Biblia Todo Logo
Bìoball air-loidhne

- Sanasan -

ພຣະບັນຍັດສອງ 1 - ພຣະຄຳພີສັກສິ


ບົດ​ໄຂ​ຫົວເລື່ອງ

1 ພຣະທຳ​ເຫຼັ້ມ​ນີ້​ໄດ້​ບັນທຶກ​ຖ້ອຍຄຳ​ຂອງ​ໂມເຊ ທີ່​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ ຄາວ​ທີ່​ພວກເຂົາ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ທີ່​ທົ່ງ​ຮາບພຽງ​ຈໍແດນ​ໃກ້​ຊູຟະ ລະຫວ່າງ​ເມືອງ​ປາຣານ​ດ້ານ​ໜຶ່ງ ແລະ​ເມືອງ​ຕ່າງໆ​ອີກ​ດ້ານ​ໜຶ່ງ ເຊັ່ນ: ໂຕເຟນ, ລາບານ, ຮາເຊໂຣດ ແລະ​ດີຊາຮາບ. (

2 ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.)

3 ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ.

4 ເຫດການ​ນີ້​ເກີດຂຶ້ນ​ຫລັງຈາກ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ຊະນະ​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ເຮັດຊະໂບນ ແລະ​ເຈົ້າໂອກ​ກະສັດ​ຊາວ​ບາຊານ ຜູ້​ທີ່​ໄດ້​ປົກຄອງ​ນະຄອນ​ອັດຊະຕາໂຣດ​ແລະ​ເອັດເຣອີ.

5 ແມ່ນ​ໃນ​ຂະນະທີ່​ປະຊາຊົນ​ໄດ້​ອາໄສ​ຢູ່​ທີ່​ຟາກ​ຕາເວັນອອກ ຂອງ​ແມ່ນໍ້າ​ຈໍແດນ​ໃນ​ເຂດແດນ​ໂມອາບ​ນັ້ນ​ເອງ ທີ່​ໂມເຊ​ໄດ້​ຕັ້ງຕົ້ນ​ອະທິບາຍ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າ. ເພິ່ນ​ໄດ້​ກ່າວ​ວ່າ,

6 “ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ໂຮເຣັບ(ຊີນາຍ)​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ວ່າ, ‘ພວກເຈົ້າ​ໄດ້​ພັກ​ຢູ່​ທີ່​ນີ້​ເຫິງນານ​ສົມຄວນ​ແລ້ວ.

7 ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.

8 ທັງໝົດ​ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເຂົ້າ​ໄປ​ແລະ​ຢຶດຄອງ​ເອົາ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ຈະ​ຍົກ​ໃຫ້​ປູ່ຍາຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ, ຕະຫລອດ​ທັງ​ເຊັ່ນ​ລູກຫລານ​ເຫຼັນ​ຂອງ​ພວກເຂົາ.”’


ໂມເຊ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ
( ອພຍ 18:13-27 )

9 ໂມເຊ​ບອກ​ປະຊາຊົນ​ວ່າ, “ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ຊີນາຍ​ນັ້ນ ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ວ່າ ‘ການນຳພາ​ພວກເຈົ້າ​ແມ່ນ​ຄວາມ​ຮັບຜິດຊອບ​ອັນ​ໃຫຍ່ຫລວງ ທີ່​ບໍ່​ສາມາດ​ກະທຳ​ຄົນ​ດຽວ​ໄດ້.

10 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ບັນດານ​ໃຫ້​ພວກເຈົ້າ ມີ​ຈຳນວນ​ມາກມາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ.

11 ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເຮັດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ​ຕື່ມ​ເຖິງ​ພັນ​ເທົ່າ ແລະ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້,

12 ແຕ່​ຂ້າພະເຈົ້າ​ຜູ້​ດຽວ​ຈະ​ຮັບຜິດຊອບ​ວຽກງານ​ອັນ​ໜັກໜ່ວງ ສຳລັບ​ສະສາງ​ການ​ໂຕ້ຖຽງ​ກັນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ?

13 ສະນັ້ນ ຈົ່ງ​ເລືອກ​ເອົາ​ຊາຍ​ບາງຄົນ​ທີ່​ສະຫລຽວ​ສະຫລາດ, ມີ​ຄວາມ​ເຂົ້າໃຈ ແລະ​ມີ​ປະສົບການ​ໃນ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ຈະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເບິ່ງແຍງ​ພວກເຈົ້າ.’

14 ແລ້ວ​ພວກເຈົ້າ​ກໍ​ເຫັນ​ພ້ອມ​ນຳ​ດ້ວຍວ່າ ການ​ເຮັດ​ຢ່າງ​ນັ້ນ​ເປັນ​ການ​ດີ​ແທ້.

15 ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.

16 ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ບັນດາ​ພວກ​ຜູ້ປົກຄອງ​ວ່າ, ‘ຈົ່ງ​ເອົາໃຈໃສ່​ຮັບ​ຟັງ​ການ​ຜິດຖຽງກັນ ທີ່​ເກີດຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ. ຈົ່ງ​ຕັດສິນ​ການ​ຜິດຖຽງກັນ​ທຸກ​ເລື່ອງ​ຢ່າງ​ທ່ຽງທຳ ບໍ່​ວ່າ​ການ​ຕັດສິນ​ນັ້ນ​ຈະ​ກ່ຽວຂ້ອງ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ ຫລື​ກ່ຽວຂ້ອງ​ກັບ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ກໍຕາມ.

17 ຢ່າ​ໄດ້​ເຂົ້າຂ້າງ​ອອກຂາ ຈົ່ງ​ຕັດສິນ​ແຕ່ລະຄົນ​ດ້ວຍ​ຫລັກເກນ​ຢ່າງ​ດຽວກັນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ໃຜ​ກໍຕາມ. ຢ່າ​ຢ້ານ​ຜູ້ໃດ​ຜູ້ໜຶ່ງ​ເລີຍ ເພາະ​ການ​ຕັດສິນ​ທີ່​ພວກເຈົ້າ​ເຮັດ​ລົງ​ໄປ​ນັ້ນ​ແມ່ນ​ມາ​ຈາກ​ພຣະເຈົ້າ. ຖ້າ​ພວກເຈົ້າ​ມີ​ຄະດີ​ໃດໆ ທີ່​ຍາກ​ເກີນ​ກວ່າ​ຈະ​ຕັດສິນ​ໄດ້ ໃຫ້​ນຳ​ຄະດີ​ນັ້ນ​ມາ​ແຈ້ງ​ຕໍ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຕັດສິນ​ເອງ.’

18 ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ສິ່ງ​ອື່ນ​ອີກ ເພື່ອ​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ.”


ພວກ​ນັກສືບ​ສອດແນມ​ຖືກ​ສົ່ງ​ອອກ​ໄປ
( ຈບຊ 13:1-33 )

19 “ພວກເຮົາ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້. ພວກເຮົາ​ໄດ້​ຈາກ​ພູເຂົາ​ຊີນາຍ​ແລະ​ເດີນທາງ​ຜ່ານ ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່​ແລະ​ໜ້າຢ້ານ ໄປ​ຕາມ​ທາງ​ສູ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ. ເມື່ອ​ພວກເຮົາ​ໄດ້​ມາ​ຮອດ​ເມືອງ​ກາເດັດ​ບາກເນອາ

20-21 ຂ້າພະເຈົ້າ​ຈຶ່ງ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ບັດນີ້ ພວກເຈົ້າ​ໄດ້​ມາ​ຮອດ​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ພວກເຮົາ. ຫລຽວ​ເບິ່ງ​ດິນແດນ​ພຸ້ນ​ແມ! ຈົ່ງ​ໄປ​ຢຶດຄອງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ສາ. ຢ່າ​ສົງໄສ​ແລະ​ຢ້ານກົວ​ເລີຍ.’

22 ແຕ່​ພວກເຈົ້າ​ໄດ້​ມາ​ສະເໜີ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໃຫ້​ສົ່ງ​ຄົນ​ເຮົາ​ໄປ​ສອດແນມ​ເບິ່ງ​ດິນແດນ​ນັ້ນ​ສາ​ກ່ອນ ເພື່ອ​ວ່າ​ພວກເຂົາ​ຈະ​ບອກ​ພວກເຮົາ​ໄດ້​ວ່າ ທາງ​ເສັ້ນ​ໃດ​ທີ່​ພວກເຮົາ​ຈະ​ເຂົ້າ​ຢຶດເອົາ​ເມືອງ​ໄດ້​ສະດວກ ແລະ​ເມືອງ​ເຫຼົ່ານັ້ນ​ເປັນ​ຢ່າງໃດ.’

23 ການ​ສະເໜີ​ນັ້ນ​ເຫັນ​ວ່າ​ເປັນ​ເລື່ອງ​ດີ​ທີ່​ຄວນ​ຈະ​ເຮັດ ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ເລືອກ​ເອົາ​ຊາຍ​ສິບສອງ​ຄົນ ຄື​ເຜົ່າລະ​ຄົນ.

24 ພວກເຂົາ​ໄດ້​ໄປ​ທີ່​ເຂດ​ເນີນພູ ເລີຍ​ໄປ​ເຖິງ​ຮ່ອມພູ​ເອັດຊະໂຄນ ແລະ​ໄດ້​ສອດແນມ​ເບິ່ງ.

25 ພວກເຂົາ​ໄດ້​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ດິນແດນ​ນັ້ນ​ກັບ​ມາ​ພ້ອມ ແລະ​ລາຍງານ​ວ່າ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ເປັນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ຫລາຍ.

26 ແຕ່​ພວກເຈົ້າ​ໄດ້​ຂັດຂືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ບໍ່​ຢາກ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ.

27 ພວກເຈົ້າ​ໄດ້​ຈົ່ມ​ຕໍ່​ກັນແລະກັນ​ວ່າ, ‘ພຣະເຈົ້າຢາເວ​ກຽດຊັງ​ພວກເຮົາ. ດັ່ງນັ້ນ ພຣະອົງ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ພວກເຮົາ​ໃຫ້​ຊາວ​ອາໂມ​ເຫຼົ່ານີ້ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພວກເຮົາ​ຖິ້ມ.

28 ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’

29 ແຕ່​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, ‘ຢ່າ​ຢ້ານ​ຄົນ​ເຫຼົ່ານີ້​ເລີຍ.

30 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ

31 ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’

32 ແຕ່​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

33 ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”


ພຣະເຈົ້າຢາເວ​ລົງໂທດ​ຊາດ​ອິດສະຣາເອນ
( ຈບຊ 14:20-45 )

34 “ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ໂກດຮ້າຍ ແລະ​ບອກ​ໃຫ້​ພວກເຈົ້າ​ຮູ້​ຢ່າງ​ຄັກແນ່​ວ່າ

35 ‘ຄົນຊົ່ວຊ້າ​ເຊັ່ນ​ພວກເຈົ້າ​ນີ້ ແມ່ນ​ບໍ່ມີ​ໃຜ​ຈະ​ໄດ້​ເຂົ້າ​ໄປ​ຢູ່​ດິນແດນ​ອັນ​ອຸດົມສົມບູນ ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.

36 ມີ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ໄປ​ເພາະວ່າ​ລາວ​ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ ໃຫ້​ແກ່​ລາວ​ແລະ​ພວກ​ລູກຫລານ​ຂອງ​ລາວ.’

37 ຍ້ອນ​ພວກເຈົ້າ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຂ້າພະເຈົ້າ​ເໝືອນກັນ ແລະ​ກ່າວ​ວ່າ ‘ໂມເຊເອີຍ ເຈົ້າ​ເໝືອນກັນ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ

38 ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ຊ່ວຍ​ຂອງ​ເຈົ້າ ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ຢຶດຄອງ​ດິນແດນ. ສະນັ້ນ ຈົ່ງ​ໃຫ້​ກຳລັງໃຈ​ແກ່​ລາວ.’

39 ແລະ ‘ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ຍັງ​ໜຸ່ມນ້ອຍ ແລະ​ບໍ່​ຮູ້​ວ່າ​ອັນໃດ​ຖືກ​ອັນໃດ​ຜິດ ທີ່​ພວກເຈົ້າ​ເຄີຍ​ເວົ້າ​ວ່າ​ຈະ​ຖືກ​ສັດຕູ​ຈັບ​ໄປ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນີ້ ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ​ເຂົ້າ​ຢຶດຄອງ

40 ແຕ່​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ໃຫ້​ຕ່າວ​ຄືນ​ກັບ​ເຂົ້າ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ທາງ​ສູ່​ອ່າວ​ອາກາບາ.’

41 ພວກເຈົ້າ​ຕອບ​ວ່າ, ‘ໂມເຊ​ເອີຍ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າຢາເວ​ແລ້ວ ແຕ່​ບັດນີ້ ພວກເຮົາ​ຈະ​ເຂົ້າ​ໄປ​ໂຈມຕີ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ.’ ແລ້ວ​ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຕຽມຕົວ​ອອກ​ສູ້ຮົບ ໂດຍ​ຄິດວ່າ​ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ບຸກໂຈມຕີ​ເຂດ​ເນີນພູ.

42 ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ເຕືອນ​ພວກເຂົາ​ຢ່າ​ໃຫ້​ໄປ​ໂຈມຕີ ເພາະ​ເຮົາ​ຈະ​ບໍ່​ສະຖິດ​ຢູ່​ນຳ ແລະ​ສັດຕູ​ຈະ​ມີ​ໄຊຊະນະ​ເໜືອ​ພວກເຂົາ.’

43 ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.

44 ແລ້ວ​ຊາວ​ອາໂມ​ທີ່​ໄດ້​ອາໄສ​ຢູ່​ຕາມ​ເຂດ​ເນີນພູ ກໍ​ອອກ​ມາ​ສູ້ຮົບ​ພວກເຈົ້າ ເໝືອນ​ດັ່ງ​ໂຕ​ເຜິ້ງ​ທີ່​ບິນ​ອອກ​ຈາກ​ຮັງ​ຂອງ​ມັນ. ພວກເຂົາ​ໄດ້​ໄລ່​ຕາມລ່າ​ພວກເຈົ້າ​ໃນ​ເຂດ​ເອໂດມ​ມາ​ຈົນເຖິງ​ໂຮມາ ແລະ​ຊະນະ​ພວກເຈົ້າ​ຢູ່​ທີ່​ນັ້ນ.

45 ພວກເຈົ້າ​ຈຶ່ງ​ໄດ້​ກັບມາ​ແລະ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຟັງ​ສຽງ​ຂອງ​ພວກເຈົ້າ ຫລື​ສົນໃຈ​ຕໍ່​ພວກເຈົ້າ​ແຕ່​ປະການ​ໃດ.


ຫລາຍ​ປີ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ

46 ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ກາເດັດ​ເປັນ​ເວລາ​ດົນນານ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan