Biblia Todo Logo
Bìoball air-loidhne

- Sanasan -

ດານີເອນ 10 - ພຣະຄຳພີສັກສິ


ດານີເອນ​ເຫັນ​ນິມິດ​ໃກ້​ແມ່ນໍ້າ​ຕິກຣິດ

1 ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.

2 ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄວ້ທຸກ​ຢູ່​ເປັນ​ເວລາ​ສາມ​ອາທິດ.

3 ຂ້າພະເຈົ້າ​ບໍ່ໄດ້​ກິນ​ອາຫານ​ແຊບ ຫລື​ຊີ້ນ​ໃດໆ ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ບໍ່ໄດ້​ຫວີຜົມ​ຈົນກວ່າ​ສາມ​ອາທິດ​ໄດ້​ຜ່ານ​ພົ້ນ​ໄປ.

4 ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທຳອິດ​ໃນ​ປີ​ນັ້ນ ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ແຄມ​ແມ່ນໍ້າ​ຕິກຣິດ.

5 ຂ້າພະເຈົ້າ​ເງີຍໜ້າ​ຂຶ້ນ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ນຸ່ງ​ເຄື່ອງ​ອັນ​ສະຫງ່າງາມ ແລະ​ຂັດ​ສາຍ​ແອວ​ຄຳ​ຈາກ​ອູຟາດ.

6 ຕົນຕົວ​ຂອງເພິ່ນ​ສ່ອງແສງ​ເປັນ​ປະກາຍ​ເໝືອນ​ເພັດ. ໜ້າ​ຂອງ​ເພິ່ນ​ເປັນ​ແສງ​ເໝືອນ​ໄຟ. ແຂນ​ຂາ​ເຫລື້ອມ​ເປັນ​ເງົາ​ເໝືອນ​ທອງສຳຣິດ​ທີ່​ຂັດ​ສີ​ແລ້ວ ແລະ​ສຽງ​ຮ້ອງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຮ້ອງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ.

7 ຂ້າພະເຈົ້າ​ຜູ້ດຽວ​ເທົ່ານັ້ນ​ທີ່​ໄດ້​ເຫັນ​ນິມິດ​ນີ້. ຄົນ​ທັງຫລາຍ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ຫຍັງ​ເລີຍ; ແຕ່​ພວກເຂົາ​ຢ້ານກົວ​ແລະ​ແລ່ນ​ໜີໄປ​ລີ້.

8 ມີ​ແຕ່​ຂ້າພະເຈົ້າ​ຜູ້ດຽວ​ເທົ່ານັ້ນ​ທີ່​ຢູ່​ເບິ່ງ​ນິມິດ​ອັນ​ແປກ​ປະຫລາດ​ນີ້. ຂ້າພະເຈົ້າ​ບໍ່ມີ​ເຫື່ອແຮງ​ເຫຼືອ​ຢູ່​ເລີຍ ແລະ​ສີໜ້າ​ກໍ​ປ່ຽນແປງ​ໄປ​ຈົນ​ບໍ່ມີ​ຜູ້ໃດ​ຈື່​ຂ້າພະເຈົ້າ​ໄດ້.

9 ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ນີ້ ຂ້າພະເຈົ້າ​ກໍ​ໝົດ​ສະຕິ​ລົ້ມລົງ​ກັບ​ພື້ນດິນ ແລະ​ໝູບ​ໜ້າ​ຢູ່​ທີ່​ນັ້ນ.

10 ແລ້ວ​ມີ​ມື​ໜຶ່ງ​ໂຊມ​ຂ້າພະເຈົ້າ​ໃຫ້​ລຸກ ໂດຍ​ຊູ​ຫົວເຂົ່າ ແລະ​ມື​ຂອງ​ຂ້າພະເຈົ້າ​ຂຶ້ນ ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.

11 ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ​ເອີຍ ພຣະເຈົ້າ​ຮັກ​ເຈົ້າ. ຈົ່ງ​ລຸກ​ຂຶ້ນ ແລະ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ. ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ.” ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ຢືນ​ຂຶ້ນ​ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.

12 ຕໍ່ມາ ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ​ເອີຍ ຢ່າສູ່​ຢ້ານກົວ​ເລີຍ. ມື້​ທຳອິດ​ທີ່​ເຈົ້າ​ຕັດສິນໃຈ​ຖ່ອມຕົວ​ລົງ​ພາວັນນາ​ອະທິຖານ ແລະ​ຂໍ​ຄວາມ​ເຂົ້າໃຈ​ຕໍ່ໜ້າ​ພຣະເຈົ້າ​ຂອງເຈົ້າ ພຣະອົງ​ໄດ້​ຮັບ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ເຮົາ​ມາ​ກໍ​ເພື່ອ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ.

13 ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ອານາຈັກ​ເປີເຊຍ ໄດ້​ຂັດຂວາງ​ເຮົາ​ໄວ້​ເປັນ​ເວລາ​ຊາວເອັດ​ວັນ. ແລ້ວ​ມີຄາເອນ ເທວະດາ​ຊັ້ນ​ຫົວໜ້າ​ຕົນ​ໜຶ່ງ​ໄດ້​ມາ​ຊ່ວຍ​ເຮົາ ເພາະ​ເຮົາ​ຖືກ​ຢັບຢັ້ງ​ໄວ້​ຢູ່​ໃນ​ອານາຈັກ​ເປີເຊຍ.

14 ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງເຈົ້າ​ໃນ​ອະນາຄົດ. ອັນ​ນີ້​ແມ່ນ​ນິມິດ​ກ່ຽວກັບ​ອະນາຄົດ.”

15 ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ກົ້ມ​ໜ້າ​ລົງ​ໂດຍ​ບໍ່​ເວົ້າ​ຫຍັງ.

16 ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.

17 ຂ້ານ້ອຍ​ເປັນ​ດັ່ງ​ຂ້າທາດ​ຄົນ​ໜຶ່ງ ທີ່​ຢືນ​ຢູ່​ຕໍ່ໜ້າ​ນາຍ​ຂອງຕົນ. ຂ້ານ້ອຍ​ຈະ​ເວົ້າ​ກັບ​ທ່ານ​ໄດ້​ຢ່າງໃດ? ຂ້ານ້ອຍ​ບໍ່ມີ​ແຮງ​ຫລື​ມີ​ລົມຫາຍໃຈ​ເຫຼືອ​ຢູ່​ເລີຍ.”

18 ແລ້ວ​ເພິ່ນ​ກໍ​ຈັບບາຍ​ຂ້າພະເຈົ້າ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ຈຶ່ງ​ຮູ້ສຶກ​ມີ​ແຮງ​ຂຶ້ນ.

19 ເພິ່ນ​ກ່າວ​ວ່າ, “ພຣະເຈົ້າ​ຮັກ​ເຈົ້າ. ດັ່ງນັ້ນ ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫລື​ຢ້ານກົວ​ເລີຍ.” ເມື່ອ​ເພິ່ນ​ໄດ້​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ ແລະ​ເວົ້າ​ວ່າ, “ນາຍ​ເອີຍ ຈົ່ງ​ບອກ​ສິ່ງ​ທີ່​ທ່ານ​ຈະ​ຕ້ອງ​ກ່າວ​ນັ້ນ​ສູ່​ຂ້ານ້ອຍ​ຟັງ​ແດ່. ທ່ານ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນ​ແດ່​ແລ້ວ.”

20-21 ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ເຈົ້າ? ເຮົາ​ມາ​ວັນ​ນີ້​ເພື່ອ​ເປີດເຜີຍ​ໃຫ້​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງສື​ແຫ່ງ​ຄວາມຈິງ. ບັດນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່ສູ້​ກັບ​ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ເປີເຊຍ. ຫລັງຈາກ​ນັ້ນ​ແລ້ວ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ປະເທດ​ກຣີກ ກໍ​ຈະ​ມາ​ປາກົດ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ເຮົາ​ນອກຈາກ​ມີຄາເອນ ເທວະດາ​ຕົນ​ທີ່​ພິທັກ​ຮັກສາ ປະເທດ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan