Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 11 - ພຣະຄຳພີສັກສິ


ພຣະເຈົ້າຢາເວ​ຊົງ​ຣິດເດດ​ຍິ່ງໃຫຍ່

1 “ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ສະເໝີ.

2 ວັນ​ນີ້ ຈົ່ງ​ຈົດຈຳ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜ່ານ​ປະສົບການ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ. ແມ່ນ​ພວກເຈົ້າ​ທີ່​ມີ​ປະສົບການ​ນີ້ ແລະ​ບໍ່ແມ່ນ​ພວກ​ລູກຫລານ​ຂອງ​ພວກເຈົ້າ. ພວກເຈົ້າ​ໄດ້​ເຫັນ​ພຣະຫັດ​ອັນ​ຊົງ​ຣິດເດດ ແລະ​ແຂນ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ

3 ພ້ອມ​ທັງ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເອຢິບ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ.

4 ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ກວາດລ້າງ​ກອງທັບ​ປະເທດ​ເອຢິບ​ໃຫ້​ດັບສູນ​ໄປ ພ້ອມ​ທັງ​ມ້າ​ແລະ​ລົດຮົບ​ຂອງ​ພວກເຂົາ ໂດຍ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ທະເລແດງ ໃນ​ຂະນະທີ່​ພວກເຂົາ​ກຳລັງ​ຕິດຕາມ​ມາ​ນັ້ນ ແລະ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.

5 ພວກເຈົ້າ​ຮູ້​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ພວກເຈົ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ກ່ອນ​ມາ​ຮອດ​ທີ່​ນີ້.

6 ຈົ່ງ​ຫວນ​ຄິດເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ດາທານ​ແລະ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ແຫ່ງ​ເຜົ່າ​ຣູເບັນ. ຕໍ່ໜ້າ​ທຸກຄົນ ແຜ່ນດິນ​ໄດ້​ຍະ​ອອກ​ກືນກິນ​ພວກເຂົາ​ພ້ອມ​ກັບ​ຄອບຄົວ, ຜ້າເຕັນ, ຄົນ​ຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ.

7 ແມ່ນແລ້ວ ພວກເຈົ້າ​ແມ່ນ​ພວກ​ທີ່​ໄດ້​ເຫັນ​ທຸກໆສິ່ງ​ອັນ​ຍິ່ງໃຫຍ່​ເຫຼົ່ານັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ກະທຳ.”


ພຣະພອນ​ຂອງ​ດິນແດນ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້

8 “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ພວກເຈົ້າ​ກໍ​ຈະ​ສາມາດ​ຂ້າມ​ແມ່ນໍ້າ ແລະ​ຢຶດຄອງ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.

9 ພວກເຈົ້າ​ຈະ​ມີ​ຊີວິດ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ.

10 ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ບໍ່​ຄື​ດິນແດນ​ຂອງ​ປະເທດ​ເອຢິບ​ບ່ອນ​ທີ່​ພວກເຈົ້າ​ໄດ້​ອາໄສ​ຢູ່​ແຕ່​ກ່ອນ. ທີ່​ນັ້ນ​ເມື່ອ​ພວກເຈົ້າ​ປູກ​ເມັດພືດ ພວກເຈົ້າ​ຕ້ອງ​ທຳງານ​ໜັກ​ເພື່ອ​ປ້ານ​ຄັນຄູ​ກັນນໍ້າ​ໄວ້,

11 ແຕ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ ແມ່ນ​ດິນແດນ​ພູດອຍ​ແລະ​ຮ່ອມພູ ເປັນ​ດິນແດນ​ທີ່​ລໍ່ລ້ຽງ​ດ້ວຍ​ນໍ້າ​ຝົນ.

12 ເປັນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດູແລ​ຮັກສາ. ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ຜູ້ດູແລ​ເບິ່ງແຍງ​ດິນແດນ​ນີ້​ຕະຫລອດ​ປີ.

13 ສະນັ້ນ ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ.

14 ຖ້າ​ພວກເຈົ້າ​ເຮັດ​ຕາມ ພຣະອົງ​ກໍ​ຈະ​ສົ່ງ​ຝົນ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ ຖືກ​ຕາມ​ລະດູການ ໃນ​ລະດູ​ໃບໄມ້​ຫລົ່ນ​ແລະ​ລະດູ​ໃບໄມ້ປົ່ງ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ ມີ​ເຫຼົ້າ​ອະງຸ່ນ ແລະ​ມີ​ນໍ້າມັນ​ໝາກກອກເທດ

15 ທັງ​ຫຍ້າ​ສຳລັບ​ຝູງສັດ​ດ້ວຍ. ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຕາມ​ຄວາມ​ຕ້ອງການ.

16 ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຖືກ​ນຳ​ໃຫ້​ຫັນ​ໜີ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ.

17 ຖ້າ​ພວກເຈົ້າ​ຂືນ​ເຮັດ ພຣະເຈົ້າຢາເວ​ກໍ​ຈະ​ໂກດຮ້າຍ​ພວກເຈົ້າ. ພຣະອົງ​ຈະ​ປິດ​ຟ້າ​ສະຫວັນ​ບໍ່​ໃຫ້​ຝົນ​ຕົກ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍ​ຈະ​ແຂງ​ກະດ້າງ ຈົນ​ພືດພັນ​ເກີດ​ບໍ່ໄດ້. ແລ້ວ​ໃນ​ບໍ່​ດົນ ພວກເຈົ້າ​ກໍ​ຈະ​ຕາຍ​ໃນ​ທີ່ນັ້ນ; ເຖິງ​ແມ່ນ​ວ່າ​ເປັນ​ດິນແດນ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້​ພວກເຈົ້າ​ກໍຕາມ.

18 ຈົ່ງ​ຈົດຈຳ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໄວ້ ໃນ​ຄວາມຄິດ, ຈິດໃຈ ແລະ​ຈິດວິນຍານ. ຈົ່ງ​ມັດ​ມັນ​ໄວ້​ທີ່​ແຂນ​ເປັນ​ໝາຍສຳຄັນ​ແລະ​ຄຽນ​ມັນ​ໄວ້​ທີ່​ໜ້າຜາກ​ເພື່ອ​ເປັນ​ສິ່ງ​ເຕືອນໃຈ.

19 ຈົ່ງ​ສັ່ງສອນ​ລູກຫລານ​ໃຫ້​ຮໍ່າຮຽນ​ເອົາ. ຈົ່ງ​ກ່າວ​ຕໍ່​ພວກເຂົາ​ເຖິງ​ກົດບັນຍັດ​ເຫຼົ່ານີ້ ບໍ່​ວ່າ​ເມື່ອ​ພວກເຈົ້າ​ຢູ່​ໃນ​ເຮືອນ​ຫຼື​ເມື່ອ​ຈາກ​ບ້ານ​ໄປ​ກໍດີ ເມື່ອ​ພວກເຈົ້າ​ນອນ​ພັກຜ່ອນ​ຫຼື​ເມື່ອ​ພວກເຈົ້າ​ລຸກ​ຂຶ້ນ​ກໍດີ.

20 ຈົ່ງ​ຂຽນ​ມັນ​ໄວ້​ຕາມ​ປະຕູ​ເຮືອນ ແລະ​ຕາມ​ປະຕູ​ຮົ້ວ​ຂອງ​ພວກເຈົ້າ.

21 ແລ້ວ​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ ກໍ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ ເພື່ອ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຢູ່​ໃນ​ທີ່ນັ້ນ​ຕາບ​ຊົ່ວ​ຟ້າ​ສະຫວັນ​ຢູ່ເໜືອ​ແຜ່ນດິນ​ໂລກ.

22 ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈົ່ງ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ສັ່ງ ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.

23 ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ທັງໝົດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ແລະ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ອື່ນ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ.

24 ດິນ​ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຍ່າງ​ຢຽບ​ໄປ​ຈະ​ເປັນ​ຂອງ​ພວກເຈົ້າ. ເຂດແດນ​ຂອງ​ພວກເຈົ້າ​ຈະ​ຢຽດ​ອອກ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ໃນ​ທິດໃຕ້ ຈົນ​ຮອດ​ພູ​ເລບານອນ​ໃນ​ທິດເໜືອ ແລະ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ໃນ​ທິດ​ຕາເວັນຕົກ.

25 ບ່ອນ​ໃດ​ກໍຕາມ​ທີ່​ພວກເຈົ້າ​ຈະ​ຢຽບ​ຍ່າງ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ປະຊາຊົນ​ເກງກົວ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ແລະ​ຈະ​ບໍ່ມີ​ຜູ້ໃດ​ກ້າ​ຂັດຂວາງ​ພວກເຈົ້າ.

26 ວັນນີ້ ຂ້າພະເຈົ້າ​ຈະ​ໃຫ້​ພວກເຈົ້າ​ໄດ້​ເລືອກເອົາ ລະຫວ່າງ​ຄຳອວຍພອນ​ກັບ​ຄຳສາບແຊ່ງ.

27 ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳອວຍພອນ,

28 ແຕ່​ຖ້າ​ພວກເຈົ້າ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແຕ່​ຫັນ​ໜີໄປ​ຂາບໄຫວ້​ບັນດາ​ພະອື່ນ​ທີ່​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ ພວກເຈົ້າ​ກໍ​ຈະ​ຖືກ​ສາບແຊ່ງ.

29 ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນຳ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພວກເຈົ້າ​ຈະ​ຢຶດຄອງ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ປະກາດ​ຄຳອວຍພອນ​ຈາກ​ພູ​ເກຣີຊິມ ແລະ​ຄຳສາບແຊ່ງ​ຈາກ​ພູ​ເອບານ. (

30 ພູ​ສອງ​ໜ່ວຍ​ນີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃນ​ເຂດແດນ​ຂອງ​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຈໍແດນ. ມັນ​ລ່ວງ​ເລີຍ​ໄປ​ທາງ​ດ້ານ​ຕາເວັນຕົກ ບໍ່​ໄກ​ຈາກ​ຕົ້ນໄມ້​ສັກສິດ​ໂມເຣ​ແລະ​ໃກ້​ກັບ​ເມືອງ​ກິນການ.)

31 ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້. ເມື່ອ​ພວກເຈົ້າ​ເຂົ້າ​ຢຶດຄອງ​ດິນແດນ​ແລະ​ອາໄສ​ຢູ່​ໃນ​ທີ່ນັ້ນ​ແລ້ວ

32 ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan