Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 15 - ພຣະຄຳພີສັກສິ


ປີ​ທີ​ເຈັດ ປີ​ແຫ່ງ​ການ​ປົດປ່ອຍ
( ລລວ 25:1-7 )

1 “ເມື່ອ​ຄົບ​ທຸກໆ​ເຈັດ​ປີ​ໃດ ຈົ່ງ​ຍົກໜີ້​ໃຫ້​ແກ່​ຜູ້​ທີ່​ຢືມ​ເງິນ​ຂອງ​ພວກເຈົ້າ.

2 ການ​ຍົກໜີ້​ນັ້ນ​ໃຫ້​ປະຕິບັດ​ດັ່ງນີ້: ທຸກຄົນ​ທີ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຢືມ​ເງິນ ຈົ່ງ​ຍົກໜີ້​ໃຫ້​ເຂົາ ຢ່າ​ພະຍາຍາມ​ທວງ​ໜີ້​ນັ້ນ​ຄືນ ເພາະ​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ປະກາດ​ຍົກໜີ້​ນັ້ນ​ໃຫ້.

3 ພວກເຈົ້າ​ທວງ​ໜີ້​ຈາກ​ຄົນ​ຕ່າງດ້າວ​ໄດ້ ແຕ່​ຢ່າ​ທວງ​ໜີ້​ຈາກ​ຄົນ​ໃນ​ຊົນຊາດ​ດຽວກັນ.

4 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ອວຍພອນ​ພວກເຈົ້າ​ໃນ​ດິນແດນ​ທີ່​ພຣະອົງ​ກຳລັງ​ຈະ​ມອບ​ໃຫ້​ນີ້. ບໍ່ມີ​ໃຜ​ໃນ​ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ຍາກຈົນ

5 ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢຶດຖື​ຢ່າງ​ຕັ້ງ​ໜ້າ ຕາມ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ໃນ​ວັນນີ້.

6 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກເຈົ້າ​ຈະ​ໃຫ້​ຫລາຍ​ຊົນຊາດ​ຢືມ​ເງິນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ຢືມ​ເງິນ​ຈາກ​ຊາດ​ໃດ; ພວກເຈົ້າ​ຈະ​ໄດ້​ຄວບຄຸມ​ຫລາຍ​ຊາດ ແຕ່​ຈະ​ບໍ່ມີ​ຊາດ​ໃດ​ໄດ້​ຄວບຄຸມ​ພວກເຈົ້າ.

7 ຖ້າ​ມີ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໃດ​ທີ່​ຢູ່​ຕາມ​ເມືອງ​ຕ່າງໆ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ມີ​ຄວາມ​ຂັດສົນ ກໍ​ຢ່າ​ເປັນ​ຄົນ​ໃຈ​ຄັບແຄບ ແລະ​ປະຕິເສດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ.

8 ແຕ່​ຈົ່ງ​ເປັນ​ຄົນ​ໃຈ​ກວ້າງຂວາງ ແລະ​ໃຫ້​ຢືມ​ຕາມ​ທີ່​ລາວ​ຕ້ອງການ.

9 ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.

10 ຈົ່ງ​ໃຫ້​ລາວ​ຢືມ​ດ້ວຍ​ຄວາມ​ເຕັມໃຈ​ແລະ​ຢ່າ​ມີ​ຈິດໃຈ​ຄັບແຄບ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.

11 ຄົນ​ຍາກຈົນ​ກັບ​ຄົນ​ຂັດສົນ​ຈະ​ມີ​ຢູ່​ບໍ່​ຂາດ​ໃນ​ດິນແດນ​ຂອງ​ພວກເຈົ້າ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ມີ​ຈິດໃຈ​ກວ້າງຂວາງ​ຕໍ່​ພວກເຂົາ.”


ການ​ປະຕິບັດ​ຕໍ່​ຄົນ​ຮັບໃຊ້
( ອພຍ 21:1-11 )

12 “ຖ້າ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ​ຂາຍ​ຕົວ​ເອງ ເປັນ​ຄົນ​ຮັບໃຊ້ ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ ຫລັງຈາກ​ລາວ​ໄດ້​ຮັບໃຊ້​ພວກເຈົ້າ​ເປັນ​ເວລາ​ຫົກ​ປີ. ເມື່ອ​ປີ​ທີ​ເຈັດ​ມາ​ເຖິງ​ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ.

13 ເມື່ອ​ພວກເຈົ້າ​ປ່ອຍ​ລາວ​ໄປ​ນັ້ນ​ຢ່າ​ໃຫ້​ລາວ​ກັບ​ໄປ​ມືເປົ່າ.

14 ຈົ່ງ​ແບ່ງປັນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ອວຍພອນ​ພວກເຈົ້າ​ດ້ວຍ​ໃຈ​ກວ້າງຂວາງ​ເຊັ່ນ: ແກະ, ເຂົ້າ ແລະ​ເຫຼົ້າ​ອະງຸ່ນ.

15 ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.

16 ແຕ່​ທາດຮັບໃຊ້​ຂອງ​ພວກເຈົ້າ​ອາດ​ບໍ່​ຢາກ​ໜີໄປ​ຈາກ​ພວກເຈົ້າ ເພາະ​ລາວ​ຮັກ​ພວກເຈົ້າ​ກັບ​ຄອບຄົວ ແລະ​ຍິນດີ​ຢູ່​ຮັບໃຊ້​ພວກເຈົ້າ​ຕໍ່ໄປ.

17 ໃນ​ກໍລະນີ​ເຊັ່ນນີ້ ໃຫ້​ພວກເຈົ້າ​ພາ​ລາວ​ໄປ​ທີ່​ປະຕູ​ເຮືອນ​ຂອງ​ພວກເຈົ້າ ແລະ​ບ່ອງ​ຫູ​ໃຫ້​ລາວ​ທີ່​ນັ້ນ ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ພວກເຈົ້າ​ຕະຫລອດ​ຊີວິດ. ຈົ່ງ​ປະຕິບັດ​ກັບ​ທາດຮັບໃຊ້​ຍິງ​ຂອງ​ພວກເຈົ້າ​ໃນ​ແບບ​ດຽວກັນ​ນີ້.

18 ເມື່ອ​ພວກເຈົ້າ​ປ່ອຍ​ທາດຮັບໃຊ້​ໄປ​ນັ້ນ ຢ່າ​ສະແດງ​ຄວາມ​ບໍ່​ພໍໃຈ. ແຕ່​ເຖິງ​ຢ່າງ​ໃດ​ກໍດີ ລາວ​ຮັບໃຊ້​ພວກເຈົ້າ​ມາ​ຫົກ​ປີ​ແລ້ວ ແລະ​ກາຍ​ຄ່າຈ້າງ​ຂອງ​ຄົນງານ​ຕັ້ງ​ໜຶ່ງ​ເທົ່າ. ສະນັ້ນ ຈົ່ງ​ປ່ອຍ​ລາວ​ໄປ​ເຖີດ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ອວຍພອນ​ໃນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”


ລູກຫົວປີ​ຂອງ​ງົວເຖິກ​ແລະ​ແກະ

19 “ຈົ່ງ​ແຍກ​ລູກຫົວປີ​ຂອງ​ງົວເຖິກ​ແລະ​ແກະ​ທຸກໆ​ໂຕ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຢ່າ​ໃຊ້​ແຮງ​ສັດ​ແລະ​ຢ່າ​ຕັດ​ຂົນແກະ​ເຫຼົ່ານັ້ນ.

20 ແຕ່ລະປີ​ໃດ ໃຫ້​ພວກເຈົ້າ​ພ້ອມ​ກັບ​ຄອບຄົວ​ກິນ​ສັດ​ເຫຼົ່ານັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ສະຖານທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້.

21 ແຕ່​ຖ້າ​ສັດ​ນັ້ນ​ບໍ່​ປົກກະຕິ​ຄື​ເປັນ​ງ່ອຍ ຫລື​ຕາບອດ ຫລື​ພິການ ຢ່າ​ນຳ​ມາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ.

22 ໃຫ້​ພວກເຈົ້າ​ທຸກຄົນ​ບໍ່​ວ່າ​ເປັນ​ມົນທິນ​ຫລື​ບໍ່​ກໍຕາມ ກິນ​ສັດ​ນັ້ນ​ຢູ່​ເຮືອນ​ດັ່ງ​ກິນ​ກວາງ​ຫລື​ຟານ.

23 ຢ່າ​ໃຊ້​ເລືອດ​ສັດ​ສຳລັບ​ເປັນ​ອາຫານ ແຕ່​ໃຫ້​ເທ​ລົງ​ດິນ​ເໝືອນ​ດັ່ງ​ເທ​ນໍ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan