Biblia Todo Logo
Bìoball air-loidhne

- Sanasan -

ດານີເອນ 7 - ພຣະຄຳພີສັກສິ


ດານີເອນ​ເລົ່າ​ເລື່ອງ​ນິມິດ​ຂອງຕົນ ( 7:1–12:13 ) ດານີເອນ​ເຫັນ​ນິມິດ​ກ່ຽວກັບ​ສັດ​ສີ່​ໂຕ

1 ໃນ​ປີ​ທຳອິດ​ແຫ່ງ​ຣາຊການ​ຂອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ຂ້າພະເຈົ້າ​ໄດ້​ຝັນ ແລະ​ເຫັນ​ນິມິດ​ໃນ​ເວລາ​ກາງຄືນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບັນທຶກ​ຄວາມຝັນ​ນັ້ນ​ໄວ້ ແລະ​ຕໍ່ໄປນີ້​ແມ່ນ​ບັນທຶກ​ຂອງ​ຄວາມຝັນ

2 ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.

3 ແລ້ວ​ກໍ​ມີ​ສັດ​ໃຫຍ່​ສີ່​ໂຕ​ຂຶ້ນ​ມາ​ຈາກ​ມະຫາສະໝຸດ​ນັ້ນ ສັດ​ແຕ່ລະ​ໂຕ​ມີ​ຮູບຮ່າງ​ແຕກຕ່າງ​ກັນ.

4 ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.

5 ສັດ​ໂຕ​ທີ​ສອງ​ເບິ່ງ​ຄ້າຍ​ຄື​ໝີ ທີ່​ກຳລັງ​ຢືນ​ຢູ່​ດ້ວຍ​ຂາ​ຫລັງ​ຂອງ​ມັນ. ປາກ​ມັນ​ຄາບ​ກະດູກ​ສາມ​ຊີກ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ບອກ​ມັນ​ວ່າ, “ຈົ່ງ​ກິນ​ຊີ້ນ​ຕໍ່ໄປ​ໃຫ້​ຫລາຍໆ.”

6 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.

7 ໃນ​ຂະນະທີ່ ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ໂຕ​ທີ​ສີ່​ປາກົດ​ຂຶ້ນ​ມາ. ມັນ​ມີ​ອຳນາດ​ຫລາຍ​ທັງ​ເປັນ​ຕາຢ້ານ ແລະ​ຮ້າຍກາດ. ດ້ວຍ​ແຂ້ວ​ເຫຼັກ​ຂະໜາດ​ໃຫຍ່​ນັ້ນ ມັນ​ໄດ້​ຫຍໍ້າ​ກິນ​ສິ່ງ​ທີ່​ເປັນ​ເຫຍື່ອ​ຂອງ​ມັນ ແລະ​ທັງ​ຢຽບຢໍ່າ​ຖິ້ມ. ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເໝືອນ​ກັບ​ສັດ​ອື່ນໆ.

8 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.


ດານີເອນ​ເຫັນ​ນິມິດ​ກ່ຽວກັບ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ

9 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ມີ​ບັນລັງ​ຫລາຍ​ອັນ​ໄດ້​ຖືກ​ນຳ​ມາ​ຕັ້ງ​ໄວ້. ເພິ່ນ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ໄດ້​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ໜຶ່ງ​ໃນ​ຈຳນວນ​ບັນລັງ​ເຫຼົ່ານີ້. ເຄື່ອງນຸ່ງ​ຂອງເພິ່ນ​ຂາວ​ເໝືອນ​ຫິມະ ຜົມ​ຂອງເພິ່ນ​ເໝືອນ​ຂົນແກະ​ບໍຣິສຸດ​ຜຸດຜ່ອງ. ບັນລັງ​ຂອງເພິ່ນ​ທີ່​ຢູ່​ເທິງ​ລໍ້​ກໍ​ເປັນ​ໄຟ​ລຸກ​ໄໝ້​ຢູ່​

