Biblia Todo Logo
Bìoball air-loidhne

- Sanasan -

ດານີເອນ 2 - ພຣະຄຳພີສັກສິ


ເນບູ​ກາດເນັດຊາ​ຝັນ​ເທື່ອ​ທຳອິດ

1 ເມື່ອ​ເຈົ້າເນບູ​ກາດເນັດຊາ​ເປັນ​ກະສັດ​ໄດ້​ສອງ​ປີ​ແລ້ວ ເພິ່ນ​ກໍ​ຝັນ​ຢ່າງ​ໜຶ່ງ. ຄວາມຝັນ​ນີ້​ເຮັດ​ໃຫ້​ເພິ່ນ​ເປັນທຸກໃຈ​ຈົນ​ນອນ​ບໍ່​ຫລັບ.

2 ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ໝໍມໍ, ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍ​ຜີ​ມາ​ແກ້​ຄວາມຝັນ​ນັ້ນ​ໃຫ້​ແກ່​ເພິ່ນ. ເມື່ອ​ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ແລ້ວ

3 ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ເປັນທຸກໃຈ​ຫລາຍ​ຍ້ອນ​ຝັນ​ບໍ່​ດີ. ເຮົາ​ຢາກ​ຮູ້​ວ່າ​ຄວາມຝັນ​ນັ້ນ​ໝາຍເຖິງ​ຫຍັງ?”

4 ພວກເຂົາ​ໄດ້​ຕອບ​ກະສັດ​ເປັນ​ພາສາ​ອາຣາມິກ​ວ່າ, “ຂໍ​ໃຫ້​ພະຣາຊາ​ຂອງ​ພວກ​ຂ້ານ້ອຍ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຂໍ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຟັງ​ເບິ່ງດູ ແລະ​ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໃຫ້.”

5 ກະສັດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຖ້າ​ພວກເຈົ້າ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ບໍ່ໄດ້ ເຮົາ​ຈະ​ຕ້ອງ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ ແລະ​ທຳລາຍ​ເຮືອນ​ຂອງ​ພວກເຈົ້າ​ຖິ້ມ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ.

6 ແຕ່​ຖ້າ​ພວກເຈົ້າ​ບອກ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້ ເຮົາ​ຈະ​ໃຫ້​ບຳເໜັດ​ແລະ​ກຽດຕິຍົດ​ອັນ​ຍິ່ງໃຫຍ່​ແກ່​ພວກເຈົ້າ. ດັ່ງນັ້ນ ຈົ່ງ​ບອກ​ຄວາມຝັນ​ແລະ​ແກ້​ຄວາມຝັນ​ໃຫ້​ເຮົາ​ໃນ​ບັດນີ້.”

7 ພວກເຂົາ​ໄດ້​ຕອບ​ກະສັດ​ອີກ​ວ່າ, “ຖ້າ​ພະຣາຊາ​ເລົ່າ​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ຮູ້ ພວກ​ຂ້ານ້ອຍ​ກໍ​ຈະ​ແກ້​ຄວາມຝັນ​ນັ້ນ​ໄດ້.”

8 ພໍ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຮົາ​ຄິດ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ຫາ​ທາງ​ຖ່ວງ​ເວລາ​ໄວ້ ຍ້ອນ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ

9 ທີ່​ຈະ​ລົງໂທດ​ພວກເຈົ້າ​ຢ່າງ​ດຽວກັນ ຖ້າ​ບໍ່​ບອກ​ຄວາມຝັນ​ໃຫ້​ເຮົາ​ຮູ້ຈັກ. ພວກເຈົ້າ​ຕົກລົງ​ກັນ​ຕົວະ​ເຮົາ ໂດຍ​ຫວັງວ່າ​ສິ່ງ​ຕ່າງໆ​ຈະ​ປ່ຽນ​ໄປ​ຕາມ​ກາລະ​ເວລາ. ຈົ່ງ​ເລົ່າ​ຄວາມຝັນ​ໃຫ້​ເຮົາ​ຮູ້​ສາ ແລ້ວ​ເຮົາ​ກໍ​ຈະ​ຮູ້ວ່າ​ພວກເຈົ້າ​ແກ້​ຄວາມຝັນ​ນັ້ນ​ໄດ້.”

10 ພວກ​ການເດອານ​ໄດ້​ຕອບ​ຄືນ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ໃນ​ໂລກນີ້ ທີ່​ສາມາດ​ບອກ​ສິ່ງ​ທີ່​ພະຣາຊາ​ຢາກ​ຮູ້​ນັ້ນ​ໄດ້. ບໍ່ມີ​ກະສັດ​ອົງໃດ ແມ່ນແຕ່​ຜູ້ໃຫຍ່ ແລະ​ຜູ້​ມີ​ອຳນາດ​ທີ່ສຸດ ເຄີຍ​ໄດ້​ຖາມ​ເຊັ່ນນີ້​ກັບ​ພວກ​ໝໍມໍ, ໝໍມົນ ແລະ​ໝໍຜີ.

11 ສິ່ງ​ທີ່​ທ່ານ​ກຳລັງ​ຖາມ​ນັ້ນ ຍາກ​ເກີນກວ່າ​ທີ່​ໃຜໆ​ສາມາດ​ໃຫ້​ຄຳຕອບ​ແກ່​ທ່ານ​ໄດ້ ນອກຈາກ​ເທບພະເຈົ້າ​ຜູ້​ທີ່​ບໍ່ໄດ້​ຢູ່​ໃນ​ທ່າມກາງ​ມະນຸດ​ເຮົາ.”

12 ຍ້ອນ​ຄຳເວົ້າ​ນັ້ນ​ກະສັດ​ຈຶ່ງ​ຮ້າຍ​ໃຫຍ່ ແລະ​ສັ່ງ​ໃຫ້​ປະຫານ​ຊີວິດ​ພວກ​ທີ່ປຶກສາ ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ.

13 ດັ່ງນັ້ນ ຈຶ່ງ​ມີ​ຄຳສັ່ງ​ປະກາດ​ອອກ​ໄປ​ໃຫ້​ຂ້າ​ພວກເຂົາ ພ້ອມ​ທັງ​ດານີເອນ ແລະ​ໝູ່​ຂອງ​ລາວ​ດ້ວຍ.


ພຣະເຈົ້າ​ບອກ​ຄວາມຝັນ​ຂອງ​ກະສັດ​ແກ່​ດານີເອນ

14 ຕໍ່ມາ ດານີເອນ​ໄດ້​ໄປ​ຫາ​ອາຣີໂອກ ຜູ້​ບັນຊາການ​ທະຫານ​ຍາມ​ປະຈຳ​ກະສັດ ຄື​ຜູ້​ທີ່​ຮັບ​ສັ່ງ​ໃຫ້​ດຳເນີນການ​ປະຫານ. ດານີເອນ​ໄດ້​ໃຊ້​ຄຳເວົ້າ​ຢ່າງ​ລະມັດ​ລະວັງ

15 ໂດຍ​ຖາມ​ອາຣີໂອກ​ວ່າ, “ເປັນຫຍັງ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ຮຸນແຮງ​ຢ່າງນີ້.” ສະນັ້ນ ອາຣີໂອກ​ຈຶ່ງ​ໄດ້​ບອກ​ດານີເອນ​ໃຫ້​ຮູ້​ຕາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ.

16 ດານີເອນ​ຈຶ່ງ​ເຂົ້າ​ໄປ​ພົບ​ກະສັດ​ໃນທັນທີ ແລະ​ໄດ້​ຮັບ​ອະນຸຍາດ​ເລື່ອນ​ກຳນົດ​ເວລາ​ປະຫານ ເພື່ອ​ວ່າ​ລາວ​ຈະ​ແກ້​ຄວາມຝັນ​ໃຫ້​ເພິ່ນ.

