ພຣະບັນຍັດສອງ 14 - ພຣະຄຳພີສັກສິຂໍ້ຫ້າມເມື່ອມີການໄວ້ທຸກ 1 “ພວກເຈົ້າເປັນລູກຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ດັ່ງນັ້ນ ຢ່າປາດເນື້ອເຖືອໜັງຕົນເອງ ຫລືແຖຫົວທາງດ້ານໜ້າເມື່ອມີຄົນຕາຍ. 2 ພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ພຣະເຈົ້າຢາເວໄດ້ເລືອກພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງຈາກປະຊາຊາດທົ່ວເທິງແຜ່ນດິນໂລກນີ້.” ສັດທີ່ເປັນມົນທິນແລະບໍ່ເປັນມົນທິນ ( ລລວ 11:1-47 ) 3 “ຢ່າກິນສິ່ງໃດສິ່ງໜຶ່ງທີ່ໄດ້ຖືວ່າເປັນມົນທິນ. 4 ສັດທີ່ພວກເຈົ້າກິນໄດ້ນັ້ນ ມີດັ່ງນີ້: ງົວ, ແກະ, ແບ້, 5 ກວາງ, ແກະປ່າ, ແບ້ປ່າ ຫລືຟານ 6 ຄືສັດທັງຫລາຍທີ່ມີໂບກຕີນເປັນກີບແລະຄ້ຽວເອື້ອງໄດ້ທຸກຊະນິດ. 7 ແຕ່ຢ່າກິນສັດຊະນິດອື່ນໃດນອກຈາກທີ່ມີໂບກຕີນເປັນກີບແລະຄ້ຽວເອື້ອງໄດ້ເທົ່ານັ້ນ. ຢ່າກິນອູດ, ກະຕ່າຍ ຫລືເໝັ້ນ. ສັດເຫຼົ່ານັ້ນເປັນມົນທິນມັນຄ້ຽວເອື້ອງແຕ່ບໍ່ມີໂບກຕີນເປັນກີບ. 8 ຢ່າກິນໝູເພາະໝູເປັນທີ່ຖືວ່າເປັນມົນທິນ. ມັນບໍ່ຄ້ຽວເອື້ອງ ແຕ່ມີໂບກຕີນເປັນກີບ. ຢ່າກິນສັດເຫຼົ່ານີ້ ແລະຢ່າແຕະຕ້ອງແມ່ນແຕ່ຊາກສົບຂອງມັນ. 9 ພວກເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້ 10 ແຕ່ສັດໃດໆທີ່ອາໄສຢູ່ໃນນໍ້າທີ່ບໍ່ມີຄີແລະເກັດ ຢ່າກິນເດັດຂາດເພາະຖືວ່າເປັນມົນທິນ. 11 ສ່ວນນົກຊະນິດທີ່ບໍ່ເປັນມົນທິນນັ້ນເຈົ້າກິນໄດ້. 12-18 ແຕ່ຢ່າກິນນົກຊະນິດເຫຼົ່ານີ້: ນົກອີນຊີ, ນົກເຄົ້າ, ແຫລວດຳ, ແຫລວຫາງຍາວ, ແຫລວດຳຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ແລະເຈຍ. 19 ແມງໄມ້ທີ່ມີປີກທຸກໆຊະນິດເປັນມົນທິນ ຢ່າກິນສັດເຫຼົ່ານີ້. 20 ແຕ່ພວກເຈົ້າອາດຈະກິນແມງໄມ້ທີ່ບໍ່ເປັນມົນທິນໄດ້. 21 ຢ່າກິນສັດໃດໆທີ່ຕາຍເອງ. ພວກເຈົ້າອາດຈະເອົາໃຫ້ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກິນໄດ້ ຫລືຂາຍໃຫ້ຄົນຕ່າງດ້າວພວກອື່ນໆໄດ້. ສ່ວນພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມຂອງແມ່ມັນ.” ກົດບັນຍັດກ່ຽວກັບການຖວາຍໜຶ່ງສ່ວນສິບ 22 “ຈົ່ງແບ່ງຜົນລະປູກທີ່ໄດ້ຈາກໄຮ່ນາຮົ້ວສວນຂອງພວກເຈົ້າແຕ່ລະປີນັ້ນ ອອກມາເປັນສິບສ່ວນ ແລະຫັກເອົາໜຶ່ງສ່ວນໄວ້. 23 ແລ້ວຈົ່ງໄປທີ່ແຫ່ງດຽວເທົ່ານັ້ນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກໄວ້ໃຫ້ນະມັດສະການ. ຈົ່ງກິນພືດຜົນເປັນເມັດ, ດື່ມເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ລູກຫົວປີຂອງງົວແລະຂອງແກະທີ່ໄດ້ຖືກນຳມາຖວາຍເປັນໜຶ່ງສ່ວນສິບຊ້ອງໜ້າພຣະອົງໃນທີ່ນັ້ນ. ຈົ່ງປະຕິບັດເຊັ່ນນີ້ ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕະຫລອດໄປ. 24 ຖ້າສະຖານທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ນັ້ນ ຢູ່ໄກຈາກເຮືອນຂອງພວກເຈົ້າໂພດ ສຳລັບນຳເຄື່ອງຖວາຍໜຶ່ງສ່ວນສິບທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນນັ້ນ ໃຫ້ປະຕິບັດດັ່ງນີ້: 25 ຈົ່ງຂາຍພືດຜົນນັ້ນ ແລະນຳເງິນໄປບ່ອນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້. 26 ແລ້ວຈົ່ງຊື້ສິ່ງທີ່ພວກເຈົ້າຕ້ອງການ ເຊັ່ນ: ງົວ, ແກະ, ເຫຼົ້າອະງຸ່ນ ແລະເຄື່ອງດື່ມອື່ນໆ. ໃຫ້ພວກເຈົ້າກັບໄທເຮືອນຂອງພວກເຈົ້າກິນແລະດື່ມຢ່າງຊົມຊື່ນຍິນດີ ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທີ່ນັ້ນ. 27 ຢ່າໄດ້ປ່ອຍປະຊາວເລວີທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ ເພາະພວກເຂົາບໍ່ມີຊັບສົມບັດໃດໆເລີຍເປັນຂອງຕົນເອງ. 28 ທຸກໆທ້າຍສາມປີໃດ ໃຫ້ພວກເຈົ້ານຳໜຶ່ງສ່ວນສິບພືດຜົນທັງໝົດຂອງພວກເຈົ້າ ມາໄວ້ຢູ່ໃນເມືອງ. 29 ອາຫານນີ້ແມ່ນສຳລັບພວກເລວີ ໃນເມື່ອພວກເຂົາບໍ່ມີຊັບສົມບັດໃດໆເປັນຂອງຕົນເອງ ແລະສຳລັບຊາວຕ່າງດ້າວ ລູກກຳພ້າ ແລະແມ່ໝ້າຍທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ. ພວກເຂົາຈະໄດ້ມາຮັບເອົາໄປກິນຕາມຄວາມຕ້ອງການຂອງພວກເຂົາ. ຈົ່ງປະຕິບັດເຊັ່ນນີ້ ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ.” |
@ 2012 United Bible Societies. All Rights Reserved.