10 ແລະ​ມີ​ແປວໄຟ​ຟົ້ງ​ອອກ​ຈາກ​ທີ່​ນັ້ນ. ມີ​ຫລາຍ​ພັນ​ຄົນ​ບົວລະບັດ​ຮັບໃຊ້​ເພິ່ນ​ຢູ່​ທີ່​ນັ້ນ ແລະ​ມີ​ຫລາຍ​ລ້ານ​ຄົນ​ຢືນ​ຢູ່​ຊ້ອງໜ້າ​ເພິ່ນ. ສານ​ເລີ່ມ​ການ​ພິພາກສາ ແລະ​ໜັງສື​ຕ່າງໆ​ກໍ​ຖືກ​ເປີດ​ອອກ.

11 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເບິ່ງ​ຢູ່​ນັ້ນ ກໍ​ໄດ້​ຍິນ​ສຽງ​ຂອງ​ເຂົາ​ນ້ອຍ​ເວົ້າ​ຄຸຍໂມ້ ແລະ​ໂອ້ອວດ​ຂຶ້ນ. ເມື່ອ​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່ ສັດ​ໂຕ​ທີ​ສີ່​ໄດ້​ຖືກ​ຂ້າ ແລະ​ຊາກສົບ​ຂອງ​ມັນ​ກໍ​ຖືກ​ໂຍນ​ໃສ່​ໄຟ ເພື່ອ​ທຳລາຍ​ຖິ້ມ.

12 ສ່ວນ​ສັດ​ໂຕ​ອື່ນໆ​ກໍ​ຖືກ​ປົດ​ອອກ​ຈາກ​ອຳນາດ; ແຕ່​ພວກ​ມັນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.

13 ໃນ​ເວລາ​ກາງຄືນ​ລະຫວ່າງ​ເກີດ​ນິມິດ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ໜຶ່ງ​ມີ​ຮູບຮ່າງ​ເໝືອນ​ມະນຸດ. ເພິ່ນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້າພະເຈົ້າ ເພິ່ນ​ມາ​ເທິງ​ເມກ​ໃນ​ສະຫວັນ ແລະ​ເພິ່ນ​ໄດ້​ໄປ​ຫາ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ແລະ​ເຂົ້າ​ເຝົ້າ​ເພິ່ນ.

14 ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ດານີເອນ​ໄດ້​ຮັບ​ຄວາມໝາຍ​ຂອງ​ນິມິດ

15 ນິມິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕື່ນ​ຕົກໃຈ ແລະ​ຂ້າພະເຈົ້າ​ກໍ​ເປັນທຸກໃຈ​ທີ່ສຸດ.

16 ຂ້າພະເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ທ່ານ​ຜູ້ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ແລະ​ຂໍຮ້ອງ​ເພິ່ນ​ໃຫ້​ອະທິບາຍ​ເລື່ອງ​ທັງໝົດ​ນີ້. ສະນັ້ນ ເພິ່ນ​ຈຶ່ງ​ບອກ​ຄວາມໝາຍ​ແກ່​ຂ້າພະເຈົ້າ.

17 ເພິ່ນ​ບອກ​ວ່າ, “ສັດ​ໃຫຍ່​ສີ່​ໂຕ​ເຫຼົ່ານີ້ ແມ່ນ​ອານາຈັກ​ທັງ​ສີ່ ທີ່​ຈະ​ເກີດຂຶ້ນ​ໃນ​ແຜ່ນດິນ​ໂລກ.

18 ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”

19 ແລ້ວ​ຂ້າພະເຈົ້າ​ກໍ​ສົນໃຈ​ຢາກ​ຮູ້​ເລື່ອງ​ຕື່ມ​ກ່ຽວກັບ​ສັດ​ໂຕ​ທີ​ສີ່ ຊຶ່ງ​ບໍ່​ເໝືອນ​ກັບ​ສັດ​ໂຕ​ອື່ນໆ ມັນ​ເປັນ​ສັດ​ທີ່​ໜ້າຢ້ານ​ທີ່ສຸດ ຊຶ່ງ​ມີ​ເລັບ​ທອງສຳຣິດ ແລະ​ມີ​ແຂ້ວ​ເຫຼັກ. ມັນ​ຫຍໍ້າ​ກິນ​ແລະ​ຢຽບຢໍ່າ​ທຳລາຍ​ເຫຍື່ອ​ຂອງ​ມັນ.

