ພຣະບັນຍັດສອງ 12 - ພຣະຄຳພີສັກສິສະຖານທີ່ນະມັດສະການແຫ່ງດຽວ 1 “ນີ້ແມ່ນກົດບັນຍັດຕ່າງໆທີ່ພວກເຈົ້າຕ້ອງເຊື່ອຟັງ ຕາບໃດທີ່ພວກເຈົ້າຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າປະທານໃຫ້. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ 2 ໃນດິນແດນທີ່ພວກເຈົ້າກຳລັງຈະຢຶດຄອງນີ້ ຈົ່ງທຳລາຍບ່ອນຂາບໄຫວ້ພະຕ່າງໆຂອງປະຊາຊົນໃຫ້ໝົດ ບໍ່ວ່າບ່ອນນັ້ນຈະຢູ່ເທິງພູເຂົາສູງ ທີ່ເທິງເນີນພູ ແລະຢູ່ກ້ອງຕົ້ນໄມ້ໃບຂຽວກໍຕາມ. 3 ຈົ່ງມ້າງແທ່ນບູຊາ ແລະທັບເສົາຫີນສັກສິດໃຫ້ແຕກເປັນປ່ຽງໆ. ຈົ່ງເຜົາສັນຍາລັກຂອງເຈົ້າແມ່ອາເຊຣາ ແລະຕັດຮູບເຄົາຣົບຖິ້ມເປັນທ່ອນໆ ເພື່ອວ່າສະຖານທີ່ເຫຼົ່ານັ້ນຈະບໍ່ເປັນທີ່ຂາບໄຫວ້ອີກຕໍ່ໄປ. 4 ຢ່ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງແບບຢ່າງຂອງປະຊາຊົນເຫຼົ່ານີ້ຂາບໄຫວ້ພະຂອງພວກເຂົາ. 5 ຈົ່ງຊອກຫາບ່ອນໜຶ່ງໃນບັນດາເຜົ່າຂອງພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງໜຶ່ງໄວ້ທ່າມກາງປະຊາຊົນ ເພື່ອຕັ້ງພຣະນາມຊື່ຂອງພຣະອົງໃນທີ່ນັ້ນແລະສະຖິດທີ່ນັ້ນດ້ວຍ ພວກເຈົ້າຕ້ອງໄປທີ່ນັ້ນ ແລະນະມັດສະການພຣະອົງ. 6 ໃນທີ່ນັ້ນ ພວກເຈົ້າຕ້ອງເຜົາສັດຖວາຍບູຊາດ້ວຍໄຟ ຖວາຍເຄື່ອງບູຊາຕ່າງໆ, ຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ເຄື່ອງທີ່ໄດ້ສັນຍາຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ແລະລູກຫົວປີຂອງງົວແລະຂອງແກະທຸກໂຕ. 7 ທີ່ນັ້ນຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ອວຍພອນພວກເຈົ້າ. ພວກເຈົ້າພ້ອມທັງຄອບຄົວຈະກິນ ແລະຊົມຊື່ນຍິນດີກັບສິ່ງດີນາໆປະການທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນໃຫ້. 8 ເມື່ອໄປເຖິງດິນແດນນັ້ນແລ້ວ ພວກເຈົ້າບໍ່ຕ້ອງນະມັດສະການພຣະເຈົ້າ ເໝືອນດັ່ງທີ່ເຄີຍເຮັດມາ. ຈົນເຖິງບັດນີ້ພວກເຈົ້າຍັງເຮັດຕາມໃຈປາຖະໜາຂອງຕົນເອງ 9 ເພາະພວກເຈົ້າບໍ່ທັນໄດ້ເຂົ້າໄປໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າປະທານໃຫ້ພວກເຈົ້າເທື່ອ ຄືບ່ອນທີ່ພວກເຈົ້າຈະຢູ່ຢ່າງສະຫງົບສຸກ. 10 ເມື່ອພວກເຈົ້າຂ້າມແມ່ນໍ້າຈໍແດນໄປ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະນຳພາພວກເຈົ້າເຂົ້າຢຶດຄອງດິນແດນ ແລະອາໄສຢູ່ໃນທີ່ນັ້ນ. ພຣະອົງຈະຮັກສາພວກເຈົ້າໃຫ້ພົ້ນຈາກສັດຕູທັງປວງ ແລະພວກເຈົ້າຈະຢູ່ຢ່າງສະຫງົບສຸກ. 11 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງດຽວ ໃຫ້ເປັນບ່ອນນະມັດສະການພຣະອົງ ແລະທີ່ນັ້ນພວກເຈົ້າຕ້ອງນຳເອົາທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງ ໄປຖວາຍແກ່ພຣະອົງດັ່ງນີ້: ສັດສຳລັບເຜົາບູຊາແລະເຄື່ອງບູຊາຕ່າງໆ, ເຄື່ອງຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ພ້ອມທັງເຄື່ອງຖວາຍພິເສດທີ່ພວກເຈົ້າໄດ້ສັນຍາ ວ່າຈະຖວາຍແກ່ພຣະເຈົ້າຢາເວ. 12 ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າພ້ອມກັບລູກຫລານຂອງພວກເຈົ້າ, ຄົນຮັບໃຊ້ຂອງພວກເຈົ້າ ແລະຊາວເລວີທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ; ຈົ່ງຈົດຈຳໄວ້ວ່າຊາວເລວີຈະບໍ່ມີດິນແດນເປັນຂອງຕົນເອງ. 13 ພວກເຈົ້າບໍ່ຕ້ອງຖວາຍເຄື່ອງບູຊາບ່ອນໃດກໍຕາມ ທີ່ພວກເຈົ້າເລືອກເອົາເອງ 14 ພວກເຈົ້າຕ້ອງຖວາຍເຄື່ອງບູຊາໃນບ່ອນໜຶ່ງເທົ່ານັ້ນ ທີ່ພຣະເຈົ້າຢາເວຈະເລືອກໃຫ້ໃນເຂດແດນເຜົ່າໜຶ່ງຂອງພວກເຈົ້າ. ໃນບ່ອນດັ່ງກ່າວນີ້ເທົ່ານັ້ນທີ່ພວກເຈົ້າຕ້ອງຖວາຍເຄື່ອງເຜົາບູຊາ ແລະເຮັດທຸກສິ່ງທັງໝົດທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ. 15 ແຕ່ພວກເຈົ້າມີອິດສະຫລະທີ່ຈະຂ້າແລະກິນສັດຂອງຕົນ ບ່ອນໃດກໍຕາມທີ່ພວກເຈົ້າຈະອາໄສຢູ່. ພວກເຈົ້າຈະກິນຫລາຍເທົ່າໃດກໍໄດ້ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂຜດໃຫ້ພວກເຈົ້າ. ພວກເຈົ້າທຸກຄົນ ບໍ່ວ່າເປັນມົນທິນຫລືບໍ່ເປັນມົນທິນກໍຕາມ ກິນສັດນັ້ນໄດ້ເໝືອນດັ່ງກິນຊີ້ນກວາງຫລືຊີ້ນຟານ. 16 ແຕ່ພວກເຈົ້າບໍ່ຕ້ອງກິນເລືອດສັດສຳລັບເປັນອາຫານ; ໃຫ້ເທລົງດິນເໝືອນດັ່ງເທນໍ້າ. 17 ພວກເຈົ້າບໍ່ມີສິດກິນເຄື່ອງໃດໆທີ່ໄດ້ຖວາຍແລ້ວ ໃນບ່ອນທີ່ພວກເຈົ້າອາໄສຢູ່ນັ້ນ ເຊັ່ນ: ໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ລູກຫົວປີຂອງງົວແລະແກະ, ພ້ອມຂອງຖວາຍທີ່ພວກເຈົ້າສັນຍາແລ້ວວ່າຈະຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ຫລືເຄື່ອງຖວາຍອື່ນໆຢ່າງໃດຢ່າງໜຶ່ງ. 18 ໃຫ້ພວກເຈົ້າພ້ອມລູກເມຍກັບຄົນຮັບໃຊ້ ແລະຊາວເລວີທີ່ອາໄສຢູ່ໃນເມືອງພວກເຈົ້າ ພາກັນກິນຂອງຖວາຍເຫຼົ່ານີ້ຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນບ່ອນນະມັດສະການແຫ່ງດຽວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະພວກເຈົ້າກໍຈະດີໃຈໃນທີ່ນັ້ນ ເພາະສິ່ງທີ່ພວກເຈົ້າໄດ້ເຮັດ. 19 ຈົ່ງໃຫ້ແນ່ໃຈເໝືອນກັນວ່າ ຊາວເລວີບໍ່ໄດ້ຖືກປ່ອຍປະ ຕາບໃດທີ່ພວກເຈົ້າອາໄສຢູ່ໃນດິນແດນນີ້. 20 ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຂະຫຍາຍເຂດແດນອອກດັ່ງທີ່ພຣະອົງສັນຍາໄວ້ ແລ້ວພວກເຈົ້າກໍຈະກິນຊີ້ນບ່ອນໃດກໍຕາມ ໄດ້ຕາມຄວາມຕ້ອງການ 21 ຖ້າບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ໃຫ້ນາມຊື່ຂອງພຣະອົງຕັ້ງຢູ່ຫັ້ນໄກເກີນໄປ ພວກເຈົ້າກໍອາດຂ້າສັດລ້ຽງໂຕໃດໂຕໜຶ່ງຫລືແກະ ທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ພວກເຈົ້າເມື່ອໃດກໍໄດ້ ແລະພວກເຈົ້າອາດກິນຊີ້ນທີ່ເຮືອນ ຕາມທີ່ຂ້າພະເຈົ້າໄດ້ບອກພວກເຈົ້າ. 22 ຜູ້ໃດຜູ້ໜຶ່ງທີ່ເປັນມົນທິນຫລືບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້ ເໝືອນກັບກິນຊີ້ນກວາງຫລືຊີ້ນຟານ. 23 ແຕ່ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ ເພາະຊີວິດແມ່ນຢູ່ໃນເລືອດ ແລະພວກເຈົ້າບໍ່ຕ້ອງກິນຊີວິດພ້ອມກັບຊີ້ນ. 24 ຢ່າກິນເລືອດສັດສຳລັບເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນໍ້າ. 25 ຖ້າພວກເຈົ້າເຊື່ອຟັງຄຳສັ່ງນີ້ ພຣະເຈົ້າຢາເວກໍຈະພໍໃຈ ແລະພວກເຈົ້າຈະຢູ່ເຢັນເປັນສຸກຕະຫລອດທັງເຊື້ອສາຍຂອງພວກເຈົ້າ. 26 ຈົ່ງນຳເອົາເຄື່ອງຖວາຍແລະເຄື່ອງຖວາຍຕ່າງໆ ທີ່ພວກເຈົ້າໄດ້ສັນຍາວ່າຈະຖວາຍ, ໃຫ້ຖືໄປຍັງສະຖານທີ່ທີ່ພຣະເຈົ້າຢາເວໄດ້ເລືອກໄວ້. 27 ໃນທີ່ນັ້ນ ຈົ່ງເຜົາເຄື່ອງຖວາຍບູຊາດ້ວຍໄຟທັງຊີ້ນແລະເລືອດເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ເໝືອນກັນຈົ່ງຖວາຍເຄື່ອງບູຊາເຫຼົ່ານັ້ນ ໃນບ່ອນທີ່ພວກເຈົ້າກິນຊີ້ນແລະເທເລືອດໃສ່ເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 28 ຈົ່ງລະວັງໃຫ້ດີ ແລະຈົ່ງເຊື່ອຟັງຢ່າງສັດຊື່ໃນທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າ; ແລ້ວພວກເຈົ້າພ້ອມທັງລູກຫລານກໍຈະຢູ່ເຢັນເປັນສຸກຕະຫລອດໄປ ເພາະພວກເຈົ້າກະທຳສິ່ງທີ່ຖືກຕ້ອງແລະສິ່ງທີ່ພໍໃຈ ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” ການຕັກເຕືອນບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ 29 “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະທຳລາຍຊົນຊາດຕ່າງໆ ເມື່ອພວກເຈົ້າບຸກລຸກດິນແດນຂອງພວກເຂົາ ແລະພວກເຈົ້າກໍຈະຢຶດຄອງແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. 30 ຫລັງຈາກທີ່ຊົນຊາດເຫຼົ່ານັ້ນໄດ້ຖືກທຳລາຍແລ້ວ ຢ່າໄດ້ເຮັດຕາມແບບຢ່າງການປະຕິບັດທາງສາສະໜາຂອງພວກເຂົາ ບໍ່ດັ່ງນັ້ນ ມັນຈະເປັນການທຳລາຍພວກເຈົ້າເອງ. ຢ່າພະຍາຍາມຊອກຮູ້ວ່າ ພວກເຂົາຂາບໄຫວ້ພະຂອງພວກເຂົາຢ່າງໃດ ເພື່ອພວກເຈົ້າຈະບໍ່ໄດ້ຮຽນແບບຂອງພວກເຂົາ. 31 ຢ່ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງທີ່ພວກເຂົາຂາບໄຫວ້ບັນດາພະຂອງພວກເຂົາ ເພາະໃນການຂາບໄຫວ້ບັນດາພະຂອງພວກເຂົານັ້ນ ພວກເຂົາໄດ້ເຮັດສິ່ງທີ່ໜ້າລັງກຽດທຸກຢ່າງ ຊຶ່ງພຣະເຈົ້າຢາເວກຽດຊັງທີ່ສຸດ. ພວກເຂົາເຜົາແມ່ນແຕ່ລູກຊາຍ ລູກສາວຂອງພວກເຂົາເອງເທິງແທ່ນບູຊາ. 32 ຈົ່ງເຮັດທຸກສິ່ງຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້; ຢ່າຕື່ມສິ່ງໃດສິ່ງໜຶ່ງ ຫລືຕັດສິ່ງໃດສິ່ງໜຶ່ງເດັດຂາດ.” |
@ 2012 United Bible Societies. All Rights Reserved.