ດານີເອນ 11 - ພຣະຄຳພີສັກສິ1 ໃນຕົ້ນປີທີໜຶ່ງຂອງຣາຊການຂອງດາຣີອຸດຄົນມີເດຍ ເຮົາໄດ້ຢືນຢັດ ແລະສະໜັບສະໜູນປ້ອງກັນເພິ່ນ. 2 ສິ່ງທີ່ເຮົາຈະບອກຕໍ່ໄປນີ້ເປັນຄວາມຈິງ.” ເທວະດາໄດ້ກ່າວວ່າ, “ມີກະສັດອີກສາມຄົນທີ່ຈະປົກຄອງປະເທດເປີເຊຍຕິດຕາມດ້ວຍຄົນທີສີ່; ຜູ້ນີ້ຈະຮັ່ງມີກວ່າຄົນອື່ນໆທັງໝົດ. ໃນເວລາທີ່ລາວເຂັ້ມແຂງ ແລະມີຊັບສົມບັດຢ່າງຫລວງຫລາຍຢູ່ນັ້ນ ລາວຈະທ້າທາຍກັບອານາຈັກກຣີກ. ອານາຈັກເອຢິບແລະຊີເຣຍ 3 ແລ້ວກໍຈະມີກະສັດຜູ້ກ້າຫານຄົນໜຶ່ງ. ເພິ່ນຈະປົກຄອງທົ່ວຈັກກະພົບໜຶ່ງທີ່ໃຫຍ່ ແລະຈະເຮັດທຸກສິ່ງຕາມໃຈປາຖະໜາ. 4 ແຕ່ໃນເວລາທີ່ເພິ່ນມີອຳນາດຍິ່ງໃຫຍ່ນັ້ນ ອານາຈັກຂອງເພິ່ນຈະແຕກແຍກ ແລະຈະຖືກແບ່ງອອກເປັນສີ່ສ່ວນ. ບັນດາກະສັດທີ່ບໍ່ໄດ້ສືບເຊື້ອສາຍມາຈາກເພິ່ນຈະປົກຄອງແທນເພິ່ນ, ແຕ່ພວກນີ້ຈະບໍ່ມີອຳນາດດັ່ງທີ່ເພິ່ນໄດ້ມີ. 5 ກະສັດແຫ່ງເອຢິບຈະເຂັ້ມແຂງຂຶ້ນ, ແຕ່ເຖິງຢ່າງໃດກໍດີ ຈະມີນາຍທະຫານຂອງເພິ່ນຜູ້ໜຶ່ງເຂັ້ມແຂງກວ່າເພິ່ນ ແລະຈະປົກຄອງອານາຈັກໜຶ່ງທີ່ຍິ່ງໃຫຍ່ກວ່າ. 6 ຫລັງຈາກນັ້ນມາຫລາຍປີ ກະສັດແຫ່ງເອຢິບຈະໃຫ້ລູກສາວຂອງຕົນ ແຕ່ງງານກັບກະສັດແຫ່ງຊີເຣຍເພື່ອເປັນພັນທະມິດກັນ. ແຕ່ພັນທະມິດຈະຢູ່ບໍ່ໄດ້ເຫິງເພາະນາງພ້ອມທັງຜົວ, ທັງລູກ, ແລະພວກຄົນຮັບໃຊ້ທີ່ໄປກັບນາງນັ້ນຈະຖືກຂ້າໝົດ. 7 ອີກບໍ່ດົນ ຄົນໜຶ່ງໃນພີ່ນ້ອງຂອງນາງກໍຈະກາຍເປັນກະສັດ. ລາວຈະໂຈມຕີກອງທັບຊີເຣຍ, ເຂົ້າໄປຢຶດເອົາປ້ອມ ແລະມີໄຊເໜືອພວກເຂົາ. 8 ລາວຈະເອົາຮູບເຄົາຣົບຂອງພວກເຂົາ ພ້ອມດ້ວຍສິ່ງຂອງທີ່ເຮັດດ້ວຍເງິນດ້ວຍຄຳ ແລະຂົນທັງໝົດໄປປະເທດເອຢິບ. ຫລັງຈາກນັ້ນຈະມີຄວາມສະຫງົບສຸກຢູ່ຫລາຍປີ 9 ແລ້ວກະສັດແຫ່ງຊີເຣຍກໍຈະຍົກທັບເຂົ້າໂຈມຕີປະເທດເອຢິບ, ແຕ່ຈະຖືກກອງທັບເອຢິບຕີໂຕ້ຕອບຈົນພ່າຍແພ້ໄປ. 10 ບັນດາລູກຊາຍຂອງກະສັດແຫ່ງຊີເຣຍຈະຕຽມສູ້ຮົບ ແລະຈະລວບລວມກອງທັບໄວ້ເປັນຈຳນວນຫລວງຫລາຍ. ຄົນໜຶ່ງໃນພວກເຂົາຈະຕີຊະນະຢ່າງໄວວາດັ່ງນໍ້າໄຫລຖ້ວມ ແລະໂຈມຕີເອົາປ້ອມແຫ່ງໜຶ່ງຂອງສັດຕູ. 11 ກະສັດແຫ່ງເອຢິບຈະເຂົ້າສູ່ສົງຄາມ ຕໍ່ຕ້ານກະສັດແຫ່ງຊີເຣຍດ້ວຍຄວາມຄຽດແຄ້ນ ແລະຈະຢຶດເອົາກອງທັບອັນໃຫຍ່ໂຕຂອງລາວໄດ້. 12 ເພິ່ນຈະພາກພູມໃຈໃນຄວາມມີໄຊ ແລະໃນການສັງຫານທະຫານ ເປັນຈຳນວນຫລວງຫລາຍ, ແຕ່ເພິ່ນຈະບໍ່ມີໄຊເລື້ອຍໄປ. 13 ຝ່າຍກະສັດແຫ່ງຊີເຣຍຈະກັບຄືນໄປ ເພື່ອລວບລວມພົນຮົບໃຫ້ໄດ້ຫລາຍກວ່າແຕ່ກ່ອນ. ເມື່ອເວລາອັນເໝາະສົມມາເຖິງແລ້ວ ລາວພ້ອມທັງກອງທັບອັນໃຫຍ່ໂຕທີ່ມີອາວຸດຢ່າງດີຈະກັບຄືນມາອີກ. 14 ແລ້ວຈະມີຫລາຍຄົນລຸກຂຶ້ນຕໍ່ສູ້ກະສັດແຫ່ງເອຢິບ. ດານີເອນເອີຍ ຄົນທີ່ແຂງແຮງບາງຄົນຈາກຊົນຊາດຂອງເຈົ້າຈະກະບົດຍ້ອນນິມິດທີ່ພວກເຂົາໄດ້ເຫັນ; ແຕ່ພວກເຂົາຈະຖືກປາບໃຫ້ພ່າຍແພ້ໄປ. 15 ສະນັ້ນ ກະສັດແຫ່ງຊີເຣຍຈະປິດລ້ອມເມືອງທີ່ມີປ້ອມປ້ອງກັນ ແລ້ວຢຶດເອົາເມືອງນັ້ນ. ພວກທະຫານເອຢິບຈະເຊົາຕໍ່ສູ້ ແມ່ນແຕ່ທະຫານທີ່ເກັ່ງກ້າທີ່ສຸດກໍບໍ່ແຂງແຮງພໍ. 16 ຊາວຊີເຣຍຜູ້ບຸກຮຸກຈະເຮັດທຸກຢ່າງຕາມຄວາມພໍໃຈ ໂດຍບໍ່ມີການຕໍ່ຕ້ານ. ລາວຈະຢູ່ໃນດິນແດນແຫ່ງພຣະສັນຍາ ແລະຈະມີອຳນາດສົມບູນໃນດິນແດນນັ້ນ. 17 ກະສັດແຫ່ງຊີເຣຍຈະວາງແຜນຮຸກຮານ ໂດຍໃຊ້ກອງທັບທັງໝົດຂອງຕົນ. ສະນັ້ນ ເພື່ອທຳລາຍອານາຈັກທີ່ເປັນສັດຕູ ລາວຈຶ່ງສ້າງພັນທະມິດກັບກະສັດແຫ່ງເອຢິບ ໂດຍມອບລູກສາວຂອງຕົນ ໃຫ້ແຕ່ງງານກັບກະສັດຜູ້ນີ້; ແຕ່ແຜນການນີ້ຈະບໍ່ສຳເລັດ. 18 ຫລັງຈາກນັ້ນ ເພິ່ນຈະໂຈມຕີຊົນຊາດທັງຫລາຍຕາມແຄມທະເລ ແລະຢຶດເອົາດິນແດນໄດ້ຢ່າງຫລວງຫລາຍ. ແຕ່ຈະມີແມ່ທັບຊາວຕ່າງປະເທດຄົນໜຶ່ງປາບເພິ່ນລົງ ແລະກຳຈັດຄວາມທະເຍີທະຍານຂອງເພິ່ນໃຫ້ໝົດສິ້ນໄປ; 19 ກະສັດແຫ່ງຊີເຣຍຈະກັບຄືນໄປ ເພື່ອໂຈມຕີປ້ອມໃນປະເທດຂອງຕົນ; ແຕ່ຈະພ່າຍແພ້ແລະກໍຈະເປັນເວລາສຸດທ້າຍຂອງເພິ່ນ. 20 ຕໍ່ຈາກເພິ່ນມາ ຈະມີກະສັດອີກອົງໜຶ່ງ ກະສັດອົງນີ້ຈະສົ່ງນາຍທະຫານອອກໄປຂົ່ມເຫັງປະຊາຊົນໃຫ້ເສຍສ່ວຍ ເພື່ອເພີ່ມລາຍໄດ້ໃຫ້ອານາຈັກຂອງຕົນ. ອີກບໍ່ດົນກະສັດອົງນີ້ກໍຈະຕາຍ; ແຕ່ບໍ່ແມ່ນຕາຍຍ້ອນໂທດປະຫານຫລືຍ້ອນສົງຄາມ.” ກະສັດຊີເຣຍຜູ້ໃຈໂຫດ 21 ເທວະດາໄດ້ອະທິບາຍຕໍ່ໄປວ່າ, “ກະສັດແຫ່ງຊີເຣຍຜູ້ຕໍ່ໄປ ຈະເປັນຄົນຊົ່ວຮ້າຍ ຜູ້ບໍ່ມີສິດທີ່ຈະເປັນກະສັດ, ແຕ່ລາວຈະຂຶ້ນເປັນກະສັດຢ່າງບໍ່ມີຜູ້ໃດຄາດຄິດ ໂດຍໃຊ້ກົນອຸບາຍຢຶດຄອງອຳນາດ. 22 ຜູ້ໃດຜູ້ໜຶ່ງທີ່ຕໍ່ຕ້ານລາວ ຈະຖືກກວາດລ້າງ ແລະຖືກກຳຈັດ ແມ່ນແຕ່ມະຫາປະໂຣຫິດຂອງພຣະເຈົ້າກໍຕາມ. 23 ລາວຈະລໍ້ລວງເອົາຊົນຊາດອື່ນໆມາເປັນພັນທະມິດ; ເຖິງແມ່ນວ່າ ລາວໄດ້ປົກຄອງຊົນຊາດນ້ອຍໆເທົ່ານັ້ນກໍຕາມ, ແຕ່ລາວຈະເຂັ້ມແຂງຂຶ້ນເລື້ອຍໆ. 24 ລາວຈະບຸກຮຸກເຂດແຂວງທີ່ອຸດົມສົມບູນຢ່າງບໍ່ເຕືອນ ແລະຈະເຮັດໃນສິ່ງທີ່ເຊື້ອສາຍຂອງຕົນບໍ່ເຄີຍເຮັດມາກ່ອນ. ແລ້ວລາວກໍຈະແບ່ງປັນຊັບສິ່ງຂອງທີ່ຢຶດມາໄດ້ໃນສົງຄາມໃຫ້ພັກພວກຂອງຕົນ. ລາວຈະວາງແຜນໂຈມຕີປ້ອມຕ່າງໆ ແຕ່ຈະເຮັດຕໍ່ໄປບໍ່ໄດ້ນານ. 25 ລາວຈະຍົກກອງທະຫານຈຳນວນຫລາຍ ໄປໂຈມຕີກະສັດແຫ່ງເອຢິບຢ່າງກ້າຫານ; ຝ່າຍກະສັດແຫ່ງເອຢິບກໍຈະຕຽມສູ້ຮົບຄືນ ຄືສູ້ຮົບກອງທັບໃຫຍ່ທີ່ມີອຳນາດທີ່ສຸດ, ແຕ່ລາວຈະເຮັດໄປບໍ່ສຳເລັດຍ້ອນຖືກຫລອກລວງ. 26 ຄະນະທີ່ປຶກສາຄົນໃກ້ສິດຂອງລາວ ຈະທຳລາຍລາວ. ພວກທະຫານຫລາຍຄົນຂອງລາວຈະຖືກຂ້າ ກອງທັບຈະຖືກກຳຈັດໃຫ້ໝົດສິ້ນໄປ. 27 ແລ້ວກະສັດທັງສອງຄົນນີ້ກໍຈະນັ່ງກິນເຂົ້າຮ່ວມໂຕະດຽວກັນ; ແຕ່ພຶດຕິການຂອງທັງສອງຈະເປັນໄປໃນທາງຊົ່ວຊ້າ ພວກເຂົາຈະເວົ້າຕົວະຕໍ່ກັນແລະກັນ. ຕ່າງຝ່າຍຕ່າງກໍຈະບໍ່ໄດ້ອັນໃດຕາມທີ່ຫວັງໄວ້ ເພາະວ່າເວລາອັນເໝາະສົມຍັງບໍ່ມາເຖິງ. 28 ກະສັດແຫ່ງຊີເຣຍຈະກັບຄືນເມືອບ້ານເມືອງຂອງຕົນ ພ້ອມດ້ວຍສິ່ງຂອງທີ່ຕົນຢຶດໄດ້ທັງໝົດ ຕັ້ງໃຈທີ່ຈະທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມໃຈ ແລ້ວຄືນໄປສູ່ດິນແດນຂອງຕົນ. 29 ພາຍລຸນມາ ລາວຈະບຸກຮຸກເອຢິບອີກ ຄາວນີ້ທຸກສິ່ງກໍຈະບໍ່ເປັນດັ່ງແຕ່ກ່ອນ. 30 ຊາວໂຣມຈະມາທາງເຮືອ ແລະຂັດຂວາງລາວໄວ້ ແລະລາວຈະຢ້ານກົວ. ແລ້ວລາວກໍຈະກັບຄືນໄປດ້ວຍຄວາມຄຽດແຄ້ນ ແລະຈະວາງແຜນທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມຄຳແນະນຳຂອງພວກທີ່ປະຖິ້ມພັນທະສັນຍາ. 31 ທະຫານບາງຄົນຂອງລາວຈະເຮັດໃຫ້ພຣະວິຫານເສຍຄວາມສັກສິດ. ພວກເຂົາຈະໃຫ້ເລີກການເຜົາບູຊາປະຈຳວັນ ແລະຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ. 32 ຝ່າຍກະສັດຈະໃຊ້ກົນອຸບາຍ ເອົາຊະນະຄົນອື່ນໆທີ່ປະຖິ້ມພັນທະສັນຍາຂອງຕົນແລ້ວ, ແຕ່ພວກທີ່ບົວລະບັດພຣະເຈົ້າກໍຈະຕໍ່ສູ້ຄືນ. 33 ພວກຜູ້ນຳທີ່ມີປັນຍາຈະແບ່ງປັນຄວາມຮູ້ ໃຫ້ແກ່ຄົນອື່ນຫລາຍຄົນ, ແຕ່ໃນຊົ່ວເວລາໜຶ່ງ ພວກເຂົາບາງຄົນຈະຖືກຂ້າໃນສະໜາມຮົບ ແລະຖືກເຜົາໃຫ້ຕາຍ ບາງຄົນກໍຈະຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. 34 ໃນຂະນະທີ່ມີການຂ້າຟັນກັນຢູ່ນັ້ນ ປະຊາຊົນຂອງພຣະເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອໜ້ອຍດຽວ ຍ້ອນຫລາຍຄົນທີ່ມາຊ່ວຍເຫລືອພວກເຂົານັ້ນ ຈະເຮັດໄປເພື່ອເຫັນແກ່ປະໂຫຍດສ່ວນຕົວ. 35 ຜູ້ນຳທີ່ມີປັນຍາເຫຼົ່ານີ້ບາງຄົນຈະຖືກຂ້າ, ແຕ່ຜົນທີ່ຕາມມານັ້ນ ກໍເພື່ອປະຊາຊົນຈະໄດ້ຖືກຊຳລະລ້າງໃຫ້ບໍຣິສຸດ. ການນີ້ຈະມີສືບຕໍ່ໄປ ຈົນເຖິງເວລາແຫ່ງການສິ້ນສຸດທີ່ພຣະເຈົ້າໄດ້ກຳນົດໄວ້. 36 ກະສັດແຫ່ງຊີເຣຍຈະເຮັດຕາມໃຈມັກ. ລາວຈະໂອ້ອວດວ່າຕົນເປັນຜູ້ຍິ່ງໃຫຍ່ກວ່າພະໃດໆ ແລະອວດວ່າຕົນສູງສຸດກວ່າພຣະເຈົ້າອົງສູງສຸດ. ລາວຈະສາມາດເຮັດໄປດັ່ງນີ້ ຈົນເວລາທີ່ພຣະເຈົ້າລົງໂທດລາວມາເຖິງ. ພຣະເຈົ້າຈະເຮັດຢ່າງນີ້ແທ້ ຕາມທີ່ພຣະອົງໄດ້ວາງແຜນໄວ້. 37 ກະສັດແຫ່ງຊີເຣຍຈະບໍ່ສົນໃຈນຳພະ ທີ່ພວກບັນພະບຸລຸດຂອງຕົນເຄີຍຮັບໃຊ້ມາ ແລະພະທີ່ພວກຜູ້ຍິງຮັກແລະນັບຖືນັ້ນ. ແທ້ຈິງແລ້ວ ລາວຈະບໍ່ສົນໃຈນຳພະໃດໆເລີຍ ເພາະລາວຄິດວ່າຕົນຍິ່ງໃຫຍ່ກວ່າພະເຫຼົ່ານັ້ນ. 38 ແຕ່ແທນທີ່ລາວຈະໃຫ້ກຽດພຣະທີ່ຄຸ້ມຄອງປ້ອມປ້ອງກັນເມືອງ. ລາວຈະຖວາຍເງິນ, ຄຳ, ເພັດພອຍ ແລະສິ່ງຂອງມີຄ່າອື່ນໆໃຫ້ແກ່ພະຕົນໜຶ່ງ ທີ່ບັນພະບຸລຸດຂອງຕົນບໍ່ເຄີຍຂາບໄຫວ້ມາກ່ອນ. 39 ເພື່ອຮັກສາປ້ອມປ້ອງກັນເມືອງຂອງຕົນໄວ້ ລາວຈະສວຍໃຊ້ພວກທີ່ຂາບໄຫວ້ພະຕ່າງຊາດ. ລາວຈະໃຫ້ກຽດຢ່າງສູງແກ່ພວກທີ່ຍອມຮັບເອົາຕົນເປັນຜູ້ປົກຄອງ ທັງຈະມອບຕຳແໜ່ງອັນສູງທາງຣາຊການໃຫ້ ແລະມອບທີ່ດິນໃຫ້ເປັນຂອງຂວັນແກ່ພວກເຂົາ. 40 ເມື່ອເວລາກຳນົດຂອງກະສັດແຫ່ງຊີເຣຍໃກ້ຈະໝົດແລ້ວ ກະສັດແຫ່ງເອຢິບຈະໂຈມຕີລາວ. ແຕ່ລາວຈະໃຊ້ກຳລັງອຳນາດທັງໝົດຕໍ່ສູ້ຄືນ ຄືໃຊ້ລົດຮົບ, ຝູງມ້າຮົບ ແລະເຮືອເປັນຈຳນວນຫລາຍ. ລາວຈະບຸກໂຈມຕີຫລາຍປະເທດເໝືອນນໍ້າໄຫລຖ້ວມ. 41 ລາວຈະບຸກຮຸກໂຈມຕີ ແມ່ນແຕ່ດິນແດນແຫ່ງພຣະສັນຍາ ແລະຂ້າຄົນຕາຍເປັນໝື່ນໆ, ແຕ່ສ່ວນປະເທດເອໂດມ, ໂມອາບ ແລະສິ່ງທີ່ຍັງເຫລືອຢູ່ໃນອຳໂມນຈະຫລົບຫລີກໄປໄດ້. 42 ລາວບຸກໂຈມຕີຫລາຍປະເທດ ແມ່ນແຕ່ເອຢິບລາວກໍຈະບໍ່ຈົ່ງ. 43 ລາວຈະຂົນເອົາເຄື່ອງເງິນເຄື່ອງຄຳ ແລະຊັບສົມບັດອັນມີຄ່າອື່ນໆຂອງເອຢິບໄປ. ລາວຈະມີໄຊເໜືອປະເທດລີເບຍແລະປະເທດເອທີໂອເປຍ. 44 ແລ້ວຂ່າວທີ່ມາຈາກທິດຕາເວັນອອກແລະຈາກທິດເໜືອ ຈະເຮັດໃຫ້ລາວຕົກໃຈແລະລາວຈະສູ້ຮົບຢ່າງໂຫດຫ້ຽມ ໂດຍຂ້າຄົນຢ່າງຫລວງຫລາຍ. 45 ລາວຈະກາງເຕັນຫລວງຂະໜາດໃຫຍ່ໄວ້ ລະຫວ່າງທະເລກັບພູເຂົາບໍຣິສຸດທີ່ງົດງາມ. ແຕ່ລາວຈະຕາຍໄປໂດຍບໍ່ມີຜູ້ໃດໃນທີ່ນັ້ນຊ່ວຍລາວໄດ້.” |
@ 2012 United Bible Societies. All Rights Reserved.