ດານີເອນ 8 - ພຣະຄຳພີສັກສິດານີເອນເຫັນນິມິດກ່ຽວກັບແກະແລະແບ້ 1 ໃນປີທີສາມທີ່ເບັນຊັດຊາເຣເປັນກະສັດນັ້ນ ຂ້າພະເຈົ້າໄດ້ເຫັນນິມິດເປັນເທື່ອທີສອງ. 2 ໃນນິມິດນັ້ນ ຂ້າພະເຈົ້າເຫັນໃນທັນໃດວ່າຕົນເອງຢູ່ໃນເມືອງຊູຊາ ເປັນເມືອງທີ່ມີກຳແພງອ້ອມຮອບໃນແຂວງເອລາມ. ຂ້າພະເຈົ້າກຳລັງຢືນຢູ່ໃກ້ແມ່ນໍ້າອູລາຍ 3 ແລະຂ້າພະເຈົ້າໄດ້ເງີຍໜ້າຂຶ້ນ ແລະໄດ້ເຫັນແກະເຖິກໂຕໜຶ່ງທີ່ມີເຂົາສອງເຂົາ ເຂົາທັງສອງສູງ; ແຕ່ເຂົາໜຶ່ງສູງກວ່າອີກເຂົາໜຶ່ງ ແລະເຂົາທີ່ສູງນັ້ນປົ່ງມາຕາມຫຼັງ. 4 ຂ້າພະເຈົ້າເຫັນແກະນັ້ນຊິດເຂົາໄປທາງທິດຕາເວັນຕົກ, ທາງທິດເໜືອ ແລະທາງທິດໃຕ້. ບໍ່ມີສັດໂຕໃດທີ່ຕ້ານທານ ຫລືໜີໄປພົ້ນຈາກອຳນາດຂອງມັນໄດ້. ມັນເຮັດຕາມໃຈແລະມັກໃຫຍ່ໃຝ່ສູງ. 5 ໃນຂະນະທີ່ຂ້າພະເຈົ້າກຳລັງຄິດເຖິງສິ່ງທີ່ໄດ້ເຫັນຢູ່ນັ້ນ ກໍມີແບ້ໂຕໜຶ່ງແລ່ນໄວທີ່ສຸດຈົນຕີນຫວິດດິນ ມາຈາກທິດຕາເວັນຕົກ. ມັນມີເຂົາສຳຄັນເຂົາໜຶ່ງຢູ່ລະຫວ່າງຕາສອງເບື້ອງ. 6 ມັນມາຫາແກະໂຕທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ແຄມແມ່ນໍ້ານັ້ນ ແລະແລ່ນເຂົ້າຊົນແກະໂຕນັ້ນຈົນໝົດແຮງຂອງມັນ. 7 ສ່ວນຂ້າພະເຈົ້າກໍຊອມເບິ່ງມັນຊົນແກະໂຕນີ້ຢູ່. ແບ້ໂຫດຮ້າຍຫລາຍ ແລະທຸ້ມແຮງທັງໝົດຊົນແກະ ຈົນເຂົາທັງສອງຂອງແກະຫັກໄປ. ຝ່າຍແກະບໍ່ມີແຮງຕ້ານທານມັນໄດ້. ມັນຖືກແບ້ຊິດລົ້ມລົງດິນ ແລະຖືກຢຽບຢໍ່າ ແລະບໍ່ມີຜູ້ໃດຊ່ວຍແກະໃຫ້ພົ້ນໄດ້. 8 ຝ່າຍແບ້ກໍຍິ່ງມີຄວາມເຍີ້ຍິ່ງຈອງຫອງຫລາຍຂຶ້ນ ແລ້ວໃນເວລາທີ່ມັນມີອຳນາດແຂງຫລາຍນັ້ນ ເຂົາຂອງມັນໄດ້ຫັກອອກ, ແຕ່ມີສີ່ເຂົາທີ່ສຳຄັນໄດ້ປົ່ງອອກມາແທນ ແຕ່ລະເຂົາກໍຊີ້ໄປທິດທາງຕ່າງກັນ. 9 ແລ້ວກໍມີເຂົານ້ອຍອັນໜຶ່ງປົ່ງອອກມາຈາກເຂົາອັນໜຶ່ງໃນສີ່ເຂົານີ້ ມັນໄດ້ສະແດງອຳນາດຂອງມັນໄປທາງທິດໃຕ້ແລະທິດຕາເວັນອອກ ແລະໄປສູ່ດິນແດນແຫ່ງພຣະສັນຍາ. 10 ມັນແຂງແຮງພໍທີ່ຈະໂຈມຕີກອງທັບແຫ່ງຟ້າສະຫວັນ ຄືຕາເວັນ, ເດືອນ, ດວງດາວຕ່າງໆນັ້ນເອງ; ແລະມັນໄດ້ໂຍນດວງດາວບາງກຸ່ມເຫຼົ່ານັ້ນ ລົງມາສູ່ດິນແລ້ວຢຽບຖິ້ມ. 11 ມັນໂຈມຕີແມ່ນແຕ່ກອງທັບແຫ່ງຟ້າສະຫວັນ ໂດຍຫ້າມປາມບໍ່ໃຫ້ຜູ້ໃດນຳເຄື່ອງເຜົາບູຊາປະຈຳວັນມາຖວາຍແກ່ກອງທັບ ແລະທັງທຳລາຍມ້າງເພພຣະວິຫານຂອງພຣະອົງດ້ວຍ. 12 ປະຊາຊົນໄດ້ເຮັດບາບແທນການເຜົາບູຊາປະຈຳວັນ ແລະປະຖິ້ມຄວາມຈິງແຫ່ງສາສະໜາ. ເຂົາອັນນີ້ໄດ້ກະທຳທຸກສິ່ງເປັນຜົນສຳເລັດ. 13 ແລ້ວຂ້າພະເຈົ້າກໍໄດ້ຍິນເທວະດາສອງຕົນຖາມກັນວ່າ, “ສິ່ງທີ່ເກີດຂຶ້ນໃນນິມິດນີ້ຈະສືບຕໍ່ໄປອີກດົນນານປານໃດ? ການບາບອັນຊົ່ວຮ້າຍແທນການເຜົາເຄື່ອງບູຊາປະຈຳວັນ ຈະມີຢູ່ດົນປານໃດ? ກອງທັບແຫ່ງສະຫວັນແລະພຣະວິຫານ ຈະຖືກຢຽບຢໍ່າທຳລາຍຢູ່ດົນນານປານໃດ?” 14 ຂ້າພະເຈົ້າໄດ້ຍິນເທວະດາອີກຕົນໜຶ່ງຕອບວ່າ, “ເຫດການນີ້ຈະດຳເນີນຕໍ່ໄປເປັນເວລາ 1.150 ວັນ ໃນລະຫວ່າງນີ້ຈະບໍ່ມີການຖວາຍເຄື່ອງບູຊາຍາມແລງ ແລະຍາມເຊົ້າ. ແລ້ວພຣະວິຫານກໍຈະໄດ້ຖືກສ້າງຂຶ້ນໃໝ່.” ເທວະດາຄັບຣີເອນອະທິບາຍເລື່ອງນິມິດ 15 ຂ້າພະເຈົ້າພະຍາຍາມເຂົ້າໃຈຄວາມໝາຍຂອງນິມິດ ແລະທັນໃດນັ້ນ ກໍມີຊາຍຄົນໜຶ່ງຢືນຢູ່ຕໍ່ໜ້າຂ້າພະເຈົ້າ. 16 ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງຮ້ອງມາແຕ່ທາງແມ່ນໍ້າອູລາຍວ່າ, “ຄັບຣີເອນເອີຍ ຈົ່ງອະທິບາຍຄວາມໝາຍຂອງສິ່ງທີ່ລາວໄດ້ເຫັນນັ້ນ ໃຫ້ລາວຮູ້ແດ່.” 17 ຄັບຣີເອນຈຶ່ງມາຢືນຢູ່ທີ່ຂ້າງຂ້າພະເຈົ້າ ແລະຂ້າພະເຈົ້າກໍຕົກໃຈຫລາຍຈົນລົ້ມລົງກັບພື້ນດິນ. ຄັບຣີເອນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງເຂົ້າໃຈຄວາມໝາຍເຖີດ. ນິມິດນັ້ນເປັນຈຸດຊີ້ບອກການສິ້ນສຸດຂອງໂລກ.” 18 ໃນຂະນະທີ່ຄັບຣີເອນກຳລັງເວົ້າຢູ່ນັ້ນ ຂ້າພະເຈົ້າກໍໝົດສະຕິໄປ ແລະສະຫລົບລົ້ມລົງກັບບ່ອນ, ແຕ່ເພິ່ນໄດ້ໂຊມຂ້າພະເຈົ້າລຸກຢືນຂຶ້ນ 19 ແລະກ່າວວ່າ, “ເຮົາກຳລັງຈະສະແດງຜົນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ໃຫ້ເຈົ້າເຫັນວ່າເປັນຢ່າງໃດ. ນິມິດນັ້ນແມ່ນກ່ຽວກັບເລື່ອງເວລາແຫ່ງການສິ້ນສຸດ. 20 ສ່ວນແກະທີ່ມີສອງເຂົາ ຊຶ່ງເຈົ້າເຫັນນັ້ນ ໝາຍເຖິງອານາຈັກເມເດຍ ແລະເປີເຊຍ. 21 ສ່ວນແບ້ນັ້ນໝາຍເຖິງອານາຈັກກຣີກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນນັ້ນ ໝາຍເຖິງກະສັດຄົນທຳອິດ. 22 ເຂົາທີ່ປົ່ງອອກມາແທນເຂົາທຳອິດທີ່ຫັກອອກນັ້ນ ໝາຍເຖິງອານາຈັກທັງສີ່ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ເຂັ້ມແຂງດັ່ງອານາຈັກທຳອິດ. 23 ເມື່ອອານາຈັກເຫຼົ່ານີ້ໃກ້ຈະສິ້ນສຸດລົງ ຄວາມຊົ່ວຮ້າຍຈະມີຫລາຍທີ່ສຸດ ຈົນຖືກລົງໂທດ ແລ້ວກໍຈະມີກະສັດຫົວດື້, ໂຫດຮ້າຍ ແລະສໍ້ໂກງຄົນໜຶ່ງປາກົດຂຶ້ນມາ. 24 ກະສັດອົງນີ້ຈະເຂັ້ມແຂງຂຶ້ນ ແຕ່ບໍ່ແມ່ນດ້ວຍອຳນາດຂອງຕົນເອງ. ລາວຈະເຮັດໃຫ້ທຸກສິ່ງເກີດຄວາມພິນາດຢ່າງໜ້າຢ້ານກົວ ແລະເຮັດໃຫ້ທຸກສິ່ງສຳເລັດຜົນ. ລາວຈະທຳລາຍຄົນທີ່ມີອຳນາດແລະປະຊາຊົນຂອງພຣະເຈົ້າ. 25 ຍ້ອນລາວມີຄວາມສະຫລາດແກມໂກງ ລາວຈຶ່ງສໍ້ໂກງຄົນອື່ນ. ລາວຈະອວດຕົວຂຶ້ນ ແລະທຳລາຍປະຊາຊົນຢ່າງຫລວງຫລາຍ ໂດຍບໍ່ເຕືອນໃຫ້ຮູ້. ລາວຈະທ້າທາຍແມ່ນແຕ່ຈອມກະສັດຜູ້ຍິ່ງໃຫຍ່, ແຕ່ລາວຈະຖືກທຳລາຍດ້ວຍອຳນາດທີ່ບໍ່ໄດ້ມາຈາກມະນຸດ. 26 ນິມິດແຫ່ງການຖວາຍບູຊາທັງເຊົ້າແລະແລງ ທີ່ໄດ້ອະທິບາຍແກ່ເຈົ້ານີ້ເປັນຄວາມຈິງ. ແຕ່ບັດນີ້ ຂໍໃຫ້ເຈົ້າຮັກສານິມິດນີ້ໄວ້ເປັນຄວາມລັບ ເພາະເວລາທີ່ຈະເປັນຄວາມຈິງຂຶ້ນມານັ້ນກໍຍັງດົນນານຢູ່.” 27 ໃນເວລານັ້ນ ຂ້າພະເຈົ້າກຸ້ມໃຈຫລາຍ ແລະເຈັບປ່ວຍຢູ່ເປັນເວລາຫລາຍວັນ. ເມື່ອໄຄແດ່ແລ້ວ ຂ້າພະເຈົ້າກໍລຸກໄປປະຕິບັດພາລະກິດ ທີ່ກະສັດໄດ້ມອບໝາຍໃຫ້, ແຕ່ຂ້າພະເຈົ້າຍັງງຶດງໍ້ ແລະບໍ່ເຂົ້າໃຈໃນນິມິດນັ້ນ. |
@ 2012 United Bible Societies. All Rights Reserved.