ດານີເອນ 12 - ພຣະຄຳພີສັກສິເວລາແຫ່ງການສິ້ນສຸດ 1 “ໃນເວລານັ້ນ ມີຄາເອນເທວະດາຕົນໃຫຍ່ ຜູ້ທີ່ຮັກສາປະຊາຊົນຂອງພຣະອົງຈະມາປາກົດ. ແລ້ວກໍຈະມີການລຳບາກໜັກເກີດຂື້ນຢ່າງບໍ່ເຄີຍມີມານັບຕັ້ງແຕ່ມີຊົນຊາດທັງຫລາຍ. ເມື່ອເຖິງເວລານັ້ນ ປະຊາຊົນທັງປວງຂອງເຈົ້າທີ່ມີຊື່ໃນໜັງສືຂອງພຣະເຈົ້າຈະໄດ້ພົ້ນ. 2 ຫລາຍຄົນໃນພວກເຫຼົ່ານີ້ທີ່ຕາຍໄປແລ້ວ ຈະມີຊີວິດອີກ ຄືບາງຄົນຈະມີຄວາມພໍອົກພໍໃຈກັບຊີວິດອັນຕະຫລອດໄປເປັນນິດ; ບາງຄົນຈະທົນທຸກຢ່າງອັບອາຍຕະຫລອດໄປ. 3 ພວກຜູ້ທີ່ມີປັນຍາຈະຮຸ່ງເຮືອງເໝືອນດວງດາວສະຫວ່າງສະໄຫວທີ່ເທິງທ້ອງຟ້າ. ຜູ້ທີ່ສັ່ງສອນຄົນທັງຫລາຍໃຫ້ເຮັດໃນສິ່ງທີ່ຖືກຕ້ອງກໍຈະຮຸ່ງເຮືອງຕະຫລອດໄປເໝືອນດວງດາວ. 4 ແຕ່ເຈົ້າດານີເອນເອີຍ ໃຫ້ເຈົ້າຮຳໜັງສືມ້ວນນັ້ນ ແລະຕີຕາປະທັບໃສ່ໄວ້ ຈົນເວລາແຫ່ງການສິ້ນສຸດຂອງໂລກມາເຖິງ. ໃນເວລານັ້ນ ຄົນຈຳນວນຫລວງຫລາຍຈະແລ່ນໄປແລ່ນມາ ແລະຄວາມຮູ້ຈະເພີ່ມທະວີຂື້ນ.” 5 ແລ້ວຂ້າພະເຈົ້າກໍໄດ້ເຫັນສອງຄົນຢືນຢູ່ແຄມແມ່ນໍ້າ ຄົນລະເບື້ອງ. 6 ຄົນໜຶ່ງໃນສອງຄົນນີ້ ໄດ້ຖາມຜູ້ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າຂຶ້ນໄປນັ້ນວ່າ, “ຍັງອີກດົນປານໃດ ສິ່ງອັດສະຈັນເຫຼົ່ານີ້ຈະໝົດສິ້ນໄປ?” 7 ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.” 8 ຂ້າພະເຈົ້າໄດ້ຍິນສິ່ງທີ່ເພິ່ນກ່າວ ແຕ່ບໍ່ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າຈຶ່ງຖາມວ່າ, “ນາຍເອີຍ ສິ່ງນີ້ຈະສິ້ນສຸດລົງໄດ້ຢ່າງໃດ?” 9 ເພິ່ນຕອບວ່າ, “ດານີເອນເອີຍ ເຈົ້າຕ້ອງໄປດຽວນີ້ ເພາະຄຳເວົ້າເຫຼົ່ານີ້ ຈະຖືກປົກປິດໄວ້ເປັນຄວາມລັບ ຈົນເວລາແຫ່ງການສິ້ນສຸດນັ້ນໄດ້ມາເຖິງ. 10 ຫລາຍຄົນຈະຖືກຊຳລະໃຫ້ບໍຣິສຸດ. ພວກທີ່ຊົ່ວຊ້າທັງຫລາຍຈະບໍ່ເຂົ້າໃຈ ແຕ່ພວກເຂົາຈະເປັນຄົນຊົ່ວຢູ່ຕໍ່ໄປ; ມີແຕ່ພວກມີປັນຍາເທົ່ານັ້ນ ທີ່ຈະເຂົ້າໃຈ. 11 ຕັ້ງແຕ່ການຖວາຍເຄື່ອງເຜົາບູຊາປະຈຳວັນຖືກຍົກເລີກໄປ ໝາຍຄວາມວ່າ ແຕ່ເວລາຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ ໜຶ່ງພັນສອງຮ້ອຍເກົ້າສິບວັນ ຈະຜ່ານພົ້ນໄປ. 12 ຜູ້ທີ່ຍັງຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອເປັນເວລາໜຶ່ງພັນສາມຮ້ອຍສາມສິບຫ້າວັນ ກໍເປັນສຸກ. 13 ດານີເອນເອີຍ ເຈົ້າຈົ່ງສັດຊື່ຕໍ່ໄປຈົນເຖິງທີ່ສຸດ. ແລ້ວເຈົ້າກໍຈະຕາຍໄປ; ແຕ່ເຈົ້າຈະລຸກຂຶ້ນມາເພື່ອຮັບເອົາບຳເໜັດຂອງເຈົ້າໃນເວລາສິ້ນສຸດໂລກ.” |
@ 2012 United Bible Societies. All Rights Reserved.