ດານີເອນ 5 - ພຣະຄຳພີສັກສິເບັນຊັດຊາເຣຈັດງານກິນລ້ຽງອັນໃຫຍ່ໂຕຂຶ້ນ 1 ໃນຄືນໜຶ່ງ ກະສັດເບັນຊັດຊາເຣໄດ້ເຊີນເອົາເຈົ້ານາຍໜຶ່ງພັນຄົນ ມາໃນງານກິນລ້ຽງອັນໃຫຍ່ໂຕ ແລະເພິ່ນກໍຮ່ວມດື່ມເຫຼົ້າອະງຸ່ນກັບພວກເຫຼົ່ານີ້. 2 ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ. 3 ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາຈອກຄຳແລະຖ້ວຍຄຳທີ່ໄດ້ເອົາມາຈາກພຣະວິຫານ, ວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມມາໃຫ້ເພິ່ນໃນທັນທີ ແລະທຸກຄົນຕ່າງກໍດື່ມເຫຼົ້າອະງຸ່ນຈາກພາຊະນະເຫຼົ່ານີ້ 4 ແລະສັນລະເສີນບັນດາຮູບພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ. 5 ໃນທັນໃດນັ້ນ ກໍໄດ້ມີມືມະນຸດປາກົດໃຫ້ເຫັນ ແລະເລີ່ມຂຽນໃສ່ຝາຂອງຣາຊວັງ ບ່ອນທີ່ຕະກຽງສ່ອງແສງໃສແຈ້ງທີ່ສຸດ. ກະສັດເຫັນໃນຂະນະທີ່ມືນັ້ນກຳລັງຂຽນຢູ່. 6 ເພິ່ນຈຶ່ງໜ້າຊີດ ແລະຢ້ານຫລາຍຈົນຂາສັ່ນ. 7 ເພິ່ນຮ້ອງບອກໃຫ້ຄົນນຳເອົາໝໍມົນ, ໝໍວິຊາອາຄົມ ແລະໝໍໂຫນເຂົ້າມາ. ເມື່ອພວກເຂົາມາຮອດ ກະສັດກ່າວຕໍ່ພວກເຂົາວ່າ, “ຜູ້ໃດຜູ້ໜຶ່ງທີ່ອ່ານ ແລະແປຄວາມໝາຍທີ່ຂຽນນີ້ໄດ້ ຈະໄດ້ນຸ່ງເສື້ອຄຸມສີມ່ວງຂອງກະສັດ ແລະຈະໄດ້ຄ້ອງຄໍສາຍສ້ອຍຄຳກຽດຕິຍົດ ທັງຈະໄດ້ເປັນຜູ້ທີ່ມີອຳນາດຄົນທີສາມໃນອານາຈັກ.” 8 ບັນດາທີ່ປຶກສາປະຈຳກະສັດໄດ້ກ້າວອອກມາຂ້າງໜ້າ, ແຕ່ບໍ່ມີຜູ້ໃດອ່ານຄຳຂຽນ ຫລືບອກຄວາມໝາຍແກ່ກະສັດໄດ້. 9 ຍ້ອນຄວາມກັງວົນນີ້ ກະສັດເບັນຊັດຊາເຣແຮ່ງໜ້າຊີດເຂົ້າອີກ; ສ່ວນພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງເພິ່ນກໍບໍ່ຮູ້ວ່າຈະພາກັນເຮັດຢ່າງໃດ. 10 ເມື່ອຣາຊີນີຜູ້ເປັນມານດາໄດ້ຍິນສຽງຮ້ອງຂອງກະສັດ ແລະພວກເຈົ້ານາຍ, ນາງຈຶ່ງເຂົ້າໄປໃນຫ້ອງກິນລ້ຽງໃຫຍ່ ແລະເວົ້າວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນ ຂໍຢ່າກັງວົນແລະໜ້າຊີດໄປເລີຍ. 11 ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ. 12 ລາວມີຄວາມສາມາດຜິດທຳມະດາ, ເປັນຄົນສະຫລາດ ແລະຊຳນິຊຳນານໃນການແກ້ຄວາມຝັນ, ແກ້ບັນຫາ ແລະແກ້ຄວາມເລິກລັບທັງຫລາຍໄດ້; ສະນັ້ນ ຈົ່ງໃຊ້ຄົນໄປເອີ້ນດານີເອນຊາຍຄົນນີ້ເຂົ້າມາ (ຜູ້ທີ່ກະສັດໃສ່ຊື່ໃຫ້ໃໝ່ວ່າເບັນເຕຊັດຊາເຣ) ແລະລາວຈະບອກຄວາມໝາຍທັງໝົດນີ້ໃຫ້ແກ່ລູກ.” ດານີເອນແປຄຳທີ່ຂຽນ 13 ດານີເອນຖືກນຳຕົວເຂົ້າມາຫາກະສັດໃນທັນທີ ແລະກະສັດກໍກ່າວແກ່ລາວວ່າ, “ເຈົ້າແມ່ນດານີເອນ ຊາວຢິວພັດຖິ່ນທີ່ພໍ່ຂອງເຮົາ ຜູ້ເປັນກະສັດໄດ້ນຳມາຈາກຢູດາຍ? 14 ເຮົາໄດ້ຍິນວ່າວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳເຈົ້າ ແລະເຈົ້າເປັນຜູ້ຊຳນິຊຳນານ ທັງມີຄວາມຮອບຮູ້ແລະມີສະຕິປັນຍາ. 15 ເຮົາໄດ້ເອີ້ນເອົາພວກທີ່ປຶກສາ ແລະພວກໝໍມົນເຂົ້າມາອ່ານ ແລະແປຄວາມໝາຍຂອງຄຳຂຽນນີ້, ແຕ່ພວກເຂົາຄົ້ນຄວ້າຕີຄວາມໝາຍບໍ່ໄດ້. 16 ບັດນີ້ ເຮົາໄດ້ຍິນວ່າເຈົ້າຄົ້ນຄວ້າຕີຄວາມໝາຍ ແລະອະທິບາຍຄວາມເລິກລັບໄດ້. ຖ້າເຈົ້າອ່ານແລະບອກຄວາມໝາຍຂອງຄຳຂຽນນີ້ໃຫ້ເຮົາຮູ້ໄດ້ ເຈົ້າກໍຈະໄດ້ນຸ່ງເສື້ອຄຸມສີມ່ວງຂອງກະສັດ ແລະຈະໄດ້ຄ້ອງຄໍສາຍສ້ອຍຄຳກຽດຕິຍົດ ທັງຈະເປັນຜູ້ມີອຳນາດຄົນທີສາມໃນອານາຈັກ.” 17 ດານີເອນຕອບກະສັດວ່າ, “ຂໍທ່ານຈົ່ງເກັບຂອງຂວັນນັ້ນໄວ້ເອງສາເຖີດ. ຂ້ານ້ອຍຈະອ່ານຄຳທີ່ຂຽນນັ້ນໃຫ້ທ່ານ ແລະຈະບອກຄວາມໝາຍໃຫ້ທ່ານຮູ້. 18 ພຣະເຈົ້າອົງສູງສຸດໄດ້ແຕ່ງຕັ້ງເຈົ້າເນບູກາດເນັດຊາບິດາຂອງທ່ານ ໃຫ້ເປັນກະສັດຜູ້ຍິ່ງໃຫຍ່ ທັງໃຫ້ເພິ່ນມີກຽດຕິຍົດ ແລະສະຫງ່າຣາສີ. 19 ເພິ່ນເປັນຜູ້ຍິ່ງໃຫຍ່ຈົນປະຊາຊົນໃນທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາຢ້ານກົວຕົວສັ່ນຕໍ່ໜ້າເພິ່ນ. ຖ້າເພິ່ນປະສົງຈະຂ້າຄົນໜຶ່ງ ຫລືຈະໃຫ້ຄົນໜຶ່ງມີຊີວິດຢູ່ ເພິ່ນກໍເຮັດໄປໂລດ. ເພິ່ນໃຫ້ກຽດ ແລະຖອນກຽດຄົນໃດກໍໄດ້ຕາມທີ່ເພິ່ນຕ້ອງການ. 20 ແຕ່ຍ້ອນເພິ່ນມີໃຈຈອງຫອງ, ໃຈແຂງກະດ້າງ ແລະໂຫດຮ້າຍ ເພິ່ນຈຶ່ງຖືກປົດຈາກບັນລັງ ແລະເສຍຕຳແໜ່ງອັນມີກຽດຂອງຕົນ. 21 ເພິ່ນຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະມີຈິດໃຈເໝືອນສັດ. ເພິ່ນອາໄສຢູ່ທ່າມກາງຝູງລໍປ່າ, ກິນຫຍ້າເໝືອນງົວ ແລະນອນຢູ່ກາງແຈ້ງ ໂດຍບໍ່ມີຫຍັງກັ້ນກາງເພິ່ນຈາກນໍ້າໝອກ, ແຕ່ໃນທີ່ສຸດ ເພິ່ນກໍຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ ແລະເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ. 22 ແຕ່ທ່ານເອງຜູ້ເປັນລູກຊາຍຂອງເພິ່ນ ເຖິງແມ່ນວ່າທ່ານໄດ້ຮູ້ເລື່ອງນີ້ແລ້ວກໍຕາມ ທ່ານກໍຍັງບໍ່ໄດ້ຖ່ອມຕົວ. 23 ທ່ານດູໝິ່ນປະໝາດອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ໂດຍນຳເອົາຈອກ ແລະຖ້ວຍຈາກພຣະວິຫານຂອງພຣະອົງມາທີ່ນີ້. ທ່ານເອງ, ພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງທ່ານ ໄດ້ພາກັນໃຊ້ພາຊະນະເຫຼົ່ານີ້ ແລະສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳຣິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະດ້ວຍຫີນ; ພະເຫຼົ່ານີ້ຮູ້ແລະເຫັນບໍ່ໄດ້ ແລະກໍບໍ່ໄດ້ຍິນຫຍັງ ທັງບໍ່ຮູ້ຈັກຫຍັງເລີຍ, ແຕ່ທ່ານບໍ່ໄດ້ຖວາຍກຽດແກ່ພຣະເຈົ້າ ອົງຊົງໃຫ້ຊີວິດຫລືເອົາຊີວິດຂອງທ່ານໄປ ແລະເປັນອົງຊົງຄວບຄຸມທຸກສິ່ງທີ່ທ່ານເຮັດນັ້ນ. 24 ດ້ວຍເຫດນີ້ ພຣະອົງຈຶ່ງໄດ້ສົ່ງມືມາຂຽນຂໍ້ຄວາມເຫຼົ່ານີ້. 25 ຂໍ້ຄວາມທີ່ໄດ້ມີຂຽນນັ້ນ ມີດັ່ງນີ້: ‘ຈຳນວນຈຳນວນ, ນໍ້າໜັກ, ແບ່ງແຍກ.’ 26 ສິ່ງນັ້ນມີຄວາມໝາຍດັ່ງນີ້: ຈຳນວນຄືພຣະເຈົ້າໄດ້ນັບຈຳນວນມື້ ແຫ່ງອານາຈັກຂອງທ່ານໄວ້ ແລະນຳມັນໄປສູ່ຈຸດຈົບ; 27 ນໍ້າໜັກຄືພຣະເຈົ້າຊັ່ງທ່ານດ້ວຍຊິງ ແລະເຫັນວ່າເບົາໂພດ; 28 ແບ່ງແຍກຄືອານາຈັກຂອງທ່ານຈະຖືກແບ່ງໃຫ້ຊາວເມເດຍກັບຊາວເປີເຊຍ.” 29 ແລ້ວເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນຮັບໃຊ້ນຳເອົາເສື້ອຄຸມສີມ່ວງຂອງກະສັດ ມານຸ່ງໃຫ້ດານີເອນໃນທັນທີ ແລະຄ້ອງຄໍສາຍສ້ອຍກຽດຕິຍົດໃຫ້ລາວ. ເພິ່ນໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ມີອຳນາດຄົນທີສາມໃນອານາຈັກ. 30 ໃນຄືນນັ້ນເອງເຈົ້າເບັນຊັດຊາເຣ ກະສັດແຫ່ງບາບີໂລນ ໄດ້ຖືກລອບສັງຫານ; 31 ດາຣິອຸດຄົນເມເດຍຜູ້ມີອາຍຸປະມານຫົກສິບສອງປີ ໄດ້ຢຶດອຳນາດປົກຄອງອານາຈັກ. |
@ 2012 United Bible Societies. All Rights Reserved.