20 ຂ້າພະເຈົ້າ​ຢາກ​ຮູ້​ກ່ຽວກັບ​ສິບ​ເຂົາ​ທີ່​ຢູ່​ເທິງ​ຫົວ​ຂອງ​ມັນ ແລະ​ເຂົາ​ອັນ​ໜຶ່ງ​ທີ່​ປົ່ງ​ຊ້ອນ​ອອກ​ມາ​ຕາມ​ຫລັງ ຊຶ່ງ​ເຮັດ​ໃຫ້​ສາມ​ເຂົາ​ຫລ່ອນ​ອອກ​ນັ້ນ. ເຂົາ​ອັນ​ນີ້​ມີ​ຕາ ແລະ​ມີ​ປາກ​ເວົ້າ​ຄູຍ​ໂອ້ອວດ​ຢ່າງ​ຈອງຫອງ. ມັນ​ເປັນ​ໜ້າເກງກົວ​ຫລາຍກວ່າ​ເຂົາ​ອື່ນໆ.

21 ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ເຂົາ​ອັນ​ນັ້ນ​ກໍໄດ້​ຮົບເສິກ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ ແລະ​ໄດ້​ຮັບ​ໄຊຊະນະ.

22 ແລ້ວ​ອົງ​ຊົງ​ພຣະຊົນຢູ່​ຕະຫລອດໄປ ກໍ​ໄດ້ມາ​ປະກາດ​ຕັດສິນ​ເຂົ້າ​ຂ້າງ ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ເວລາ​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ ທີ່​ຕ້ອງ​ຮັບ​ອຳນາດ​ແຫ່ງ​ກະສັດ​ໄດ້​ມາ​ເຖິງ​ແລ້ວ.

23 ຕໍ່ໄປນີ້ ແມ່ນ​ການ​ແກ້​ຄວາມຝັນ​ທີ່​ຂ້າພະເຈົ້າ​ໄດ້​ຮັບ ດັ່ງນີ້: ສັດ​ໂຕ​ທີ​ສີ່​ແມ່ນ​ຈັກກະພົບ​ທີ​ສີ່​ທີ່​ຈະ​ເກີດຂຶ້ນ​ເທິງ​ແຜ່ນດິນ​ໂລກ ແລະ​ຈະ​ແຕກຕ່າງ​ຈາກ​ຈັກກະພົບ​ອື່ນໆ​ທັງປວງ. ມັນ​ຈະ​ຢຽບຢໍ່າ​ທຳລາຍ​ແຜ່ນດິນ​ໂລກ​ທັງໝົດ​ໃຫ້​ໝຸ່ນ.

24 ສິບ​ເຂົາ​ນັ້ນ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ປົກຄອງ​ຈັກກະພົບ​ນັ້ນ. ແລ້ວ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປາກົດ​ຕົວ​ຂຶ້ນ; ກະສັດ​ຄົນ​ນີ້​ຈະ​ແຕກຕ່າງ​ຈາກ​ກະສັດ​ຄົນ​ກ່ອນ​ຫລາຍ ແລະ​ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ເສຍ.

25 ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.

26 ແລ້ວ​ສານ​ແຫ່ງ​ສະຫວັນ​ກໍ​ຈະ​ພິພາກສາ​ເພິ່ນ, ຈະ​ຖອນ​ອຳນາດ​ຂອງ​ເພິ່ນ ແລະ​ຈະ​ທຳລາຍ​ເພິ່ນ​ຈົນ​ໝົດສິ້ນ.

27 ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.

28 ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan