Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 16 - ພຣະຄຳພີສັກສິ


ປັດສະຄາ
( ອພຍ 12:1-20 )

1 “ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.

2 ຈົ່ງ​ນຳ​ສັດ​ມາ​ຖວາຍ​ບູຊາ ໂດຍ​ຂ້າ​ແກະ​ຫລື​ງົວ​ຕຽມ​ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.

3 ຢ່າ​ເຮັດ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ເມື່ອ​ກິນ​ອາຫານ​ນີ້, ແຕ່​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຮັດ​ຄາວ​ທີ່​ອອກ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ຟ້າວຟັ່ງ​ນັ້ນ. ຈົ່ງ​ກິນ​ເຂົ້າຈີ່​ນີ້ ຄື​ເຂົ້າຈີ່​ແຫ່ງ​ຄວາມ​ທົນທຸກ​ເພື່ອ​ວ່າ​ຕາບໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ພວກເຈົ້າ​ຈະ​ໄດ້​ຈົດຈຳ​ວັນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ທົນທຸກ​ນັ້ນ.

4 ເປັນ​ເວລາ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ຜູ້ໃດ​ໃນ​ດິນແດນ​ຂອງ​ພວກເຈົ້າ​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ ແລະ​ຊີ້ນ​ສັດ​ທີ່​ຂ້າ​ໃນ​ຕອນແລງ​ຂອງ​ມື້​ທີ​ໜຶ່ງ​ນັ້ນ ຕ້ອງ​ກິນ​ໃຫ້​ໝົດ​ໃນ​ຄືນ​ນັ້ນ.

5-6 ຈົ່ງ​ຂ້າ​ສັດ​ສຳລັບ​ປັດສະຄາ​ນີ້​ໃນ​ທີ່​ນະມັດສະການ​ແຫ່ງ​ດຽວ ແລະ​ຢ່າ​ຂ້າ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມອບ​ໃຫ້. ຈົ່ງ​ເຮັດ​ພິທີ​ນີ້​ໃນ​ເວລາ​ຕາເວັນ​ຕົກ​ຄື​ເວລາ​ດຽວ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່ ແລະ​ມື້​ດຽວກັນ​ກັບ​ຄາວ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ.

7 ຈົ່ງ​ຕົ້ມ​ຊີ້ນ​ກິນ​ໃນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ແລະ​ໃນ​ຕອນເຊົ້າ​ໃຫ້​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

8 ສຳລັບ​ຫົກ​ມື້​ຕໍ່ໄປ ໃຫ້​ພວກເຈົ້າ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກິນ ແລະ​ໃນ​ມື້​ທີ​ເຈັດ ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ວຽກ​ໃນວັນນີ້.”


ເທດສະການ​ສະຫລອງ​ລະດູ​ເກັບກ່ຽວ
( ອພຍ 34:22 ; ລລວ 23:15-21 )

9 “ຕັ້ງແຕ່​ມື້​ລົງ​ມື​ກ່ຽວເຂົ້າ ຈົ່ງ​ນັບ​ໃຫ້​ເຕັມ​ເຈັດ​ອາທິດ.

10 ແລ້ວ​ຈົ່ງ​ສະຫລອງ​ເທດສະການ​ລະດູ​ເກັບກ່ຽວ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ນຳ​ເຄື່ອງ​ບູຊາ​ຕາມໃຈ​ສະໝັກ ມາ​ຖວາຍ​ຕາມ​ອັດຕາສ່ວນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ.

11 ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.

12 ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຫຼົ່ານີ້ ຢ່າ​ລືມ​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ.”


ເທດສະການ​ສະຫລອງ​ປຸກຕູບຢູ່
( ລລວ 23:33-43 )

13 “ຫລັງຈາກ​ຟາດ​ເຂົ້າ​ແລະ​ບີບ​ໝາກອະງຸ່ນ​ແລ້ວໆ ຈົ່ງ​ສະຫລອງ​ເທດສະການ​ປຸກຕູບຢູ່​ເປັນ​ເວລາ​ເຈັດ​ວັນ.

14 ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ງານ​ເທດສະການ​ຂອງ​ເຈົ້າ​ຮ່ວມ​ກັນ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ, ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ.

15 ຈົ່ງ​ສະຫລອງ​ເທດສະການ​ນີ້​ໃນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເປັນ​ເວລາ​ເຈັດ​ວັນ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ລະດູ​ເກັບກ່ຽວ​ແລະ​ວຽກງານ​ຂອງ​ພວກເຈົ້າ.

16 ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຊົນຊາດ​ຂອງ​ພວກເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ສາມ​ເທື່ອ​ຕໍ່​ປີ ດັ່ງນີ້: ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ, ເທດສະການ​ລະດູ​ເກັບກ່ຽວ ແລະ​ເທດສະການ​ປຸກຕູບຢູ່. ຢ່າ​ໃຫ້​ພວກເຂົາ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ;

17 ພວກເຈົ້າ​ທຸກຄົນ​ຈະ​ຕ້ອງ​ນຳ​ສິ່ງ​ທີ່​ຕົນ​ສາມາດ, ມາ​ຖວາຍ​ໃນ​ອັດຕາ​ສ່ວນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ.”


ລະບົບ​ຄວາມ​ຍຸດຕິທຳ

18 “ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.

19 ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.

20 ຈົ່ງ​ທ່ຽງທຳ​ແລະ​ສັດຊື່​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້​ໄດ້ ແລະ​ອາໄສ​ຢູ່​ທີ່​ນັ້ນ​ສືບໆໄປ.

21 ເມື່ອ​ສ້າງ​ແທ່ນບູຊາ​ຖວາຍ​ແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ຕັ້ງ​ເສົາ​ໄມ້​ຂຶ້ນ​ຄຽງຂ້າງ​ທີ່​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ.

22 ຢ່າ​ສ້າງ​ເສົາ​ຫີນ​ໃດໆ​ເປັນ​ຮູບເຄົາຣົບ​ໄວ້​ຂາບໄຫວ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ສິ່ງ​ເຫຼົ່ານີ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan