ພຣະບັນຍັດສອງ 10 - ພຣະຄຳພີສັກສິໂມເຊໄດ້ຮັບຂໍ້ຄຳສັ່ງອີກ ( ອພຍ 34:1-10 ) 1 “ຕໍ່ມາ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າວ່າ, ‘ຈົ່ງຕັດເອົາຫີນສອງແຜ່ນແບບເກົ່າ ແລະເຮັດຫີບໄມ້ໜ່ວຍໜຶ່ງສຳລັບໃສ່ແຜ່ນຫີນ. ແລ້ວຈົ່ງຂຶ້ນມາຫາເຮົາທີ່ເທິງພູ 2 ແລະເຮົາຈະຂຽນຂໍ້ຄວາມໃນແຜ່ນຫີນທີ່ເຈົ້າເຮັດແຕກນັ້ນ ໃສ່ຫີນສອງແຜ່ນນີ້. ແລ້ວໃຫ້ເຈົ້າບັນຈຸມັນໄວ້ໃນຫີບ.’ 3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດຫີບດ້ວຍໄມ້ກະຖິນເທດ ແລະຕັດເອົາແຜ່ນຫີນສອງແຜ່ນຄືກັບເທື່ອທຳອິດ ນຳຂຶ້ນໄປທີ່ເທິງພູ. 4 ແລ້ວພຣະເຈົ້າຢາເວກໍຂຽນຂໍ້ຄວາມຢ່າງດຽວກັນກັບແຜ່ນທຳອິດນັ້ນໃສ່ ຄືຄຳສັ່ງສິບຂໍ້ທີ່ພຣະອົງໄດ້ໃຫ້ແກ່ພວກເຈົ້າ ເມື່ອພຣະອົງໄດ້ກ່າວຈາກແປວໄຟ ໃນມື້ທີ່ພວກເຈົ້າໄດ້ເຕົ້າໂຮມກັນທີ່ພູ. ພຣະເຈົ້າຢາເວໄດ້ມອບແຜ່ນຫີນໃຫ້ຂ້າພະເຈົ້າ 5 ແລະຂ້າພະເຈົ້າໄດ້ກັບລົງມາຈາກພູ. ໂດຍໄດ້ເຮັດຕາມຄຳສັ່ງຂອງພຣະເຈົ້າຢາເວ ຂ້າພະເຈົ້າໄດ້ເອົາແຜ່ນຫີນໃສ່ໃນຫີບໄວ້ ແລະມັນກໍຢູ່ໃນທີ່ນັ້ນຕະຫລອດມາ.” ( 6 ຊາວອິດສະຣາເອນໄດ້ໜີຈາກນໍ້າສ້າງທີ່ເປັນຂອງຢາອາການ ແລະໄດ້ໄປທີ່ໂມເສຣາ. ໃນທີ່ນີ້ອາໂຣນຕາຍແລະຖືກຝັງໄວ້ ແລະເອເລອາຊາລູກຊາຍຂອງເພິ່ນໄດ້ຂຶ້ນເປັນປະໂຣຫິດແທນ. 7 ຈາກທີ່ນັ້ນ ພວກເຂົາໄດ້ໄປທີ່ກຸດໂກດາ ແລະໄປຕໍ່ທີ່ໂຢດບາທາ ຄືບ່ອນທີ່ມີນໍ້າຫລາຍ. 8 ໃນເວລານັ້ນ ພຣະເຈົ້າຢາເວໄດ້ແຕ່ງຕັ້ງພວກຜູ້ຊາຍໃນເຜົ່າເລວີ ໃຫ້ເປັນຜູ້ຮັບຜິດຊອບຫີບພັນທະສັນຍາຂອງພຣະເຈົ້າຢາເວ ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວໃຫ້ຮັບໃຊ້ພຣະອົງ ເພື່ອໃຫ້ກ່າວຄຳອວຍພອນໃນນາມຂອງພຣະອົງຈົນເຖິງທຸກວັນນີ້. 9 ດ້ວຍເຫດນີ້ ເຜົ່າເລວີຈົ່ງບໍ່ໄດ້ຮັບດິນແດນສ່ວນໃດເໝືອນດັ່ງເຜົ່າອື່ນໆ ສິ່ງທີ່ພວກເຂົາໄດ້ຮັບແມ່ນສິດທິພິເສດ ໃນການເປັນປະໂຣຫິດຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາໄວ້ກັບພວກເຂົາ). 10 “ຂ້າພະເຈົ້າໄດ້ພັກຢູ່ເທິງພູ ເໝືອນດັ່ງຄາວກ່ອນສີ່ສິບວັນສີ່ສິບຄືນ. ອີກເທື່ອໜຶ່ງ ພຣະເຈົ້າຢາເວໄດ້ຟັງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍໄດ້ຕົກລົງໃຈບໍ່ທຳລາຍພວກເຈົ້າ. 11 ແລ້ວພຣະເຈົ້າຢາເວກໍໄດ້ບອກຂ້າພະເຈົ້ານຳພາພວກເຈົ້າໄປ ເພື່ອວ່າພວກເຈົ້າຈະໄດ້ຢຶດຄອງດິນແດນເປັນກຳມະສິດ ຕາມທີ່ພຣະອົງໄດ້ສັນຍາມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ.” ສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ 12 “ບັດນີ້ ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຮຽກຮ້ອງຕ້ອງການຈາກພວກເຈົ້າ ຄື: ຈົ່ງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດທຸກສິ່ງທີ່ພຣະອົງສັ່ງ. ຈົ່ງຮັກພຣະອົງ ແລະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈຂອງພວກເຈົ້າ 13 ແລະຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຂ້າພະເຈົ້າກຳລັງມອບກົດບັນຍັດເຫຼົ່ານີ້ໃຫ້ພວກເຈົ້າໃນວັນນີ້ ສຳລັບຜົນດີຂອງພວກເຈົ້າ. 14 ຟ້າສະຫວັນ ແລະຟ້າສະຫວັນບ່ອນສູງສຸດເປັນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແຜ່ນດິນໂລກກັບສັບພະທຸກສິ່ງທີ່ຢູ່ໃນນັ້ນກໍເປັນຂອງພຣະອົງເໝືອນກັນ. 15 ແຕ່ຄວາມຮັກຂອງພຣະເຈົ້າຢາເວ ສຳລັບປູ່ຍ່າຕາຍາຍຂອງພວກເຈົ້າມີຫລາຍທີ່ສຸດ ທີ່ພຣະອົງໄດ້ເລືອກເອົາພວກເຈົ້າ ແທນທີ່ຈະເລືອກເອົາປະຊາຊົນຊາດອື່ນ ແລະພວກເຈົ້າກໍຍັງເປັນປະຊາຊົນທີ່ພຣະອົງໄດ້ເລືອກໄວ້ຈົນເຖິງວັນນີ້. 16 ເຫດສະນັ້ນ ຈົ່ງຮັບພິທີຕັດ ໃນໃຈ ແລະຢ່າດື້ດຶງຕໍ່ໄປ. 17 ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າເໜືອບັນດາພະທັງໝົດ ແລະເປັນອົງພຣະຜູ້ເປັນເຈົ້າເໜືອບັນດາເຈົ້ານາຍທັງປວງ, ເປັນພຣະເຈົ້າອົງຍິ່ງໃຫຍ່ ຊົງຣິດອຳນາດ ແລະເປັນທີ່ຢຳເກງ. ພຣະອົງບໍ່ເຫັນແກ່ໜ້າຜູ້ໃດແລະບໍ່ເຫັນແກ່ສິນຈ້າງລາງວັນໃດໆ. 18 ພຣະອົງໃຫ້ສິດລູກກຳພ້າແລະພວກແມ່ໝ້າຍໄດ້ຮັບຄວາມເປັນທຳ; ພຣະອົງຮັກຊາວຕ່າງດ້າວທີ່ອາໄສຢູ່ນຳພວກເຮົາ ໂດຍໃຫ້ອາຫານແລະເຄື່ອງນຸ່ງຫົ່ມແກ່ພວກເຂົາ. 19 ດັ່ງນັ້ນ ຈົ່ງຮັກຄົນຕ່າງດ້າວ ເພາະພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ. 20 ຈົ່ງຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະນະມັດສະການແຕ່ພຣະອົງເທົ່ານັ້ນ. ຈົ່ງສັດຊື່ຕໍ່ພຣະອົງ ແລະກ່າວຄຳສັນຍາໃນພຣະນາມຂອງພຣະອົງເທົ່ານັ້ນ. 21 ຈົ່ງຍ້ອງຍໍສັນລະເສີນພຣະອົງເພາະພຣະອົງເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍເຫັນໂດຍປະຈັກຕາແລ້ວເຖິງຄວາມຍິ່ງໃຫຍ່ ແລະສິ່ງອັດສະຈັນທີ່ພຣະອົງໄດ້ກະທຳສຳລັບພວກເຈົ້າ. 22 ເມື່ອປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໄປຢູ່ປະເທດເອຢິບນັ້ນ ພວກເຂົາມີພຽງແຕ່ 70 ຄົນເທົ່ານັ້ນ. ແຕ່ມາບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ພວກເຈົ້າມີຄົນຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນຟ້າສະຫວັນ.” |
@ 2012 United Bible Societies. All Rights Reserved.