Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 17 - ພຣະຄຳພີສັກສິ

1 “ຢ່າ​ເອົາ​ງົວ​ຫລື​ແກະ​ທີ່​ມີ​ສຸຂະພາບ​ບໍ່​ດີ​ແລະ​ມີ​ຕຳໜິ ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ການ​ເຮັດ​ເຊັ່ນນີ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຫລາຍ​ທີ່ສຸດ.

2 ຖ້າ​ພວກເຈົ້າ​ໄດ້​ພົບ​ວ່າ ມີ​ຊາຍ​ຫລື​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ໄດ້​ເຮັດ​ຊົ່ວຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ຂອງ​ພຣະອົງ

3 ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ

4 ແລະ​ຖ້າ​ພວກເຈົ້າ​ໄດ້ຍິນ​ການ​ລາຍງານ​ເຊັ່ນນັ້ນ ຈົ່ງ​ສືບສວນ​ເບິ່ງ​ຢ່າງ​ຮອບຄອບ​ຖ້ວນຖີ່. ຖ້າ​ເປັນ​ຄວາມຈິງ​ວ່າ ສິ່ງ​ທີ່​ຊົ່ວຮ້າຍ​ເຊັ່ນນັ້ນ​ໄດ້​ເກີດຂຶ້ນ​ໃນ​ຊາດ​ອິດສະຣາເອນ​ແທ້ໆ

5 ຈົ່ງ​ນຳ​ຄົນ​ນັ້ນ​ອອກ​ໄປ​ນອກ​ເມືອງ ແລະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ໃຫ້​ຕາຍ.

6 ເຖິງ​ຢ່າງ​ໃດ​ກໍຕາມ ຜູ້​ທີ່​ຖືກ​ກ່າວຫາ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ກໍ​ຕໍ່​ເມື່ອ​ມີ​ພະຍານ​ສອງ​ຫລື​ສາມ​ຄົນ​ເປັນ​ຫຼັກຖານ. ຖ້າ​ມີ​ພະຍານ​ແຕ່​ຜູ້​ດຽວ​ເທົ່ານັ້ນ ຢ່າ​ໄດ້​ລົງໂທດ​ຄົນ​ນັ້ນ​ໃຫ້​ເຖິງ​ຕາຍ.

7 ໃຫ້​ພວກ​ພະຍານ​ທີ່​ຮູ້​ເຫັນ​ນັ້ນ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ກ່ອນ ແລະ​ປະຊາຊົນ​ຄົນອື່ນໆ​ຈຶ່ງ​ແກວ່ງ​ໃສ່​ຕາມ​ທີ​ຫລັງ. ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຊ້າ​ນີ້​ໃຫ້​ໝົດສິ້ນ​ໄປ​ຈາກ​ທ່າມກາງ​ພວກເຈົ້າ.

8 ອາດ​ຈະ​ມີ​ເລື່ອງ​ໃນ​ບາງ​ຄະດີ​ທີ່​ບັນດາ​ຜູ້ຕັດສິນ​ທ້ອງຖິ່ນ​ຕັດສິນ​ໄດ້​ຍາກ​ເຊັ່ນ​ວ່າ: ຄະດີ​ກ່ຽວກັບ​ສິດທິ​ເລື່ອງ​ມໍຣະດົກ ຫລື​ຄະດີ​ເລື່ອງ​ການ​ທຳຮ້າຍ​ຮ່າງກາຍ ຫລື​ຄະດີ​ອື່ນໆ​ກ່ຽວກັບ​ການ​ໄຈ້ແຍກ​ລະຫວ່າງ​ເລື່ອງ​ຄາດຕະກຳ​ແລະ​ເລື່ອງ​ຂ້າ​ຄົນ​ຕາຍ ໂດຍ​ບໍ່​ເຈດຕະນາ. ເມື່ອ​ມີ​ກໍລະນີ​ເຊັ່ນນີ້​ເກີດຂຶ້ນ ຈົ່ງ​ໄປ​ບ່ອນ​ນະມັດສະການ​ແຫ່ງ​ດຽວ ຊຶ່ງ​ເປັນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້,

9 ແລະ​ສະເໜີ​ຄະດີ​ນັ້ນ​ຕໍ່​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ຜູ້​ຕັດສິນ​ຄວາມ​ປະຈຳການ​ໃນ​ສະໄໝ​ນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ຕັດສິນ​ຄວາມ​ໃຫ້.

10 ພວກເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຄວາມ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້ ແລະ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເພິ່ນ​ບອກ​ໃຫ້​ເຮັດ.

11 ຈົ່ງ​ຍອມ​ຮັບ​ການຕັດສິນ​ນັ້ນ ແລະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພວກເພິ່ນ​ທຸກປະການ.

12 ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ເຊື່ອຟັງ​ຜູ້​ຕັດສິນ​ຄວາມ ຫລື​ປະໂຣຫິດ​ຜູ້​ປະຕິບັດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ໃຫ້​ປະຫານ​ຜູ້ນັ້ນ​ເສຍ ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ໝົດສິ້ນ​ໄປ​ຈາກ​ຊາດ​ອິດສະຣາເອນ.

13 ແລ້ວ​ທຸກໆ​ຄົນ​ກໍ​ຈະ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ແລະ​ເກີດ​ຢ້ານກົວ ແລ້ວ​ກໍ​ຈະ​ບໍ່ມີ​ຜູ້ໃດ​ບັງ​ອາດ​ຝ່າຝືນ​ເຮັດ​ເຊັ່ນນັ້ນ​ອີກ​ຕໍ່ໄປ.”


ຄຳແນະນຳ​ກ່ຽວກັບ​ກະສັດ

14 “ຫລັງຈາກ​ພວກເຈົ້າ​ໄດ້​ກຳມະສິດ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ແລ້ວ ຕໍ່ໄປ​ພວກເຈົ້າ​ກໍ​ຈະ​ຕັດສິນໃຈ​ຢາກ​ມີ​ກະສັດ ເໝືອນ​ດັ່ງ​ຊາດ​ອື່ນໆ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.

15 ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຄົນ​ທີ່​ພວກເຈົ້າ​ເລືອກ​ຂຶ້ນ​ເປັນ​ກະສັດ​ນັ້ນ ແມ່ນ​ຜູ້​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ. ລາວ​ຕ້ອງ​ເປັນ​ຄົນ​ຊາດ​ດຽວກັນ​ກັບ​ພວກເຈົ້າ; ຢ່າ​ເອົາ​ຊາວ​ຕ່າງດ້າວ​ມາ​ເປັນ​ກະສັດ.

16 ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.

17 ກະສັດ​ບໍ່​ຕ້ອງ​ມີ​ເມຍ​ຫລາຍ​ຄົນ ເພາະ​ການ​ມີ​ເມຍ​ຫລາຍ​ຄົນ​ນັ້ນ ເຮັດ​ໃຫ້​ໃຈ​ຫ່າງ​ເຫີນ​ໄປ ແລະ​ກະສັດ​ຈະ​ຕ້ອງ​ບໍ່​ເປັນ​ຄົນ​ຮັກ​ເງິນ​ແລະ​ຄຳ​ຫລາຍ.

18 ເມື່ອ​ລາວ​ໄດ້​ຂຶ້ນ​ນັ່ງ​ບັນລັງ​ແຫ່ງ​ອານາຈັກ​ຂອງຕົນ ລາວ​ຈະ​ຕ້ອງ​ມີ​ປື້ມ​ກົດບັນຍັດ​ແລະ​ຄຳສັ່ງສອນ​ຂອງ​ພຣະເຈົ້າ​ສະບັບ​ໜຶ່ງ ຄັດລອກ​ອອກ​ມາ​ແຕ່​ຕົ້ນສະບັບ ຊຶ່ງ​ພວກ​ປະໂຣຫິດ​ຊາວ​ເລວີ​ຮັກສາ​ໄວ້.

19 ລາວ​ຈະ​ຕ້ອງ​ມີ​ປື້ມກົດບັນຍັດ​ໄວ້​ຢູ່​ນຳ​ສະເໝີ ແລະ​ຮໍ່າຮຽນ​ເອົາ​ເປັນ​ປະຈຳ​ຕະຫລອດ​ຊີວິດ ເພື່ອ​ວ່າ​ລາວ​ຈະ​ໄດ້​ຮຽນຮູ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ປື້ມ​ນັ້ນ​ແລະ​ຂໍ້ຄຳສັ່ງ​ຢ່າງ​ສັດຊື່.

20 ການ​ປະຕິບັດ​ເຊັ່ນນັ້ນ​ຈະ​ເຮັດ​ໃຫ້​ລາວ​ຄິດ​ຢູ່​ສະເໝີ​ວ່າ ຕົນ​ບໍ່ໄດ້​ດີກວ່າ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ ທັງ​ຈະ​ບໍ່​ຄິດ​ຝ່າຝືນ​ກົດບັນຍັດ​ດ້ວຍ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ. ແລ້ວ​ລາວ​ກໍ​ຈະ​ປົກຄອງ​ຢູ່​ໄດ້​ຫລາຍ​ປີ ແລະ​ລູກຫລານ​ຂອງ​ລາວ​ກໍ​ຈະ​ໄດ້​ປົກຄອງ​ດິນແດນ​ອິດສະຣາເອນ​ໄປ​ໄດ້​ຫລາຍ​ເຊັ່ນຄົນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan