ດານີເອນ 3 - ພຣະຄຳພີສັກສິຄຳສັ່ງໃຫ້ທຸກຄົນຂາບໄຫວ້ຮູບປັ້ນເປັນຄຳ 1 ຕໍ່ມາ ກະສັດເນບູກາດເນັດຊາໄດ້ສັ່ງໃຫ້ສ້າງຮູບປັ້ນເປັນຄຳຮູບໜຶ່ງ ສູງຊາວເຈັດແມັດ ແລະກວ້າງເກືອບສາມແມັດ ແລະເພິ່ນຕັ້ງຮູບນີ້ໄວ້ທີ່ທົ່ງພຽງດູຣາ ໃນແຂວງບາບີໂລນ. 2 ແລ້ວກະສັດກໍໄດ້ສັ່ງບັນດາຂ້າຣາຊການຊັ້ນຜູ້ໃຫຍ່ ໃນແຂວງທັງໝົດຂອງເພິ່ນໃຫ້ມາໂຮມກັນດັ່ງນີ້: ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ປົກຄອງກຳແພງນະຄອນ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະບັນດາຂ້າຣາຊການຄົນອື່ນໆ. ບັນດາຂ້າຣາຊການເຫຼົ່ານີ້ຕ້ອງມາໃນງານສະຫລອງຮູບປັ້ນເປັນຄຳ ທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນນັ້ນ. 3 ເມື່ອບັນດາຂ້າຣາຊການທັງໝົດໄດ້ມາພ້ອມກັນສະຫລອງ ແລະຢືນຢູ່ຕໍ່ໜ້າຮູບປັ້ນເປັນຄຳນັ້ນແລ້ວ 4 ໂຄສົກຜູ້ໜຶ່ງໄດ້ປະກາດດ້ວຍສຽງດັງວ່າ, “ປະຊາຊົນຈາກທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາ 5 ພວກທ່ານຈະໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່ ແລະສຽງພິນນ້ອຍ; ແລ້ວສຽງເຄື່ອງດົນຕຼີອື່ນໆກໍຈະດັງປະສານກັນໄປ. ພໍສຽງດົນຕຼີດັງຂຶ້ນ ໃຫ້ພວກທ່ານກົ້ມຂາບໄຫວ້ຮູບປັ້ນເປັນຄຳ ທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນ. 6 ຜູ້ໃດຜູ້ໜຶ່ງທີ່ບໍ່ກົ້ມລົງຂາບ ຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກໄໝ້ຢູ່ທັນທີ.” 7 ເພາະສະນັ້ນ ພໍສຽງດົນຕຼີດັງຂຶ້ນ ປະຊາຊົນຈາກທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາ ກໍໄດ້ຂາບໄຫວ້ຮູບປັ້ນເປັນຄຳ ທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນ. ໝູ່ຂອງດານີເອນສາມຄົນຍັງສັດຊື່ຕໍ່ພຣະເຈົ້າ 8 ມີຊາວບາບີໂລນບາງຄົນໄດ້ສວຍໂອກາດນີ້ກ່າວຟ້ອງຊາວຢິວ. 9 ພວກເຂົາບອກກະສັດເນບູກາດເນັດຊາວ່າ, “ຂໍໃຫ້ພະຣາຊາຈົ່ງໝັ້ນຍືນ 10 ພະຣາຊາໄດ້ອອກຄຳສັ່ງວ່າ ພໍສຽງດົນຕຼີເລີ່ມດັງຂຶ້ນ ທຸກໆຄົນຈະຕ້ອງກົ້ມລົງ ແລະຂາບໄຫວ້ຮູບປັ້ນເປັນຄຳ 11 ແລະຜູ້ໃດຜູ້ໜຶ່ງທີ່ບໍ່ກົ້ມລົງ ແລະຂາບໄຫວ້ຮູບປັ້ນເປັນຄຳນັ້ນ ຈະຕ້ອງຖືກໂຍນເຂົ້າໄປໃນເຕົາໄຟ. 12 ແຕ່ມີຊາວຢິວບາງຄົນ ທີ່ທ່ານໄດ້ແຕ່ງຕັ້ງໃຫ້ຮັບຣາຊການໃນແຂວງບາບີໂລນ ບໍ່ເຊື່ອຟັງຄຳສັ່ງຂອງພະຣາຊາ; ພວກນັ້ນແມ່ນຊັດຣາກ, ເມຊາກ ແລະອາເບັດເນໂກ. ພວກເຂົາບໍ່ຂາບໄຫວ້ພະຂອງທ່ານ ຫລືກົ້ມຂາບຕໍ່ຮູບພະທີ່ທ່ານໄດ້ຕັ້ງຂຶ້ນນັ້ນ.” 13 ດ້ວຍເຫດນີ້ ກະສັດຈຶ່ງໂກດຮ້າຍຫຼາຍ ແລະສັ່ງໃຫ້ນຳເອົາຊາຍສາມຄົນນັ້ນເຂົ້າມາຫາຕົນ. 14 ເພິ່ນໄດ້ຖາມພວກເຂົາວ່າ, “ຊັດຣາກ, ເມຊາກ ແລະອາເບັດເນໂກ ເປັນຄວາມຈິງຫລືບໍ່ ທີ່ພວກເຈົ້າບໍ່ຍອມຂາບໄຫວ້ພະຂອງເຮົາ ແລະບໍ່ກົ້ມຂາບຮູບປັ້ນເປັນຄຳທີ່ເຮົາໄດ້ຕັ້ງຂຶ້ນ? 15 ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?” 16 ຊັດຣາກ, ເມຊາກ, ອາເບັດເນໂກໄດ້ຕອບວ່າ, “ຂ້າແດ່ພະຣາຊາ ພວກຂ້ານ້ອຍຈະບໍ່ຂໍກ່າວປ້ອງກັນຕົວເລີຍ. 17 ຖ້າພຣະເຈົ້າອົງທີ່ພວກຂ້ານ້ອຍຮັບໃຊ້ຢູ່ສາມາດຊ່ວຍພວກຂ້ານ້ອຍ ໃຫ້ພົ້ນຈາກເຕົາໄຟ ແລະຈາກອຳນາດຂອງທ່ານໄດ້ ແລ້ວພຣະອົງກໍຈະຊ່ວຍ. 18 ແຕ່ເຖິງແມ່ນວ່າພຣະອົງບໍ່ຊ່ວຍ ກໍຂໍໃຫ້ທ່ານຮູ້ໄວ້ວ່າພວກຂ້ານ້ອຍຈະບໍ່ຂາບໄຫວ້ພະຂອງທ່ານ ແລະຈະບໍ່ກົ້ມຂາບຕໍ່ຮູບປັ້ນເປັນຄຳ ທີ່ທ່ານໄດ້ສ້າງຂຶ້ນນັ້ນຢ່າງເດັດຂາດ.” ໝູ່ສາມຄົນຂອງດານີເອນຖືກໂຍນເຂົ້າໃນເຕົາໄຟ 19 ແລ້ວເຈົ້າເນບູກາດເນັດຊາກໍໂກດຮ້າຍຊັດຣາກ, ເມຊາກ ແລະອາເບັດເນໂກຢ່າງສຸດຂີດຈົນໜ້າດຳຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນ ໄປດັງໄຟໃນເຕົາໃຫ້ຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ. 20 ເພິ່ນໄດ້ສັ່ງຄົນຜູ້ເຂັ້ມແຂງທີ່ສຸດໃນກອງທັບຂອງຕົນຜູກຊາຍທັງສາມຄົນນີ້ ແລະໂຍນພວກເຂົາໃສ່ເຕົາໄຟຮ້ອນທີ່ກຳລັງລຸກໄໝ້ຢູ່. 21 ດັ່ງນັ້ນ ພວກເຂົາຈຶ່ງມັດຊາຍທັງສາມພ້ອມທັງເຄື່ອງນຸ່ງ ຄືມີເສື້ອຊັ້ນນອກ ແລະຊັ້ນໃນ, ໝວກ ແລະເຄື່ອງຂອງອື່ນໆ ແລ້ວໂຍນພວກເຂົາເຂົ້າໄປໃນເຕົາໄຟອັນຮ້ອນກ້າ. 22 ບັດນີ້ ຍ້ອນຄຳສັ່ງອັນໜັກແໜ້ນຂອງກະສັດນັ້ນ ເຕົາໄຟຈຶ່ງລຸກໄໝ້ຮ້ອນທີ່ສຸດ ຈົນວ່າພວກຄົນທີ່ໂຍນພວກເຂົາເຂົ້າໄປໃນເຕົາໄຟ ຖືກໄຟໄໝ້ຕາຍ. 23 ສ່ວນຊັດຣາກ, ເມຊາກ ແລະອາເບັດເນໂກ ກໍຕົກລົງໃນເຕົາໄຟໂດຍທີ່ຍັງຖືກມັດຢູ່. 24 ເຈົ້າເນບູກາດເນັດຊາໄດ້ລຸກຢືນຂຶ້ນໃນທັນທີ ດ້ວຍຄວາມປະຫລາດໃຈ. ເພິ່ນຖາມພວກຂ້າຣາຊການຂອງຕົນວ່າ, “ພວກເຮົາໄດ້ມັດຊາຍທັງສາມນັ້ນ ໂຍນເຂົ້າໄປໃນເຕົາໄຟອັນຮ້ອນກ້າແລ້ວ ບໍ່ແມ່ນບໍ?” ພວກເຂົາຈຶ່ງຕອບເພິ່ນວ່າ, “ແມ່ນແລ້ວ ພະຣາຊາ.” 25 ເພິ່ນຖາມວ່າ, “ຖ້າດັ່ງນັ້ນ ເປັນຫຍັງເຮົາຈຶ່ງເຫັນຊາຍສີ່ຄົນກຳລັງຍ່າງຢູ່ໃນໄຟນັ້ນ? ພວກເຂົາບໍ່ໄດ້ຖືກມັດ ແລະບໍ່ເຫັນຮ່ອງຮອຍວ່າຖືກເຈັບເພາະຖືກໄຟໄໝ້ເລີຍ ແລະອີກຜູ້ໜຶ່ງໃນສີ່ຄົນນີ້ກໍເບິ່ງຄ້າຍຄືພຣະອົງໜຶ່ງ.” ກະສັດປ່ອຍຊາຍສາມຄົນ ແລະເລື່ອນຊັ້ນໃຫ້ 26 ສະນັ້ນ ເຈົ້າເນບູກາດເນັດຊາຈຶ່ງຂຶ້ນໄປເທິງປາກເຕົາໄຟ ທີ່ກຳລັງລຸກໄໝ້ຢູ່ນັ້ນ ແລະເອີ້ນໃສ່ວ່າ, “ຊັດຣາກ, ເມຊາກ ແລະອາເບັດເນໂກ ຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດເອີຍ ຈົ່ງພາກັນອອກມາສາ.” ແລ້ວພວກເຂົາກໍອອກມາທັນທີ. 27 ຝ່າຍບັນດາພວກຜູ້ປົກຄອງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຂອງກະສັດຄົນອື່ນໆ ຕ່າງກໍເບິ່ງຊາຍສາມຄົນນີ້; ພວກເຂົາບໍ່ໄດ້ຮັບບາດເຈັບຍ້ອນໄຟນັ້ນເລີຍ. ຜົມກໍບໍ່ຖືກໄຟໄໝ້, ເຄື່ອງນຸ່ງກໍບໍ່ຖືກໄຟໄໝ້ ແລະໃນຕົວຂອງພວກເຂົາກໍບໍ່ມີກິ່ນຄວັນໄຟເລີຍ. 28 ກະສັດເນບູກາດເນັດຊາໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງພຣະອົງລົງມາຊ່ວຍກູ້ເອົາຊາຍເຫຼົ່ານີ້ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄຳສັ່ງຂອງເຮົາ ແລະໄດ້ສ່ຽງຊີວິດຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ພະອື່ນ ນອກຈາກພຣະເຈົ້າຂອງຕົນເອງ. 29 ບັດນີ້ ເຮົາຂໍອອກຄຳສັ່ງວ່າ ຖ້າຄົນໃດຄົນໜຶ່ງໃນປະເທດໃດປະເທດໜຶ່ງ, ໃນເຊື້ອຊາດ ຫລືໃນພາສາໃດ ເວົ້າໝິ່ນປະໝາດພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ; ຄົນນັ້ນກໍຈະຖືກຕັດເປັນຕ່ອນໆ ແລະເຮືອນຂອງລາວກໍຈະຖືກທຳລາຍໃຫ້ເປັນກອງສິ່ງຮົກຮ້າງເພພັງ. ບໍ່ມີພະອື່ນໃດທີ່ສາມາດຊ່ວຍກູ້ເອົາໄດ້ຢ່າງນີ້.” 30 ແລ້ວກະສັດກໍໄດ້ເລື່ອນຊັ້ນແກ່ຊັດຣາກ, ເມຊາກ ແລະອາເບັດເນໂກ ໃຫ້ມີຕຳແໜ່ງສູງໃນແຂວງບາບີໂລນ. |
@ 2012 United Bible Societies. All Rights Reserved.