ດານີເອນ 6 - ພຣະຄຳພີສັກສິດານີເອນໃນຖໍ້າສິງ 1 ເຈົ້າດາຣິອຸດໄດ້ຕັດສິນໃຈແຕ່ງຕັ້ງເຈົ້າແຂວງ ໜຶ່ງຮ້ອຍຊາວຄົນ ໃຫ້ປົກຄອງທົ່ວອານາຈັກຂອງເພິ່ນ. 2 ນອກຈາກນີ້ແລ້ວ ເພິ່ນຍັງເລືອກເອົາດານີເອນກັບສອງຄົນອື່ນອີກ ໃຫ້ເປັນຜູ້ກວດກາຣາຊການແຜ່ນດິນ ເພື່ອດູແລແລະຮັກສາຜົນປະໂຫຍດຂອງກະສັດ. 3 ຕໍ່ມາບໍ່ເຫິງ ດານີເອນກໍໄດ້ສະແດງໃຫ້ເຫັນວ່າ ຕົນເຮັດວຽກດີກວ່າຜູ້ກວດກາຣາຊການ ແລະເຈົ້າແຂວງຄົນອື່ນໆ. ຍ້ອນດານີເອນເປັນຄົນເດັ່ນນີ້ເອງ ກະສັດຈຶ່ງພິຈາລະນາແຕ່ງຕັ້ງເພິ່ນເປັນຜູ້ຮັບຜິດຊອບທົ່ວທັງອານາຈັກ. 4 ແລ້ວຜູ້ກວດກາ ແລະເຈົ້າແຂວງຄົນອື່ນໆ ກໍພະຍາຍາມຊອກຈັບຜິດດານີເອນໃນການບໍລິຫານອານາຈັກ; ແຕ່ພວກເຂົາຈັບຜິດບໍ່ໄດ້ ເພາະດານີເອນເປັນຄົນສັດຊື່ທີ່ສຸດແລະບໍ່ໄດ້ເຮັດໃນສິ່ງທີ່ຜິດ ຫລືໃນສິ່ງທີ່ເສື່ອມເສຍໃດໆເລີຍ. 5 ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ພວກເຮົາຈະຫາເລື່ອງມາຟ້ອງດານີເອນບໍ່ໄດ້ດອກ ນອກຈາກຫາເລື່ອງຕໍ່ສູ້ກົດບັນຍັດຂອງພຣະເຈົ້າຂອງລາວແຕ່ເທົ່ານັ້ນ.” 6 ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຫາກະສັດແລະກ່າວວ່າ, “ຂ້າແດ່ພະຣາຊາດາຣິອຸດ ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ 7 ພວກຂ້ານ້ອຍທັງໝົດຜູ້ບໍລິຫານອານາຈັກຂອງທ່ານ ຄືຜູ້ກວດກາຣາຊການແຜ່ນດິນ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຄົນອື່ນໆໄດ້ຕົກລົງກັນເຫັນດີວ່າ ພະຣາຊາສົມຄວນຈະອອກຄຳສັ່ງຢ່າງໜຶ່ງ ແລະໃຫ້ທຸກຄົນເຮັດຕາມຢ່າງເຂັ້ມງວດ. ໃຫ້ອອກຄຳສັ່ງວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະທິຖານຂໍສິ່ງໃດຈາກພຣະ ຫລືຄົນໃດໆທັງສິ້ນ ເວັ້ນໄວ້ແຕ່ຂໍຈາກພະຣາຊາເທົ່ານັ້ນ. ຜູ້ໃດຜູ້ໜຶ່ງທີ່ຝ່າຝືນຄຳສັ່ງນີ້ຈະຖືກໂຍນເຂົ້າໄປໃນຖໍ້າສິງ. 8 ສະນັ້ນ ຂໍໃຫ້ພະຣາຊາອອກຄຳສັ່ງນີ້ແລະເຊັນຊື່ລົງໃນໜັງສືໝາຍສຳຄັນ ເພື່ອຈະໄດ້ນຳອອກໄປໃຊ້ບັງຄັບເປັນກົດໝາຍຂອງເມເດຍແລະເປີເຊຍ ຊຶ່ງເປັນກົດໝາຍທີ່ປ່ຽນແປງບໍ່ໄດ້.” 9 ດ້ວຍເຫດນີ້ ກະສັດດາຣິອຸດຈຶ່ງເຊັນຊື່ລົງໃນໜັງສືຄຳສັ່ງນັ້ນ. 10 ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ. 11 ເມື່ອພວກສັດຕູຂອງດານີເອນໄດ້ສັງເກດເຫັນລາວພາວັນນາອະທິຖານ ແລະວິງວອນຂໍຕໍ່ໜ້າພຣະເຈົ້າຂອງເພິ່ນ. 12 ພວກເຂົາທັງໝົດຈຶ່ງໄປຫາກະສັດ ແລະຟ້ອງດານີເອນວ່າ, “ຂ້າແດ່ພະຣາຊາ ທ່ານໄດ້ເຊັນຊື່ລົງໃນໜັງສືຄຳສັ່ງແລ້ວວ່າໃນລະຫວ່າງສາມສິບວັນຕໍ່ໄປ ຖ້າບຸກຄົນໜຶ່ງຄົນໃດ ພາວັນນາອະທິຖານຂໍສິ່ງໜຶ່ງສິ່ງໃດຈາກພຣະ ຫລືຄົນໃດໆເວັ້ນໄວ້ແຕ່ຂໍຈາກທ່ານ ບຸກຄົນນັ້ນກໍຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງ.” ກະສັດຈຶ່ງຕອບວ່າ, “ແມ່ນແລ້ວ ເປັນຄຳສັ່ງທີ່ເດັດຂາດ ເປັນກົດໝາຍຂອງເມເດຍ ແລະເປີເຊຍຊຶ່ງຖືກປ່ຽນແປງບໍ່ໄດ້.” 13 ແລ້ວພວກເຂົາກໍເວົ້າຕໍ່ກະສັດວ່າ, “ດານີເອນຜູ້ເປັນຊະເລີຍຄົນໜຶ່ງຈາກຢູດາຍ ລາວບໍ່ໄດ້ເຄົາຣົບນັບຖືພະຣາຊາ ຫລືເຊື່ອຟັງຄຳສັ່ງທີ່ທ່ານໄດ້ປະກາດອອກໄປນັ້ນ. ລາວໄດ້ພາວັນນາອະທິຖານເປັນປະຈຳ ວັນລະສາມເທື່ອ.” 14 ເມື່ອກະສັດໄດ້ຍິນດັ່ງນີ້ ເພິ່ນກໍເປັນທຸກໃຈ ແລະຄິດຫາຊ່ອງທາງຊ່ວຍເຫລືອດານີເອນ. ເພິ່ນຄິດຫາຊ່ອງທາງຢູ່ຈົນຕາເວັນຕົກດິນ. 15 ແລ້ວຊາຍເຫຼົ່ານັ້ນກໍກັບມາຫາກະສັດ ແລະເວົ້າຕໍ່ເພິ່ນວ່າ, “ພະຣາຊາກໍຮູ້ຢູ່ວ່າຕາມກົດໝາຍຂອງເມເດຍ ແລະເປີເຊຍນັ້ນ ບໍ່ມີຄຳສັ່ງໃດໆທີ່ພະຣາຊາປະກາດອອກໄປແລ້ວຖືກປ່ຽນແປງໄດ້.” 16 ດັ່ງນັ້ນ ກະສັດຈຶ່ງອອກຄຳສັ່ງໃຫ້ໂຍນດານີເອນເຂົ້າໄປໃນຖໍ້າສິງ. ເພິ່ນກ່າວຕໍ່ດານີເອນວ່າ, “ຂໍພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າບົວລະບັດຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ຊ່ວຍກູ້ເອົາເຈົ້າເຖີດ.” 17 ພວກເຂົາເອົາກ້ອນຫີນມາອັດປາກຖໍ້າໄວ້ ແລະກະສັດກໍປະທັບກາຂອງເພິ່ນ ແລະກາຂອງພວກເຈົ້ານາຍຊັ້ນສູງໃສ່ເທິງກ້ອນຫີນ ເພື່ອບໍ່ໃຫ້ຜູ້ໃດຊ່ວຍກູ້ເອົາດານີເອນໄດ້. 18 ແລ້ວກະສັດກໍກັບຄືນເມືອວັງຂອງຕົນ ແລະນອນບໍ່ຫລັບທັງຄືນ ທັງບໍ່ໄດ້ກິນອາຫານຫລືບໍ່ໃຫ້ມີການມ່ວນຊື່ນລື້ນເລີງໃດໆ. 19 ກະສັດຕື່ນແຕ່ເດິກໆ ແລະຟ້າວໄປທີ່ຖໍ້າສິງ. 20 ເມື່ອເພິ່ນໄປເຖິງທີ່ນັ້ນແລ້ວ ເພິ່ນຈຶ່ງເອີ້ນຫາດານີເອນດ້ວຍຄວາມກະວົນກະວາຍໃຈວ່າ, “ດານີເອນ ຜູ້ຮັບໃຊ້ຂອງພຣະເຈົ້າອົງຊົງພຣະຊົນຢູ່ ພຣະເຈົ້າອົງທີ່ເຈົ້າຮັບໃຊ້ດ້ວຍຄວາມຈົງຮັກພັກດີນັ້ນ ສາມາດຊ່ວຍເຈົ້າໃຫ້ພົ້ນຈາກສິງໄດ້ບໍ່?” 21 ດານີເອນຕອບວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນຕະຫລອດໄປເຖີດ 22 ພຣະເຈົ້າໄດ້ໃຊ້ເທວະດາຂອງພຣະອົງມາອັດປາກສິງໄວ້ ເພື່ອບໍ່ໃຫ້ມັນທຳຮ້າຍຂ້ານ້ອຍ. ຂ້າແດ່ພະຣາຊາ ພຣະເຈົ້າໄດ້ເຮັດດັ່ງນີ້ຍ້ອນພຣະອົງຮູ້ວ່າ ຂ້ານ້ອຍບໍ່ມີຄວາມຜິດຫຍັງແລະຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ.” 23 ກະສັດມີຄວາມຊົມຊື່ນຍິນດີທີ່ສຸດ ຈຶ່ງສັ່ງໃຫ້ດຶງດານີເອນຂຶ້ນມາຈາກຖໍ້າ. ສະນັ້ນ ພວກເຂົາຈຶ່ງດຶງເອົາດານີເອນຂຶ້ນມາ ແລະເຫັນວ່າເພິ່ນບໍ່ໄດ້ຖືກທຳຮ້າຍແຕ່ຢ່າງໃດ ເພາະເພິ່ນໄວ້ວາງໃຈໃນພຣະເຈົ້າຂອງເພິ່ນ. 24 ແລ້ວກະສັດກໍອອກຄຳສັ່ງໃຫ້ຈັບຊາຍທັງໝົດທີ່ຟ້ອງດານີເອນ ແລະໃຫ້ໂຍນພວກເຂົາທັງເມຍແລະລູກໆລົງໄປໃນຖໍ້າສິງ. ຝູງສິງໄດ້ໂດດຄຸບກິນພວກເຂົາ ແລະຫັກກະດູກທຸກຄົນກ່ອນທີ່ພວກເຂົາຕົກລົງເຖິງພື້ນຖໍ້າ. 25 ແລ້ວກະສັດດາຣິອຸດກໍໄດ້ຂຽນຂໍ້ຄວາມສົ່ງໄປເຖິງປະຊາຊົນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາໃນແຜ່ນດິນໂລກວ່າ: “ຂໍຄວາມສຸກສຳລານ ຈົ່ງມີແກ່ທ່ານທັງຫລາຍເທີ້ນ 26 ເຮົາຂໍສັ່ງໃຫ້ທຸກຄົນທົ່ວອານາຈັກຂອງເຮົາ ຈົ່ງເຄົາຣົບຢຳເກງຕໍ່ໜ້າພຣະເຈົ້າຂອງດານີເອນ. ພຣະອົງເປັນພຣະເຈົ້າອົງຊົງຊີວິດຢູ່ ແລະພຣະອົງປົກຄອງຕະຫລອດໄປ; ອານາຈັກຂອງພຣະອົງຈະບໍ່ຖືກທຳລາຍເລີຍ ຣິດອຳນາດຂອງພຣະອົງຈະບໍ່ສູນສິ້ນໄປຈັກເທື່ອ. 27 ພຣະອົງເປັນພຣະຜູ້ຊ່ວຍ ແລະກອບກູ້ເອົາຊີວິດເຮົາ ພຣະອົງກະທຳສິ່ງໜ້າງຶດງໍ້ແລະການອັດສະຈັນທັງສິ້ນ ໃນສະຫວັນແລະໃນແຜ່ນດິນໂລກກໍດີ ພຣະອົງຊ່ວຍດານີເອນໃຫ້ພົ້ນຈາກຝູງສິງໄດ້.” 28 ຕໍ່ມາ ດານີເອນໄດ້ຮັບຕຳແໜ່ງອັນສຳຄັນຫລາຍ ໃນຣາຊການຂອງກະສັດດາຣິອຸດ ແລະໃນຣາຊການຂອງກະສັດໄຊຣັດຄົນເປີເຊຍ. |
@ 2012 United Bible Societies. All Rights Reserved.