17 ແລ້ວ​ດານີເອນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ ແລະ​ບອກ​ເລື່ອງ​ທີ່​ເກີດຂຶ້ນ​ນັ້ນ ໃຫ້​ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ ເພື່ອນ​ຂອງຕົນ​ຮູ້​ນຳ.

18 ລາວ​ບອກ​ພວກ​ໝູ່​ໃຫ້​ພາວັນນາ​ອະທິຖານ ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ທີ່​ຢູ່​ເທິງ​ສະຫວັນ ແລະ​ຂໍ​ໃຫ້​ພຣະອົງ​ອະທິບາຍ​ເລື່ອງ​ເລິກລັບ​ນີ້​ໃຫ້​ແກ່​ພວກຕົນ ເພື່ອ​ວ່າ​ພວກຕົນ​ຈະ​ບໍ່​ຖືກ​ຂ້າ​ຮ່ວມ​ກັບ​ພວກ​ທີ່ປຶກສາ​ຄົນອື່ນໆ​ໃນ​ນະຄອນ​ບາບີໂລນ.

19 ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,

20 “ພຣະອົງ​ຊົງ​ພຣະ​ປັນຍາ ແລະ​ຊົງ​ເດຊານຸພາບ ຂໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າ​ຕະຫລອດໄປ​ເປັນນິດ

21 ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.

22 ພຣະອົງ​ເປີດເຜີຍ​ສິ່ງ​ເລິກລັບ​ທັງຫລາຍ ຮູ້​ທຸກຢ່າງ​ທຸກ​ແນວ​ທີ່​ຖືກ​ປິດບັງ​ໄວ້ ແມ່ນແຕ່​ສິ່ງ​ນີ້​ຖືກ​ປິດບັງ​ໄວ້​ໃນ​ທີ່ມືດ​ກໍຕາມ ແສງ​ແຈ້ງໃສ​ກໍ​ອ້ອມຮອບ​ພຣະອົງ​ໄວ້ທຸກ​ດ້ານ.

23 ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”


ດານີເອນ​ບອກ ແລະ​ແກ້​ຄວາມຝັນ​ແກ່​ກະສັດ

24 ສະນັ້ນ ດານີເອນ​ຈຶ່ງ​ເຂົ້າ​ໄປ​ຫາ​ອາຣີໂອກ ຜູ້​ທີ່​ກະສັດ​ໄດ້​ສັ່ງ​ໃຫ້​ຂ້າ​ພວກ​ທີ່ປຶກສາ​ປະຈຳ​ກະສັດ. ລາວ​ເວົ້າ​ວ່າ, “ຂໍ​ຢ່າ​ໄດ້​ຂ້າ​ພວກ​ທີ່ປຶກສາ​ທ້ອນ. ຂໍ​ໃຫ້​ເຈົ້າ​ພາ​ຂ້ອຍ​ເຂົ້າ​ໄປ​ພົບ​ກະສັດ ແລະ​ຂ້ອຍ​ຈະ​ບອກ​ຄວາມຝັນ​ໃຫ້​ເພິ່ນ​ຮູ້.”

25 ແລ້ວ​ອາຣີໂອກ​ກໍ​ຟ້າວ​ນຳ​ຕົວ​ດານີເອນ​ເຂົ້າ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ ແລະ​ບອກ​ເພິ່ນ​ວ່າ, “ຂ້ານ້ອຍ​ພົບ​ຜູ້ໜຶ່ງ​ໃນ​ໝູ່​ພວກ​ຊາວຢິວ​ພັດຖິ່ນ ທີ່​ແກ້​ຄວາມຝັນ​ໃຫ້​ແກ່​ພະຣາຊາ​ໄດ້.”

26 ກະສັດ​ກ່າວ​ແກ່​ດານີເອນ (ຜູ້​ມີ​ຊື່​ອີກ​ວ່າ​ເບັນເຕຊັດຊາເຣ) ວ່າ, “ເຈົ້າ​ບອກ​ຄວາມຝັນ ແລະ​ແກ້​ຄວາມຝັນ​ຂອງເຮົາ​ໄດ້​ບໍ?”

27 ດານີເອນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ບໍ່ມີ​ໝໍຜີ, ໝໍມົນ, ໝໍມໍ, ຫລື​ໝໍໂຫນ​ຜູ້ໃດ​ດອກ ທີ່​ບອກ​ຄວາມ​ເລິກລັບ​ນີ້​ໄດ້.

28 ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ ເທິງ​ສະຫວັນ ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ. ພຣະອົງ​ໄດ້​ບອກ​ພະຣາຊາ​ຂອງ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ບັດນີ້ ຂ້ານ້ອຍ​ຈະ​ບອກ​ຄວາມຝັນ ແລະ​ນິມິດ​ທີ່​ທ່ານ​ມີ​ຂະນະທີ່​ທ່ານ​ໄດ້​ນອນ​ຫລັບ​ຢູ່ນັ້ນ.

29 ໃນ​ຂະນະທີ່​ພະຣາຊາ​ກຳລັງ​ນອນ​ຫລັບ​ຢູ່ນັ້ນ ທ່ານ​ໄດ້​ຝັນ​ເຖິງ​ເລື່ອງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ; ພຣະເຈົ້າ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ ໄດ້​ສຳແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.

30 ເລື່ອງ​ເລິກລັບ​ນີ້​ຖືກ​ເປີດເຜີຍ​ໃຫ້​ຂ້ານ້ອຍ​ຮູ້ ບໍ່ແມ່ນ​ຍ້ອນ​ຂ້ານ້ອຍ​ເປັນ​ຄົນສະຫລາດ​ກວ່າ​ຄົນອື່ນ​ດອກ, ແຕ່​ເພື່ອ​ໃຫ້​ພະຣາຊາ​ຮູ້​ຄວາມໝາຍ​ຂອງ​ຄວາມຝັນ​ນັ້ນ ແລະ​ເຂົ້າໃຈ​ສິ່ງ​ທີ່​ລົບກວນ​ຈິດໃຈ​ທ່ານ.

31 ຂ້າແດ່​ພະຣາຊາ ໃນ​ນິມິດ​ຂອງທ່ານ​ນັ້ນ ທ່ານ​ໄດ້​ເຫັນ​ຮູບປັ້ນ​ຂະໜາດ​ໃຫຍ່​ຢືນ​ຢູ່​ຕໍ່ໜ້າ​ທ່ານ; ຮູບ​ນີ້​ສ່ອງແສງ​ໃສເຫຼື້ອມ ແລະ​ເບິ່ງ​ເປັນ​ຕາໜ້າຢ້ານ.

32 ຫົວ​ຮູບ​ນີ້​ເປັນ​ຄຳ​ຢ່າງດີ​ທີ່ສຸດ ເອິກ​ແລະ​ແຂນ​ເປັນ​ເງິນ; ແອວ​ແລະ​ກະໂພກ​ເປັນ​ທອງສຳຣິດ

33 ຂາ​ເປັນ​ເຫຼັກ, ຕີນ​ສ່ວນ​ໜຶ່ງ​ເປັນ​ເຫຼັກ ແລະ​ອີກ​ສ່ວນ​ໜຶ່ງ​ເປັນ​ດິນ​ໜຽວ.

34 ຂະນະທີ່​ທ່ານ​ຫລຽວເບິ່ງ​ຢູ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ; ຫີນ​ນີ້​ໄດ້​ກະທົບ​ໃສ່​ຕີນ​ເຫຼັກ​ແລະ​ດິນ​ໜຽວ​ຂອງ​ຮູບ​ນັ້ນ ຈົນ​ແຕກ​ໝຸ່ນ​ໄປ.

35 ແລ້ວ​ໃນ​ທັນໃດນັ້ນ ສ່ວນ​ທີ່​ເປັນ​ເຫຼັກ, ເປັນ​ດິນ​ໜຽວ, ເປັນ​ທອງສຳຣິດ, ເປັນ​ເງິນ​ແລະ​ເປັນ​ຄຳ ກໍໄດ້​ແຕກ​ຄື​ແກບ​ທີ່​ລານ​ໃນ​ລະດູ​ຟາດ​ເຂົ້າ. ລົມ​ໄດ້​ພັດ​ເອົາ​ສິ່ງ​ທັງໝົດ​ນັ້ນ​ໄປ​ໄກ ໂດຍ​ບໍ່ມີ​ຮ່ອງຮອຍ​ໃຫ້​ພົບເຫັນ​ອີກ​ເລີຍ. ແຕ່​ກ້ອນຫີນ​ນັ້ນ​ໄດ້​ໃຫຍ່​ຂຶ້ນ​ກາຍເປັນ​ພູເຂົາ​ເຕັມ​ໝົດ​ແຜ່ນດິນ​ໂລກ.

36 ຄວາມຝັນ​ເປັນ​ດັ່ງນີ້ແຫຼະ ບັດນີ້​ຂ້ານ້ອຍ​ຂໍ​ແກ້​ຄວາມຝັນ​ໃຫ້​ພະຣາຊາ​ຮູ້.

37 ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.

38 ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຜູ້ປົກຄອງ​ຄົນ​ຕະຫລອດ​ທັງ​ສັດ ແລະ​ນົກ​ທັງປວງ​ທີ່​ອາໄສ​ຢູ່​ໃນ​ໂລກ. ຫົວ​ຄຳ​ນັ້ນ​ແມ່ນ​ທ່ານເອງ.

39 ຕໍ່​ຈາກ​ທ່ານ​ໄປ​ຈະ​ມີ​ອານາຈັກ​ໜຶ່ງ​ອີກ ເປັນ​ອານາຈັກ​ທີ່​ນ້ອຍກວ່າ​ຂອງທ່ານ ແລະ​ຫລັງຈາກ​ນັ້ນ ແມ່ນ​ອານາຈັກ​ທີ​ສາມ ເປັນ​ອານາຈັກ​ທອງສຳຣິດ ຊຶ່ງ​ຈະ​ມີ​ອຳນາດ​ແຜ່​ອອກ​ໄປ​ທົ່ວໂລກ.

40 ແລ້ວ​ຈະ​ມີ​ອານາຈັກ​ທີ​ສີ່ ເປັນ​ອານາຈັກ​ທີ່​ມີ​ອຳນາດ ແລະ​ແຂງ​ດັ່ງ​ເຫຼັກ ຊຶ່ງ​ສາມາດ​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້. ເຫຼັກ​ນີ້​ຕີ​ສິ່ງ​ທັງຫລາຍ​ໃຫ້​ຫັກ ແລະ​ແຕກໝຸ່ນ​ໄດ້​ສັນໃດ ອານາຈັກ​ນີ້​ກໍ​ຈະ​ຕີ​ອານາຈັກ​ທັງຫລາຍ​ທີ່​ເກີດຂຶ້ນ​ມາ​ກ່ອນ ໃຫ້​ແຕກ​ໝຸ່ນ​ທະລາຍ​ໄປ​ໄດ້​ສັນນັ້ນ.

41 ທ່ານ​ຍັງ​ເຫັນ​ອີກ​ວ່າ ຕີນ​ແລະ​ນີ້ວ​ຕີນ​ສ່ວນ​ໜຶ່ງ​ເປັນ​ດິນ​ໜຽວ ແລະ​ອີກ​ສ່ວນ​ໜຶ່ງ​ເປັນ​ເຫຼັກ. ນີ້​ໝາຍຄວາມວ່າ​ຈະ​ເປັນ​ອານາຈັກ​ທີ່​ແຕກແຍກ. ມັນ​ຈະ​ມີ​ຄວາມແຂງ​ຂອງ​ເຫຼັກ​ປົນ​ຢູ່ ເພາະ​ມີ​ເຫຼັກ​ປະສົມ​ຢູ່​ກັບ​ດິນ​ໜຽວ.

42 ນີ້ວຕີນ​ສ່ວນ​ໜຶ່ງ​ເປັນ​ເຫຼັກ ແລະ​ສ່ວນ​ໜຶ່ງ​ອີກ​ເປັນ​ດິນ​ໜຽວ​ນັ້ນ ໝາຍຄວາມວ່າ​ອານາຈັກ​ຈະ​ມີ​ບາງສ່ວນ​ທີ່​ແຂງແຮງ ແລະ​ບາງສ່ວນ​ທີ່​ອ່ອນແອ.

43 ທ່ານ​ຍັງ​ເຫັນ​ເຫຼັກ​ປະສົມ​ດິນ​ໜຽວ. ນີ້​ໝາຍຄວາມວ່າ​ພວກ​ຜູ້ປົກຄອງ​ອານາຈັກ​ນັ້ນ ຈະ​ຫາ​ທາງ​ລວບລວມ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ​ເຂົ້າ​ກັນ​ດ້ວຍ​ການ​ແຕ່ງງານ; ແຕ່​ພວກເຂົາ​ບໍ່​ສາມາດ​ເຮັດ​ໄດ້ ເໝືອນກັນ​ກັບ​ເຫຼັກ​ບໍ່​ສາມາດ​ປະສົມ​ກັບ​ດິນ​ໜຽວ​ໄດ້.

44 ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.

45 ການ​ທີ່​ທ່ານ​ເຫັນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ​ນັ້ນ ກ້ອນຫີນ​ນັ້ນ​ໄດ້​ກະທົບ​ໃສ່​ກັບ​ຮູບ​ເຫຼັກ, ຮູບ​ທອງສຳຣິດ, ຮູບ​ດິນ, ຮູບ​ເງິນ​ແລະ​ຄຳ. ອັນ​ນີ້​ແມ່ນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ກຳລັງ​ບອກ​ໃຫ້​ພະຣາຊາ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂ້ານ້ອຍ​ໄດ້​ບອກ​ທ່ານ​ຖືກຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ແລະ​ແກ້​ຄວາມຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມຈິງ.”


ກະສັດ​ໃຫ້​ບຳເໜັດ​ແກ່​ດານີເອນ

46 ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍ​ຂາບລົງ ທັງ​ສັ່ງ​ໃຫ້​ນຳ​ເອົາ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້​ແກ່​ດານີເອນ.

47 ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”

48 ແລ້ວ​ກະສັດ​ກໍໄດ້​ມອບ​ຕຳແໜ່ງ​ສູງ​ໃຫ້​ດານີເອນ​ຕຳແໜ່ງ​ໜຶ່ງ ທັງ​ມອບ​ຂອງຂວັນ​ທີ່​ສະຫງ່າງາມ​ຫລາຍ​ຢ່າງ​ໃຫ້​ແກ່​ລາວ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ແຂວງ​ບາບີໂລນ ແລະ​ເປັນ​ຫົວໜ້າ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ.

49 ຕາມ​ຄຳ​ຮ້ອງຂໍ​ຂອງ​ດານີເອນ ກະສັດ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ໃຫ້​ຮັບ​ຣາຊການ​ຢູ່​ໃນ​ແຂວງ​ບາບີໂລນ, ແຕ່​ດານີເອນ​ຍັງ​ໄດ້​ຮັບ​ຕຳແໜ່ງ​ຢູ່​ໃນ​ຣາຊສຳນັກ​ຕໍ່ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan