື​ເສກ​ມົນຄາຖາ​ຫາ​ສະເໜ່​

11 ຫລື​ໃຊ້​ເຄື່ອງແຄ້ວ​ຂອງຄົງ​ແລະ​ໄປ​ປຶກສາ​ໝໍ​ຜີ​ໝໍ​ເຢົາ.

12 ພຣະເຈົ້າຢາເວ​ກຽດຊັງ​ຄົນ​ທີ່​ຖື​ສິ່ງ​ອັນ​ໜ້າລັງກຽດ​ເຫຼົ່ານີ້. ເພາະ​ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ກຳລັງ​ຂັບໄລ່​ບັນດາ​ຊົນຊາດ​ເຫຼົ່ານີ້​ອອກ​ໄປ​ຈາກ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກໜ້າ​ເຂົ້າ​ໄປ.

13 ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ເຖີດ.”


ຄຳສັນຍາ​ທີ່​ຈະ​ສົ່ງ​ຜູ້ທຳນວາຍ​ມາ

14 ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ປະຊາຊົນ​ເຊື່ອ​ໝໍ​ດູ ໝໍ​ມໍ​ແລະ​ສ່ຽງໂຊກ, ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ໃຫ້​ພວກເຈົ້າ​ປະຕິບັດ​ເຊັ່ນນັ້ນ.

15 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສົ່ງ​ຜູ້ທຳນວາຍ​ຜູ້ໜຶ່ງ​ເໝືອນ​ດັ່ງ​ຂ້າພະເຈົ້າ​ນີ້ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຈົ້າ​ເອງ​ມາ​ໃຫ້​ແທນ ແລະ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເພິ່ນ.

16 ໃນ​ມື້​ເຕົ້າໂຮມ​ກັນ​ທີ່​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ໄດ້​ຂໍຮ້ອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ວ່າ, ‘ຢ່າ​ໃຫ້​ໄດ້ຍິນ​ສຽງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ ຫລື​ເຫັນ​ແປວໄຟ​ທີ່​ພຣະອົງ​ສະຖິດ​ຢູ່​ນັ້ນ​ອີກ​ຕໍ່ໄປ ຍ້ອນ​ພວກເຈົ້າ​ຢ້ານກົວ​ຈົນ​ເກືອບ​ຈະ​ຕາຍ.’

17 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເປັນ​ຄຳ​ຂໍຮ້ອງ​ທີ່​ສະຫລາດ​ແທ້.

18 ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ນີ້ແຫລະ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຂົາ​ເອງ​ມາ​ໃຫ້; ເຮົາ​ຈະ​ບອກ​ລາວ​ໃນ​ສິ່ງ​ທີ່​ຈະ​ກ່າວ ແລະ​ລາວ ຈະ​ບອກ​ປະຊາຊົນ​ທຸກໆ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ.

19 ລາວ​ຈະ​ກ່າວ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ ຈະ​ລົງໂທດ​ຜູ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ລາວ.

20 ແຕ່​ຖ້າ​ຜູ້ທຳນວາຍ​ຜູ້ໃດ​ບັງ​ອາດ​ກ່າວ​ຖ້ອຍຄຳ​ໃນ​ນາມ​ຂອງ​ເຮົາ ເມື່ອ​ເຮົາ​ບໍ່ໄດ້​ສັ່ງ​ໃຫ້​ກ່າວ ຫລື​ກ່າວ​ໃນ​ນາມ​ຂອງ​ບັນດາ​ພະອື່ນ​ລາວ​ຕ້ອງ​ຕາຍ.

21 ພວກເຈົ້າ​ອາດ​ຢາກ​ຮູ້​ວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ບອກ​ໄດ້​ວ່າ ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ?

22 ຖ້າ​ຜູ້ທຳນວາຍ​ຄົນ​ໃດ​ກ່າວ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ລາວ​ກ່າວ​ໄປ​ນັ້ນ​ບໍ່​ເປັນ​ຄວາມຈິງ ຖ້ອຍຄຳ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ. ມັນ​ເປັນ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ກ່າວ​ໂດຍ​ສິດ​ອຳນາດ​ຂອງຕົນເອງ. ສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ສົນໃຈ​ໃນ​ຄຳເວົ້າ​ຂອງ​ລາວ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan