ພຣະບັນຍັດສອງ 13 - ພຣະຄຳພີສັກສິ1 “ຖ້າຜູ້ທຳນວາຍຫລືຜູ້ແກ້ຄວາມຝັນສັນຍາວ່າ ຈະມີໝາຍສຳຄັນການອັດສະຈັນຫລືການອິດທິຣິດຕ່າງໆເກີດຂຶ້ນ 2 ເພື່ອຊັກຊວນພວກເຈົ້າໄປຂາບໄຫວ້ ແລະຮັບໃຊ້ບັນດາພະທີ່ພວກເຈົ້າບໍ່ເຄີຍເຮັດມາກ່ອນ. ເຖິງວ່າສິ່ງທີ່ພວກເຂົາໄດ້ສັນຍາໄວ້ນັ້ນຈະເປັນຄວາມຈິງກໍຕາມ, 3 ຢ່າຟັງຄວາມຜູ້ທຳນວາຍຫລືຜູ້ແກ້ຄວາມຝັນນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງໃຊ້ພວກເຂົາມາທົດລອງເບິ່ງພວກເຈົ້າ ເພື່ອຢາກຮູ້ວ່າພວກເຈົ້າຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະດ້ວຍສຸດຈິດຂອງພວກເຈົ້າຫລືບໍ່. 4 ຈົ່ງຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຍ້ອງຍໍສັນລະເສີນໃຫ້ກຽດພຣະອົງ ຈົ່ງເຊື່ອຟັງພຣະອົງແລະປະຕິບັດຕາມຂໍ້ຄຳສັ່ງຂອງພຣະອົງ ຈົ່ງນະມັດສະການພຣະອົງແລະຈົ່ງສັດຊື່ຕໍ່ພຣະອົງ. 5 ແຕ່ຜູ້ທີ່ແກ້ຄວາມຝັນຫລືຜູ້ທຳນວາຍ ທີ່ບອກພວກເຈົ້າໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. ຄົນຊົ່ວຮ້າຍຢ່າງນີ້ຊັກຊວນພວກເຈົ້າໃຫ້ໜີຈາກທາງດຳເນີນຊີວິດ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ໃຫ້ເດີນຕາມ. ຈົ່ງກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບສິ້ນໄປຈາກທ່າມກາງພວກເຈົ້າ ພວກເຂົາຕ້ອງຖືກລົງໂທດເຖິງຕາຍ. 6 ເຖິງແມ່ນອ້າຍເອື້ອຍນ້ອງຂອງພວກເຈົ້າ ຫລືລູກຊາຍລູກສາວ ຫລືເມຍທີ່ຮັກຫລືໝູ່ເພື່ອນທີ່ສະໜິດສະໜົມ ອາດຊັກຊວນພວກເຈົ້າຢ່າງລັບໆໃຫ້ຂາບໄຫວ້ບັນດາພະອື່ນ ຄືບັນດາພະຊຶ່ງພວກເຈົ້າແລະປູ່ຍ່າຕາຍາຍຂອງພວກເຈົ້າບໍ່ເຄີຍຂາບໄຫວ້. 7 ຄົນໜຶ່ງໃນພວກເຂົາຊັກຊວນພວກເຈົ້າໃຫ້ຂາບໄຫວ້ບັນດາພະຂອງຊົນຊາດອື່ນ ທີ່ຢູ່ໃກ້ຫຼືຢູ່ໄກພວກເຈົ້າ ຫລືໃນທ່າມກາງບັນດາພະຂອງຊົນຊາດອື່ນນັ້ນ. 8 ຢ່າປ່ອຍໃຫ້ລາວຊັກຊວນພວກເຈົ້າ ແລະຢ່າຟັງຄວາມລາວ. ຢ່າສະແດງຄວາມເມດຕາປານີ ແລະຢ່າປ້ອງກັນລາວໄວ້. 9 ຈົ່ງປະຫານຊີວິດລາວເສຍ ໃຫ້ເຈົ້າເປັນຄົນທຳອິດທີ່ແກວ່ງກ້ອນຫີນໃສ່ລາວ ແລະໃຫ້ຄົນອື່ນແກວ່ງກ້ອນຫີນໃສ່ເໝືອນກັນ. 10 ຈົ່ງແກວ່ງກ້ອນຫີນໃສ່ລາວໃຫ້ຕາຍ ເພາະລາວຊັກຊວນນຳພາພວກເຈົ້າ ໃຫ້ໜີຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. 11 ແລ້ວຊາວອິດສະຣາເອນທັງໝົດກໍຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ເຮັດ ພວກເຂົາຈະຢ້ານກົວແລະຈະບໍ່ມີໃຜກ້າເຮັດສິ່ງຊົ່ວຮ້າຍໃນທ່າມກາງພວກເຈົ້າອີກ. 12 ເມື່ອພວກເຈົ້າອາໄສຢູ່ໃນເມືອງຕ່າງໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ນັ້ນ ພວກເຈົ້າອາດຈະໄດ້ຍິນ 13 ວ່າມີຄົນຊົ່ວຮ້າຍທີ່ອອກໄປຈາກທ່າມກາງພວກເຈົ້າ ໄດ້ຊັກຊວນປະຊາຊົນໃນເມືອງນັ້ນໄປໃນທາງຜິດ ຄືໃຫ້ຂາບໄຫວ້ບັນດາພະຊຶ່ງພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ. 14 ຖ້າພວກເຈົ້າໄດ້ຍິນຂ່າວເລົ່າລືເຊັ່ນນັ້ນ ຈົ່ງສືບສວນເບິ່ງຢ່າງຖ້ວນຖີ່ ແລະຖ້າສິ່ງຊົ່ວຮ້າຍນັ້ນເກີດຂຶ້ນແທ້ 15 ໃຫ້ຂ້າຊາວເມືອງໝົດທຸກຄົນຖິ້ມ ຕະຫລອດທັງຝູງສັດຂອງພວກເຂົາດ້ວຍ ຄືທຳລາຍເມືອງໃຫ້ກ້ຽງ. 16 ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະຈູດເມືອງ ພ້ອມທັງຈູດທຸກໆສິ່ງໃນເມືອງນັ້ນ ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງຢູ່ຢ່າງນັ້ນຕະຫລອດໄປ ແລະຢ່າສ້າງຂຶ້ນໃໝ່ເປັນເດັດຂາດ. 17 ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ 18 ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ດ້ວຍການປະຕິບັດຕາມຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລະເຮັດຕາມຢ່າງຖືກຕ້ອງຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” |
@ 2012 United Bible Societies. All Rights Reserved.